ຊຸກຍູ້ຄວາມ​ກ້າວໜ້າ ​ແລະ ຄວາມຍຸຕິ​ທຳ​ສັງຄົມ​ແມ່ນ​ບຸລິມະສິດ​ຂອງ​ ຫວຽດນາມ

10:54 | 13/06/2024

ຍສໝ - ນັ້ນ​ແມ່ນ​ເນື້ອ​ໃນ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ ມາຍຟ່ານຢຸ້ງ - ຫົວໜ້າ​ຄະນະ​ປະຈຳ ​ຫວຽດນາມ ຢູ່ນອກ​ສະຫະ​ປະຊາ​ຊາດ (ສປຊ) ໃຫ້ຮູ້ໃນບົດກ່າວປາໄສ​ທີ່​ກອງ​ປະຊຸມ​ແຮງ​ງານ​ສາກົນ ​ຄັ້ງ​ທີ 112 ທີ່​ດຳ​ເນີນ​ໄປ​ໃນ​ວັນ​ທີ 11 ມີຖຸນາ ຢູ່​ ສະ​ວິດ.

VASEA: ຈະ​ໃຫ້​ບຸລິມະສິດ​ບັນດາ​ການ​ເຄື່ອນ​ໄຫວ, ໂຄງການ​ທີ່ ອົດສະຕຣາລີ ​ແລະ ຫວຽດນາມ ​ໄດ້​ຕົກລົງ​ເປັນເອກະພາບກັນ​
ແກງ​ສົ້ມປາ​​ຂອງ​ຫວຽດ​ນາມ​ແມ່ນ​ຕິດ​ອັນດັບ 10 ​ອາ​ຫານ​ປະເພດປາ​ທີ່​ແຊບ​ທີ່​ສຸດ​ໃນ​ໂລກ

ລະອຽດ, ໃນບົດກ່າວປາໄສ​ທີ່​ກອງ​ປະຊຸມ​, ​ທ່ານ​ເອກ​ອັກຄະ​ລັດຖະທູດ ມາຍຟ່ານຢຸ້ງ ໄດ້ຕີລາຄາສູງບັນດາຂໍ້ລິເລີ່ມ ແລະ ບົດລາຍງານຂອງຜູ້ອຳນວຍການໃຫຍ່ ILO ໃນການຊຸກຍູ້ຄວາມຍຸຕິທຳທາງສັງຄົມ; ຢືນຢັນ​ວ່າ ຫວຽດນາມ ຍາມ​ໃດ​ກໍ່​ໃຫ້​ບຸລິມະສິດ​ຊຸກຍູ້​ຄວາມ​ກ້າວໜ້າ ​ແລະ ຄວາມ​ຍຸຕິ​ທຳ​ສັງຄົມ, ຖື​ນີ້​​ທັງ​ແມ່ນເປົ້າ​ໝາຍ, ໜ້າທີ່, ທັງແມ່ນມາດ​ຕະການ ເພື່ອ​ຊຸກຍູ້​ການ​ພັດທະນາ​ແບບ​ຍືນ​ຍົງ. ຫວຽດນາມ ຈະ​ສືບ​ຕໍ່​ປ່ຽນ​ແປງໃໝ່, ເຮັດສຳເລັດ​ລະບົບ​ກົດໝາຍ ​ເພື່ອ​ປັບປຸງລະບົບ​ຮັບປະກັນຊີວິດ ແລະ ສະຫວັດດີການ​ສັງຄົມ, ຊຸກຍູ້​ວຽກ​ເຮັດ​ງານ​ທຳ​ທີ່​ເໝາະ​ສົມ, ມີ​ຄຸນ​ນະພາ​ບ, ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ, ກໍ່ສ້າງ​ທ້ອງຕະຫຼາດ​ແຮງ​ງານ​ຢ່າງ​ມີ​ປະສິດທິ​ຜົນ, ຜ່ານນັ້ນ ກໍ່ປະກອບສ່ວນ​ຮັບປະກັນ​ຊີວິດ​ການ​ເປັນ​ຢູ່​ໃຫ້ປະຊາຊົນ​ທັງໝົດຕາມທິດນຳ "ບໍ່ປະໃຫ້ໃຜຢູ່ເບື້ອງຫຼັງ".

ຊຸກຍູ້ຄວາມ​ກ້າວໜ້າ ​ແລະ ຄວາມຍຸຕິ​ທຳ​ສັງຄົມ​ແມ່ນ​ບຸລິມະສິດ​ຂອງ​ ຫວຽດນາມ

ທ່ານ ​ເອກ​ອັກຄະ​ລັດຖະທູດ ມາຍຟ່ານຢຸ້ງ ຫົວໜ້າ​ຄະນະ​ປະຈຳ ​ຫວຽດນາມ ນອກສະຫະ​ປະຊາ​ຊາດ (ສປຊ) ກ່າວ​ຄຳ​ປາ​ໄສ​ທີ່​ກອງ​ປະຊຸມ​ຄັ້ງ​ທີ 112 ຂອງ​ກອງ​ປະຊຸມ​ແຮງ​ງານ​ສາກົນ (ພາບ: TTXVN).

ກ່ອນ​ໜ້າ​ນີ້, ກ່າວ​ຄຳ​ປາໄສ​ທີ່​ພິທີ​ເປີດ​ໃນ​ວັນ​ທີ 3 ມິຖຸນາ​, ທ່ານ Gilbert Houngbo ຜູ້ອຳນວຍການ​ໃຫຍ່ ILO ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ຕໍ່​ບັນດາວິກິດການ, ການ​ປະ​ທະ​ກັນ​ທີ່​ເກີດ​ຂຶ້ນ​ຢູ່​ຫຼາຍ​ແຫ່ງ​ຂອງ​ໂລກ. ທ່ານ​ Houngbo ຫວັງ​ວ່າ​ກອງ​ປະຊຸມ​ປີ​ນີ້​ ຈະ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ສະມາຊິກ ​ແລະ​ ຄູ່​ຮ່ວມ​ມື​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ ເພື່ອ​ຊຸກຍູ້​ຄວາມຍຸຕິທຳ​ສັງຄົມ​, ການ​ຫັນປ່ຽນຍຸຕິທຳ, ຜ່ານນັ້ນ ກໍ່ສ້າງ​ພື້ນຖານໃຫ້ແກ່​ສັນຕິພາບ ​ແລະ ​ຄວາມ​ຈະເລີນຮັ່ງມີແບບຍືນຍົງ.

ກອງ​ປະຊຸມ​ ຈະ​ດຳ​ເນີນ​ໄປ​ຮອດ​ວັນ​ທີ 14 ມິຖຸນາ​ນີ້, ​ໂດຍ​ສຸມ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບບັນດາ​ເນື້ອ​ໃນສ້າງຕັ້ງມາດຕະຖານ​ດ້ານ​ແຮງ​ງານ, ບັນດາສິດ ​ແລະ ຫຼັກການ​ພື້ນຖານ​ໃນ​ບ່ອນ​ເຮັດ​ວຽກ, ຊຸກຍູ້​ວຽກ​ເຮັດທີ່​ເໝາະ​ສົມ.

ກໍ່​ໃນ​ຂອບ​ເຂດ​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້, ວັນ​ທີ 13 ມິຖຸນາ ກໍ່ໄດ້ດຳເນີນກອງ​ປະຊຸມ​ລະດັບ​ສູງ​ຄັ້ງ​ທຳ​ອິດ​ຂອງການລິເລີ່ມພັນທະມິດເພື່ອຄວາມຍຸຕິທໍາທາງສັງຄົມທົ່ວໂລກ, ການລິເລີ່ມໂດຍທ່ານ Gilbert Houngbo ຜູ້ອໍານວຍການໃຫຍ່ຂອງ ILO ຊຸກຍູ້ຢ່າງເຂັ້ມແຂງໃນໄລຍະທີ່ຜ່ານມາ.

ຍີ່ປຸ່ນ ຍັງ​ແມ່ນ​ທ້ອງຕະຫຼາດ​ສົ່ງ​ອອກ​ແຮງ​ງານ​ອັນ​ດັບ​ໜຶ່ງ​ຂອງ​ ຫວຽດນາມ ຍີ່ປຸ່ນ ຍັງ​ແມ່ນ​ທ້ອງຕະຫຼາດ​ສົ່ງ​ອອກ​ແຮງ​ງານ​ອັນ​ດັບ​ໜຶ່ງ​ຂອງ​ ຫວຽດນາມ

ຍສໝ - ຕາມ​ບົດ​ລາຍ​ງານ​ຂອງ​ກົມ​ຄຸ້ມ​ຄອງ​ແຮງ​ງານ​ຢູ່​ຕ່າງປະ​ເທດ (ກະຊວງ​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຫວຽດນາມ), ​ໃນ 4 ​ເດືອນ​ຕົ້ນ​ປີ 2024 ຍີ່ປຸ່ນ ຍັງ​ແມ່ນ​ທ້ອງຕະຫຼາດ​ສົ່ງ​ອອກ​ແຮງ​ງານ​ອັນ​ດັບ​ໜຶ່ງ​ຂອງ​ ຫວຽດນາມ.

ຈີນ ​ແລະ ລາວ ​ແມ່ນ 2 ທ້ອງຕະຫຼາດ​ສົ່ງ​ອອກ​ໝາກ​ເຜັດ​ຕົ້ນຕໍ​ຂອງ​ ຫວຽດນາມ ຈີນ ​ແລະ ລາວ ​ແມ່ນ 2 ທ້ອງຕະຫຼາດ​ສົ່ງ​ອອກ​ໝາກ​ເຜັດ​ຕົ້ນຕໍ​ຂອງ​ ຫວຽດນາມ

ຍສໝ - ຈີນ ​ແລະ ລາວ ​ແມ່ນ 2 ທ້ອງຕະຫຼາດ​ສົ່ງ​ອອກ​ໝາກ​ເຜັດ​ຕົ້ນຕໍ​ຂອງ​ ຫວຽດນາມ ດ້ວຍປະລິມານບັນລຸ 4.518 ​ໂຕນ ​ແລະ 340 ​ໂຕນ, ກວມ​ເອົາ 95,7% ປະລິມານຂອງ​ການ​ສົ່ງ​ອອກ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ສາລະຄະດີ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.