ວັນຊີວະນາໆພັນ ສາກົນ 22 ພຶກສະພາ

18:52 | 22/05/2019

ວັນທີ 22 ພຶດສະພາ ຢູ່ ແຂວງ ນິງບີງ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວຽດນາມໄດ້ສົມທົບກັບ ຄະນະກຳມະການປະຊາຊົນ ແຂວງ ນິງບີງ ຈັດຕັ້ງພິທີປຸກລະດົມບັນດາການເຄື່ອນໄຫວຕອບສະຫນອງ ວັນ ຊີວະນາໆພັນສາກົນ ປີ 2019.

ວັນຊີວະນາໆພັນ ສາກົນ 22 ພຶກສະພາ

ທ່ານ ຫວໍຕວນເຍີນ ຮອງລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມມອບໃບຢັ້ງຢືນເຂດ Ramsarໃຫ້ແກ່ເຂດອະນຸລັກຮັກສາທຳມະຊາດເຂດດິນນ້ຳຖ້ວມ ເວີນລອງ. (ພາບ: baotainguyenmoitruong.vn)

ການເຄື່ອນໄຫວຕ່າງໆໃນໂອກາດນີ້ແມ່ນເພື່ອແນໃສ່ຊຸກຍູ້ ເລື່ອງຊອກຮູ້ບັນດາຄວາມຮູ້ ແລະ ເພີ່ມທະວີມູນເຊື້ອກ່ຽວກັບສາຍກ່ຽວພັນລະຫວ່າງອາຫານ, ທາດບຳລຸງ ແລະ ສຸຂະພາບຂອງມະນຸດ ກັບຊີວະນາໆພັນ, ປະກອບສ່ວນຫລຸດຜ່ອນ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຟື້ນຟູ ລະບົບຊີວະພາບ, ເຮັດໃຫ້ແຫລ່ງນ້ຳສະອາດ ແລະ ບໍ່ມີໄພອຶດຫິວ, ເຊີດຊູຄວາມເປັນຫລາຍຮູບແບບ, ອຸດົມສົມບູນຂອງທຳມະຊາດ.

ທີ່ພິທີປຸກລະດົມ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ໄດ້ມອບໃບຢັ້ງຢືນເຂດ Ramsar ໃຫ້ແກ່ເຂດອະນຸລັກຮັກສາທຳມະຊາດເຂດດິນນ້ຳຖ້ວມ ເວີນລອງ ແຂວງ ນິງບີງ. ນີ້ແມ່ນເຂດ Ramsar ແຫ່ງທີ 9 ຂອງຫວຽດນາມ. ກ່າວຄຳເຫັນທີ່ພິທີ, ທ່ານ ຫວໍຕວນເຍີນ ຮອງລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ໃຫ້ຮູ້ວ່າ:

“ການຮັບຮອງບັນດາເຂດ Ramsar ຢູ່ ຫວຽດນາມ ແມ່ນການເຊີດຊູບັນດາຄຸນຄ່າຂອງຊີວະນາໆພັນ ແລະ ພ້ອມກັນນັ້ນ ພວກເຮົາມີໂອກາດເພື່ອອະນຸລັກຮັກສາ, ເສີມຂະຫຍາຍຊີວະນາໆພັນທີ່ພວມນັບມື້ນັບໝົດກ້ຽງຂອງໂລກ ເວົ້າລວມ ແລະ ຫວຽດນາມ ເວົ້າສະເພາະ. ພິເສດ ບັນດາເຂດ Ramsar ນີ້ ແມ່ນບ່ອນສະສົມການອະນຸລັກຮັກສາຊີວະນາໆພັນ ຮັບໃຊ້ຊີວິດການເປັນຢູ່ຂອງປະຊາຊົນ, ຮັບໃຊ້ໃຫ້ການທ່ອງທ່ຽວ ແລະ ພັດທະນາແບບຍືນຍົງ.

(ແຫຼ່ງ​ຂໍ້​ມູນ​: VOVWORLD)

ເຫດການ
302 Found

Found

The document has moved here.