ຄະນະກຳມະການປະຊາຊົນແຂວງ ເປີດກອງປະຊຸມກ່ຽວກັບໂຄງການຂົນສົ່ງຖ່ານຫີນຈາກ ລາວ ໄປ ຫວຽດນາມ

18:54 | 28/05/2024

ຍສໝ - ຕອນ​ບ່າຍ​ວັນ​ທີ 27 ພຶດສະພາ, ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ສະ​ຫາຍ ຫວໍວັນ​ຮຶງ, ຮອງ​ເລ​ຂາ​ຄະ​ນະ​ພັກ​ແຂວງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ; ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ໄດ້​ຈັດ​ກອງ​ປະຊຸມ​ເພື່ອ​ຮັບ​ຟັງ​ບົດ​ລາຍ​ງານ​ການ​ຜັນ​ຂະຫຍາຍ​ໂຄງການ​ຂົນ​ສົ່ງ​ຖ່ານ​ຫີນ​ຈາກ ​ລາວ​ ໄປ​ ຫວຽດນາມ ຜ່ານ​ດ່ານ​ສາກົນ ​ລາ​ໄລ ​ແລະ ​ໂຄງການ​ລົງທຶນ​ກໍ່ສ້າງ​ເສັ້ນທາງ​ຫຼວງ​ແຫ່ງ​ຊາດ 15D ​ແຕ່​ທາງ​ຫຼວງ​ແຫ່ງ​ຊາດ ເລກ 1 ຫາເສັ້ນທາງ ​ໂຮ່ຈີ​ມິນ ສາຂາທິດຕາເວັນຕົກ.

ເພື່ອ​ໃຫ້ສາຍນ້ຳໃຕ້ດິນຫຼໍ່ລ້ຽງ​ນໍ້າໃຈມິດຕະພາບ​ ​ຫວຽດນາມ- ລາວ ​ຕະຫຼອດ​ໄປ
ຈະມີເສັ້ນທາງຄວາມໄວສູງ ຈາກ ລາວ - ໄທ ໄປ ຫວຽດນາມ

ໂຄງການກໍ່ສ້າງລະບົບລໍາລຽງເພື່ອຂົນສົ່ງຖ່ານຫີນຈາກ ລາວ ໄປ ຫວຽດນາມ ຢູ່ບໍລິເວນເຂດແຄວ້ນ ຫວຽດນາມ ຕາແສງ ອາງໍ່, ເມືອງດັກຣົງ, ແຂວງກວາງຈິ, ໂດຍ ບໍລິສັດ ນາມຕ໋ຽນ ຈຳກັດ ໄດ້ຍື່ນສະເໜີສຳເນົາເອກະສານ ໃນວັນທີ 26 ມີນາ ທີ່ຜ່ານມານີ້. ເປົ້າໝາຍຂອງໂຄງການແມ່ນຊ່ວຍຫຼຸດເວລາ ແລະ ເພີ່ມທະວີປະລິມານຂອງຖ່ານຫີນທີ່ຜ່ານດ່ານ; ຫຼຸດຜ່ອນຄວາມແອອັດຂອງການສັນຈອນ ແລະ ມົນລະພິດສິ່ງແວດລ້ອມຢູ່ເຂດຊາຍແດນ. ຕາມ​ການ​ສະ​ເໜີ, ສາຍ​ຂົນ​ສົ່ງ​ຖ່ານ​ຫີນ​ຂອງ​ໂຄງການ​ຈະ​ຂ້າມ​ເສັ້ນທາງຊາຍ​ແດນ​ຢູ່​ດ່ານ​ສາກົນ​ ລາໄລ (ກວາງ​ຈີ, ຫວຽດນາມ)-ລາ​ໄລ (ສາລະ​ວັນ, ລາວ) ຍາວ​ປະມານ 5,5 ກິ​ໂລ​ແມັດ; ຄາດຄະເນສະມັດຕະພາບ 6,000 ໂຕນ/ຊົ່ວໂມງ. ຈຸດ​ເລີ່ມ​ຕົ້ນ​ຂອງ​ສາຍ​ສົ່ງ​ແມ່ນ​ຢູ່​ສາງ​ໃນ​ ລາວ, ຫ່າງ​ຈາກ​ດ່ານ​ຊາຍ​ແດນ​ ລາ​ໄລ ປະ​ມານ 200 ແມັດ; ຈຸດ​ສຸດ​ທ້າຍ​ແມ່ນ​ຢູ່​ທີ່​ສາງ​ໃນ​ຕາ​ແສງ​ ອາ​ງໍ່, ເມືອງ​ດັກຣົງ, ຫ່າງ​ຈາກ​ດ່ານ​ຊາຍ​ແດນ​ ລາ​ໄລ 4,4 ກິ​ໂລ​ແມັດ. ​ໂຄງການ​ດັ່ງກ່າວ​ມີ​ຍອດ​ຈຳນວນ​ເງິນ​ລົງທຶນ 1.489,2 ຕື້​ດົ່ງ, ມີ​ຄວາມ​ຕ້ອງການ​ນຳ​ໃຊ້​ທີ່​ດິນ 23,82 ​ເຮັກຕາ; ຄາດ​ວ່າ​ການ​ກໍ່ສ້າງ​ຈະ​ດຳ​ເນີນ​ໃນ​ກາງ​ປີ 2024 ​ແລະ ​ເລີ່​ມນຳເຂົ້າເຄື່ອນໄຫວ​ໃນ​ປີ 2025.

ບົດ​ລາຍ​ງານ​ການ​ສຶກສາ​ຄວາມ​ເປັນ​ໄປ​ໄດ້​ຂອງ​ໂຄງການ​ລົງທຶນ​ກໍ່ສ້າງ​ເສັ້ນທາງ​ຫຼວງ​ແຫ່ງ​ຊາດ 15D ​ແຕ່​ທາງ​ຫຼວງ​ແຫ່ງ​ຊາດ ເລກ 1 ຫາ ​ເສັ້ນທາງ ​ໂຮ່ຈິ​ມິນ ສາຂາທິດຕາເວັນຕົກ ​ໃນ​ຮູບ​ແບບ​ການ​ຮ່ວມ​ທຸລະກິດ ພາກ​ລັດ - ​ເອກະ​ຊົນ - PPP ​ໂດຍ​ບໍລິສັດ​ຫຸ້ນ​ສ່ວນກຸ່ມຮ່ວມທຸລະກິດ​ ​ຮວ່າງ​ເຊີນ - ບໍລິສັດ Phonesack ຫວຽດນາມ ຈຳກັດ - ບໍລິສັດ ນາມຕ໋ຽນ ຈຳກັດ. ຄວາມຍາວຂອງເສັ້ນທາງແມ່ນປະມານ 42.53 ກິໂລແມັດ.

ຄະນະກຳມະການປະຊາຊົນແຂວງ ເປີດກອງປະຊຸມກ່ຽວກັບໂຄງການຂົນສົ່ງຖ່ານຫີນຈາກ ລາວ ໄປ ຫວຽດນາມ

ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ທ່ານ ຫວໍວັນຮຶງ ກ່າວ​ຄຳ​ປາໄສທີ່ກອງ​ປະ​ຊຸມ.

ກ່າວ​ຄຳປາໄສສະຫຼຸບ​ທີ່​ກອງ​ປະຊຸມ, ທ່ານ ຫວໍວັນ​ຮຶງ ຢືນຢັນ​ວ່າ: ​ໂຄງການ​ກໍ່ສ້າງ​ລະບົບ​ລຳລຽງ​ຂົນ​ສົ່ງ​ຖ່ານ​ຫີນ​ຈາກ ​ລາວ ​ໄປ ຫວຽດນາມ ​ແມ່ນ​ໂຄງການ​ສຳຄັນ​ຂອງ​ແຂວງ​ດ້ວຍ​ຮູບ​ການ​ຄົມມະນາຄົມ​ໃໝ່​ໃນ​ທົ່ວ​ປະ​ເທດ​ກໍ່​ຄື​ທົ່ວ​ພາກ​ພື້ນ ​ແລະ ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ລັດ​ຖະ​ບານ, ກະ​ຊວງ ແລະ ຂະ​ແໜງ​ການ​ສູນ​ກາງ. ເມື່ອ​ໂຄງການ​ດັ່ງກ່າວ​ໄດ້​ຮັບ​ການນຳເຂົ້າ​ເຄື່ອນ​ໄຫວ​ ຈະ​ສ້າງ​ການ​ເຕີບ​ໂຕ​ໃໝ່​ດ້ານ​ເສດຖະກິດ-ສັງຄົມ, ພ້ອມ​ກັນ​ນັ້ນ ​ກໍ່​ສ້າງ​ເງື່ອນ​ໄຂ​ສະດວກ ​ແລະ ຊຸກຍູ້​ໃຫ້​ບັນດາ​ວິ​ສາ​ຫະກິດ​ລົງທຶນ​ຜະລິດ ​ແລະ ດຳ​ເນີນ​ທຸລະ​ກິດ​ຢູ່​ພາກ​ຕາ​ເວັນ​ຕົກ​ຂອງ​ແຂວງ.

​ເພື່ອ​ໃຫ້​ໂຄງການ​ຜັນ​ຂະຫຍາຍ​ການ​ລົງທຶນ ​ແລະ ເຄື່ອນໄຫວ​ຢ່ງ​ໄວວາ, ທ່ານ​ໄດ້​ຊີ້​ນຳ ​ແລະ ມອບ​ໜ້າ​ທີ່​ຮັບຜິດຊອບ​ລະອຽດໃຫ້​ບັນດາ​ຂະແໜງການ ​ແລະ ຫົວໜ່ວຍ​ທີ່​ກ່ຽວຂ້ອງ ສືບ​ຕໍ່​ດຳ​ເນີນ​ບັນດາຂັ້ນຕອນ​ໃຫ້​ສົມບູນ​ແບບ ພ້ອມ​ທັງ​ແກ້​ໄຂ​ບັນຫາ​ຫຍຸ້ງຍາກ ​ແລະ ​ເກີດ​ຂຶ້ນໃໝ່ ເພື່ອ​ໃຫ້​ຜູ້​ລົງທຶນມີພື້ນຖານເພື່ອຜັນຂະຫຍາຍ​ໄດ້ໂດຍໄວ.

ສຳລັບໂຄງການ​ລົງທຶນ​ກໍ່ສ້າງ​ທາງ​ຫຼວງ​ແຫ່ງ​ຊາດ 15D, ​ແຕ່​ທາງ​ຫຼວງ​ແຫ່ງ​ຊາດ ເລກ 1 ຫາ​ເສັ້ນທາງ ໂຮ່ຈີ​ມິນ ສາຂາ​ຕາ​ເວັນ​ຕົກ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ທ່ານ ຫວໍວັນຮຶງ ​ໃຫ້​ຮູ້​ວ່າ: ການ​ລົງທຶນ​ກໍ່ສ້າງ​ທາງ​ຫຼວງ​ແຫ່ງ​ຊາດ 15D ໄດ້ປະກອບສ່ວນສ້າງ​ເສັ້ນທາງ​ຂະ​ໜານກັນກັບແລວເສດຖະກິດຕາເວັນຕົກ-ຕາເວັນອອກ​ ແນໃສ່ເພື່ອເພີ່ມທະວີການຄ້າສິນຄ້າຜ່ານດ່ານຊາຍແດນ ລາໄລ, ນີ້ແມ່ນດ່ານຊາຍແດນສາກົນແຫ່ງທີ 2 ຂອງແຂວງ ກວາງຈີ ເຊື່ອມຕໍ່ເຂດພາກກາງຕອນເໜືອ ແລະ ເຂດແຄມທະເລພາກກາງກັບພາກໃຕ້ຂອງ ລາວ, ພາກຕາເວັນອອກຂອງ ໄທ ແລະ ສ້າງເປັນສາມຫຼ່ຽມພັດທະນາ ຫວຽດນາມ-ລາວ-ກຳປູເຈຍ. ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ຂົນ​ສົ່ງ​ສິນຄ້າຄ່ຽນຖ່າຍສາກົນ​ຜ່ານບັນດາ​ທ່າ​ກຳ​ປັ່ນ​ທະ​ເລ​ພາກ​ກາງ​ ຫວຽດນາມ ຂອງບັນດາ​ແຂວງ​ພາກ​ໃຕ້​ຂອງ ​ລາວ, ພາກ​ຕາ​ເວັນ​ອອກ​ຂອງ ​ໄທ ​ແລະ ພາກ​ຕາ​ເວັນ​ອອກ​ສ່ຽງ​ເໜືອ​ຂອງ​ ກຳປູ​ເຈຍ, ປະກອບສ່ວນ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ຮັກສາ​ການ​ປ້ອງ​ກັນ​ປະ​ເທດ, ຄວາມ​ໝັ້ນຄົງ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ການພົບປະ​ແລກປ່ຽນ​ກໍ​ຄື​ການ​ຮ່ວມ​ມື​ດ້ານ​ການ​ຄ້າ, ການນໍາເຂົ້າ ແລະ ສົ່ງອອກ. ທ່ານໄດ້ມອບໃຫ້ຄະນະຄຸ້ມຄອງໂຄງການລົງທຶນກໍ່ສ້າງຂັ້ນແຂວງ ເປັນຈຸດປະສານງານ ເພື່ອຊ່ວຍຜູ້ລົງທຶນ ໄດ້ດຳ​ເນີນ​ບັນດາຂັ້ນຕອນ, ສຳເນົາເອກະສານ ແລະ ບັນດາບັນຫາທີ່ກ່ຽວຂ້ອງ​ໃຫ້​ສົມບູນ​ແບບ ເພື່ອຈັດຕັ້ງປະຕິບັດໂຄງການເສັ້ນທາງຫຼວງແຫ່ງຊາດ 15D ຢ່າງໄວວາ.

ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ລາວ ຮ່ວມ​ແຮງ​ຮ່ວມ​ໃຈ​ກັບ​ຊາວ​ລາວ ຍູ້​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ຖອຍ​ໄປ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ລາວ ຮ່ວມ​ແຮງ​ຮ່ວມ​ໃຈ​ກັບ​ຊາວ​ລາວ ຍູ້​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ຖອຍ​ໄປ

ຍ​ສ​ໝ - ເພື່ອ​ຮັບ​ມື​ກັບ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19, ໃນ​ລະ​ຫວ່າງວັນ​ທີ 2 – 3 ພ​ຶດ​ສະ​ພາ, ບັນ​ດາ​ພະ​ນັກ​ງານ​ລາວ ໄດ້​ສົມ​ທົບ​ກັບ​ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ນະ​ຄອນຫຼວງວຽງ​ຈັນ​ດຳ​ເນີນ​ການ​ເອົາ​ຕົວ​ຢ່າງ​ໄປ​ວິ​ໄຈ​ໃຫ້​ແກ່​ຊາວ​ຫວຽດ​ນາມ ປະ​ທານ 200 ຄົນ ທີ່​ພວມ​ດຳ​ລົງ​ຊີ​ວິດ ແລະ ເຮັດ​ວຽກ​ຢູ່ ເມືອງ ທາດຫຼວງ, ນາ​ໄຊ ແລະ ເຂດ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ລາວ, ...

ໃນໄລຍະ 3 ປີ ສປປ ລາວ ສົ່ງອອກສິນຄ້າພາຍໃຕ້ ສິດທິພິເສດ ໄປ ສປ ຈີນ 200 ກວ່າລ້ານໂດລາ ໃນໄລຍະ 3 ປີ ສປປ ລາວ ສົ່ງອອກສິນຄ້າພາຍໃຕ້ ສິດທິພິເສດ ໄປ ສປ ຈີນ 200 ກວ່າລ້ານໂດລາ

ອີງ​ຕາມ​ຂໍ້​ມູນ​ຂອງ​ສູນ​ຂໍ້​ມູນ​ຂ່າ​ວສານ​ ທາງ​ດ້ານ​ການ​ຄ້າ​ຂອງ ສປປ ລາວ ​ແຈ້ງໃຫ້ຮູ້​ວ່າ ພາຍຫລັງມີການເປີດຕະຫລາດສິດທິພິເສດ ທາງດ້ານການຄ້າ ທີ່ ສປປ ລາວ ແລະ ສປ ຈີນ ເປັນພາຄີຮ່ວມກັນ ປະກອບມີ 3 ຂອບສັນຍາ ຄື: ສັນຍາການຄ້າເສລີ ອາຊຽນ - ສປ ຈີນ ຟອມ E, ...

ມິງດຶກ

ເຫດການ
302 Found

Found

The document has moved here.