ການນຳລາວ ຕີລາຄາສູງການພົວພັນຮ່ວມມືລະຫວ່າງ ຮ່າໂນ້ຍ ແລະວຽງຈັນ

10:45 | 14/03/2024

ການນຳລາວ ຕີລາຄາສູງການພົວພັນຮ່ວມມືລະຫວ່າງ ຮ່າໂນ້ຍ ແລະວຽງຈັນ

Vietjet ເປີດສາຍການບິນເຊື່ອມຕໍ່ນະຄອນ ໂຮ່ຈີມິນ (ຫວຽດນາມ) ກັບນະຄອນຫຼວງ ວຽງຈັນ (ສປປ ລາວ) Vietjet ເປີດສາຍການບິນເຊື່ອມຕໍ່ນະຄອນ ໂຮ່ຈີມິນ (ຫວຽດນາມ) ກັບນະຄອນຫຼວງ ວຽງຈັນ (ສປປ ລາວ)
ນໍາ ຮວ່ານນກຽມ-ຈັນທະບູລີ ກາຍເປັນແບບຢ່າງການຮ່ວມມືລະຫວ່າງຮ່າໂນ້ຍ ແລະ ວຽງຈັນ (ລາວ) ໂດຍໄວ ນໍາ ຮວ່ານນກຽມ-ຈັນທະບູລີ ກາຍເປັນແບບຢ່າງການຮ່ວມມືລະຫວ່າງຮ່າໂນ້ຍ ແລະ ວຽງຈັນ (ລາວ) ໂດຍໄວ

ຕອນບ່າຍວັນທີ 12 ມີນາ, ຢູ່ນະຄອນຫຼວງວຽງຈັນ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດລາວ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນນະຄອນຫຼວງຮ່າໂນ້ຍ ນໍາໂດຍສະຫາຍ ດິງຕ໊ຽນຢຸງ, ກຳມະການກົມການເມືອງ, ເລຂາພັກນະຄອນຮ່າໂນ້ຍ ເຂົ້າຢ້ຽມຂໍ່ານັບ.

ການນຳລາວ ຕີລາຄາສູງການພົວພັນຮ່ວມມືລະຫວ່າງ ຮ່າໂນ້ຍ ແລະວຽງຈັນ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ຕ້ອນຮັບສະຫາຍ ດິງຕ໊ຽນຢຸງ, ກຳມະການກົມການເມືອງ, ເລຂາພັກນະຄອນຮ່າໂນ້ຍ. ພາບ: laodongthudo.vn.

ທີ່ການຕ້ອນຮັບ, ສະຫາຍ ເລຂາພັກນະຄອນຮ່າໂນ້ຍ ດິງຕ໊ຽນຢຸງ ໄດ້ລາຍງານຕໍ່ສະຫາຍເລຂາທິການໃຫຍ່, ປະທານປະເທດລາວ ກ່ຽວກັບໝາກຜົນການພົບປະເຈລະຈາລະຫວ່າງຄະນະຜູ້ແທນຂັ້ນສູງຂອງສອງນະຄອນຫຼວງທີ່ໄດ້ດຳເນີນໄປກ່ອນໜ້ານັ້ນ. ພ້ອມທັງເນັ້ນໜັກວ່າ ໝາກຜົນອັນດີງາມຂອງການຮ່ວມມືລະຫວ່າງ ຮ່າໂນ້ຍ-ວຽງຈັນ ສືບຕໍ່ແມ່ນໜຶ່ງໃນບັນດາພະຍານຫຼັກຖານທີ່ພິສູດໃຫ້ເຫັນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດ ຫວຽດນາມ-ລາວ ຈາກແງ່ມູມການຮ່ວມມືທ້ອງຖິ່ນ; ຢັ້ງຢືນວ່າ ໃນໄລຍະຈະມາເຖິງ, ຮ່າໂນ້ຍ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບນະຄອນຫຼວງວຽງຈັນ ເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງຂອງສອງພັກ, ສອງລັດ ແລະຂໍ້ຕົກລົງລະຫວ່າງສອງນະຄອນຫຼວງຢ່າງມີປະສິດທິຜົນ.

ການນຳລາວ ຕີລາຄາສູງການພົວພັນຮ່ວມມືລະຫວ່າງ ຮ່າໂນ້ຍ ແລະວຽງຈັນ
ບັນຍາກາດທີ່ການຕ້ອນຮັບ. ພາບ: laodongthudo.vn

ສ່ວນສະຫາຍເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ກໍ່ໄດ້ຕີລາຄາສູງຕໍ່ໝາກຜົນການພົບປະເຈລະຈາລະຫວ່າງສະຫາຍເລຂາພັກນະຄອນຮ່າໂນ້ຍ ດິງຕ໊ຽນຢຸງ ແລະສະຫາຍເລຂາພັກນະຄອນຫຼວງວຽງຈັນ ອະນຸພາບ ຕຸນາລົມ; ຮັບຮູ້ ແລະຕີລາຄາສູງຕໍ່ໝາກຜົນການຮ່ວມມືໃນໄລຍະຜ່ານມາຂອງສອງນະຄອນຫຼວງ ຕາມບົດບັນທຶກຂໍ້ຕົກລົງການຮ່ວມມືລະຫວ່າງສອງນະຄອນຫຼວງ ໃນໄລຍະ 2022-2025, ເປັນຕົ້ນແມ່ນການໜູນຊ່ວຍທີ່ແທດຈິງຂອງນະຄອນຫຼວງຮ່າໂນ້ຍ ທີ່ສະຫງວນໃຫ້ນະຄອນຫຼວງວຽງຈັນ; ສະຫາຍສະແດງຄວາມເຊື່ອໝັ້ນວ່າ ຮ່າໂນ້ຍ ແລະວຽງຈັນ ຈະສືບຕໍ່ປະຕິບັດບົດບັນທຶກຂໍ້ຕົກລົງການຮ່ວມມືໄລຍະ 2022-2025 ຢ່າງມີປະສິດທິຜົນ, ຜັນຂະຫຍາຍເນື້ອໃນການຮ່ວມມືໃໝ່ໃຫ້ນັບມື້ນັບແທດຈິງ ແລະມີປະສິດທິຜົນ.

ສະຫາຍເລຂາທິການໃຫຍ່, ປະທານປະເທດລາວ ເຊື່ອໝັ້ນວ່າ ສອງນະຄອນຫຼວງຈະນໍາການພົວພັນຮ່ວມມືມິດຕະພາບໃຫ້ກາຍເປັນແບບຢ່າງໃນການຮ່ວມມືຂັ້ນທ້ອງຖິ່ນຫວຽດນາມ-ລາວ, ປະກອບສ່ວນເພີ່ມພູນຄູນສ້າງຄວາມສະໜິດຕິດພັນທີ່ບໍລິສຸດຜຸດຜ່ອງ, ຫາຍາກ, ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ໄດ້ຮັບການເພີ່ມພູນຄູນສ້າງຈາກບັນດາສະຫາຍການນໍາສອງພັກ, ສອງລັດ.

* ກ່ອນໜ້ານັ້ນໃນວັນດຽວກັນ, ສະຫາຍ ດິງຕ໊ຽນຢຸງ ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມລາຍການສົ່ງເສີມການທ່ອງທ່ຽວ, ການຄ້າ ຮ່າໂນ້ຍ-ວຽງຈັນ 2024 ທີ່ຈັດຢູ່ນະຄອນຫຼວງວຽງຈັນ.

ບູນມີ

Tags: ລາວ
ເຫດການ
302 Found

Found

The document has moved here.