ງານບຸນນະມັດສະການພະທາດຫຼວງ ຂອງລາວ

00:00 | 25/11/2023

ງານບຸນນະມັດສະການພະທາດຫຼວງ ຂອງລາວ

ແຂວງບິ່ງເຟືອກ ມອບຂອງຂວັນໃຫ້ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ປະຊາຊົນທີ່ມີຄວາມຫຍຸ້ງຍາກ ຢູ່ ກຳປູເຈຍ ແລະ ລາວ ແຂວງບິ່ງເຟືອກ ມອບຂອງຂວັນໃຫ້ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ປະຊາຊົນທີ່ມີຄວາມຫຍຸ້ງຍາກ ຢູ່ ກຳປູເຈຍ ແລະ ລາວ
ກວດຜ່ານລາຍງານພົບປະແລກປ່ຽນມິດຕະພາບ ປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ ຄັ້ງທີ 1 ກວດຜ່ານລາຍງານພົບປະແລກປ່ຽນມິດຕະພາບ ປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ ຄັ້ງທີ 1

ຕອນເຊົ້າວັນທີ 27 ພະຈິກ (ມື້ຂຶ້ນ 15 ຄ່ຳເດືອນ 12 ຄສ ລາວ), ພະສົງ, ພຸດທະສາສະນິກະຊົນທີ່ມາຈາກທົ່ວປະເທດລາວ ນັບພັນຄົນໄດ້ມາເຕົ້າໂຮມຢູ່ສະໜາມຫຼວງທາດຫຼວງເພື່ອເຂົ້າຮ່ວມພິທີໃສ່ບາດ.

ງານບຸນນະມັດສະການພະທາດຫຼວງ ຂອງລາວ

ປະຊາຊົນນັບພັນຄົນເຂົ້າຮ່ວມງານບຸນນະມັດສະການພະທາດຫຼວງຂອງລາວ. ພາບ: laodong.vn

ຕາມຄະນະຈັດຕັ້ງ, ບຸນນະມັດສະການພະທາດຫຼວງແກ່ຍາວປະມານ 1 ອາທິດ, ແຕ່ພິທີທາງສາສະໜາຕົ້ນຕໍແມ່ນຈັດຂຶ້ນໃນວັນທີ 26 ແລະ 27 ພະຈິກ (ມື້ຂຶ້ນ 14 ແລະ 15 ຄ່ຳ ຄສ ຂອງລາວ). ງານບຸນໄດ້ຈັດຂຶ້ນຢູ່ສະໜາມຫຼວງທາດຫຼວງ, ນີ້ແມ່ນແຫ່ງທີ່ມີສະຖາປັດຕະຍະກຳດ້ວຍສີສັນວັດທະນະທຳທີ່ເປັນເອກະລັກສະເພາະຂອງລາວ.

ວັດທະນະທຳທີ່ເປັນມູນເຊື້ອອັນດີງາມຂອງງານບຸນພະທາດຫຼວງ ໄດ້ດຶງດູດຄວາມສົນໃຈຂອງຊາວຕ່າງປະເທດທີ່ພວມດຳລົງຊີວິດ ແລະເຮັດວຽກຢູ່ລາວ ກໍ່ຄືນັກທ່ອງທ່ຽວຕ່າງປະເທດທີ່ຢາກຄົ້ນຫາຮີດຄອງປະເພນີວັດທະນະທຳທີ່ເປັນມູນເຊື້ອອັນດີງາມຂອງຄົນລາວ.

ບຸນພະທາດຫຼວງປີນີ້ນອກຈາກດໍາເນີນພິທີທາງສາສະໜາຂອງລາວ ແລ້ວ, ຍັງມີງານຕະຫຼາດນັດວາງສະແດງ ແລະຊື້-ຂາຍສິນຄ້າພາຍໃນ ແລະຕ່າງປະເທດ ເຊິ່ງຈັດຂຶ້ນໃນລະຫວ່າງວັນທີ 23-27 ພະຈິກ, ດ້ວຍຮ້ານວາງສະແດງນັບພັນຮ້ານ, ລວມມີຜະະລິດຕະພັນ, ສິນຄ້າຫຼາຍປະເພດຂອງບັນດາອົງການຈັດຕັ້ງ, ຫົວໜ່ວຍ, ທ້ອງຖິ່ນໃນທົ່ວປະເທດລາວ ແລະຮ້ານວາງສະແດງສິນຄ້າຂອງປະເທດບ້ານໃກ້ເຮືອນຄຽງ.

ໃນຕອນຄໍ່າວັນດຽວກັນ (27 ພະຈິກ), ໄດ້ດຳເນີນພິທີວຽນທຽນ ເຊິ່ງພຸດທະສາສະນິກະຊົນນັບພັນຄົນຖືທຽນຍ່າງ 3 ຮອບ ອ້ອມເດີ່ນຫຍ້າພາຍໃນພະທາດຫຼວງ. ສິ້ນສຸດງານບຸນພະທາດຫຼວງ, ມີການແຂ່ງຂັນຍິງບັ້ງໄຟດອກ ເພື່ອເປັນການອຳລາ, ນັບພົບກັນໃນງານບຸນພະທາດຫຼວງປີໜ້າທັງເປັນຂີດໝາຍຜົນສຳເລັດຂອງງານບຸນພະທາດຫຼວງ ປີ 2023.

ບູນມີ

ເຫດການ
302 Found

Found

The document has moved here.