ຫວຽດນາມ ​​ໄດ້ເຂົ້າ​ຮ່ວມການສຳມະນາໂດຍ IMF ຈັດຂຶ້ນຢູ່ ລາວ

10:41 | 06/04/2024

ຍສໝ - ວັນ​ທີ 3 ​ເມສາ​ນີ້, ຢູ່​ແຂວງ ​ຫຼວງ​ພະ​ບາງ, ພາກ​ເໜືອ​ຂອງ ​ລາວ, ໄດ້ດຳເນີນການສຳມະນາ “ການສ້າງໂອກາດ​ໃໝ່ໃນຍຸກແຫ່ງການປ່ຽນແປງ” ໂດຍອົງການກອງທຶນເງິນຕາສາກົນ (IMF) ​ແລະ ທະນາຄານ​ແຫ່ງ ສປປ ລາວ ຈັດຕັ້ງ.ນີ້​ແມ່ນ​ເຫດການ​ຂັ້ນສູງຢູ່ນອກບັນດາລະບົບກອງ​ປະຊຸມຜູ້ວ່າການທະນາຄານສູນກາງ ແລະ ບັນດາ​ລັດຖະມົນຕີ​ການ​ເງິນ ອາ​ຊຽນ ປີ 2024.

ຫວຽດນາມ ໄດ້ເຂົ້າ top 3 ທ້ອງຕະຫຼາດອະສັງຫາລິມະຊັບທີ່ໄດ້ຮັບການຮັບຕ້ອນຢູ່ພາກພື້ນ ຫວຽດນາມ ໄດ້ເຂົ້າ top 3 ທ້ອງຕະຫຼາດອະສັງຫາລິມະຊັບທີ່ໄດ້ຮັບການຮັບຕ້ອນຢູ່ພາກພື້ນ
IMF: ຄາດ​ຄະ​ເນ​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ລາວ ບັນ​ລຸ 4% ໃນ​ປີ 2023 IMF: ຄາດ​ຄະ​ເນ​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ລາວ ບັນ​ລຸ 4% ໃນ​ປີ 2023

ໂດຍເຂົ້າ​ຮ່ວມ​ການສຳມະນາ ມີ​ບັນດາຜູ້​ວ່າການ​ທະນາຄານ​ຈາກ ​ລາວ, ມາ​ເລ​ເຊຍ, ​ໄທ ​ແລະ ຫວຽດນາມ; ຮອງຜູ້ອຳນວຍການໃຫຍ່ຝ່າຍບໍລິຫານ IMF, ຫົວໜ້າຜູ້ຕາງໜ້າຫ້ອງການ IFC ປະຈໍາລາວ ແລະ ການເຂົ້າຮ່ວມຂອງຜູ້ຕາງໜ້າທະນາຄານສູນກາງ ແລະ ກະຊວງການເງິນຂອງບັນດາປະເທດສະມາຊິກ ອາຊຽນ, ອົງການສາກົນ, ສະຖາບັນການເງິນໃນພາກພື້ນ. ຄະນະ​ຜູ້​ແທນ​ ຫວຽດນາມ ໂດຍ​ທ່ານ​ຜູ້​ວ່າການ​ທະນາຄານ​ແຫ່ງ​ລັດ ຫວຽດນາມ ນາງ ຫງວຽນ​ທິຮົ່ງ ເປັນຫົວໜ້າຄະນະ ເຂົ້າ​ຮ່ວມການສຳມະນາດ້ວຍບົດບາດເປັນນັກປາຖະກະຖາຫຼັກ.

ທີ່ເຫດການ, ​ໄດ້​ຈັດ​ຂຶ້ນ​ໃນ​ສະພາບການ​ທີ່ເສດຖະກິດ​ໂລກ ​ແລະ ພາກ​ພື້ນ​ສືບ​ຕໍ່​ປະເຊີນໜ້າ​ກັບ​ຄວາມ​ຫຍຸ້ງຍາກ, ສິ່ງທ້າ​ທາຍ ​ແລະ ຄວາມຂາດສະຖຽນລະພາບຫຼາຍຢ່າງ​ເຊິ່ງຮຽກຮ້ອງ​ໃຫ້ມີການຮ່ວມແຮງຮ່ວມໃຈ​ຊອກ​ຫາ​ມາດ​ຕະການ​ແກ້​ໄຂ ເພື່ອຜ່ານບັນດາສິ່ງທີ່ກີດຂວາງຂອງພື້ນຖານເສດຖະກິດ, ການສຳມະນາແມ່ນເພື່ອປຶກສາ​ຫາລື​ກ່ຽວ​ກັບ​ທ່າ​ອ່ຽງ​ການ​ພັດທະນາ​ໃນ​ໄລຍະ​ຍາວ​ຂອງ​ໂລກ ​ແລະ ວິທີໝູນໃຊ້ກາລະ​ໂອກາດ​ຈາກ​ທ່າ​ອ່ຽງການ​ຜັນ​ແປ​​ນີ້ ​ເພື່ອ​ຊຸກຍູ້​ການ​ເຕີບ​ໂຕ​ດ້ານເສດຖະກິດ.

ຫວຽດນາມ ​​ໄດ້ເຂົ້າ​ຮ່ວມການສຳມະນາໂດຍ IMF ຈັດຕັ້ງຢູ່ ລາວ

​ທ່ານ​ຜູ້​ວ່າການ​ທະນາຄານ​ແຫ່ງ​ລັດ ຫວຽດນາມ ນາງ ຫງວຽນ​ທິຮົ່ງ ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າ​ຮ່ວມການສຳມະນາ ດ້ວຍບົດບາດນັກປາຖະກະຖາຫຼັກ. ພາບ: ຟ້າມກຽນ/ນັກຂ່າວ TTXVN ປະຈຳລາວ

ທີ່​ການສຳມະນາ, IMF ພິນິດໄສວ່າ ໂດຍກົງກັນຂ້າມ​ກັບທັດສະນະຄະຕິຂອງ​ພື້ນຖານເສດຖະກິດທົ່ວໂລກທີ່ພວມຜ່ອນຄວາມໄວ ແລະ ຄວາມ​ສ່ຽງ​ຂອງ​ການ​ຖົດ​ຖອຍ, ​ເຂດ​ອາຊີ - ປາຊີ​ຟິກ ສືບ​ຕໍ່​ຮັກສາ​ແງ່ຫວັງຢ່າງໝັ້ນແກ່ນ, ຄາດຄະເນການປະກອບສ່ວນແມ່ນປະມານ 2/3 ຂອງ​ການ​ເຕີບ​ໂຕ​​ທົ່ວໂລກໃນປີ 2024. ໃນນັ້ນ, ອາຊຽນ, ຮູບແບບການເຊື່ອມໂຍງເສດຖະກິດ ແລະ ການຮ່ວມມືດ້ານເສດຖະກິດທີ່ເປັນແບບຢ່າງ, ພວມນັບມື້ນັບກາຍເປັນພາກພື້ນເສດຖະກິດທີ່ຂະຫຍັນຂັນເຄື່ອນ, ຄາດຄະເນວ່າຈະປະກອບສ່ວນປະມານ 10% ຂອງ GDP ທົ່ວໂລກໃນປີນີ້.

ໃນ​ຂອບ​ເຂດ​ຂອງການສຳມະນາ, ການນຳບັນດາທະນາຄານສູນກາງ ແລະ ຜູ້​ຕາງ​ໜ້າ​ຂອງ IMF, IFC ​ໄດ້​ໃຊ້​ເວລາ​ປຶກສາ​ຫາລື​ກ່ຽວ​ກັບ​ທ່າ​ອ່ຽງ​ການ​ພັດທະນາ​ໃນ​ໄລຍະ​ຍາວ​ຂອງ​ໂລກ, ລວມມີ ການຫັນປ່ຽນໂຄງປະກອບ​ເສດຖະກິດ, ການປ່ຽນປະຊາກອນວິທະຍາ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການພັດທະນາເຕັກໂນໂລຊີ, ປັນຍາປະດິດ​ແລະ​ຂະ​ບວນການ​ຫັນປ່ຽນ​ສີຂຽວ ຕະຫຼອດເຖິງການ​ເຄື່ອນໄຫວ​ຂອງພື້ນຖານ​ເສດຖະກິດ​ ອາ​ຊຽນ ເວົ້າລວມ, ທ້ອງຕະຫຼາດການ​ເງິນ ​ແລະ ການປະຕິບັດງານບໍລິຫານນະ​ໂຍບາຍ​ເງິນຕາຂອງ​ທະນາຄານສູນກາງ ເວົ້າ​ສະ​ເພາະ.

ດ້ວຍມູມມອງຮອບດ້ານ​ກ່ຽວ​ກັບ​ເສດຖະກິດ ກໍຄືປະສົບ​ການ​ຢ່າງ​ເລິກ​ເຊິ່ງ​ໃນ​ການປະຕິບັດການ​ຄຸ້ມ​ຄອງ​ເງິນຕາ - ທະນາຄານ, ບັນດາ​ຜູ້​ວ່າການ ​ໄດ້​ແບ່ງປັນ​ກ່ຽວ​ກັບ​ບົດບາດ​ຂອງ​ທະນາຄານສູນ​ກາງ​ ​ໃນ​ການໝູນໃຊ້ກາລະ​ໂອກາດ​ຂອງ​ທ່າ​ອ່ຽງ​ການ​ປ່ຽນ​ແປງ​ຂອງ​ທົ່ວ​ໂລກ, ກໍຄືການຮັບມືກັບບັນດາ​ສິ່ງ​ທ້າ​ທາຍກ່ຽວກັບປະຊາກອນຜູ້ອາຍຸສູງ ແລະ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ເພື່ອ​ປະ​ກອບ​ສ່ວນ​ຊຸກ​ຍູ້​ຄວາມວັດທະນາຖາວອນຂອງ​ປະ​ເທດ​ຊາດ ແລະ ພາກ​ພື້ນ.

ກ່າວ​ຄຳປາໄສທີ່​ການສຳມະນາ, ທ່ານຜູ້​ວ່າການ​ທະນາຄານ​ແຫ່ງ​ລັດ ຫວຽດນາມ ນາງ ຫງວຽນ​ທິຮົ່ງ ​ໄດ້​ແບ່ງປັນ​ບັນດາໝາກຜົນ​ຢ່າງຕັ້ງໜ້າຂອງ​ຮູບ​ແບບ​ຫັນປ່ຽນໂຄງປະກອບເສດຖະກິດ​ຢູ່ ຫວຽດນາມ ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້ ຈາກ​ກະສິກຳ​ໄປເຖິງ​ອຸດສາຫະກຳ ​ແລະ ການ​ບໍລິການ. ​ໃນ​ຂະບວນນີ້, ວຽກງານບໍລິຫານ​ນະ​ໂຍບາຍ​ເງິນ, ສິນ​ເຊື່ອ​ຂອງ​ທະນາຄານ​ແຫ່ງ​ລັດ ກໍ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນເສດຖະກິດ​ມະຫາພາກ​ຢ່າງສະຖຽນ​ລະ​ພາບ​, ສ້າງ​ພື້ນຖານແບບໝັ້ນແກ່ນ ເພື່ອພັດທະນາ​ແບບ​ຍືນ​ຍົງ ​ແລະ ຊຸກຍູ້​ການ​ຫັນ​ເປັນ​ອຸດສາຫະກຳ. ຄຽງ​ຂ້າງ​ນັ້ນ, ຂະ​ແໜງ​ການ​ທະນາຄານ​ຂອງ​ ຫວຽດນາມ ກໍ່​ພວມ​ຊຸກຍູ້​ການ​ຫັນ​ເປັນ​ດີ​ຈີ​ຕອນ​ແຫ່ງ​ຊາດ; ເປັນເຈົ້າການໃນການຜັນຂະຫຍາຍບັນດາກະທຳທີ່ແທດຈິງ ເພື່ອຮັບມືກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ​ໄດ້​ຮັບ​ການ​ຈັດ​ອັນ​ດັບສູງ​ເມື່ອ​ທຽບ​ໃສ່​ບັນດາ​ປະ​ເທດ ​ອາຊີ ໃນ​ການຜັນຂະຫຍາຍບາງເນື້ອໃນທີ່ສຳຄັນ​ຂອງ​ສັນຍາ ​ປາຣີ.

ທີ່​ການສຳມະນາ, ບັນດາ​ຜູ້​ແທນ​ຍັງ​ໄດ້​ຮັບ​ຟັງ​ທັດສະນະ​ຂອງ​ຜູ້​ວ່າການ​ທະນາຄານສູນ​ກາງ ມາ​ເລ​ເຊຍ ກ່ຽວ​ກັບ​ຂະ​ບວນການປັບປຸງໃນລະບົບ​ເສດຖະກິດ ​ແລະ ການ​ເງິນ ​ເພື່ອ​ບັນລຸໄດ້​ເປົ້າ​ໝາຍ​ແບບ​ຍືນ​ຍົງ​ຂອງ​ດິນ​ຟ້າ​ອາກາດ, ປະສົບ​ການ​ຂອງ​ທ່ານຜູ້ວ່າການທະນາຄານ​ສູນກາງ​ ໄທ ເສ​ດຖາ​ພຸດ ກ່ຽວກັບຄວາມ​ຈຳ​ເປັນຂອງ​ການປະສົມປະສານທ່າ​ອ່ຽງ​ການຫັນປ່ຽນໂຄງປະກອບປະຊາກອນ​ເຂົ້າ​ສູ່​ການ​ວາງ​ແຜນ​ນະ​ໂຍບາຍ​ການ​ເງິນ - ເງິນຕາ, ມູມມອງ​ຂອງ​ທ່ານຜູ້​ວ່າການ​ທະນາຄານ​ແຫ່ງ ສປປ ລາວ ບຸນ​ເຫຼືອ ກ່ຽວກັບເນື້ອໃນຄວາມໝາຍນະ​ໂຍບາຍ​ຕໍ່​ທະນາຄານ​ແຫ່ງ​ລັດ ​ເພື່ອ​ໝູນໃຊ້ໂອກາດ​ພັດທະນາ​ໃນ​ສະພາບ​ການ​ໃໝ່ຢ່່າງສູງສຸດ.

ກ່ຽວ​ກັບ​ບັນດາ​ບັນຫາ​ທີ່​ກ່າວ​ມາ​ນັ້ນ, ບັນດານັກປາຖະກະຖາຢືນຢັນວ່າ ຄວາມພ້ອມຈິດພ້ອມໃຈກັນ, ຄວາມ​ສາມັກຄີ​ຂອງ​ບັນດາ​ປະ​ເທດ ອາ​ຊຽນ ​ໃນ​ການ​ຮ່ວມ​ມື ​ເພື່ອຮັບມືກັບ​ບັນດາ​ສິ່ງ​ທ້າ​ທາຍ​ທີ່​ເກີດ​ຈາກ​ທ່າ​ອ່ຽງການເຄື່ອນໄຫວພັດທະນາ​ຂອງ​ໂລກ. ການສຳມະນາ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ການ​ຮ່ວມ​ມື​ຢ່າງແໜ້ນແຟ້ນ, ບັນດາທະນາຄານສູນກາງ ອາ​ຊຽນ ຈະ​ຮ່ວມ​ກັນໝູນໃຊ້ກາລະ​ໂອກາດ ແລະ ຜ່ານ​ຜ່າບັນດາສິ່ງ​ທ້າ​ທາຍ ​ເພື່ອ​ໃຫ້​ຂະ​ແໜງ​ການ​ທະນາຄານ​ຂອງ​ພາກ​ພື້ນທີ່ມີການປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ຂະ​ບວນການ​ພັດທະນາ​ເສດຖະກິດ​ຂອງ​ປະ​ເທດຊາດ ​ກໍ​ຄື​ທົ່ວ​ພາກ​ພື້ນ​ ອາ​ຊຽນ.

ການສຳມະນາ ກໍໄດ້ຕີ​ລາຄາ​ສູງ​ບັນດາ​ຜົນງານ​ດ້ານ​ເສດຖະກິດ​ມະຫາ​ພາກ​ຂອງ​ ຫວຽດນາມ ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ປະກອບສ່ວນ​ເຮັດ​ໃຫ້​ ອາ​ຊຽນ ກາຍເປັນຈຸດ​ພົ້ນ​ເດັ່ນ​ຂອງ​ການ​ເຕີບ​ໂຕ​ໃນພາກ​ພື້ນ ​ແລະ ​ໃນ​ໂລກ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.