ກອນຕູມ: ມອບ-ຮັບໂຄງການກໍ່ສ້າງຫໍວັດທະນະທຳມິດຕະພາບ ໃຫ້ຕາແສງ ເບີ່ອີ

17:51 | 19/12/2023

ຍສໝ - ໂຄງການດັ່ງກ່າວແມ່ນຂອງຂວັນຈາກກະຊວງປ້ອງກັນປະເທດຫວຽດນາມ ເນື່ອງໃນໂອກາດການພົບປະແລກປ່ຽນມິດຕະພາບປ້ອງກັນຊາດຢູ່ເຂດຊາຍແດນ ຫວຽດນາມ - ລາວ - ກໍາປູເຈຍ ຄັ້ງທຳອິດ; ກອງບັນຊາການທະຫານຊາຍແດນແຂວງກອນຕູມ ເປັນເຈົ້າຂອງໂຄງການ.

ກອນຕູມ ແລະ ອັດຕະປື ສົມທົບກັນຊອກຫາ, ທ້ອນໂຮມອັດຖິນັກຮົບອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົມຄາມຢູ່ລາວ ກັບຄືນເມືອປະເທດ ກອນຕູມ ແລະ ອັດຕະປື ສົມທົບກັນຊອກຫາ, ທ້ອນໂຮມອັດຖິນັກຮົບອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົມຄາມຢູ່ລາວ ກັບຄືນເມືອປະເທດ
ທ່ານ Paul Jansen ເອກອັກຄະລັດຖະທູດແບນຊິກໄດ້ມອບຂອງຂວັນ 6.200 ພູດ ໃຫ້ແກ່ເດັກນ້ອຍອະນຸບານຢູ່ແຂວງກວາງນາມ, ກວາງຫງາຍ ແລະ ກອນຕູມ ທ່ານ Paul Jansen ເອກອັກຄະລັດຖະທູດແບນຊິກໄດ້ມອບຂອງຂວັນ 6.200 ພູດ ໃຫ້ແກ່ເດັກນ້ອຍອະນຸບານຢູ່ແຂວງກວາງນາມ, ກວາງຫງາຍ ແລະ ກອນຕູມ

ວັນທີ 19 ທັນວາ, ຕາມຂໍ້ມູນຈາກກອງບັນຊາການທະຫານຊາຍແດນແຂວງ ກອນຕູມ ໃຫ້ຮູ້ວ່າ ທາງກົມກອງໄດ້ຈັດຕັ້ງພິທີມອບ-ຮັບໂຄງການກໍ່ສ້າງຫໍວັດທະນະທໍາມິດຕະພາບ ຫວຽດນາມ-ລາວ-ກຳປູເຈຍ ໃຫ້ແກ່ຄະນະກໍາມະການປະຊາຊົນຕາແສງ ເບີ່ອີ (ເມືອງ ງອກໂຮ່ຍ, ແຂວງ ກອນຕູມ) ຄຸ້ມຄອງ ແລະນຳໃຊ້ຕາມສັບພະຄຸນ ແລະຮີດຄອງປະເພນີຂອງທ້ອງຖິ່ນ.

ກອນຕູມ: ມອບ-ຮັບໂຄງການກໍ່ສ້າງຫໍວັດທະນະທຳມິດຕະພາບ ໃຫ້ຕາແສງ ເບີ່ອີ

ຜູ້ຕາງໜ້າກອງບັນຊາການທະຫານຊາຍແດນແຂວງກອນຕູມ ມອບໂຄງການກໍ່ສ້າງຫໍວັດທະນະທໍາມິດຕະພາບ ໃຫ້ແກ່ການນໍາຄະນະກໍາມະການປະຊາຊົນຕາແສງ ເບີ່ອີ. ພາບ: qdnd.vn

ໂຄງການດັ່ງກ່າວແມ່ນຂອງຂວັນຈາກກະຊວງປ້ອງກັນປະເທດຫວຽດນາມ ເນື່ອງໃນໂອກາດການພົບປະແລກປ່ຽນມິດຕະພາບປ້ອງກັນຊາດຢູ່ເຂດຊາຍແດນ ຫວຽດນາມ - ລາວ - ກໍາປູເຈຍ ຄັ້ງທຳອິດ; ກອງບັນຊາການທະຫານຊາຍແດນແຂວງກອນຕູມ ເປັນເຈົ້າຂອງໂຄງການ.

ໂຄງການກໍ່ສ້າງຫໍວັດທະນະທຳມິດຕະພາບ ຫວຽດນາມ - ລາວ - ກໍາປູເຈຍ ໄດ້ຮັບການກໍ່ສ້າງຢູ່ບໍລິເວນບ້ານ ຕາກາ, ຕາແສງ ເບີ່ອີ, ເມືອງ ງອກໂຮ່ຍ ດ້ວຍມູນຄ່າການກໍ່ສ້າງທັງໝົດ 20 ຕື້ດົ່ງ. ໂຄງການນີ້ມີເນື້ອທີ່ທັງໝົດ 2.440 ຕາແມັດ, ໃນນັ້ນ ເນື້ອທີ່ກໍ່ສ້າງແມ່ນ 1.000 ກວ່າຕາແມັດ, ລວມມີ 8 ກິດຈະກໍາຍ່ອຍ ແລະໄດ້ອອກແບບກໍ່ສ້າງຕາມສະຖາປັດຕະຍະກຳ ເຮືອນຣົງ (ເຮືອນມູນເຊື້ອ) ຂອງຊາວເຜົ່າສ່ວນໜ້ອຍ ຢູ່ແຂວງກອນຕູມ.

ເມື່ອຫໍວັດທະນະທຳໄດ້ນຳເຂົ້ານຳໃຊ້ ກໍ່ຈະປະກອບສ່ວນຍົກສູງຄຸນນະພາບການເຄື່ອນໄຫວວັດທະນະທຳທາງດ້ານຈິດໃຈ ໃຫ້ແກ່ປະຊາຊົນທ້ອງຖິ່ນ ແລະ ການພົບປະແລກປ່ຽນມິດຕະພາບລະຫວ່າງອຳນາດການປົກຄອງ ແລະ ປະຊາຊົນຢູ່ເຂດຊາຍແດນ 3 ປະເທດ; ແມ່ນສັນຍາລັກແຫ່ງຄວາມສາມັກຄີ, ມິດຕະພາບ ແລະ ການຮ່ວມມືລະຫວ່າງກອງທັບ ແລະ ປະຊາຊົນ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ.

ບູນມີ

302 Found

Found

The document has moved here.