ອຽກລັງ ຊ່ວຍເຫຼືອປະຊາຊົນເຜົ່າສ່ວນໜ້ອຍ ແລະເຂດພູດອຍ ທີ່ປະສົບກັບຄວາມຫຍຸ້ງຍາກເພື່ອປັບປຸງຊີວິດການເປັນຢູ່

08:49 | 28/12/2021

ຍສໝ - ຫວ່າງແລ້ວນີ້, ອົງການ Plan International ຫວຽດນາມ ສົມທົບ​ກັບ​ຄະນະ​ກຳມະການ​ຊົນ​ເຜົ່າ​ແຂວງກວ໋າງ​ຈີ້, ຮ່າ​ຢາງ ​ແລະກອນ​ຕູມ ​ໄດ້​ຈັດ​ກອງ​ປະຊຸມ​ສະຫຼຸບ​ໂຄງການ “​ຍົກສູງ​ກຳລັງ​ຄວາມ​ສາມາດ​ຂອງ​ຊຸມ​ຊົນ​ໃນ​ບັນດາ​ຂໍ້​ລິ​ເລີ່​ມພັດທະນາ” ​ໂດຍ​ລັດຖະບານ​ ອຽກລັງ ອຸປະຖໍາ.

ຫວຽດນາມ - ອຽກລັງ ເພີ່ມທະວີການສົມທົບ, ໜູນຊ່ວຍກັນໃນວຽກງານປົກ ປ້ອງພົນລະເມືອງ ໄລຍະຫຼັງ Covid – 19 ຫວຽດນາມ - ອຽກລັງ ເພີ່ມທະວີການສົມທົບ, ໜູນຊ່ວຍກັນໃນວຽກງານປົກ ປ້ອງພົນລະເມືອງ ໄລຍະຫຼັງ Covid – 19
ທ່ານຮອງປະທານປະເທດ ຕ້ອນຮັບ ທູດອຽກລັງເຂົ້າຢ້ຽມອຳລາ ທ່ານຮອງປະທານປະເທດ ຕ້ອນຮັບ ທູດອຽກລັງເຂົ້າຢ້ຽມອຳລາ

ຕາມ​ນັ້ນ​ແລ້ວ, ປະຊາຊົນ​ກວ່າ 100.000 ຄົນ​ຢູ່​ບັນດາ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ​ແລະເຂດ​ພູດອຍທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ທີ່​ສຸດ​ຄື ຮ່າ​ຢາງ, ກອນ​ຕູມ ​ແລະກວ໋າງ​ຈີ້ ​ໄດ້​ພ້ອມ​ກັນຮ່ວມເດີທາງເພື່ອປຸກລຸກກຳລັງ​ແຮງ​ພາຍ​ໃນ, ບືນຕົວຂຶ້ນ ສ້າງ​ຊີວິດການເປັນຢູ່ທີ່ອີ່ມໜຳສຳລານ ແລະມີຄວາມຜາສຸກ.

ອຽກລັງ ຊ່ວຍເຫຼືອປະຊາຊົນເຜົ່າສ່ວນໜ້ອຍ ແລະເຂດພູດອຍ ທີ່ປະສົບກັບຄວາມຫຍຸ້ງຍາກເພື່ອປັບປຸງຊີວິດການເປັນຢູ່
ບັນຍາກາດທີ່ກອງປະຊຸມ.

​ໂດຍໄດ້​ຜັນ​ຂະຫຍາຍ​ຢູ່ 231 ບ້ານ​ໃນ 8 ​ເມືອງ​ເຊິ່ງຂຶ້ນກັບບໍລິເວນເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ​ແລະ​ເຂດ​ພູດ​ອຍ​ຂອງ 3 ​ແຂວງ​ກອນ​ຕູມ, ກວ໋າງ​ຈີ້ ​ແລະ ຮ່າ​ຢາງ ນັບ​ແຕ່​ທ້າຍ​ປີ 2017, ​ໂຄງການ “​ຍົກສູງ​ກຳລັງ​ຄວາມ​ສາມາດ​ຂອງ​ຊຸມ​ຊົນ​ໃນ​ບັນດາ​ຂໍ້​ລິ​ເລີ່​ມພັດທະນາ” ດ້ວຍງົບປະມານອຸປະຖໍາ​​ຈາກ​ລັດຖະບານ​ອຽກລັງ ໄດ້ນໍາມາເຊິ່ງການປ່ຽນແປງທີ່ມີຄວາມຫມາຍໃນຊີວິດການເປັນຢູ່ຂອງປະຊາຊົນ.

831 ຂໍ້ລິເລີ່ມຂອງຊຸມຊົນກ່ຽວກັບຮູບແບບຫາເງິນລ້ຽງຊີບປັບຕົວເຂົ້າກັບການປ່ຽນ ແປງດິນຟ້າອາກາດ, ການປົກປ້ອງເດັກນ້ອຍ, ໂພຊະນາການ, ນໍ້າສະອາດ ອະນາໄມສິ່ງແວດລ້ອມ ໄດ້ນໍາເຊິ່ງການປ່ຽນແປງມາໃຫ້ປະຊາຊົນຫຼາຍກວ່າ 100.000 ຄົນ, ໃນນັ້ນ 55% ເປັນເພດຍິງ ແລະ 8% ແມ່ນຄົນພິການ.

​ໂຄງການ​ດັ່ງກ່າວ​ໄດ້​ສ້າງ​ກໍາລັງຄວາມ​ສາມາດ​ໃຫ້​ 27 ຄະນະ​ຕິດຕາມ​ກວດກາ​ຂັ້ນບ້ານ ​ແລະ 231 ຄະນະພັດທະນາຊົນນະບົດ ​ແລະກຸ່ມ​ຊຸມ​ຊົນ​ກ່ຽວ​ກັບ​ວິທີ​ການ​ພັດທະນາ​ຊຸມ​ຊົນ, ຕິດຕາມ ​ແລະປະ​ເມີນ​ຜົນ, ທັກ​ສະ​ການ​ນຳພາ, ທັກ​ສະ​ການ​ຂຽນ​ບົດ​ລາຍ​ງານ, ຄຸ້ມ​ຄອງ​ການ​ເງິນ, ຄວາມ​ຮູ້​ກ່ຽວ​ກັບ​ການ​ປູກຝັງ ​ແລະການ​ລ້ຽງສັດ, ຊຸກຍູ້​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ-ຊາຍ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.