ຫວຽດນາມ - ອຽກລັງ ເພີ່ມທະວີການສົມທົບ, ໜູນຊ່ວຍກັນໃນວຽກງານປົກ ປ້ອງພົນລະເມືອງ ໄລຍະຫຼັງ Covid – 19

15:22 | 23/05/2020

ຍສໝ - ຕອນບ່າຍວັນທີ 22 ພຶດສະພາ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານ Simon Coveney ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ອຽກລັງ ເພື່ອແລກປ່ຽນ ກ່ຽວກັບການການເພີ່ມທະວີການຮ່ວມມືສອງຝ່າຍ ແລະ ສົມທົບກັນລະຫວ່າງ ສອງປະເທດ ໃນ ບັນດາເວລີປາໄສຫຼາຍຝ່າຍ.

ຫວຽດນາມ ໄອແລນ ເພ ມທະວ ການສ ມທ ບ ໜ ນຊ ວຍກ ນໃນວຽກງານປ ກ ປ ອງພ ນລະເມ ອງ ໄລຍະຫ ງ covid 19 ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ຕັ້ງ​ໜ້າ​ສະ​ໜັບ​ສະ​ໜູນ​ການ​ປ້ອງ​ກັນໂລກ​ລະ​ບາດ Covid – 19 ພາຍ​ໃນ​ປະ​ເທດ
ຫວຽດນາມ ໄອແລນ ເພ ມທະວ ການສ ມທ ບ ໜ ນຊ ວຍກ ນໃນວຽກງານປ ກ ປ ອງພ ນລະເມ ອງ ໄລຍະຫ ງ covid 19 ຫວຽດ​ນາມ​ແບ່ງ​ປັນ​ບົດ​ຮຽນປະ​ສົບ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ Covid – 19 ກັບ​ສະ​ຖາ​ບັນ ອາ​ເມ​ລິ​ກາ - ອາ​ຊີ
ຫວຽດນາມ ໄອແລນ ເພ ມທະວ ການສ ມທ ບ ໜ ນຊ ວຍກ ນໃນວຽກງານປ ກ ປ ອງພ ນລະເມ ອງ ໄລຍະຫ ງ covid 19
ທ່ານຟ້າມບິ່ງມິງຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ (ພາບ: Baoquocte.vn)

ທີ່ການໂອ້ລົມທາງໂທລະສັບ, ທ່ານຟ້າມບິ່ງມິງຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ ໄດ້ປະກາດບັນດາມາດຕະການ ທີ່ຫວຽດນາມພວມ ຜັນຂະຫຍາຍເພື່ອແນໃສ່ຄວບຄຸມໂລກລະບາດ ແລະ ພັດທະນາເສດຖະກິດໄລຍະຫຼັງ Covid – 19.

ທ່ານຟ້າມບິງມິງຢັ້ງຢືນວ່າ ຫວຽດນາມພ້ອມແລ້ວທີ່ຈະພ້ອມກັບອຽກລັງແລກປ່ຽນ, ແບ່ງປັນບົດຮຽນ, ປະສົບການ, ສົມທົບກັນ ຍົກສູງກຳລັງຄວາມສາມາດທາງດ້ານສາທາລະ ນະສຸກ, ຮັບມືກັບໂລກລະບາດ ແລະ ໜູນຊ່ວຍກັນໃນວຽກງານປົກປ້ອງພົນລະເມືອງ.

ສ່ວນທ່ານ Simon Coveney ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການ ຕ່າງປະເທດ ອຽກລັງ ໄດ້ຕີລາຄາສູງບັນດາມາດຕະການຢ່າງແຮງກໍ່ຄືຄວາມຕັ້ງໜ້າ, ຄວາມເປັນເຈົ້າການຂອງຫວຽດນາມໃນການຊຸກຍູ້ການຮ່ວມມືໃນພາກພື້ນ ແລະ ສາກົນ ເພື່ອຍູ້ໂລກລະບາດໃຫ້ຖອຍໄປໃນບົດບາດເປັນປະທານອາຊຽນ 2020 ແລະ ກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021. ທ່ານກໍ່ສະເໜີໃຫ້ສອງປະເທດສືບຕໍ່ເພີ່ມທະວີການສົມທົບກັນໃນການຮ່ວມມືລະຫວ່າງ ຫວຽດນາມ - EU, ອາຊຽນ - EU ກໍ່ຄືຢູ່ບັນດາເວລີປາໄສສາກົນເປັນຕົ້ນແມ່ນ ສປຊ ໃນບັນດາບັນຫາຕ່າງຝ່າຍຕ່າງມີຄວາມສົນໃຈ.

ທ່ານຟ້າມບິ່ງມິງຢັ້ງຢືນວ່າ ຫວຽດນາມແມ່ນຄູ່ຮ່ວມມືທີ່ມີຄວາມຮັບຜິດຊອບຂອງປະຊາຄົມ ສາກົນ, ຍາມໃດກໍ່ສົມທົບກັບບັນດາຄູ່ຮ່ວມມືຢ່າງແໜ້ນແຟ້ນກັບບັນດາຄູ່ຮ່ວມມືໃນນັ້ນມີ ອຽກລັງຢູ່ບັນດາເວທີປາໄສຫຼາຍຝ່າຍເພື່ອປະກອບສ່ວນເຂົ້າການຮັກສາສັນຕະພາບ, ຄວາມສະຖຽນລະພາບ ແລະ ຄວາມເຄົາລົບກົດໝາຍສາກົນກໍ່ຄືໃນການຮັບມືກັບບັນດາບັນ ຫາທົ່ວໂລກ

ເນື່ອງໃນໂອກາດນີ້, ທ່ານຟ້ານບິ່ງມິງ ໄດ້ສະແດງຄວາມຂອບໃຈອຽກລັງທີ່ໄດ້ສະໜັບ ສະໜູນການລົງນາມ ແລະ ໃຫ້ສັດຕະຍາບັນສັນຍາ EVFTA, EVIPA ສະເໜີໃຫ້ສອງປະເທດສົມທົບກັນຜັນຂະຫຍາຍ ແລະ ຍາດແຍ່ງກາລະໂອກາດມາຈາກ EVFTA ແລະ EVIPA, ໜູນຊ່ວຍໃຫ້ພື້ນຖານເສດຖະກິດສອງປະເທດຜ່ານຜ່າບັນດາສິ່ງ ທ້າທາຍໃນປັດຈຸບັນ.

ສອງຝ່າຍພ້ອມກັນຕີລາຄາສູງບັນດາຄວາມຄືບໜ້າຢ່າງຕັ້ງໜ້າໃນການພົວພັນສອງຝ່າຍໃນ ໄລຍະທີ່ຜ່ານມາ, ເຫັນດີເປັນເອກະພາບຈະສົມທົບກັນຜັນຂະຫຍາຍບັນດາການເຄື່ອນໄຫວ ເພື່ອສະເຫຼີມສະຫຼອງ 25 ປີແຫ່ງການພົວພັນລະຫວ່າງ ຫວຽດນາມ ແລະ ອຽກລັງ (1996 - 2021), ເພີ່ມທະວີການຮ່ວມມືໃນຫຼາຍດ້ານ, ພິເສດແມ່ນການຮ່ວມມືດ້ານເສດຖະກິດ, ການຄ້າ, ຮ່ວມມືພັດທະນາ, ສ້າງກຳລັງໜູນໃໝ່ໃຫ້ແກ່ການພົວພັນສອງຝ່າຍ.

ຫວຽດນາມ ໄອແລນ ເພ ມທະວ ການສ ມທ ບ ໜ ນຊ ວຍກ ນໃນວຽກງານປ ກ ປ ອງພ ນລະເມ ອງ ໄລຍະຫ ງ covid 19 ຫວຽດນາມ: 31 ມື້ຢ່າງລຽນຕິດບໍ່ມີຜູ້ຕິດເຊື້ອພະຍາດ Covid – 19 ໃນຊຸມຊົນ

ຍສໝ - ໄລ່ມາຮອດຈຸດເວລານີ້ ຢູ່ ຫວຽດນາມມີຜູ້ຕິດເຊື້ອ Covid -19 ຈຳນວນ 260 ຄົນ ໄດ້ຮັບການປະກາດປິ່ນປົວຫາຍດີເປັນປົກກະຕິ ແລະ ໄດ້ອອກໂຮງໝໍແລ້ວ.

ຫວຽດນາມ ໄອແລນ ເພ ມທະວ ການສ ມທ ບ ໜ ນຊ ວຍກ ນໃນວຽກງານປ ກ ປ ອງພ ນລະເມ ອງ ໄລຍະຫ ງ covid 19 ຫວຽດ​ນາມ​ແບ່ງ​ປັນ​ບົດ​ຮຽນປະ​ສົບ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ Covid – 19 ກັບ​ສະ​ຖາ​ບັນ ອາ​ເມ​ລິ​ກາ - ອາ​ຊີ

ຍ​ສ​ໝ - ທ່ານຮອງ​ສາດ​ສະ​ດາ​ຈານ, ປອ.ເລືອງງອກ​ເຂວ ​ໄດ້​ແບ່ງ​ປັນ​ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ, ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ຢູ່​ປະ​ເທດ​ຫວຽດ​ນາມ ແລະ ວິ​ທີ​ການທີ່​ລັດ​ຖະ​ບານ​ບັນ​ດາ​ປະ​ເທດ​ຮັບ​ມ​ື​ກັບ​ໂລກ​ລະ​ບາດ Covid – 19.ບັນ​ດາ​ໝາກ​ຜົນ​ເບື້ອງ​ຕົ້ນ​ໃນ​ວຽກ​ງານ​ປິ່ນ​ປົວ ແລະ ຄວບ​ຄຸມ​ໂລກ​ລະ​ບາດ, ກໍ່​ຄື​ບົດ​ຮຽນ​ປະ​ສົບ​ການ​ຈຳ​ນວນ​ໜຶ່ງ​ເພື່ອ​ບັນ​ລຸຄວາມ​ສຳ​ເລັດ​ໃນ​ການ​ປ້ອງ​ກັນ, ສະ​ກັ​ດ​ກັ້ນ​ໂລກ​ລະ​ບາດ Covid – 19.

ຫວຽດນາມ ໄອແລນ ເພ ມທະວ ການສ ມທ ບ ໜ ນຊ ວຍກ ນໃນວຽກງານປ ກ ປ ອງພ ນລະເມ ອງ ໄລຍະຫ ງ covid 19 ຫວຽດນາມ ໄດ້ ແລະ ພວມຕັ້ງໜ້າຮ່ວມມືກັບບັນດາປະເທດເພື່ອຄວບຄຸມໂລກລະບາດ Covid – 19 ແລະ ຟື້ນຟ​ູການພັດທະນາເສດຖະກິດ - ສັງຄົມ

ຍສໝ - ຫວຽດ​ນາມ​ເຊື່ອ​ໝັ້ນ​ວ່າ ຜ່ານ​ບັນ​ດາ​ກົນ​ໄກ​ຮ່ວມ​ມື, ແລກ​ປ່ຽນ, ໂອ້​ລົມ​ທາງ​ໂທ​ລະ​ສັບ​ດ້ວຍ​ຈິດ​ໃຈ​ສ້າງ​ສັນ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ, ບັນ​ດາ​ປະ​ເທດ ແລະ ປະ​ຊາ​ຄົມໂລກ​ຈະ​ພ້ອມ​ກັນ​ຄວບ​ຄຸ​ມ, ຍູ​້​ໂລກ​ລະ​ບາດ​ໃຫ້​ຖອຍ​ໄປ​ໂດຍ​ໄວ ພ້ອມ​ທັງ​ຟື້ນ​ຟູ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມເທື່ອ​ລະ​ກ້າວ.

ບຸນຄົງ

ເຫດການ
302 Found

Found

The document has moved here.