ຫວຽດນາມ - ລາວ: ເພີ່ມທະວີການພົບປະ​ແລກປ່ຽນ ​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ

00:00 | 18/11/2023

ຍສໝ - ວັນ​ທີ 17 ພະຈິກ, ຢູ່​ກົມ​ກົງສຸນ, ກະຊວງການຕ່າງປະເທດ ຫວຽດນາມ, ຫົວໜ້າ​ກົມ​ກົງສຸນ ຢວນຮວ່າງ​ມິນ ​ໄດ້​ມອບ​ໃບຕົກລົງຮັບກົງສຸນໃຫ້ ທ່ານ ພອນ​ສີ ບຸນ​ມີ​ໄຊ ເປັນກົງສຸນ​ໃຫຍ່​ຄົນໃໝ່ຂອງ ລາວ ປະຈຳນະຄອນ ໂຮຈິມິນ.

ແຂວງ ປາກເຊ ມອບຫຼຽນກາມິດຕະພາບໃຫ້ ຫົວໜ້າກົງສຸນໃຫຍ່ ສສ ຫວຽດນາມ ແຂວງ ປາກເຊ ມອບຫຼຽນກາມິດຕະພາບໃຫ້ ຫົວໜ້າກົງສຸນໃຫຍ່ ສສ ຫວຽດນາມ
ຄະນະກໍາມະທິການແຜນການ, ການເງິນ ແລະການກວດສອບຂອງສະພາແຫ່ງຊາດລາວ ໄດ້ວາງດອກໄມ້ຢູ່ສະໜາມຫຼວງ ໂຮຈິມິນ ຄະນະກໍາມະທິການແຜນການ, ການເງິນ ແລະການກວດສອບຂອງສະພາແຫ່ງຊາດລາວ ໄດ້ວາງດອກໄມ້ຢູ່ສະໜາມຫຼວງ ໂຮຈິມິນ

ກ່າວຄຳປາໄສ​ທີ່​ພິທີ, ທ່ານຫົວໜ້າກົມ ຢວນຮວ່າງມິນ ໄດ້ຊົມ​ເຊີຍ​ທ່ານ ພອນ​ສີ ບຸນ​ມີ​ໄຊ ໃນຖານະຕຳແໜ່ງ​ໃໝ່, ເຊື່ອ​ໝັ້ນ​ວ່າ ດ້ວຍປະສົບ​ການ​ໃນ​ການ​ເຮັດ​ວຽກ​ທີ່ສະສົມມາຫຼາຍປີ ແລະ ມີ​ຄວາມຕິດພັນກັບຫວຽດນາມ, ກົງ​ສຸນ​ໃຫຍ່​ຄົນ​ໃໝ່ ຈະ​ມີວາລະທີ່ສຳເລັດຜົນຢູ່​ ຫວຽດນາມ, ສືບຕໍ່ການຊຸກຍູ້ ແລະ ເຮັດໃຫ້ການ​ພົວພັນ​ມິດຕະພາບ​ທີ່ຍິ່ງໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ​ຫວຽດນາມ - ລາວ ​ກໍຄືການ​ຮ່ວມ​ມືລະຫວ່າງ​ບັນດາ​ແຂວງ, ນະຄອນ​ໃນ​ຂົງ​ເຂດ​ກົງສຸນ​ຂອງກົງສຸນໃຫຍ່ກັບ​ບັນດາ​ທ້ອງ​ຖິ່ນ​ຢູ່ ​ລາວ ໃຫ້ເລິກເຊິ່ງກວ່າອີກ.

ຫວຽດນາມ - ລາວ: ເພີ່ມທະວີການພົບປະ​ແລກປ່ຽນ ​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ

ທ່ານຫົວໜ້າ​ກົມ​ກົງສຸນ ຢວນຮວ່າງ​ມິນ ໄດ້​ມອບ​ໃບຕົກລົງຮັບກົງສຸນ​ໃຫ້ທ່ານ ພອນ​ສີ ບຸນ​ມີ​ໄຊ

ທ່ານຫົວໜ້າກົມ ກໍ່​ເນັ້ນ​ໜັກ​ວ່າ: ກະຊວງ​ການ​ຕ່າງປະ​ເທດ ​ແລະ ບັນດາອົງການທີ່ມີໜ້າທີ່ຂອງ ຫວຽດນາມ ຈະຮ່ວມເດີນທາງໜູນຊ່ວຍສະຖານກົງສູນໃຫຍ່; ພ້ອມ​ແລ້ວ​ທີ່​ຈະ​ສົມທົບ​ກັນ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ກົງ​ສຸນ​ຄົນ​ໃໝ່ ສຳເລັດວາລະປະຕິບັດງານ ແລະ ຫວັງ​ວ່າ​ສອງ​ປະ​ເທດ​ຈະ​ຮ່ວມ​ມື​ກັນ​ເປັນ​ຢ່າງ​ດີ​ໃນ​ທຸກ​ຂົງ​ເຂດ, ພິ​ເສດ​ແມ່ນ​ວຽກ​ງານ​ກົງສຸນ ​ແລະ ການ​ປົກ​ປ້ອງ​ພົນລະ​ເມືອງ​ຂອງ​ສອງ​ປະ​ເທດ.

ສ່ວນທ່ານ ພອນສີ ບຸນມີໄຊ ກໍໄດ້​ສະແດງຄວາມ​​ຂອບໃຈ ທ່ານຫົວໜ້າກົມ ຢວນຮວ່າງມິນ ທີ່ໄດ້ສະຫຼະເວລາມາຮັບ ແລະ ມອບໃບຕົກລົງຮັບກົງສຸນ. ທີ່​ການ​ພົບ​ປະ, ທ່ານ ພອນ​ສີ ບຸນ​ມີ​ໄຊ ກໍ່​ສະ​ແດງ​ຄວາມ​ຊົມຊື່ນຕໍ່​ການ​ພັດທະນາ​ອັນ​ດີງາມ​ໃນ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ 2 ປະ​ເທດ ແລະ ຢືນຢັນ​ຈະຮ່ວມມືກັນ​ຢ່າງ​ຕັ້ງໜ້າ​ກັບບັນດາອົງການທີ່ມີໜ້າທີ່ຂອງ ຫວຽດນາມ, ສືບ​ຕໍ່​ປະກອບສ່ວນ​ຊຸກຍູ້​ການພົວພັນລະຫວ່າງ​ສອງ​ປະ​ເທດ​, ພິ​ເສດ​ແມ່ນ​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ ​ຫວຽດນາມ - ລາວ ​ແລະ ການ​ພົບ​ປະ​ແລກປ່ຽນ, ທ່ອງ​ທ່ຽວ​ຂອງ​ພົນລະ​ເມືອງ 2 ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ.

ທ່ານ ພອນສີ ບຸນມີໄຊ ເປັນນັກການທູດອາຊີບ ທີ່ມີປະສົບການດ້ານວຽກງານກົງສຸນ, ດຳລົງທີ່ຕັ້ງສຳຄັນໃນກະຊວງການຕ່າງປະເທດຂອງ ລາວ.

ທ່ານ ພອນສີ ບຸນມີໄຊ ໄດ້ເຄີຍເຮັດວຽກຢູ່ສະຖານກົງສູນລາວ ປະຈຳນະຄອນ ໂຮ່ຈີມິນ, ສະຖານທູດລາວ ປະຈຳ ລັດເຊຍ ແລະ ໄທ.

ມິງດຶກ

ເຫດການ
302 Found

Found

The document has moved here.