![]() |
ແຄມຂອງການທ່ອງທ່ຽວແບບພະຈົນໄພຢູ່ຖ້ ຳ ເຊີນໂດ (ພາບ: ບາວກວາງບິ່ງ)
ນັບຕັ້ງແຕ່ການຄົ້ນພົບເມື່ອ 10 ປີກ່ອນ, ຖຳ້ເຊີນດ່ອງ ໄດ້ເລີ່ມມີຊື່ສຽງໄປທົ່ວໂລກ ດ້ວຍຄວາມງາມຂອງຖ້ຳ ທີ່ຍັງຄົງຄວາມເປັນທຳມະຊາດ ທີ່ຫາຍາກ ແລະ ລຶກລັບ ສຳລັບນັກທ່ອງທ່ຽວ ທີ່ມັກຄົ້ນຫາການຜະຈົນໄພ. ຊ່ອງໂທລະພາບ Dave ຂອງປະເທດອັງກິດ ໄດ້ເຮັດແບບສອບຖາມ ຄັດເລືອກ 20 ອັນດັບ ການທ່ອງທ່ຽວແບບພະຈົນໄພທີ່ດີທີ່ສຸດໃນໂລກ, ລາຍຊື່ນີ້ ລວມມີບັນດາສະຖານທີ່ທ່ອງທ່ຽວ ຜະຈົນໄພທີ່ ໜ້າ ຕື່ນເຕັ້ນທັງໝົດໃນທົ່ວໂລກ, ຖຳ້ເຊີນດ່ອງ ໄດ້ຮັບການຄັດເລືອກດ້ວຍອັດຕາທີ່ສູງ, ຈັດອັນດັບທີ 5 ໃນ 20 ສະຖານທີ່ທ່ອງທ່ຽວ ທີ່ມີຊື່ສຽງຂອງໂລກ.
![]() |
ປີ 2018, ແຂວງກວ້າງບິ່ງ ໄດ້ອະນຸຍາດໃຫ້ນັກທ່ອງທ່ຽວ ຈຳນວນ 900 ຄົນ ກ້າວເຂົ້າມາທ່ອງທ່ຽວ ຢູ່ ຖ້ ຳ ເຊີນດ່ອງ.ເສັ້ນທາງພະຈົນໄພຈະສັ້ນລົງ ຮອດ 4 ວັນ 3 ຄືນ, ຊ່ວຍໃຫ້ນັກທ່ອງທ່ຽວ ຂ້າມຜ່ານ ກຳແພງຂອງຫວຽດນາມເປັນເທື່ອ ທຳ ອິດ, ສຳຫຼວດຜ່ານຖ້ຳ ເຊີນດ່ອງ.ນັກທ່ອງທ່ຽວຈະອອກຈາກ ຖ້ຳ ເຊີນດ່ອງ ດ້ວຍປະຕູ ທາງຫຼັງຖ້ຳເລີຍ, ແທນທີ່ຈະກັບຄືນຕາມເສັ້ນທາງເກົ່າ.
ຕິດໃນອັນດັບ 5 ການທ່ອງທ່ຽວແບບຜະຈົນໄພທີ່ຍິ່ງໃຫຍ່ທີ່ສຸດ ຂອງການພະຈົນໄພໃນການປີພູ Kilimanjaro (Tanzania), trekking ຫຼື ຍ່າງຜ່ານເສັ້ນທາງສາຍ Inca, Machu Picchu (Peru), ລ່ອງເຮືອຕາມ Grand Canyon (USA), ເຂົ້າໄປໃນໃຈກາງພູເຂົາໄຟ Thrihnukagigur (Iceland).
![]() |
ປະສົບການໃນການປີນພູ Mount Kilimanjaro (Tanzania) ແມ່ນ ໜຶ່ງໃນການເດີນທາງ ທີ່ນັກທ່ອງທ່ຽວມັກໃນການພະຈົນໄພຕ້ອງການຢາກພິຊິດ ຫຼືເອົາຊະນະຫຼາຍທີ່ສຸດ.
ນີ້ແມ່ນ 20 ອັນດັບຂອງການທ່ອງທ່ຽວແບບພະຈົນໄພ ທີ່ໄດ້ຮັບຄວາມນິຍົມ ໂດຍການໂຫວດ ຫຼື ການຄັດເລືອກຂອງຊ່ອງໂທລະພາບ Dave:
1. ການປີນພູ Kilimanjaro, Tanzania - 37%
2. Trekking ຫຼື ການຍ່າງຕາມເສັ້ນທາງສາຍ Inca, Machu Picchu, Peru - 35%
3. ລ່ອງເຮືອຂ້າມແມ່ນຳ້ Grand Canyon, Arizona, USA - 31%
4. ເຂົ້າໄປໃນໃຈກາງພູເຂົາໄຟ Thrihnukagigur, Iceland - 29%
5. ສຳຫຼວດຖ້ຳ ເຊີນດ່ອງ, ຫວຽດນາມ - 24%
6. ນັ່ງລົດລາກ ດ້ວຍໝາ, ຢ້ຽມຊົມ Aurora Borealis, ນໍເວ - 23%
7. ພາຍເຮືອຄາຍັກຢູ່ Arctic fjords, Greenland - 22%
8. ພິຊິດສາຍພູ Base Camp ເທິງຈອມພູ Everest, ປະເທດເນປານ - 20%
9. ສຳຫຼວດ ຂົ້ວໂລກໃຕ້ Antarctica - 19%
10. ດຳນ້ຳເບິ່ງປາສະຫລາມຢູ່ ເມືອງ Cape Town, ອາຟຣິກາໃຕ້ - 18%
11. ລອຍນ້ຳຮ່ວມກັບ ປາວານໃນປະເທດໂມຊຳບິກ - 17%
12. ດຳນ້ຳຢູ່ໃນຖ້ຳ ຢູ່ ແຫຼມ Yucatan, Mexico - 16%
13. ມຸດນຳ້ເບິ່ງປະກາລັງThe Great Barrier Reef, ອົດສະຕາລີ - 13%
14. ການຍ່າງທ່ຽວຊົມ ກຳແພງເມືອງຈີນ, ປະເທດຈີນ - 12%
15. ໂດດຈ້ອງເຈີດໄປມາ ຢູ່ ເທິງສາຍພູ Alps, Switzerland - 11%
16 ຂີ່ລົດໄຟຂ້າມ ຊີເບເຣຍ, ຣັດເຊຍ - 10%
17 ການຍ່າງປ່າໃນຄືນ ຢູ່ Volcano, ອິນໂດເນເຊຍ 9%
18. ປີນພູ ຟູຈິ, ປະເທດຍີ່ປຸ່ນ - 9%
19. ການດຳນ້ຳ ໃນຫຼຸມ Blue Hole, Belize -8%
20. ພະຈົນໄພຄົ້ນຫາ ນະຄອນທີ່ຫາຍໄປ Teyuna, Colombia - 7%
(ຫັດທະບູນ)