ການນຳບັນດາປະ​ເທດ​ຕ່າງໆ​ ໄດ້​ສົ່ງໂທລະ​ເລກ, ຈົດໝາຍ​ຊົມ​ເຊີຍ​ເຖິງ​ທ່ານປະທານປະເທດ ໂຕ່ເລີ່ມ.

13:47 | 22/05/2024

ຍສໝ - ເນື່ອງ​ໃນ​ໂອ​ກາດ​ສະ​ຫາຍ ໂຕ່ເລີ່ມ ໄດ້ຮັບການເລືອກ​ຕັ້ງ​ເປັນ​ປະ​ທານປະເທດແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດ​ນາມ ໂດຍສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ 15, ການ​ນຳ​ລາວ, ຈີນ, ກຳ​ປູ​ເຈຍ ໄດ້​ສົ່ງ​ໂທລະ​ເລກ​ ແລະ ຈົດໝາຍຊົມ​ເຊີຍ.

ນັກ​ຮຽນ​ຮູ້ ອາກ​ຊັງ​ຕິນ ຍ້ອງ​ຍໍ​ຊົມ​ເຊີຍ​ໄຊ​ນະ​ນະ​ວັນ​ທີ 30 ເມ​ສາ ຂອງ ຫວຽດ​ນາມ ນັກ​ຮຽນ​ຮູ້ ອາກ​ຊັງ​ຕິນ ຍ້ອງ​ຍໍ​ຊົມ​ເຊີຍ​ໄຊ​ນະ​ນະ​ວັນ​ທີ 30 ເມ​ສາ ຂອງ ຫວຽດ​ນາມ
ຫວຽດນາມ ຊົມ​ເຊີຍ​ມະຕິເລກທີ 2728 ກ່ຽວ​ກັບ​ການ​ຢຸດ​ຍິງ​ຢູ່​ເຂດ Gaza ຫວຽດນາມ ຊົມ​ເຊີຍ​ມະຕິເລກທີ 2728 ກ່ຽວ​ກັບ​ການ​ຢຸດ​ຍິງ​ຢູ່​ເຂດ Gaza

ເນື່ອງ​ໃນ​ໂອ​ກາດ​ສະ​ຫາຍ ໂຕ່ເລີ່ມ ໄດ້ຮັບການເລືອກ​ຕັ້ງ​ເປັນ​ປະ​ທານປະເທດແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດ​ນາມ ໂດຍສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ 15, ການ​ນຳ​ລາວ, ຈີນ, ກຳ​ປູ​ເຈຍ ໄດ້​ສົ່ງ​ໂທລະ​ເລກ​ ແລະ ຈົດໝາຍຊົມ​ເຊີຍ.

ທ່ານເລຂາທິການໃຫຍ່, ປະທານປະເທດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທອງລຸນ ສີສຸລິດ ໄດ້ສະແດງຄວາມພາກພູມໃຈທີ່ສຸດ ແລະ ຊົມເຊີຍຢ່າງສຸດອົກສຸດໃຈຕໍ່ສະຫາຍ ໂຕ່ເລີ່ມ ທີ່ໄດ້ຮັບເລືອກຕັ້ງເປັນປະທານປະເທດແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດ​ນາມ ໃນການປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດ ຊຸດທີ 15; ​ເຊື່ອ​ໝັ້ນ​ວ່າ ສິ່ງ​ດັ່ງກ່າວ​ ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ການຕີລາຄາສູງຂອງ​ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ ທີ່​ມີ​ຕໍ່​ສະຫາຍ ໂຕ່ເລີ່ມ.

ການນຳບັນດາປະ​ເທດ​ຕ່າງໆ​ ໄດ້​ສົ່ງໂທລະ​ເລກ, ຈົດໝາຍ​ຊົມ​ເຊີຍ​ເຖິງ​ທ່ານປະທານປະເທດ ໂຕ່ເລີ່ມ.
Chủ tịch nước Tô Lâm tuyên thệ. (Ảnh: Thống Nhất/TTXVN)

ທ່ານປະທານປະເທດ ໂຕ່ເລີ່ມ ເຂົ້າພິທີສາບານຕົວ. (ພາບ: ຖົງເຍີດ/TTXVN)

ສະຫາຍ ທອງລຸນ ສີສຸລິດ ຢືນຢັນວ່າ ມີຄວາມດີໃຈທີ່ສຸດທີ່ໄດ້ເຮັດວຽກກັບທ່ານປະທານປະເທດ ໂຕ່ເລີ່ມ ເພື່ອປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງນ້ຳໃຈສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ນັບສວຍງາມ ແລະ ແຕກດອກອອກຜົນ; ພ້ອມກັນນັ້ນ, ກໍເຊື່ອ​ໝັ້ນ​ວ່າ ດ້ວຍລະດັບວິຊາສະເພາະ, ກຳລັງຄວາມ​ສາມາດ ​ແລະ ປະສົບ​ການ​ທີ່​ອຸດົມສົມບູນທີ່​ໄດ້​ສະສົມ​ມາຫຼາຍ​ປີ​ໃນ​ຫຼາຍ​ຕຳ​ແໜ່​ງສຳຄັນ​ທີ່​ແຕກ​ຕ່າງ​ກັນ, ສະຫາຍ ໂຕ່ເລີ່ມ ຈະ​ພ້ອມກັນກັບ​ບັນດາ​ການ​ນຳ​ຫວຽດນາມ ​ໃນ​ການ​ນຳພາ​ປະ​ເທດ​ຊາດ ​ແລະ ປະຊາຊົນ ຫວຽດນາມ ສືບ​ຕໍ່​ບັນລຸ​ໄດ້​ບັນດາ​ຜົນງານ​ໃໝ່, ໃຫຍ່​ຫຼວງ​ກວ່າ​ອີກ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ​ແລະ ສ້າງ​ສາປະ​ເທດ​ຊາດ​ ຫວຽດນາມ, ເພື່ອບັນລຸ​ໄດ້ເປົ້າໝາຍປະຊາຊົນຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ປະຊາທິປະ​ໄຕ ​ແລະ ຍຸຕິ​ທຳ.

ທ່ານ​ປະທານ​ປະ​ເທດແຫ່ງສາທາລະນະະລັດ ປະຊາຊົນ ຈີນ ​ສີ​ຈິ້ນ​ຜິງ ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຂ່າວ​ທີ່​ສະຫາຍ ໂຕ່ເລີ່ມ ​ໄດ້​ຮັບ​ການເລືອກ​ຕັ້ງ​ເປັນ​ປະທານປະ​ເທດແຫ່ງສາທາລະນະະລັດສັງຄົມ​ນິຍົມ ຫວຽດນາມ; ​ເນັ້ນ​ໜັກ​ວ່າ ຈີນ​ ແລະ​ ຫວຽດນາມ ​ແມ່ນ​ສອງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ມິດຕະພາບ​ສັງຄົມ​ນິຍົມ​, ມີພູເຂົາ ແລະ ແມ່ນ້ໍາລຽນຕິດກັນ.

ທ່ານ​ປະທານ​ປະ​ເທດ ຈີນ ​ສີ​ຈິ້ນ​ຜິງ ໄດ້​ຢ້ຳຄືນ​ການ​ຢ້ຽມຢາມ​ຂັ້ນລັດໄປຍັງ ຫວຽດນາມ, ພ້ອມ​ກັນກັບ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ປະກາດການກໍ່ສ້າງ​ປະຊາ​ຄົມ​ແບ່ງປັນອານາຄົດ​ ຈີນ-ຫວຽດນາມ ທີ່ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ, ​ເປີດໂສມ​​ໜ້າ​ໃໝ່​ໃຫ້​ແກ່​ສາຍພົວພັນຂອງສອງພັກ, ສອງ​ປະ​ເທດ; ພ້ອມ​ກັນ​ນັ້ນ, ກໍ່ໄດ້ສະແດງຄວາມດີໃຈ ເມື່ອ​ເຫັນ​ວ່າ​ບັນດາ​ກະຊວງ, ຂະແໜງການ, ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ​ພວມຍູ້ໄວ​ການ​ກໍ່ສ້າງ​ປະຊາ​ຄົມ​ແບ່ງປັນອະນາຄົດ​ ຈີນ-ຫວຽດນາມ ບັນລຸ​ໄດ້​ບ້າດກ້າວຢ່າງຕັ້ງໜ້າ.

ທ່ານ​ປະທານ​ປະ​ເທດ ຈີນ ​ສີ​ຈິ້ນ​ຜິງ ຢືນຢັນ​ວ່າ ຈີນ ​ຖື​ເປັນ​ສຳຄັນທີ່ສຸດການ​ພົວພັນ​ລະຫວ່າງ ​ຈີນ-ຫວຽດນາມ, ພ້ອມແລ້ວທີ່ຈະຮ່ວມ​ກັບ​ທ່ານ​ປະທານ​ປະ​ເທດ ຫວຽດນາມ ໂຕ່ເລີ່ມ ເພື່ອ​ຮັກສາ​ການ​ແລກປ່ຽນ​ຍຸດ​ທະ​ສາດ, ນຳພາ​ການ​ກໍ່ສ້າງ​ປະຊາ​ຄົມແບ່ງປັນອະນາຄົດ ​ຈີນ-ຫວຽດນາມ ກ້າວເຂົ້າສູ່ລວງເລິກ, ແທດ​ຈິງ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດຫຼາຍ​ກວ່າ​ອີກໃຫ້ປະຊາຊົນຂອງສອງປະເທດ; ອວຍພອນ​ໃຫ້​ ຫວຽດນາມ​ ຈົ່ງ​ມີຄວາມຈະເລີນຮຸ່ງເຮືອງ, ປະຊາຊົນມີ​ຄວາມ​ຜາ​ສຸກ; ອວຍພອນໃຫ້ສະຫາຍ ໂຕ່ເລີ່ມ ບັນລຸໄດ້ຜົນສຳເລັດທີ່ຍິ່ງໃຫຍ່ກ່ວາອີກບົນຖານະຕຳແໜງໃໝ່.

ເຈົ້າກະສັດ ກຳປູ​ເຈຍ ໂນ​ໂຣດົມ ສີ​ຫາ​ໂມ​ນີ ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ ແລະ ຊົມ​ເຊີຍ​ທ່ານປະທານ ໂຕ່ເລີ່ມ ທີ່ໄດ້​ຮັບການ​ເລືອກ​ຕັ້ງ​ເປັນ​ປະ​ເທດ ຫວຽດນາມ ໂດຍ​ສະພາ​ແຫ່ງ​ຊາດ ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ ແລະ ​ເຊື່ອ​ໝັ້ນ​ວ່າ ພາຍ​ໃຕ້​ການ​ນຳພາ​ຂອງ​ປະທານ​ປະ​ເທດ, ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ ຈະ​ບັນ​ລຸ​ຜົນ​ສຳ​ເລັດ​ອັນ​ໃຫຍ່​ຫຼວງ, ມີ​ການ​ພັດ​ທະ​ນາ​ຢ່າງ​ວ່ອງ​ໄວ​ໃນ​ທຸກ​ຂົງ​ເຂດ ແລະ ​ຮັກ​ສາ​ບົດ​ບາດ​ສຳ​ຄັນ​ຢູ່​ພາກ​ພື້ນ ແລະ ໃນ​ໂລກ.

ເຈົ້າກະສັດ ໄດ້ສະແດງຄວາມປາດ​ຖະໜາ​ວ່າ ການ​ພົວພັນ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດຈະ​ນັບ​ມື້​ນັບ​ສະໜິດ​ແໜ້ນ, ສືບ​ຕໍ່​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາຢ່າງດີງາມ​ກ່ວາ​ອີກ.

ມິງດຶກ

ທ່ານອາດຈະມັກ

ເຫດການ