| ອຽກລັງ ຊ່ວຍເຫຼືອປະຊາຊົນເຜົ່າສ່ວນໜ້ອຍ ແລະເຂດພູດອຍ ທີ່ປະສົບກັບຄວາມຫຍຸ້ງຍາກເພື່ອປັບປຸງຊີວິດການເປັນຢູ່ | |
| ຫວຽດນາມ - ອຽກລັງ ເພີ່ມທະວີການສົມທົບ, ໜູນຊ່ວຍກັນໃນວຽກງານປົກ ປ້ອງພົນລະເມືອງ ໄລຍະຫຼັງ Covid – 19 |
ການຢ້ຽມຢາມ ອຽກລັງ ຂອງທ່ານ ບຸ່ຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ປະກອບສ່ວນຍູ້ແຮງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງສອງປະເທດ; ເຮັດໃຫ້ການພົວພັນຮ່ວມມືຫຼາຍຂົງເຂດລະຫວ່າງສອງຝ່າຍເລິກເຊິ່ງກວ່າອີກ.
ການຢ້ຽມຢາມ ສ. ອຽກລັງ ຢ່າງເປັນທາງການຂອງທ່ານ ບຸ່ຍແທັງເຊີນ ລັດຖະມົນຕີກະຊວງຕ່າງປະເທດຫວຽດນາມ ໃນລະຫວ່າງ ວັນທີ 28-29 ກຸມພາ ເປັນຂີດໝາຍແຫ່ງໄລຍະພັດທະນາໃໝ່ໃນການພົວພັນລະຫວ່າງສອງປະເທດ, ນຳການພົວພັນສອງຝ່າຍເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະຍືນຍົງກວ່າ, ພິເສດແມ່ນໃນຂົງເຂດການເມືອງ-ການຕ່າງປະເທດ, ເສດຖະກິດ, ການຄ້າ, ການລົງທຶນ, ການປ່ຽນແປງຂອງດິນຟ້າອາກາດ ແລະການເຕີບໂຕສີຂຽວ, ການສຶກສາບຳລຸງສ້າງ ແລະການພົບປະແລກປ່ຽນປະຊາຊົນ.
![]() |
| ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຕ້ອນຮັບທ່ານ John McCullagh ເອກອັກຄະລັດຖະທູດອຽກລັງ ປະຈໍາຫວຽດນາມ, ໃນວັນທີ 3 ກໍລະກົດ 2023. ພາບ: baoquocte.vn |
ນີ້ແມ່ນການຕີລາຄາຂອງທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາຊະອານາຈັກອັງກິດ ທັງຮັບຜິດຊອບ ສ. ອຽກລັງ ຫງວຽນຮວ່າງລອງ ເມື່ອແລກປ່ຽນກັບນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳ ອັງກິດ.
ທ່ານເອກອັກຄະລັດຖະທູດ ຫງວຽນຮວ່າງລອງ ເນັ້ນໜັກວ່າ ການຢ້ຽມຢາມ ສ. ອຽກລັງ ຢ່າງເປັນທາງການຂອງທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ, ຕາມຄໍາເຊີນຂອງທ່ານ Micheal Martin ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດອຽກລັງ ໄດ້ດຳເນີນພາຍຫຼັງປີໃໝ່ປະຈຳຊາດ ປີມະໂລງ 2024, ແມ່ນການຢ້ຽມຢາມສໍາຄັນ, ມີຄວາມໝາຍທີ່ສຸດໃນການຊຸກຍູ້ການພົວພັນ ຫວຽດນາມ-ອຽກລັງ.
![]() |
| ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາຊະອານາຈັກອັງກິດ ທັງຮັບຜິດຊອບ ສ. ອຽກລັງ ຫງວຽນຮວ່າງລອງ. ພາບ: ສະຖານທູດຫວຽດນາມ ປະຈຳ ລາຊະອານາຈັກອັງກິດ |
ນີ້ແມ່ນການຢ້ຽມຢາມ ອຽກລັງ ຄັ້ງທຳອິດຂອງທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ພາຍຫຼັງ 20 ປີ ນັບແຕ່ການຢ້ຽມຢາມຂອງທ່ານລັດຖະມົນຕີ ຫງວຽນຢີນຽນ.
ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ ຢ້ຽມຢາມ ສ. ອຽກລັງ ຢ່າງເປັນທາງການໃນລະຫວ່າງວັນທີ 28-29 ກຸມພາ. ພາບ: ສໍານັກຂ່າວສານຫວຽດນາມ.
ກ່ຽວກັບການເຄື່ອນໄຫວຕົ້ນຕໍໃນການຢ້ຽມຢາມ, ທ່ານເອກອັກຄະລັດຖະທູດ ຫງວຽນຮວ່າງລອງ ໃຫ້ຮູ້ວ່າ ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ມີການພົບປະເຈລະຈາສຳຄັນກັບທ່ານຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີການຕ່າງປະເທດ ແລະທ່ານ Micheál Martin ລັດຖະມົນຕີກະຊວງປ້ອງກັນປະເທດອຽກລັງ; ເຂົ້າຢ້ຽມຂ່ຳນັບ ປະທານາທິບໍດີ Michael D. Higgins ແລະທ່ານ Seán Ó Fearghaíl ປະທານສະພາຕໍ່າອຽກລັງ.
ຄາດວ່າ ສອງຝ່າຍຈະແລກປ່ຽນຫຼາຍບັນຫາສຳຄັນໃນການພົວພັນສອງຝ່າຍ ກໍ່ຄືບັນດາບັນຫາພົ້ນເດັ່ນໃນພາກພື້ນ ແລະສາກົນ, ໃນນັ້ນມີບັນຫາທະເລຕາເວັນອອກ.
ການຢ້ຽມຢາມຂອງທ່ານລັດຖະມົນຕີ ບຸ່ຍແທັງເຊີນ ໄດ້ປະກອບສ່ວນຍູ້ແຮງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງສອງປະເທດ, ໃນສະເພາະໜ້າແມ່ນກະກຽມໃຫ້ການຢ້ຽມຢາມທາງລັດຖະກິດ ອຽກລັງ ຂອງທ່ານ ຫວໍວັນເຖືອງ ປະທານປະເທດຫວຽດນາມ; ເຮັດໃຫ້ການຮ່ວມມືເສດຖະກິດການຄ້າເລິກເຊິ່ງກວ່າອີກ, ຂົນຂວາຍອຽກລັງ ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນຫວຽດນາມ-ສະຫະພາບເອີລົບ (EVIPA) ແລະສະໜັບສະໜູນຄະນະກຳມະການເອີລົບ (EC) ຍົກເລີກບັດເຫຼືອງ IUU (ຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ, ບໍ່ລາຍງານ ແລະບໍ່ປະຕິບັດຕາມຂໍ້ກຳນົດ) ໃຫ້ຫວຽດນາມ ໂດຍໄວ; ດຶງດູດການລົງທຶນທີ່ມີຄຸນນະພາບສູງຈາກອຽກລັງ; ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວິທະຍາສາດ-ເຕັກໂນໂລຢີ, ການສຶກສາ-ບຳລຸງສ້າງ ແລະກະສິກຳ.
ນອກຈາກນັ້ນ, ສອງຝ່າຍຈະແລກປ່ຽນກ່ຽວກັບການເພີ່ມທະວີການຮ່ວມມືທີ່ບັນດາເວທີປາໄສຫຼາຍຝ່າຍ, ສົມທົບກັນຢ່າງແໜ້ນແຟ້ນໃນການແກ້ໄຂບັນດາບັນຫາພາກພື້ນ ແລະທົ່ວໂລກ.
ປະຈຸບັນ, ຫວຽດນາມ ແມ່ນປະເທດໜຶ່ງດຽວໃນພາກພື້ນທີ່ອຽກລັງ ນຳເຂົ້າໃນລາຍການຮ່ວມມືພັດທະນາສາກົນ Irish Aid ເພື່ອແນໃສ່ຍູ້ແຮງການຮ່ວມມືລະຫວ່າງສອງປະເທດໃນບັນດາຂົງເຂດ, ຄື: ການກະທຳເພື່ອດິນຟ້າອາກາດ, ຄວາມສະເໝີພາບລະຫວ່າງຍິງ-ຊາຍ, ການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດທີ່ບໍ່ທັນແຕກທີ່ຍັງຕົກຄ້າງຫຼັງສົງຄາມ, ປະຊາຄົມຊາວເຜົ່າສ່ວນໜ້ອຍ, ການສຶກສາ, ການພົບປະແລກປ່ຽນປະຊາຊົນ...
ການຢ້ຽມຢາມກໍ່ປະກອບສ່ວນຊຸກຍູ້ບົດບາດເປັນຂົວເຊື່ອມຕໍ່ຂອງຫວຽດນາມ ແລະອຽກລັງ ຢູ່ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະສະຫະພາບເອີລົບ (ອີຢູ). ຄຽງຂ້າງກັນນັ້ນ, ທ່ານ ບຸ່ຍແທັງເຊີນ ກໍ່ມີການພົບປະກັບຜູ້ຕາງໜ້າພໍ່ແມ່ປະຊາຊົນ, ນັກສຶກສາ ແລະປັນຍາຊົນ ຫວຽດນາມ ຢູ່ອຽກລັງ.
ເມື່ອຕີລາຄາກ່ຽວກັບການພົວພັນຮ່ວມມືໃນໄລຍະປະຈຸບັນລະຫວ່າງຫວຽດນາມ ແລະ ອຽກລັງ, ທ່ານເອກອັກຄະລັດຖະທູດ ຫງວຽນຮວ່າງລອງ ໃຫ້ຮູ້ວ່າ ການຮ່ວມມືດ້ານເສດຖະກິດ-ການຄ້າ-ການລົງທຶນລະຫວ່າງຫວຽດນາມ ແລະອຽກລັງ ໃນໄລຍະຜ່ານມາ ບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງ.
ໃນໄລຍະຈະມາເຖິງ, ອຽກລັງ ຈະສືບຕໍ່ເພີ່ມທະວີການສົ່ງເສີມບັນດາໂຄງການລົງທຶນເຂົ້າຫວຽດນາມ, ພິເສດແມ່ນໃນຂົງເຂດເຊິ່ງອຽກລັງ ມີທ່າແຮງ ແລະຫວຽດນາມ ມີຄວາມສາມາດບົ່ມຊ້ອນ, ຄື: ເຕັກໂນໂລຢີສີຂຽວ, ພະລັງງານທົດແທນ, ການຄົ້ນຄວ້າ ແລະພັດທະນາ, ການປ່ຽນແປງໃໝ່ປະດິດສ້າງ, ກະສິກຳເຕັກໂນໂລຢີສູງ; ເພີ່ມທະວີການແລກປ່ຽນວິຊາການກ່ຽວກັບການດຶງດູດ FDI, ການໝູນໃຊ້ອັດຕາພາສີຕ່ຳສຸດໃນທົ່ວໂລກຂອງອົງການຈັດຕັ້ງການຮ່ວມມື ແລະພັດທະນາເສດຖະກິດ (OECD); ບັນດາຂົງເຂດຈຸດສຸມຢູ່ສູນນະວັດຕະກຳແຫ່ງຊາດ...
ຕາມທ່ານເອກອັກຄະລັດຖະທູດ ຫງວຽນຮວ່າງລອງ ແລ້ວ, ການສຶກສາ-ບຳລຸງສ້າງ ມີທີ່ຕັ້ງສຳຄັນ, ແມ່ນຈຸດພົ້ນເດັ່ນໃນການພົວພັນສອງຝ່າຍ. ອຽກລັງ ມີພື້ນຖານການສຶກສາທີ່ກ້າວໜ້າດ້ວຍບັນດາມະຫາວິທະຍາໄລຂະໜາດໃຫຍ່ ແລະມີອິດທິພົນຊື່ສຽງໃນໂລກ.
ການຮ່ວມມືໃນບັນດາຂົງເຂດສາທາລະນະສຸກ, ກະສິກຳ, ການຢາ, ການພັດທະນາແບບຍືນຍົງ ແລະເຕັກໂນໂລຢີຂໍ້ມູນຂ່າວສານ ກໍ່ແມ່ນບັນດາທ່າແຮງທີ່ສອງປະເທດໄດ້ຕັ້ງໜ້າຂຸດຄົ້ນ, ພິເສດແມ່ນກະສິກຳ ແລະການປຸງແຕ່ງອາຫານ, ບັນດາຂົງເຂດນອນໃນຂອບເຂດການຮ່ວມມືລາຍການແບ່ງປັນບົດຮຽນພັດທະນາ ອຽກລັງ ລະຫວ່າງບັນດາອົງການຂອງຫວຽດນາມ ແລະບັນດາຄູ່ຮ່ວມມືອຽກລັງ.
ໃນໄລຍະ 2023-2027, ອຽກລັງ ຈະສືບຕໍ່ໃຫ້ບຸລິມະສິດແກ່ການອຸປະຖໍາບັນດາຂົງເຂດກະສິກຳ, ສະບຽງອາຫານ, ການຢາ, ການສຶກສາ, ເອົາໃຈໃສ່ຊຸກຍູ້ການຄ້າສອງຝ່າຍບົນພື້ນຖານການໝູນໃຊ້ກາລະໂອກາດຈາກສັນຍາການຄ້າເສລີຫວຽດນາມ-ອີຢູ (EVFTA).
ໃນໄລຍະຈະມາເຖິງ, ເພື່ອຍູ້ແຮງການຮ່ວມມືກວ່າອີກ, ພິເສດແມ່ນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ສອງປະເທດຄວນເພີ່ມທະວີການແລກປ່ຽນຄະນະ, ພິເສດແມ່ນຄະນະຜູ້ແທນຂັ້ນສູງ; ຕັ້ງໜ້າໝູນໃຊ້ບັນດາຂອບເຂດການຮ່ວມມືທີ່ມີຢູ່ແລ້ວທັງສອງຝ່າຍ ແລະຫຼາຍຝ່າຍ (ດ້ວຍຖານະແມ່ນສະມາຊິກອີຢູ, ອາຊຽນ ແລະບັນດາອົງການຈັດຕັ້ງສາກົນອື່ນໆ); ຮ່ວມມືແກ້ໄຂບາງບັນຫາທີ່ຍັງຄົງຄ້າງ, ຄື: ເລື່ອງ ອຽກລັງ ໃຫ້ສັດຕະຍາບັນ EVIPA ແລະຂົນຂວາຍ ອີຢູ ຍົກເລີກ “ບັດເຫຼືອງ” IUU.
ຄຽງຂ້າງນັ້ນ, ການສ້າງຕັ້ງສະຖານທູດຫວຽດນາມ ປະຈຳ ອຽກລັງ ກໍ່ໄດ້ນຳເຂົ້າແຜນການປຶກສາຫາລື ແລະຜັນຂະຫຍາຍໃນໄລຍະຈະມາເຖິງ.
ເມື່ອຕີລາຄາກ່ຽວກັບການພັດທະນາຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ອຽກລັງ ແລະການປະກອບສ່ວນຂອງປະຊາຄົມໃຫ້ປະເທດປະຈຳຖິ່ນ ແລະປະເທດຫວຽດນາມ, ທ່ານເອກອັກຄະລັດຖະທູດ ຫງວຽນຮວ່າງລອງ ໃຫ້ຮູ້ວ່າ: ປະຈຸບັນປະຊາຄົມຊາວຫວຽດນາມ ອາໄສຢູ່ອຽກລັງ ມີບັນດາບາດກ້າວພັດທະນາຢ່າງແຮງພ້ອມກັບການປະກອບສ່ວນ ແລະຜົນສຳເລັດຢູ່ປະເທດປະຈຳຖິ່ນ.
ສິ່ງເຫຼົ່ານີ້ສະແດງໃຫ້ເຫັນວ່າປະຊາຄົມຊາວຫວຽດນາມ ອາໄສຢູ່ ອຽກລັງ ນັບມື້ນັບມີອິດທິພົນຊື່ສຽງຕໍ່ກັບອຳນາດການປົກຄອງ ແລະປະຊາຊົນປະເທດປະຈຳຖິ່ນ, ແມ່ນຂົວຕໍ່ສຳຄັນ, ປະກອບສ່ວນຢ່າງແທດຈິງເຂົ້າໃນການພົວພັນອັນດີງາມລະຫວ່າງສອງປະເທດ.
ແສງເດືອນ
ຂ່າວທີ່ກ່ຽວຂ້ອງ
ຊຸກຍູ້ຄວາມເຂົ້າໃຈ ແລະ ການຮ່ວມມືດ້ານການສຶກສາລະຫວ່າງ ຫວຽດນາມ ແລະ ໄທ
ຫວຽດນາມ - ສ.ເກົາຫຼີ ກາຍເປັນແບບຢ່າງໃນການພົວພັນອັນດີງານພິເສດ
ວິສາຫະກິດ ໄທ ຊອກຫາກາລະໂອກາດຮ່ວມມືຢູ່ ຫວຽດນາມ
ທ່ານອາດຈະມັກ
ຫວຽດນາມ ແລະ ສິງກະໂປ ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືດ້ານການຄ້າເຂົ້າສານ
ລະຄອນຕຸກກະຕານ້ຳ ຫວຽດນາມ ຊະນະຜູ້ຊົມລາວ
ຊຸກຍູ້ສາຍພົວພັນຫວຽດນາມ - ລາວ ຜ່ານການຮ່ວມມືລົງທຶນລະຫວ່າງບັນດາທ້ອງຖິ່ນ
ປະທານາທິບໍດີ ອາຟຣິກາໃຕ້ ຢ້ຽມຢາມທາງລັດຖະກິດຫວຽດນາມ
80 ປີ ຂະແໜງການຕ່າງປະເທດ ລາວ ແລະ ຫວຽດນາມ ຮັບໃຊ້ປະເທດຊາດ ແລະ ເພີ່ມພູນຄູນສ້າງສາຍພົວພັນນັບມືນັບຂະຫຍາຍຕົວ
ກອງປະຊຸມເຄິ່ງຊັກນຳໄຟຟ້າຫວຽດນາມ - ຍີ່ປຸ່ນ ຄັ້ງທີ 1: ວາງພື້ນຖານການຮ່ວມມືຄົ້ນຄວ້າ ແລະ ບຳລຸງສ້າງລະຫວ່າງ 2 ປະເທດ
ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ
•ຜູ້ທີ່ເຊື່ອມຕໍ່ຂົວທາງການສຶກສາລະຫວ່າງຫວຽດນາມ ແລະ ໂລກ
•ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ ແລະ ປົກປັກຮັກສາຊາຍແດນຫວຽດນາມ - ລາວ
•ຮັດແໜ້ນຄວາມມິດຕະພາບລະຫວ່າງຫວຽດນາມ - ລາວ ແລະ ກຳປູເຈຍ ໂດຍຜ່ານລາຍການ “ຄອບຄົວຫວຽດນາມ ກັບນັກຮຽນລາວ ແລະ ກຳປູເຈຍ”.
•ແບນຊິກ ຖືເປັນສຳຄັນການຊຸກຍູ້ການຮ່ວມມືຫຼາຍດ້ານກັບຫວຽດນາມ
ວົງເງິນສົ່ງອອກກະສິກຳ, ປ່າໄມ້ ແລະ ການປະມົງ ຄາດວ່າບັນລຸກວ່າ 58 ຕື້ USD ໃນ 10 ເດືອນ.
ຈາກ Chartres (ຝຣັ່ງ) ສອນໃຫ້ລູກເວົ້າພາສາບ້ານເກີດເມືອງນອນ
ມອບຫຼຽນໄຊມິດຕະພາບໃຫ້ແກ່ທ່ານ Denny Abdi ເອກອັກຄະລັດຖະທູດ ອິນໂດເນເຊຍ
ທິດທາງໃໝ່ສຳລັບລ້ຽງຊີບຂອງຊາວປະມົງຫວຽດນາມ

