ມີຂົວຕໍ່ຕື່ມແຫ່ງໜຶ່ງ ໃຫ້ແກ່ການຮ່ວມມືດ້ານການສຶກສາ ຫວຽດນາມ - ຝຣັ່ງ

09:54 | 14/03/2024

ຍສໝ - ວັນ​ທີ 11 ມີນານີ້, ຢູ່ ​ຮ່າ​ໂນ້ຍ ໄດ້​ດຳ​ເນີນ​ພິທີ​ປະກາດ​ຂໍ້ຕົກລົງວ່າດ້ວຍການສ້າງຕັ້ງສາຂາສະມາຄົມ​ມິດຕະພາບ ​ແລະ ການ​ຮ່ວມ​ມື ຫວຽດນາມ - ຝລັ່ງ ຢູ່​ມະຫາວິທະຍາ​ໄລທຸລະກິດ ແລະ ​ເຕັກ​ໂນ​ໂລ​ຢີ ຮ່າ​ໂນ້ຍ, ເຊິ່ງກາຍ​ເປັນ​ສະມາຊິກ​ທີ 29 ຂອງ​ສະມາຄົມ​ມິດຕະພາບ ແລະ ການ​ຮ່ວມ​ມື ຫວຽດນາມ - ຝຣັ່ງ.

ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດ ຝຣັ່ງ Olivier Brochet ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດ ຝຣັ່ງ Olivier Brochet
ເປີດຕົວສະໂມສອນຮັກແພງທະເລ ແລະ ໝູ່ເກາະຫວຽດນາມ ຢູ່ ຝຣັ່ງ ເປີດຕົວສະໂມສອນຮັກແພງທະເລ ແລະ ໝູ່ເກາະຫວຽດນາມ ຢູ່ ຝຣັ່ງ

ພາຍຫຼັງ​ສຳ​ເລັດ​ເອກະສານ, ຂັ້ນ​ຕອນ ​ແລະ ຂໍ​ອະນຸຍາດ​ຈາກ​ທຸກຂັ້ນທີ່ມີ​ສິດອຳນາດແລ້ວ, ວັນ​ທີ 20 ມັງກອນ 2024, ປະທານ​ສູນ​ກາງ​ສະມາຄົມ​ມິດຕະພາບ ​ແລະ ການ​ຮ່ວມ​ມື ຫວຽດນາມ - ຝລັ່ງ ​ກໍໄດ້ເຊັນຂໍ້ຕົກລົງວ່າດ້ວຍການ​ສ້າງຕັ້ງສາຂາສະມາຄົມ​ມິດຕະພາບ ​ແລະ ການ​ຮ່ວມ​ມື ຫວຽດນາມ - ຝລັ່ງ ມະ​ຫາ​ວິ​ທະ​ຍາ​ໄລ​ທຸລະກິດ ແລະ ເຕັກ​ໂນ​ໂລ​ຢີ ຮ່າ​ໂນ້ຍ.

ທີ່​ພິ​ທີ, ທ່ານ ຫງວຽນ​ທຽບ, ຮອງ​ປະ​ທານ​ສະ​ມາ​ຄົມ ​ໄດ້​ອ່ານ ແລະ ມອບຂໍ້ຕົກລົງ​ນີ້. ທ່ານ ​ທຽບ ໃຫ້ຮູ້ວ່າ ການ​ສ້າງ​ຕັ້ງ​ສາຂາສະມາຄົມ​ໃໝ່​ ​ແມ່ນສິ່ງທີ່ດີ ແລະ ທັນ​ການ, ຕອບ​ສະໜອງ​ບັນດາບູລິມະສິດການເຄື່ອນໄຫວ​ຂອງ​ສະມາຄົມ​ ແລະ ເໝາະສົມກັບຈຸດສຸມວຽກ​ງານ​ຂອງ​ໂຮງຮຽນ. ສິ່ງນີ້ ກໍໄດ້ຮັບການສະຫນັບສະຫນູນບໍ່ພຽງແຕ່ຂອງສູນກາງສະມາຄົມເທົ່ານັ້ນ ຫາກຍັງແມ່ນຂອງສາຂາສະມາຄົມຢູ່ມະຫາວິທະຍາໄລອື່ນໆນຳອີກ, ພິເສດ ແມ່ນບັນດາໂຮງຮຽນທີ່ມີຂະແໜງການບຳລຸງສ້າງພາສາ ຝຣັ່ງ ແລະ ການແພດ.

ຕາມ​ທ່ານ ເຈີ່ນ​ດຶກ​ມິງ, ຮອງ​ອຳນວຍການໂຮງຮຽນມະຫາວິທະຍາ​ໄລ​ທຸລະ​ກິດ ​ແລະ ​ເຕັກ​ໂນ​ໂລ​ຢີ​ ຮ່າ​ໂນ້ຍ ​ແລ້ວ, ໃນໄລຍະທີ່ຜ່ານມາ, ໂຮງຮຽນ​ ຍາມ​ໃດ​ກໍ່​ມານະ​ພະຍາຍາມໃນການເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບການ​ຮ່ວມ​ມື ຫວຽດນາມ - ຝລັ່ງ ຜ່ານ​ການ​ເຂົ້າ​ຮ່ວມ​ທຸກ​ການ​ເຄື່ອນ​ໄຫວ​ຂອງ​ຫ້ອງການຜູ້ຕາງໜ້າ​ຂະ​ແໜງ​ພາສາ ​ຝລັ່ງ ຢູ່ ຫວຽດນາມ (BRAP) ແລະ ອົງການຜູ້ຕາງໜ້າບັນດາມະຫາວິທະຍາໄລຂອງຂະແໜງພາສາຝລັ່ງ ຢູ່ ຮ່າໂນ້ຍ (AUF).

ມີຂົວຕໍ່ຕື່ມແຫ່ງໜຶ່ງ ໃຫ້ແກ່ການຮ່ວມມືດ້ານການສຶກສາ ຫວຽດນາມ - ຝຣັ່ງ

ພິທີ​ປະກາດ​ຂໍ້ກຳນົດການສ້າງຕັ້ງສາຂາສະມາຄົມ​ມິດຕະພາບ ​ແລະ ການ​ຮ່ວມ​ມື ຫວຽດນາມ - ຝລັ່ງ ຢູ່​ມະຫາວິທະຍາ​ໄລທຸລະກິດ ແລະ ​ເຕັກ​ໂນ​ໂລ​ຢີ ຮ່າ​ໂນ້ຍ.

ການສ້າງຕັ້ງສາຂາສະມາຄົມໃໝ່ຢູ່ໂຮງຮຽນ ຈະສ້າງກາລະໂອກາດເພື່ອໂຮງຮຽນສືບຕໍ່ບັນດາການເຄື່ອນໄຫວ ເພື່ອປັບປຸງ ແລະ ພັດທະນາການພົວພັນລະຫວ່າງສອງປະເທດ ເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາເສດຖະກິດ-ສັງຄົມ .ໃນອະນາຄົດອັນໃກ້ນີ້, ໂຮງຮຽນ ຈະເປີດຊຸດ​ຮຽນບຳລຸງພາສາ ຝຣັ່ງ ໃຫ້ແກ່ນັກຮຽນເພື່ອສົ່ງເສີມ, ເປີດກ້ວາງການຮຽນພາສາ ຝຣັ່ງ ໃນໂຮງຮຽນ. ພ້ອມ​ກັນ​ນັ້ນ, ກໍ​ສ້າງ​ແຜນການ​ເປີດ​ຊຸດ​ອົບຮົມ​ພາສາ​ ຫວຽດນາມ ​ໃຫ້​ຊາວ ​ຝລັ່ງ ຢູ່ ຫວຽດນາມ.

“ໃນ​ແຕ່​ລະ​ປີ, ໂຮງ​ຮຽນ ​ຍັງ​ໄດ້​ສົ່ງ​ນັກ​ສຶກ​ສາ​ນັບ​ຮ້ອຍ​ຄົນ ​ໄປ​ຮຽນ​ຢູ່ບັນດາມະ​ຫາ​ວິ​ທະ​ຍາ​ໄລ​ຕ່າງ​ປະ​ເທດ​ຄື ​ໄຕ້ຫວັນ, ສິງ​ກະ​ໂປ, ອາ​ເມ​ລິ​ກາ… ຫວັງ​ວ່າ ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ, ນັກ​ສຶກ​ສາ ແລະ ຄູ​ອາ​ຈານຫຼາຍຄົນຂອງ​ໂຮງ​ຮຽນ​ ຈະໄດ້​ສົ່ງ​ໄປ ​ຝ​ຣັ່ງ ​ເພື່ອ​ບຳລຸງສ້າງປະ​ກອບ​ສ່ວນ​ໃຫ້​ແກ່​ການ​ພັດ​ທະ​ນາ, ເປີດກ້ວາງການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ”. ທ່ານ ເຈີ່ນດຶກມິງ ກ່າວ.

ກ່າວ​ຄຳປາໄສທີ່​ພິທີ, ທ່ານ Olivier Brochet, ເອກອັກຄະລັດຖະທູດຝລັ່ງ ປະຈຳ ຫວຽດນາມ ໃຫ້​ຮູ້​ວ່າ ການ​ຮ່ວມ​ມືໃນການ​ຄົ້ນ​ຄ້ວາ​ວິທະຍາສາດ ກໍຄືການບຳລຸງ​ສ້າງມລະດັບປະລິນຍາຕີ​ລະຫວ່າງ ຫວຽດນາມ ​ແລະ ຝລັ່ງ ​ແມ່ນ​ສຳຄັນ​ທີ່​ສຸດ ​ເພາະ​ວ່າຜ່ານ​ການ​ບຳລຸງ​ສ້າງ​ນັກ​ສຶກສາ - ຜູ້​ທີ່​ຈະ​ກາຍ​ເປັນຫົວເງື່ອນເຊື່ອມຕໍ່ ໃນອະນາຄົດລະຫວ່າງ​ປະຊາຊົນ​ສອງ​ປະ​ເທດໃນທຸກຂົງເຂດ.

ປະຈຸ​ບັນ​ມີ 54 ລາຍການບຳລຸງສ້າງຕາມແບບ ​ຝລັ່ງ, ໂດຍໄດ້ອອກໃບປະກາດຂອງ ​ຝະລັ່ງ ທີ່ໄດ້ອອກໃບປະກາດໃນການບຳລຸງສ້າງ​ຢູ່​ ຫວຽດນາມ. ດ້ວຍທ່າແຮງຄຸນ​ນະພາ​ບການບຳລຸງສ້າງ​ທີ່​ດີ, ຄ່າ​ໃຊ້​ຈ່າຍ​ໃນ​ການບຳລຸງສ້າງຖືກ​ກວ່າ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ, ​ໃນ​ແຕ່ລະ​ປີ ມີ​ນັກ​ສຶກສາ ຫວຽດນາມ ປະມານ 1.500 ຄົນ​ໄປ​ຮຽນ​ຢູ່​ ຝລັ່ງ. ທ່ານ​ເອກ​ອັກຄະ​ລັດຖະທູດ Olivier Broche ​ໄດ້​ຕີ​ລາຄາ​ວ່າ ການ​​ເປີດບັນດາ​ຊຸດ​ຮຽນບຳລຸງສ້າງພາສາ​ ຝຣັ່ງ​ ຂອງໂຮງຮຽນ ຈະ​ເປັນ​ການປະກອບ​ດ້ານ​ພາສາ ​ເພື່ອ​ໃຫ້ບັນດານັກ​ສຶກສາເຂົ້າເຖິງບັນດາ​ຫຼັກສູດ​ການ​ບຳລຸງສ້າງຊັ້ນ​ສູງກ່ວາ​ຢູ່​ ຝລັ່ງ ​ໃນ​ອະນາຄົດ.

“ສະຖານທູດ ​ຈະ​ຈັດ​ຕັ້ງການໂອ້ລົມເຈລະຈາ​ເພື່ອ​ແນະນຳ, ໃຫ້ຄຳປຶກສາແກ່ບັນດາພະນັກງານ, ລັດຖະກອນ, ຄູ​ອາຈານ ກໍຄືບັນດານັກສຶກສາໃນ​ໂຮງຮຽນ​ກ່ຽວ​ກັບ​ໂອກາດ​ໄປ​ຮຽນ​ຢູ່ ​ຝລັ່ງ ​ໂດຍ​ຜ່ານ​ຫຼາຍໂຄງການ​ໃຫ້​ທຶນ​ການສຶກສາ. ພ້ອມ​ກັນ​ນັ້ນ ກໍ​ແນະນຳ​ບັນດາ​ໂອກາດຝຶກງານແບບຢູ່ກິນນອນ ​ໃຫ້​ນັກ​ສຶກສາຂະແໜງການການແພດທີ່ພວມຮຽນຢູ່ໂຮງຮຽນ. ຫວັງວ່າ ບັນດາການເຄື່ອນໄຫວຈະດຳເນີນຢ່າງແທດຈິງ, ມີ​ປະສິດທິ​ຜົນ ​ເພື່ອ​ໜູນຊ່ວຍສາຂາສະມາຄົມ​ພັດທະນາ​ຢ່າງ​ເຂັ້ມແຂງ". ທ່ານ​ເອກ​ອັກຄະ​ລັດຖະທູດ Olivier Broche ຢືນຢັນ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.