ອົດສະຕາລີ ແລະ ລາວ ລົງນາມໃນຂໍ້ຕົກລົງຍົກລະດັບການພົວພັນເປັນຄູ່ຮ່ວມມືຮອບດ້ານ

06:43 | 08/03/2024

ຍສໝ - ​ເນື່ອງ​ໃນ​ໂອກາດ​ກອງ​ປະຊຸມສຸດຍອດອາ​ຊຽນ - ອົດ​ສະຕາລີ, ​ໃນ​ວັນ​ທີ 6 ມີນາ​ນີ້, ອົດ​ສະ​ຕາ​ລີ ​ແລະ ລາວ ​ໄດ້​ປະກາດການຍົກ​ລະດັບ​ການ​ພົວພັນ​ສອງຝ່າຍ ຂຶ້ນເປັນຄູ່​ຮ່ວມ​ມື​ຮອບດ້ານ ຢ່າງເປັນທາງການ, ເປີດ​ໄລຍະ​ໃໝ່​ໃນ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ.

ວຽກງານການຕ່າງປະເທດຂອງ ຫວຽດນາມ ແລະ ອົດສະຕາລີ ວຽກງານການຕ່າງປະເທດຂອງ ຫວຽດນາມ ແລະ ອົດສະຕາລີ
ການນໍາແຂວງກວາງບິ່ງ ເຮັດວຽກກັບຄະນະຜູ້ແທນລາວ ແລະ ອົດສະຕາລີ ປະຈຳຫວຽດນາມ ການນໍາແຂວງກວາງບິ່ງ ເຮັດວຽກກັບຄະນະຜູ້ແທນລາວ ແລະ ອົດສະຕາລີ ປະຈຳຫວຽດນາມ

ຕາມຂໍ້ມູນສື່ມວນຊົນຂອງຫ້ອງວ່າການລັດຖະບານ ອົດສະຕາລີ ​ໃນ​ວັນ​ທີ 6 ມີນາ​ນີ້ ແລ້ວ, ຢູ່ນອກກອງປະຊຸມສຸດຍອດ ອາຊຽນ - ອົດສະຕາລີ ປີ 2024, ທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese ແລະ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ໄດ້ລົງນາມໃນຂໍ້ຕົກລົງຍົກລະດັບການພົວພັນລະຫວ່າງ ອົດສະຕາລີ ແລະ ລາວ ຂຶ້ນເປັນຄູ່ຮ່ວມມືຮອບດ້ານ.

ຕາມ​ນັ້ນ​ແລ້ວ, ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ ​ອົດ​ສະ​ຕາ​ລີ - ລາວ ຈະ​ຊຸກຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ​ໃນ 4 ​ເສົາ​ຄ້ຳ​ບຸລິມະສິດ​ລວມ ທີ່​ເໝາະສົມກັບຜົນປະໂຫຍດແຫ່ງຊາດຂອງ​ທັງ​ສອງ​ປະ​ເທດ​ລວມມີ: ປະຊາຊົນ, ການ​ສຶກສາ ​ແລະ ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ; ເສດຖະກິດ, ການຄ້າ ແລະ ການລົງທຶນ; ດິນຟ້າອາກາດ, ສິ່ງແວດລ້ອມ ແລະພະລັງງານ; ການ​ປ້ອງ​ກັນ​ຊາດ​ ແລະ ​ການ​ປະຕິບັດກົດ​ຫມາຍ​.

ອົດສະຕາລີ ແລະ ລາວ ລົງນາມໃນຂໍ້ຕົກລົງຍົກລະດັບການພົວພັນເປັນຄູ່ຮ່ວມມືຮອບດ້ານ

ທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese ພົບພະກັບ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ຢູ່ກອງປະຊຸມສຸດຍອດພິເສດ ອາຊຽນ - ອົດສະຕາລີ ທີ່ດຳເນີນຢູ່ Melbourne

ກ່າວຄຳປາໄສຕໍ່ໜ້າກັບສື່ມວນຊົນ, ທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese ເນັ້ນໜັກວ່າ ອົດສະຕາລີ ມີຄວາມພາກພູມໃຈທີ່ເປັນໜຶ່ງໃນບັນດາຄູ່ຮ່ວມມືຍາວນານທີ່ສຸດຂອງລາວ, ສາຍພົວພັນທີ່ໄດ້ສ້າງຂຶ້ນບົນພື້ນຖານຄວາມເຄົາລົບ, ຄວາມເຂົ້າໃຈເຊິ່ງກັນ ແລະກັນ ແລະ ຮ່ວມມືຢ່າງແໜ້ນແຟ້ນ. ການ​ຮ່ວມ​ມື​ຮອບດ້ານທີ່ມີລັກສະນະເປັນ​​ຫຼັກ​ໝາຍ​ນີ້ ທີ່ໄດ້ສ່ອງແສງຄຳໝັ້ນໝາຍ​ຂອງ​ ອົດສະຕາລີ ໃນການນຳເອົາການພົວພັນ ອົດສະຕາລີ ແລະ ລາວ ​ຫຍັບເຂົ້າ​ໃກ້​ກັນກວ່າອີກ.

ຍຸດທະສາດເສດຖະກິດ ອາຊີຕາເວັນອອກສ່ຽງໃຕ້ ຂອງ ອົດສະຕາລີ ຮອດປີ 2040 ໄດ້ກຳນົດກະສິກຳ, ສະບຽງອາຫານ, ຊັບພະຍາກອນ ແລະ ພະລັງງານສີຂຽວແມ່ນບັນດາຂົງເຂດໂອກາດຫຼັກ ໃຫ້ແກ່ວິສາຫະກິດ ອົດສະຕາລີ ຢູ່ ລາວ. ການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ ກໍຈະໜູນຊ່ວຍ ລາວ ຫັນ​ການ​ພັດທະນາ​ແບບ​ຍືນ​ຍົງສູງສຸດ​ໃນ​ຂົງ​ເຂດ​ດັ່ງກ່າວ.

ທ່ານນາຍົກລັດຖະມົນຕີ Albanese ກໍປະກາດວ່າ ອົດສະຕາລີ ໄດ້ໃຫ້ຄຳໝັ້ນສັນຍາ 3 ລ້ານ AUD ໃຫ້ແກ່ໂຄງການ ຍຸງໂລກ ຂອງມະຫາວິທະຍາໄລ Monash ເພື່ອໜຸມຊ່ວຍລົບລ້າງພະຍາດໄຂ້ເລືອດອອກໃນ ລາວ. ໂຄງການດັ່ງກ່າວ ຈະອຸປະຖຳໃຫ້ແກ່ການຄົ້ນຄວ້າ ແລະ ອະນຸຍາດໃຫ້ ອົດສະຕາລີ ສາມາດແບ່ງປັນຄວາມຮູ້ ແລະ ແຫຼ່ງຊັບພະຍາກອນລະດັບໂລກ ເພື່ອຄຸ້ມຄອງການແຜ່ລະບາດຂອງພະຍາດໄຂ້ເລືອດອອກໃນ ລາວ.

ມິງດຶກ

ເຫດການ
302 Found

Found

The document has moved here.