ເປີດຕົວລະບົບຊຳລະຂ້າມຊາຍແດນ ລາວ-ໄທ

14:55 | 05/04/2024

ຍສໝ - ຕອນ​ບ່າຍ​ວັນ​ທີ 3 ​ເມສາ​ນີ້, ຢູ່​ແຂວງ​ຫຼວງ​ພະ​ບາງ, ທາງ​ພາກ​ເໜືອ​ຂອງ​ລາວ, ​ໄດ້​ດຳເນີນພິທີ​ເປີດ​ຕົວລະບົບ​ຊຳລະສະສາງຂ້າມຊາຍແດນ ດ້ວຍການສະແກນລະຫັດ QR ລະຫວ່າງ​ລາວ ​ແລະ​ ໄທ, ເພື່ອຊຸກຍູ້​ການພັດທະນາເເບບຍືນຢົງ, ຊຸກຍູ້​ການປ່ຽນແປງໃໝ່ ແລະ ເຂົ້າ​ເຖິງ​ບັນດາການ​ບໍລິການ​ດ້ານ​ການ​ເງິນເພື່ອຜົນປະໂຫຍດຂອງປະຊາຊົນທັງສອງປະເທດ.

9 ແຂວງຂອງ 3 ປະເທດ ຫວຽດນາມ - ລາວ - ໄທ ສືບຕໍ່ຮ່ວມມືຮອບດ້ານ 9 ແຂວງຂອງ 3 ປະເທດ ຫວຽດນາມ - ລາວ - ໄທ ສືບຕໍ່ຮ່ວມມືຮອບດ້ານ
ການຢ້ຽມຢາມ ລາວ - ໄທ ຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ບັນລຸໄດ້ບັນດາຄາດໝາຍ, ຂໍ້ກຳນົດທີ່ວາງອອກທັງສອງຝ່າຍ ແລະ ຫຼາຍຝ່າຍ. ການຢ້ຽມຢາມ ລາວ - ໄທ ຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ບັນລຸໄດ້ບັນດາຄາດໝາຍ, ຂໍ້ກຳນົດທີ່ວາງອອກທັງສອງຝ່າຍ ແລະ ຫຼາຍຝ່າຍ.

ທີ່ເຫດການ, ເຂົ້າຮ່ວມພິທີດັ່ງກ່າວມີ ທ່ານ ບຸນເຫຼືອ ສິນໄຊວໍລະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ; ທ່ານ ​ເສ​ດຖະ​ພຸດ​ສຸ​ທິ​ວາດ​ນະຣຸ​ພຸດ, ຜູ້​ວ່າການ​ທະນາຄານ​ແຫ່ງປະເທດໄທ, ພ້ອມ​ກັບພະນັກງານ - ລັດຖະກອນ​ຂອງ​ຂະ​ແໜງ​ການ​ທະນາຄານ​ສອງ​ປະ​ເທດ​ ລາວ -​ ໄທ​ ເປັນ​ຈຳນວນ​ຫຼວງ​ຫຼາຍ.

ເປີດຕົວລະບົບຊຳລະຂ້າມຊາຍແດນ ລາວ-ໄທ

ພິທີ​ເປີດ​ຕົວລະບົບ​ຊຳລະຂ້າມ​ຊາຍແດນດ້ວຍ​ລະຫັດ QR ລະຫວ່າງ​ສອງ​ປະ​ເທດ. ພາບ: ຟ້າມກຽນ/ນັກຂ່າວ TTXVN ປະຈຳ ລາວ

ກ່າວ​ຄຳປາໄສ​ທີ່​ພິທີ, ທ່ານ ບຸນເຫຼືອ ສິນໄຊວໍລະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ຢືນຢັນ​ວ່າ ການ​ນຳ​ໃຊ້​ລະບົບ​ຊຳລະ​ຂ້າມຊາຍແດນດ້ວຍ​ເງິນ​ພາຍ​ໃນ​ປະ​ເທດ​ ລາວ -​ ໄທ ໂດຍຜ່ານລະຫັດ QR ​ແມ່ນ​ບາດກ້າວ​ສຳຄັນ​ໃນ​ການ​ພັດທະນາຂອງ​ຂະ​ແໜງ​ການ​ເງິນ​ຂອງ​ລາວ ​ເພາະວ່າ ໄທ​ເປັນ​ຄູ່​ຮ່ວມ​ມື​ການ​ຄ້າອັນ​ດັບ 1 ຂອງ​ປະ​ເທດນີ້. ສິ່ງນີ້ບໍ່ພຽງແຕ່ຊ່ວຍປະຕິບັດບັນດາການເຮັດທຸລະກຳດ້ານການເງິນຂ້າມຊາຍແດນ, ພິເສດ ສຳລັບບັນດາວິສາຫະກິດ, ນັກທຸລະກິດ (MSMEs) ແລະ ຜູ້ບໍລິໂພກ ປະຕິບັດໄດ້ຢ່າງວ່ອງໄວ, ມີປະສິດທິຜົນ, ປອດໄພ, ປະຢັດຄ່າໃຊ້ຈ່າຍ ແລະ ເຂົ້າເຖິງໄດ້ງ່າຍເທົ່ານັ້ນ, ແຕ່ຍັງຊ່ວຍໃຫ້ຜູ້ອອກແຮງງານທີ່ເຮັດວຽກຢູ່ 2 ປະເທດໄດ້ມີຄວາມສະດວກໃນການ​ໂອນ​ເງິນ​ກັບ​ບ້ານ, ພ້ອມກັນນັ້ນ ກໍ່ຊ່ວຍ​ຊຸກຍູ້​ການ​ນຳ​ໃຊ້​ເງິນ​ສົດ​ໃນ​ສັງຄົມ​ ແລະ​ ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ໜ້ອຍ​ລົງ.

ຕາມທ່ານຜູ້ວ່າການທະນາຄານແຫ່ງ ສປປ ລາວ ແລ້ວ, ການຊຳລະຂ້າມຊາຍແດນໃນປັດຈຸບັນຖືວ່າເປັນການເປີດກ້ວາງທີ່ຈຳເປັນຂອງນະວັດຕະກໍາທາງດ້ານການເງິນແບບດິຈິຕອນ ເພື່ອໃຫ້ທັນກັບຄວາມຕ້ອງການຂອງການເຮັດທຸລະກຳ, ຊຳລະຂອງປະຊາຊົນ ແລະ ພື້ນຖານເສດຖະກິດ. ລະບົບ​ຊຳລະຂ້າມ​ຊາຍແດນ​ດ້ວຍ​ລະຫັດ QR ບໍ່​ພຽງ​ແຕ່​ສອດຄ່ອງກັບ​ຄວາມ​ພະຍາຍາມ​ຂອງ ​ອາ​ຊຽນ ​ໃນ​ການ​ເຂົ້າ​ເຖິງບັນດາ​ບໍລິການ​ດ້ານ​ການ​ເງິນ ​ເພື່ອ​ຫຼຸດຜ່ອນຄວາມຜິດດ່ຽງລະຫວ່າງຂົງເຂດຕົວ​ເມືອງ ​ແລະ ຊົນນະບົດ​ເທົ່າ​ນັ້ນ, ຫາກ​ຍັງຕີລາຄາວ່າ ແມ່ນ​ບາດກ້າວ​ໃຫຍ່​ໃນ​ຂະ​ບວນການ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ​ຂອງ​ພາກ​ພື້ນ​ ອາ​ຊຽນ, ສອດຄ່ອງກັບທ່າ​ອ່ຽງ​ຍູ້ແຍງການເຊື່ອມຕໍ່ການຊຳລະຂ້າມຊາຍແດນ.

ມາ​ຮອດ​ປະຈຸ​ບັນ, ລາວ ໄດ້​ຜັນຂະຫຍາຍການ​ຊຳລະຂ້າມ​ຊາຍ​ແດນ​ດ້ວຍ​ການສະແກນລະຫັດ QR ກັບ 2 ປະ​ເທດ​ໃນ​ພາກ​ພື້ນ​ຄື ໄທ ​ແລະ ກຳປູ​ເຈຍ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.