ນະຄອນໂຮ່ຈີມິນ ແລະ ແຂວງຫົວພັນ (ລາວ) ເພີ່ມທະວີການຮ່ວມມື

10:45 | 24/05/2024

ຍສໝ - ຕອນ​ບ່າຍ​ວັນ​ທີ 23 ພຶດສະພາ, ຢູ່​ນະຄອນ ​ໂຮ່ຈີ​ມິນ, ທ່ານ ຫງວຽນເຝືອກຫຼົກ, ຮອງ​ເລຂາ​ຄະນະ​ພັກ​ນະຄອນ ​ໂຮ່ຈີ​ມິນ ​ໄດ້ຕ້ອນຮັບ​ທ່ານ ຄຳແພງ ​ໄຊ​ສົມ​ແພງ, ເລຂາຄະນະພັກ, ເຈົ້າ​ແຂວງຫົວພັນ, ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ແມ່ນພວມຢູ່ໃນການໄປຢ້ຽມຢາມ ແລະ ​ເຮັດ​ວຽກຢູ່ນະຄອນ.

ລາວ ແລະ ຣັດເຊຍ ເພີ່ມທະວີການຮ່ວມມື ລາວ ແລະ ຣັດເຊຍ ເພີ່ມທະວີການຮ່ວມມື
ຮ່າໂນ້ຍ-ວຽງຈັນ (ລາວ) ເພີ່ມທະວີການຮ່ວມມື ຮ່າໂນ້ຍ-ວຽງຈັນ (ລາວ) ເພີ່ມທະວີການຮ່ວມມື

ທີ່​ການ​ຕ້ອນຮັບ, ທ່ານ ຫງວຽນເຝືອກຫຼົກ, ຮອງ​ເລຂາ​ຄະນະ​ພັກ​ນະຄອນ ​ໂຮ່ຈີ​ມິນ ໃຫ້ຮູ້ວ່າ ບົນ​ພື້ນຖານ​ສາຍ​ພົວພັນ​ມິດຕະພາບ​ແບບພິເສດຫວຽດນາມ - ລາວ, ​ໃນ​ຊຸມ​ປີຜ່ານມາ, ນະຄອນ​ໂຮ່ຈິ​ມິນ ​ແລະ ບັນດາ​ທ້ອງ​ຖິ່ນ​ຂອງ​ລາວ, ພິເສດແມ່ນບັນດາ​ທ້ອງ​ຖິ່ນທີ່ນະຄອນ ໄດ້ສ້າງຕັ້ງການພົວພັນຮ່ວມມືມິດຕະພາບຄື ນະຄອນຫຼວງວຽງຈັນ, ແຂວງຈຳປາສັກ ແລະ ແຂວງສະຫວັນນະເຂດ ໄດ້ມີການແລກປ່ຽນຄະນະປະຕິບັດງານຢ່າງເປັນປະຈຳ, ມີການເຄື່ອນໄຫວຮ່ວມມືມິດຕະພາບຫຼາຍຢ່າງ; ລົງ​ນາມ​ໃນບັນດາ​ບົດ​ບັນ​ທຶກ​ຊ່ວຍຈຳການ​ຮ່ວມ​ມື. ສາຍພົວພັນ​ລະຫວ່າງ​ນະຄອນ​ໂຮ່ຈິ​ມິນ ​ແລະ ບັນດາ​ທ້ອງ​ຖິ່ນ​ຂອງ​ລາວ ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ກວ້າງຂວາງ​ໃນ​ບັນດາ​ພະແນກ, ຂະແໜງການ, ລະບົບແນວໂຮມ, ກຳລັງ​ປະກອບ​ອາວຸດ... ນຳ​ມາ​ເຊິ່ງບັນດາຜົນ​ສຳເລັດຢ່າງຕັ້ງໜ້າ ແລະ ຜົນ​ປະ​ໂຫຍ​ດມາໃຫ້ແກ່ທັງ​ສອງ​ທ້ອງ​ຖິ່ນ.

ນະຄອນໂຮ່ຈີມິນ ແລະ ແຂວງຫົວພັນ (ລາວ) ເພີ່ມທະວີການຮ່ວມມື

ທ່ານ ຫງວຽນເຝືອກຫຼົກ (ຂວາ), ຮອງ​ເລຂາ​ຄະນະ​ພັກ​ນະຄອນ ​ໂຮ່ຈີ​ມິນ ​ໄດ້ຕ້ອນຮັບ​ທ່ານ ຄຳ​ແພງ ​ໄຊ​ສົມ​ແພງ, ເລຂາຄະນະພັກ, ເຈົ້າ​ແຂວງຫົວພັນ.

ໂດຍແບ່ງປັນ​ສະພາບ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ນະຄອນ, ທ່ານ​ ຮອງ​ເລຂາ​ຄະນະ​ພັກ​ນະຄອນ ​ຫງວຽນເຝືອກຫຼົກ ຢືນຢັນ​ວ່າ ນະຄອນ ​ໂຮ່ຈີ​ມິນ ຍາມ​ໃດ​ກໍ່​ເຄົາລົບ ​ແລະ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ປົກ​ປັກ​ຮັກສາ, ​ປັບປຸງ ແລະ ພັດທະນາ​ສາຍພົວພັນ​ມິດຕະພາບອັນຍິ່ງໃຫຍ່ກັບ​ລາວ​ ເວົ້າ​ລວມ, ກັບບັນດາ​ທ້ອງ​ຖິ່ນ​ຂອງ​ລາວ ເວົ້າສະເພາະ, ໃນນັ້ນ ມີ​ແຂວງ​ຫົວພັນ, ໄດ້​ປະກອບສ່ວນປັບປຸງ, ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ອັນຍິ່ງໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ ລາວ - ຫວຽດນາມ ໃຫ້ “ຂຽວສົດງົດງາມຕະຫຼອດ​ໄປ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ”.

ໂດຍສະແດງຄວາມຂອບໃຈຕໍ່ການຕ້ອນຮັບທີ່ເຕັມໄປດ້ວຍສາຍຈິດມິດໃຈຂອງນະຄອນ ໂຮ່ຈີມິນ, ​ທ່ານ ຄຳ​ແພງ ​ໄຊ​ສົມ​ແພງ ກໍ່ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາອັນດີງາມຂອງສາຍພົວພັນມິດຕະພາບແບບພິເສດ ລາວ-ຫວຽດນາມ ເວົ້າລວມ, ລະຫວ່າງ ແຂວງຫົວພັນ ແລະ ນະຄອນໂຮ່ຈິມິນ ເວົ້າສະເພາະ; ພ້ອມ​ກັນ​ນັ້ນ, ກໍຂໍ​ຂອບ​ໃຈ​ບັນດາ​ການໜຸນຊ່ວຍ, ຊ່ວຍ​ເຫຼືອ​ຂອງ​ນະຄອນ ​ໂຮ່ຈີ​ມິນ ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ​ພິເສດ ​ແມ່ນໃນການ​ໜູນ​ຊ່ວຍ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ກໍ່ສ້າງ​ສຳນັກງານ​ຂອງອຳນາດການປົກຄອງແຂວງ.

ແບ່ງປັນຄວາມ​ສາ​ມາດບົ່ມຊ້ອນພັດທະນາຂອງແຂວງຫົວພັນ, ທ່ານ ຄຳແພງ ໄຊສົມແພງ ໄດ້ສະແດງຄວາມປາດຖະໜາວ່າ ໃນໄລຍະຈະມາເຖິງ, ແຂວງຫົວພັນ ແລະ ນະຄອນ ໂຮ່ຈີມິນ ຈະສືບຕໍ່ຊຸກຍູ້ສາຍພົວພັນຮ່ວມມືຮອບດ້ານລະຫວ່າງສອງທ້ອງຖິ່ນໃນຫຼາຍຂົງເຂດໃຫ້ກ້າວເຂົ້າສູ່ລວງເລິກ, ແທດຈິງ; ສະເໜີໃຫ້ການນຳນະຄອນ ສົ່ງເສີມ​ໃຫ້ບັນດາວິສາຫະກິດນະຄອນມາ​ລົງທຶນ​ເຂົ້າໃນແຂວງ​ຫົວພັນ, ພິເສດ ແມ່ນ​ໃນ​ບັນດາ​ຂົງ​ເຂດ​ທີ່​ແຂວງ​ຫົວພັນ​ ມີ​ຄວາມ​ຕ້ອງການ ​ແລະ ນະຄອນມີທ່າແຮງຄື ການ​ພັດທະນາ​ກະສິກຳ, ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.