ເພື່ອ​ໃຫ້ສາຍນ້ຳໃຕ້ດິນຫຼໍ່ລ້ຽງ​ນໍ້າໃຈມິດຕະພາບ​ ​ຫວຽດນາມ- ລາວ ​ຕະຫຼອດ​ໄປ

09:45 | 10/10/2023

ຍສມ - ການເບິ່ງແຍງນັກສຶກສາລາວ ທີ່ສຶກສາຮໍ່າຮຽນຢູ່ຫວຽດນາມ ດ້ວຍບັນດາກິດຈະກໍາທີ່ແທດຈິງເຊັ່ນ: ມອບທຶນການສຶກສາ, ໄປຢູ່ເຮືອນປະຊາຊົນ; ເຕົ້າ​ໂຮມ​ປະຊາຊົນ​ທຸກ​ຊັ້ນ​ວັນນະ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ມິດຕະພາບ ​ຫວຽດນາມ - ລາວ; ຂົນຂວາຍໃຫ້​ພັກ ​ແລະ ລັດ ລາວ ​ຮັບ​ຮອງເອົສບັນດາ​ຮ່ອງຮອຍປະຫວັດສາດເສັ້ນທາງ​ໂຮ່ຈິ​ມິນ ທາງ​ທິດຕາ​ເວັນ​ຕົກ ​ສາຍພູຫຼວງ (ສາຍພູເຈື່ອງ​ເຊີນ) ​ເປັນ​ມໍລະດົກ​ຂອງ​ຊາດ​ລາວ... ນັ້ນ​ແມ່ນ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ ​ແລະ ຂໍ້​ສະ​ເໜີ​ຂອງ​ບັນດາ​ສະມາຊິກ ​ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ ເພື່ອ​ໃຫ້ສາຍນ້ຳໃຕ້ດິນຫຼໍ່ລ້ຽງ​ນໍ້າໃຈມິດຕະພາບ​ ​ຫວຽດນາມ- ລາວ ​ຕະຫຼອດ​ໄປ.

ການ​ຮ່ວມ​ມື​ວຽກງານ​ປ້ອງ​ກັນ​ຊາດ ​ແມ່ນ​ໜຶ່ງ​ໃນ​ບັນດາ​ເສົາ​ຄ້ຳ​ສຳຄັນຂອງ​ການ​ພົວພັນ​ ຫວຽດນາມ - ລາວ ການ​ຮ່ວມ​ມື​ວຽກງານ​ປ້ອງ​ກັນ​ຊາດ ​ແມ່ນ​ໜຶ່ງ​ໃນ​ບັນດາ​ເສົາ​ຄ້ຳ​ສຳຄັນຂອງ​ການ​ພົວພັນ​ ຫວຽດນາມ - ລາວ
ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ ຫວຽດນາມ - ລາວ ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ ຫວຽດນາມ - ລາວ

ເພື່ອ​ໃຫ້ສາຍນ້ຳໃຕ້ດິນຫຼໍ່ລ້ຽງ​ນໍ້າໃຈມິດຕະພາບ​ ​ຫວຽດນາມ- ລາວ ​ຕະຫຼອດ​ໄປ

ການເບິ່ງແຍງນັກສຶກສາລາວ ທີ່ສຶກສາຮໍ່າຮຽນຢູ່ຫວຽດນາມ ດ້ວຍບັນດາກິດຈະກໍາທີ່ແທດຈິງເຊັ່ນ: ມອບທຶນການສຶກສາ, ໄປຢູ່ເຮືອນປະຊາຊົນ; ເຕົ້າ​ໂຮມ​ປະຊາຊົນ​ທຸກ​ຊັ້ນ​ວັນນະ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ມິດຕະພາບ ​ຫວຽດນາມ - ລາວ; ຂົນຂວາຍໃຫ້​ພັກ ​ແລະ ລັດ ລາວ ​ຮັບ​ຮອງເອົສບັນດາ​ຮ່ອງຮອຍປະຫວັດສາດເສັ້ນທາງ​ໂຮ່ຈິ​ມິນ ທາງ​ທິດຕາ​ເວັນ​ຕົກ ​ສາຍພູຫຼວງ (ສາຍພູເຈື່ອງ​ເຊີນ) ​ເປັນ​ມໍລະດົກ​ຂອງ​ຊາດ​ລາວ... ນັ້ນ​ແມ່ນ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ ​ແລະ ຂໍ້​ສະ​ເໜີ​ຂອງ​ບັນດາ​ສະມາຊິກ ​ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ ເພື່ອ​ໃຫ້ສາຍນ້ຳໃຕ້ດິນຫຼໍ່ລ້ຽງ​ນໍ້າໃຈມິດຕະພາບ​ ​ຫວຽດນາມ- ລາວ ​ຕະຫຼອດ​ໄປ.

ທ່ານ​ນາງ ດິ່ງທິແທ່ງຈຸກ, ຮອງ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ​ຫວຽດ​ນາມ - ລາວ ​ນະ​ຄອນ ດ່າ​ນັ້ງ:

ການຊ່ວຍເຫຼືອທີ່ແທດຈິງ, ເໝາະສົມກັບຄວາມຮຽກຮ້ອງຕ້ອງການຂອງປະຊາຊົນປະເທດເພື່ອນລາວ

ນັກສຶກສາລາວ ທີ່ມາຮ່ຳຮຽນຢູ່ນະຄອນ ດ່ານັ້ງ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ນະຄອນ ດ່ານັ້ງ (ສະມາຄົມ) ແມ່ນໜ່ວຍງານທີ່ຕ້ອນຮັບ ແລະ ຊ່ວຍເຫຼືອເຂົາເຈົ້າທາງດ້ານການກິນຢູ່ພັກເຊົາ ແລະ ການດຳລົງຊີວິດຢູ່ ດ່ານັ້ງ. ສະ​ມາ​ຄົມ​ໄດ້ຍູ້ແຮງ​ໂຄງ​ການໄປຢູ່ເຮືອນນຳປະຊາຊົນ ເພື່ອ​ດູ​ແລນ້ອງໆ. ໃນ​ແຕ່ລະ​ປີມີ​ນັກຮຽນ​ລາວ ​ປະມານ 100 ຄົນ​ໄປ​ຢູ່​ກັບ​ແຕ່ລະຄອບຄົວຊາວຫວຽດນາມ ​ເປັນ​ເວລາ 2-3 ອາທິດ ​ແລະ ໃນໄລຍະຈະມາເຖິງນີ້ແມ່ນ 4-6 ອາທິດ​ ເພື່ອມີ​ໂອກາດ​ແລກປ່ຽນ, ຮ່ຳຮຽນ​ກ່ຽວ​ກັບ​ວັດທະນະທຳ ຫວຽດນາມ, ​ແລະ ​ເຊື່ອມ​ໂຍງ​ກັບ​ຄອບຄົວ​ຊາວ​ຫວຽດນາມ. ຈາກ​ນັ້ນ, ກໍ່ຈະສ້າງ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ສະໜິດສະໜົມ ​ລະຫວ່າງ​ຄົນ​ລຸ້ນຫຼັງ​ຂອງ​ລາວ ​ແລະ ປະຊາຊົນ ຫວຽດນາມ.

ສະມາຄົມ​ຍັງ​ຈັດ​ຕັ້ງ​ຫຼາຍ​ໂຄງການ​ໃຫ້ແກ່ນ້ອງໆ​ເຊັ່ນ: ຮຽກຮ້ອງ ​ແລະ ປຸກລະດົມການ​ໃຫ້​ທຶນການ​ສຶກສາ​ຈາກ​ມະຫາວິທະຍາ​ໄລ; ມອບທຶນການສຶກສາ 100% ໃຫ້ແກ່ນັກສຶກສາ ໂດຍສະເພາະແມ່ນນັກສຶກສາລາວ ທີ່ປະສົບກັບຄວາມຫຍຸ້ງຍາກ.

Bà Đinh Thị Thanh Trúc, Phó Chủ tịch Hội hữu nghị Việt Nam - Lào thành phố Đà Nẵng trao đổi với phóng viên Thời Đại. (Ảnh: Thu Hà) ທ່ານນາງ ດິ່ງທິແທ່ງຈຸກ, ຮອງປະທານສະມາຄົມມິດຕະພາບຫວຽດນາມ - ລາວ ຢູ່ນະຄອນ ດ່ານັ້ງ ໄດ້ໃຫ້ສໍາພາດ ກັບນັກຂ່າວວາລະສານຍຸກສະໄໝ (Thoi Dai). (ພາບ: ທູ່ຮາ)
ທ່ານນາງ ດິ່ງທິແທ່ງຈຸກ, ຮອງປະທານສະມາຄົມມິດຕະພາບຫວຽດນາມ - ລາວ ຢູ່ນະຄອນ ດ່ານັ້ງ ໄດ້ໃຫ້ສໍາພາດກັບນັກຂ່າວວາລະສານຍຸກສະໄໝ (ພາບ: ທູ່ຮາ)

ພວກຂ້າພະເຈົ້າ ຫວັງ​ວ່າ ​ໃນ​ໄລຍະ​ຕໍ່ໜ້ານີ້, ນອກຈາກ​ບັນດາ​ການ​ເຄື່ອນ​ໄຫວເບິ່ງ​ແຍງ​ດູ​ແລນ້ອງໆ​ນັກຮຽນ​ລາວ ທີ່​ຮ່ຳຮຽນ​ຢູ່ ຫວຽດນາມ ​ເວົ້າ​ລວມ ​ແລະ ນະຄອນ ດ່າ​ນັ້ງ ​ເວົ້າ​ສະ​ເພາະ, ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ ຈະ​ມີ​ຫລາຍ​ລາຍການກິດຈະກໍາ, ການ​ເຄື່ອນ​ໄຫວແບ່ງປັນຄວາມຫຍຸ້ງຍາກກັບ​ປະຊາຊົນ​ລາວ ຕື່ມອີກ.

ປະຈຸ​ບັນ, ນະຄອນດ່າ​ນັ້ງ ​​ໄດ້ແຮກສ່ຽວ​ກັບ 5 ທ້ອງ​ຖິ່ນ​ຂອງ​ລາວ ເຊິ່ງ​ໄດ້​ມາ​ຢ້ຽມຢາມ ​ແລະ​ ຊ່ວຍ​ເຫຼືອເປັນປະຈຳ. ດ່ານັ້ງ ຍັງ​ມີ​ໂຄງການ ​ເພີ່ມ​ທະວີ​ການ​ພົວພັນກັບ​ບັນດາ​ທ້ອງ​ຖິ່ນ​ຂອງ​ລາວ, ​ໂດຍ​ມອບ​ໃຫ້​ບັນດາ​ກົມ, ຂະແໜງການ, ​ອົງການ​ຈັດ​ຕັ້ງໄດ້ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ (MOU) ກັບ​ທ້ອງ​ຖິ່ນ​ລາວ​ໂດຍ​ກົງ, ​ເພື່ອໃຫ້​ແຕ່ລະ​ອົງການ​ມີ​ການ​ຊ່ວຍ​ເຫຼືອກັນສະ​ເພາະ. ເມື່ອເຂົ້າໃຈເຖິງຄວາມຕ້ອງການສະເພາະຂອງປະຊາຊົນປະເທດລາວ ໃນແຕ່ລະຂົງເຂດ, ເປົ້າໝາຍສະເພາະ , ຈາກນັ້ນ ບັນດາອົງການຈັດຕັ້ງ ກໍ່ຈະສາມາດສະຫນອງການໜູນຊ່ວຍໃຫ້ເຫມາະສົມ ແລະ ແທດຈິງ.

ສະມາຄົມມິດຕະພາບ ຫວຽດນາມ - ລາວ ນະຄອນ ດ່ານັ້ງ ກໍ່ແມ່ນຊ່ອງທາງເຊື່ອມຕໍ່ ລະຫວ່າງບັນດາພະແນກ, ຂະແໜງການຂອງນະຄອນ ແລະ ທ້ອງຖິ່ນຂອງລາວ. ພວກເຮົາມີຄວາມໃກ້ຊິດກັບສະຖານກົງສຸນໃຫຍ່ລາວ ເພື່ອກຳໄດ້ສະຖານະການໃນປະເທດລາວຢ່າງທັນການ ແລະ ຖຶກເປົ້າໝາຍ. ຫວັງວ່າ ໃນໄລຍະຕໍ່ໜ້າ ບັນດາແຂວງ, ນະຄອນ ​ກໍ່ຈະ​ມີ​ບັນດາ​ການ​ເຄື່ອນ​ໄຫວທີ່​ຄ້າຍຄື​ກັນ ​ເພື່ອ​ແບ່ງປັນ ​ແລະ ​ຊ່ວຍເຫຼືອເພື່ອນ​​ຢ່າງທັນການ.

ທ່ານ ຫງວ້ຽນ​ຢ້ວນ​ກິ່ງ, ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ ຫວຽດ​ນາມ - ລາວ, ແຂວງ ໄທ​ງວຽນ:

ດຶງ​ດູດ​ທຸກ​ຄົນ ​ພ້ອມກັນເຂົ້າ​ຮ່ວມກິດຈະກຳການ​ເຄື່ອນ​ໄຫວ​ມິດ​ຕະ​ພາບປະຊາຊົນ ​ຫວຽດ​ນາມ - ລາວ

ຫ່າງຈາກນີ້ 15 ປີ​ກ່ອນ, ​ ສະມາຄົມ​ມິດຕະພາບ​ ຫວຽດນາມ - ລາວ ​ແຂວງ ​ໄທງວຽນ ໄດ້​ຮັບ​ການ​ສ້າງ​ຕັ້ງ​ທຳ​ອິດ ​ມີ​ສະມາຊິກ​ເກືອບ 800 ຄົນ, ​ໃນ​ນັ້ນ 80% ​ແມ່ນ​ນັກຮົບເກົ່າຂອງ​ບັນດາ​ກົມ​ກອງທະຫານ ເຈືອງເຊີ່ນ, ທະຫານອາສາ​ສະໝັກ, ນັກ​ຊ່ຽວຊານ​ການ​ທະຫານ, ​ຊາວ​ໜຸ່ມ​ທີ່​ເຮັດ​ວຽກ ​ແລະ ຕໍ່ສູ້​ຢູ່ ລາວ.

​ແຕ່​ປີ 2010 ​ເຖິງ​ປະຈຸ​ບັນ, ສະມາຄົມ​ໄດ້ມີການພັດທະນາ ແລະ​ ສ້າງ​ຕັ້ງໄດ້ 6​ ສະມາຄົມ​ຂັ້ນ​ເມືອງ ​ແລະ 20 ສະມາຊິກລວມໝູ່, ​ໃນ​ນັ້ນ​ມີ 70 ກວ່າ​ສາຂາສະ​ມາ​ຄົມ​ ທີ່ຂຶ້ນກັບ​ຂັ້ນ​ເມືອງ. ລວມຈໍານວນສະມາຊິກທັງໝົດມີເຖິງ 10.000 ກວ່າຄົນ, ໃນນັ້ນ ມີສະມາຊິກ 3.000 ກວ່າຄົນ ຮ່ວມຊີວິດຢູ່ໃນ 6 ສະມາຄົມຂັ້ນເມືອງ, ສ່ວນທີ່ເຫຼືອແມ່ນສະມາຊິກຮ່ວມສຳພັນໃນບັນດາສະມາຊິກລວມໝູ່. ບັນດາສະມາຊິກທີ່ມີຈຳນວນສະມາຊິກຮ່ວມສຳພັນເປັນ​ຈຳນວນ​ຫຼວງ​ຫຼາຍເຊັ່ນ: ມະຫາວິທະຍາ​ໄລ ​ໄທ​ງວຽນ ມີ​ສະມາຊິກ​ເກືອບ 80.000 ຄົນ; ບໍລິສັດຫຸ້ນສ່ວນການລົງທຶນ ແລະ ການຄ້າ (TNG) ມີສະມາຊິກ 1.500 ກວ່າຄົນ; ບໍລິສັດຫຸ້ນສ່ວນ Gang ເຫຼັກເສັ້ນ ໄທງວຽນ ມີສະມາຊິກ 6.000 ກວ່າຄົນ; ສະມາຄົມ​ມູນເຊື້ອ ​ເຈື່ອງ​ເຊີນ ເສັ້ນທາງ​ໂຮ່ຈີ​ມິນ ມີ​ສະມາຊິກ 1.500 ກວ່າ​ຄົນ. ມາ​ຮອດ​ປະ​ຈຸ​ບັນ, ສະ​ມາ​ຄົມ​ໄດ້ມີການ​ພັດ​ທະ​ນາ​ ແຕ່ຂັ້ນຮາກ​ຖານຮອດ​ແຕ່​ລະ​ຕາ​ແສງ.

Ông Nguyễn Doãn Kình, Chủ tịch Hội hữu nghị Việt Nam - Lào tỉnh Thái Nguyên. (Ảnh: Thu Hà) ທ່ານ ຫງວ້ຽນຢ້ວນກິ່ງ, ປະທານສະມາຄົມມິດຕະພາບຫວຽດນາມ - ລາວ, ແຂວງ ໄທງວຽນ. (ພາບ: Thu Ha)
ທ່ານ ຫງວ້ຽນຢ້ວນກິ່ງ, ປະທານສະມາຄົມມິດຕະພາບ ຫວຽດນາມ - ລາວ, ແຂວງ ໄທງວຽນ. (ພາບ: Thu Ha)

ໂດຍໄດ້ມີຖັນແຖວສະມາຊິກສະມາຄົມຢູ່ໃນທຸກເປົ້າໝາຍ, ຂະ​ແໜງ​ການຕ່າງໆ​ໃນ​ສັງຄົມ ກ່ອນອື່ນໝົດແມ່ນເລີ່ມຈາກຄວາມຮັບຮູ້ທີ່ຖືກຕ້ອງກ່ຽວ​ກັບ​ສາຍພົວພັນ​ແບບ​ພິ​ເສດ ​ຫວຽດນາມ - ລາວ ​ຂອງບັນດາການນຳແຕ່ລະ​ຂັ້ນຂອງ​ແຂວງ ​ໄທງວຽນ, ບັນດາ​ພະ​ແນ​ກ, ຂະແໜງການ, ໝູ່ຄະນະ ​ແລະ ໄດ້ຮັບການສະໜັບສະໜູນ, ຮ່ວມມືຈາກອົງການຈັດຕັ້ງ, ມະຫາວິທະຍາ​ໄລ, ວິສາຫະກິດ… ​ໃນ​ທົ່ວແຂວງ.

ສະມາຄົມ​ໄດ້​ເຄື່ອນ​ໄຫວ​ໂຄສະນາປະຫວັດສາດກ່ຽວກັບ​ສາຍ​ພົວພັນ​ແບບ​ພິ​ເສດ ​ຫວຽດນາມ - ລາວ ຢ່າງຕັ້ງໜ້າ, ​ແນະນຳ​ປະ​ເທດ​ຊາດ, ປະຊາຊົນ, ວັດທະນະທຳ​ລາວ​ ໃຫ້​ແກ່​ປະຊາຊົນ​ແຂວງ ໄທ​ງວຽນ, ​ໃນ​ນັ້ນ ​ມີ​ບັນດາ​ເນື້ອ​ໃນ​ກ່ຽວ​ກັບມູນເຊື້ອນ້ຳ​ໃຈ​ສາມັກຄີ, ມິດຕະພາບ​ຂອງ​ອົງຄະນະ​ພັກ ​ແລະ ປະຊາຊົນ​ໄ​ທງວຽນ ກັບ ລາວ. ສະມາຄົມໄດ້ປະສົມທົບກັບຄະນະໂຄສະນາສຶກສາແຂວງ ແລະ ພະແນກວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງເຊັ່ນ: ໂຮມມິດຕິງ ແລະ ພົບປະມິດຕະພາບ ເນື່ອງໃນໂອກາດວັນຊາດ ແລະ ວັນບຸນປີໃໝ່ຕາມປະເພນີຂອງສອງປະເທດ; ພິມ​ຈຳໜ່າຍ​ປຶ້ມ​ກ່ຽວ​ກັບ​ສາຍ​ພົວພັນ​ແບບ​ພິ​ເສດ​ ຫວຽດນາມ - ລາວ ​ແລະ ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ; ລົງພິມ​ຂ່າວ​ໃນພາຫະນະການສື່ສານ; ປຸກລະດົມສະມາຊິກ ແລະ ນັກສຶກສາລາວ ເຂົ້າຮ່ວມແຂ່ງຂັນ ເພື່ອຊອກຮູ້ປະຫວັດຄວາມເປັນມາຂອງສາຍພົວພັນພິເສດລະຫວ່າງສອງປະເທດ; ຈັດ​ຕັ້ງ​ການ​ພົບ​ປະ​ແລກ​ປ່ຽນ​ສິ​ລະ​ປະ, ວັດ​ທະ​ນະ​ທຳ ແລະ ກິ​ລາ​ລະ​ຫວ່າງ​ນັກ​ສຶກ​ສາ​ລາວ ແລະ ຫວຽດ​ນາມ...

ໃນຂົງເຂດເສດຖະກິດ, ສະມາຄົມໄດ້ປະສານສົມທົບກັບບັນດາອົງການ, ວິສາຫະກິດ, ສະຖານທູດລາວ ຈັດຕັ້ງກອງປະຊຸມສຳມະນາກ່ຽວກັບຄວາມສາມາດບົ່ມຊ້ອນ, ສະພາບແວດລ້ອມຂອງການລົງທຶນ, ການຜະລິດ, ດຳເນີນທຸລະກິດ, ການທ່ອງທ່ຽວ; ຊຸກຍູ້​ໃຫ້​ບັນດາ​ທຸລະກິດ, ຜູ້ອອກແຮງງານ​ຢູ່ໃນ​ແຂວງ ໃຫ້ການ​ຮ່ວມ​ມື ​ແລະ ພັດທະນາ​ບັນດາ​ໂຄງການ​ເສດຖະກິດ ​ແລະ ທ່ອງ​ທ່ຽວ ​ລະຫວ່າງ ​ແຂວງ ​ໄທງວຽນ ​ແລະ ລາວ.

​ໃນ​ໄລຍະ​ຈະ​ມາ​ເຖິງ, ສະມາຄົມ​ຈະ​ສືບ​ຕໍ່​ ເປີດກວ້າງທົ່ວ​ສັງ​ຄົມ, ຫັນ​ເປັນ​ການຈັດ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ຂອງສະມາຄົມເປັນຫຼາຍຮູບຫລາຍແບບ, ລະດົມ​ກຳລັງ​ແຮງ​ຄວາມ​ສາມັກຄີຂອງ​ປະຊາຊົນ​ໃນ​ແຂວງ, ປະກອບສ່ວນ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ສາຍ​ພົວພັນ​ແບບ​ພິ​ເສດ​ຫວຽດນາມ - ລາວ ​ໃຫ້​ນັບ​ມື້​ນັບ​ໝັ້ນຄົງແລະ ​ເຂັ້ມ​ແຂງ.

ພຣະ​ອາຈານໃຫຍ່ ​ທິ​ກ​ຟາບ​ຮ້ຽວ, ເຈົ້າອະທິການ ວັດຕາມບາວ, ສະ​ມາ​ຊິກ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ ຢູ່​ນະ​ຄອນ ດ່າ​ນັ້ງ, ຮອງ​ຫົວ​ໜ້າ​ຫ້ອງການ ຄະນະຖະແຫຼງ​ຂ່າວ ແລະ ການ​ສື່​ສານ ​ສູນ​ກາງ​ອົງ​ການ​ພຸດທະສາສະໜາ ຫວຽດ​ນາມ:

ເປີດ​ຫ້ອງ​ຮຽນ​ພາ​ສາ​ຫວຽດ​ໃຫ້​ນັກ​ສຶກ​ສາ​ ແລະ ພຣະ​ສົງລາວ

ເປັນ​ເວ​ລາ​ຫຼາຍ​ປີຜ່ານມາ, ​ວັດ​ຕາມ​ບາວ​ ໄດ້​ຮັບ​ພຣະ​ສົງ​ລາວ​ມາ​ຫວຽດ​ນາມ ​ເຂົ້າ​ຮ່ຳ​ຮຽນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ດ່າ​ນັ້ງ. ປະຈຸ​ບັນ, ນະຄອນ ດ່າ​ນັ້ງ ມີ​ນັກ​ສຶກສາ​ລາວ​ເກືອບ 500 ຄົນທີ່​ພວມ​ຮໍ່າຮຽນ​ຢູ່​ນະຄອນ ດ່າ​ນັ້ງ ​ແລະ ວັດ​ຕາມ​ບາວ ​ແມ່ນ​ສະຖານ​ທີ່​ຈັດພິທີກໍາ​ທາງ​ພຸດທະ​ສາສະໜາ​ ຄື​ກັບ​ບ້ານ​ເກີດ​ເມືອງ​ນອນຂອງພວກນ້ອງ​ຢູ່​ລາວ.

Đại đức Thích Pháp Hiếu, trụ trì chùa Tam Bảo, thành viên Hội hữu nghị Việt Nam - Lào thành phố Đà Nẵng, Phó Chánh văn phòng Ban Thông tin truyền thông Trung ương Giáo hội Phật giáo Việt Nam: ພຣະອາຈານໃຫຍ່ ທິກຟາບຮ້ຽວ, ເຈົ້າອະທິການ ວັດຕ່າມບາວ, ສະມາຊິກສະມາຄົມມິດຕະພາບ ຫວຽດນາມ - ລາວ ຢູ່ນະຄອນ ດ່ານັ້ງ, ຮອງຫົວໜ້າຫ້ອງການ ຄະນະຂໍ້ມູນຂ່າວ ແລະ ການສື່ສານ ສູນກາງອົງການພຸດທະສາສະໜາ ຫວຽດນາມ:
ພຣະອາຈານໃຫຍ່ ທິກຟາບຮ້ຽວ, ເຈົ້າອະທິການ ວັດຕາມບາວ, ສະມາຊິກສະມາຄົມມິດຕະພາບ ຫວຽດນາມ - ລາວ ນະຄອນ ດ່ານັ້ງ, ຮອງຫົວໜ້າຫ້ອງການ ຄະນະຖະແຫຼງຂ່າວ ແລະ ການສື່ສານ ສູນກາງອົງການພຸດທະສາສະໜາ ຫວຽດນາມ:

ຂ້າ​ພະ​ເຈົ້າ​ຫວັງ​ວ່າ 2 ປະ​ເທດ​ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ພິ​ເສດ​ແມ່ນໃນ​ຂົງ​ເຂດ​ການ​ສຶກ​ສາ. ​ທາງ​ວັດ​ຍັງ​ຈະ​ຊຸກຍູ້​ວຽກ​ງານ​ການ​ສຶກສາ ​ແລະ ໜູນ​ຊ່ວຍ​ໃຫ້​ພະສົງ​ລາວ ​ໄປ​ຮ່ຳຮຽນ​ຢູ່​ຫວຽດນາມ.

ຫ້ອງຮຽນພາສາຫວຽດນາມ ສຳລັບພະສົງ ແລະ ນັກສຶກສາລາວ ຢູ່ວັດຕາມບາວ ເລີ່ມມີແຕ່ປີ 2019. ຫ້ອງຮຽນດັ່ງກ່າວ ແນໃສ່ບຳລຸງພາສາຫວຽດນາມ ແລະ ໄວຍາກອນຫວຽດນາມ, ຟັງ-ເວົ້າ-ອ່ານ-ຂຽນ ພາສາຫວຽດນາມ ໃຫ້ແກ່ພະສົງ ແລະ ນັກສຶກສາລາວ ເພື່ອໄປທັນກັບບັນດາຫລັກສູດໃນມະຫາວິທະຍາໄລ.

ໃນ​ໄລຍະ​ຈະ​ມາ​ເຖິງ, ວັດ​ຕາມບາວ ​ຈະ​ສືບຕໍ່ຮັບ​ພຣະສົງ​ລາວ​ຈຳນວນ​ໜຶ່ງ ​ໄປ​ຮຽນ​ຕໍ່​ໃນ​ແຕ່ລະ​ປີ. ວັດຈະ​​ຊ່ວຍ​ດ້ານ​ທຶນ​ຮອນ, ຄ່າ​ຮຽນ, ທີ່​ພັກ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ຄູ​ອາ​ຈານ​ໄປ​ຮ່ຳ​ຮຽນ​ຢູ່​ຫວຽດ​ນາມ.

​ຫວັງ​ວ່າ​ຮູບ​ແບບ​ນີ້​ຈະ​ໄດ້​ຮັບ​ການ​ພັດທະນາ ​ແລະ ຜັນ​ຂະຫຍາຍ​ຢູ່​ບັນດາ​ແຂວງ, ນະຄອນ​ຂອງ​ຫວຽດນາມ. ຜ່ານ​ຊ່ອງທາງ​ພຸດທະ​ສາສະໜາ, ພະສົງ​ລາວ​ຈະ​ຮູ້​ກ່ຽວ​ກັບ​ຫວຽດນາມຫຼາຍກວ່າ, ມາຢ້ຽມຢາມ ​ແລະ ສຶກສາ​ຢູ່​ຫວຽດນາມ​ຕື່ມ​ອີກ, ຈາກ​ນັ້ນ ກໍ່​ປະກອບສ່ວນ​ຊຸກຍູ້ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ເລິກ​ເຊິ່ງກ່ວາ​ເກົ່າ.

ພົນ​ຈັດຕະວາ ​ໂຮ່​ສີ​ເຮົ້າ, ຮອງ​ປະ​ທານ​ສະ​ມາ​ຄົມມູນເຊື້ອ ເຈື່ອງ​ເຊີນ ໂຮ່​ຈີ​ມິນ (ສະ​ມາ​ຄົມ​ ເຈື່ອງ​ເຊີນ ຫວຽດ​ນາມ):

ສະ​ເໜີ​ໃຫ້​ຮັບຮອງ​ເອົາບັນດາເຂດຮ່ອງຮອຍ ​ເສັ້ນທາງ​ໂຮ່ຈີ​ມິນ ​ຢູ່​ດິນແດນລາວ​ ເປັນ​ມໍລະດົກ​ຂອງ​ຊາດ​ລາວ

ເສັ້ນທາງ​ໂຮ່ຈີ​ມິນ​ຢູ່​ທາງທິດຕາ​ເວັນ​ຕົກ ​ເຈື່ອງ​ເຊີນ ​ແມ່ນ​ເຂດ​ອະນຸສອນ​ສະຖານ​ແຫ່ງ​ສາຍ​ພົວພັນ​ສາມັກຄີ​ແບບ​ພິ​ເສດ, ສາຍ​ພົວພັນ​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ລາວ, ປະກອບສ່ວນ​ເພີ່ມ​ພູນ​ຄູນ​ສ້າງ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ຂອງ​ສອງ​ປະ​ເທດ. ລະບົບຮ່ອງຮອຍທາງປະຫວັດສາດນີ້ ໄດ້ແຜ່ລາມໄປທົ່ວ 7 ແຂວງພາກກາງ ແລະ ໃຕ້ຂອງລາວ, ມີຄວາມຫຼາກຫຼາຍ ແລະ ຍາວນານ. ແຕ່ໃນຊຸມປີຜ່ານມາ, ບັນດາຮອງຮ່ອຍປະຫວັດສາດ ໄດ້ຖືກປົກຄຸມດ້ວຍພູປ່າ, ຄ່ອຍໆຂາງຫາຍໄປຈາກພື້ນດິນ, ເຫລືອພຽງແຕ່ຈໍານວນຫນ້ອຍຫນຶ່ງເທົ່ານັ້ນ.

Thiếu tướng Hồ Sĩ Hậu, Phó Chủ tịch Hội truyền thống Trường Sơn đường Hồ Chí Minh Việt Nam. (Ảnh: NVCC) ພົນຈັດຕະວາ ໂຮ່ສີເຮົາ, ຮອງປະທານສະມາຄົມພື້ນເມືອງ ເຈືອງເຊີນ ໂຮ່ຈີມິນ ຫວຽດນາມ. (ພາບ: NVCC)
ພົນຈັດຕະວາ ໂຮ່ສີເຮົ້າ, ຮອງປະທານສະມາຄົມໃູນເຊື້ອ ເຈື່ອງເຊີນ ໂຮ່ຈີມິນ ຫວຽດນາມ. (ພາບ: NVCC)

ສະ​ມາ​ຄົມ ​ເຈື່ອງ​ເຊີນ​ ຫວຽດ​ນາມ ໄດ້​ເດີນ​ທາງ​ໄປ​ສຳ​ຫຼວດ​ຮ່ອງຮອຍປະຫວັດສາດ ​ຢູ່​ແຂວງ​ສະ​ຫວັນ​ນະ​ເຂດ, ສາລະ​ວັນ, ອັດ​ຕະ​ປື (ລາວ)... ເປັນຫຼາຍຄັ້ງ, ຄັ້ງຫລ້າສຸດແມ່ນ​ໃນ​ເດືອນ ມີນາ 2023. ສະມາຄົມ​ໄດ້​ສົມທົບ​ກັບ​ ອຳນາດ​ການ​ປົກຄອງ​ຂອງ​ບັນດາ​ແຂວງ ​ແລະ ​ເມືອງ​ຂອງ​ລາວ ກ່ຽວ​ກັບ​ການ​ອະນຸລັກ​ຮັກສາ​ຮ່ອງຮອຍປະຫວັດສາດ ທາງ​ຕາ​ເວັນ​ຕົກ ເຈື່ອງເຊິ່ນ (Truong Son). ສະ​ມາ​ຄົມ​ຍັງ​ໄດ້​ສົ່ງ​ໜັງສື​​ທາງ​ການ​ເຖິງ​ບັນ​ດາ​ອົງ​ການລັດຂອງ​ຫວຽດ​ນາມ ແລະ ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ​ນະ​ຄອນຫຼວງວຽງ​ຈັນ ກ່ຽວ​ກັບ​ຄຳ​ແນະ​ນຳ ແລະ ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ຂອງ​ສະ​ມາ​ຄົມ ເຈື່ອງ​ເຊີນ ຫວຽດນາມ. ບັນດາການ​ນຳ​ພັກ ​ແລະ ລັດ ຂອງລາວ ​ແລະ ຫວຽດນາມ ລ້ວນ​ແຕ່​ເປັນ​ເອກະ​ພາບ​ສະໜັບສະໜູນ.

ສະມາຄົມ​ມິດຕະພາບ ​ເຈື່ອງ​ເຊີນ​ ຫວຽດ​ນາມ ຫວັງ​ວ່າ​ໃນ​ໄລຍະ​ໃໝ່, ຄະນະ​ບໍລິຫານ​ງານ​ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ສືບ​ຕໍ່​ໂຄສະນາ​ໃຫ້ບັນດາ​ຮ່ອງຮອຍ​ເສັ້ນທາງ​ໂຮ່ຈິ​ມິນ ຢູ່​ລາວ ​ໄດ້​ຮັບ​ການ​ຮັບ​ຮອງ ​ແລະ ຈັດ​ອັນ​ດັບ​ເປັນ​ມໍລະດົກ​ແຫ່ງ​ຊາດ​ລາວ - ມໍລະດົກ​ວັດທະນະທຳ​ຂອງລາວ - ມໍລະດົກຂອງນໍ້າໃຈສາມັກຄີຕໍ່ສູ້ ຫງຍດນາມ - ລາວ.

ອານຸໄຊ ສະຫວັດ

ທ່ານອາດຈະມັກ

ເຫດການ