ນັກຂຽນຮູບເງົາຍິງໜຸ່ມ ໄດ້ຮັບໂອກາດໄປສຶກສາການສ້າງຮູບເງົາຢູ່ອາເມຣິກາ

11:04 | 06/05/2022

ຍສໝ - ນັກຂຽນໜຸ່ມ Ngan Zeta (ເກີດປີ 1992) ໄດ້ຮັບລາງວັນທີ 1 ແລະ ມີໂອກາດໄປຮຽນເປັນເວລາ 5 ມື້ ທີ່ Los Angeles, ນີ້ກໍແມ່ນບົດລະຄອນໜຶ່ງດຽວຂອງງານແຂ່ງຂັນທີ່ເຮັດກ່ຽວກັບຮູບເງົາປະເພດກະຕູນ.

ນັກລົງທຶນມີຄວາມເຊື່ອໝັ້ນຕໍ່ສະພາບແວດລ້ອມແຫ່ງການລົງທຶນ ແລະ startup ຫວຽດນາມ ນັກລົງທຶນມີຄວາມເຊື່ອໝັ້ນຕໍ່ສະພາບແວດລ້ອມແຫ່ງການລົງທຶນ ແລະ startup ຫວຽດນາມ
ບັນຍາກາດພິທີມອບລາງວັນສື່ມວນຊົນແຫ່ງຊາດ ຄັ້ງທີ XV ບັນຍາກາດພິທີມອບລາງວັນສື່ມວນຊົນແຫ່ງຊາດ ຄັ້ງທີ XV
ນັກຂຽນຮູບເງົາຍິງໜຸ່ມ ໄດ້ຮັບໂອກາດໄປສຶກສາການສ້າງຮູບເງົາຢູ່ອາເມຣິກາ
ນັກຂຽນ Ngan Zeta ແລະ ນັກຂຽນ ດວນເຕິດດາດ ຖ່າຍຮູບນໍາ ຄະນະກໍາມະການ ທ່ານ Stephen P. Jenner. (ພາບ: Minh Anh/Vietnam+)

ຕອນ​ບ່າຍ​ ວັນ​ທີ 26 ​ເມສາ​ນີ້, ງານ​ແຂ່ງຂັນ​ສ້າງຮູບ​ເງົາ​ Film Pitching ສໍາລັບບັນດາບົດລະຄອນທີ່ມີຄວາມສາມາດບົ່ມຊ້ອນ ​ແລະ ຊອກໄດ້​ຜູ້​ຊະ​ນະ​ 2 ຄົນ.

ຜູ້ທີ່ໄດ້ລາງວັນທີ 1 ແມ່ນ ນັກຂຽນ Ngan Zeta (Nguyen Thi Kim Ngan, ເກີດປີ 1992) ດ້ວຍບົດລະຄອນຮູບເງົາປະເພດກະຕູນເຊິ່ງມີຊື່ວ່າ “ໂຮງຮຽນ ແມມມູສ”. ລາງວັນແມ່ນການເດີນທາງໄປຮຽນ 5 ມື້ ທີ່ Los Angeles (ອາເມລິກາ) ສໍາລັບບັນດານັກສ້າງຮູບເງົາໜຸ່ມ.

ລາງວັນທີ 2 ແມ່ນບົດລະຄອນທີ່ມີຊື່ວ່າ “ຕື້ລືກວັນດວານ” ຂອງ ນັກຂຽນ ດວນເຕິດດາດ (1994) ດ້ວຍລາງວັນແມ່ນອຸປະກອນຖ່າຍຮູບເງົາເປັນໂທລະສັບ ເຊິ່ງມີມູນຄ່າແມ່ນ 1.500 ໂດລາ.

ງານ​ແຂ່ງຂັນ​ໃນຄັ້ງ​ນີ້ ​ແມ່ນ​ຈັດ​ໂດຍ​ສະມາຄົມຊຸກຍູ້​ການພັດທະນາ​ຮູບ​ເງົາ​ຫວຽດນາມ (VFD) ສົມທົບ​ກັບ​ສະມາຄົມ​ຮູບ​ເງົາ​ອາ​ເມ​ລິ​ກາ (MPA).

ໜຸ່ມສອງຄົນ ກໍໄດ້ຂ້າມຜ່ານຜູ້ເຂົ້າແຂ່ງຂັນ ຈໍານວນ 8 ຄົນເພື່ອໄດ້ຮັບລາງວັນ. ງານແຂ່ງຂັນ Film Pitching ໄດ້ຈັດມາກ່ອນ ໂດຍ VFD ລິເລີ່ມແຕ່ປີ 2020 ແຕ່ຕ້ອງຖືກໂຈະຊົ່ວຄາວ ຍ້ອນມີການລະບາດຂອງພະຍາດໂຄວິດ-19, ຈົນເຖິງປັດຈຸບັນຈຶ່ງສາມາດດຳເນີນຕໍ່ໄດ້.

ຄຽງຂ້າງກັບ 2 ໂຄງການທີ່ໄດ້ຮັບລາງວັນແລ້ວ, 8 ໂຄງການທີ່ຍັງເຫຼືອ ກໍມີຫຼາຍຈຸດເດັ່ນທາງດ້ານວັດທະນະທໍາພື້ນເມືອງທີ່ໜ້າສົນໃຈເຊັ່ນ “ຄືນອ໋າດ່າວ” (ນັກຂຽນ ດັ້ງທູຮ່າ); ການ​ປະ​ສົມ​ປະ​ສານ​ຂອງ​ເພງ​ເອ​ກະ​ລາດ ແລະ ເຝີ ໃນ “ເຝີ indie” (ຜູ້ກຳ​ກັບການສະແດງ ​ຫງວຽນ​ເລ​ຮ່ວາງ​ຫວຽດ), “ສີສັນ” ເວົ້າເຖິງ​ການ​ປົກ​ປັກ​ຮັກ​ສາ​ວັດ​ທະ​ນະ​ທຳຂອງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ (ກຸ່ມ JOS Creative) ຫຼື “ເດ້ຍ ແລະ ນາງ” ແມ່ນອີງຕາມຄວາມ​ເຊື່ອ​ຖືບູຊາພະແມ່​ຢູ່ໃນ​ພາກ​ໃຕ້​ ແລະ ​ຫຼາຍ​ແນວ​ຄວາມ​ຄິດ​ທີ່​ເປັນ​ເອ​ກະ​ລັກ​ອື່ນໆ​.

ຫອມມາລາ

ເຫດການ
302 Found

Found

The document has moved here.