ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢ້ຽມຢາມ ອີຣານ ຢ່າງເປັນທາງການ

00:00 | 10/08/2023

ຍສໝ - ການເດີນທາງໄປຢ້ຽມຢາມເລີ່ມແຕ່ວັນທີ 08-10 ສິງຫາ, ເຊິ່ງດຳເນີນໄປໃນສະພາບທີ່ 2 ປະເທດ ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ

ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢ້ຽມຢາມ ອີຣານ ຢ່າງເປັນທາງການ
(ທ່ານປະທານສະແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ)

ວັນທີ 08 ສິງຫາ, ທ່ານປະທານສະແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ເລີ່ມເດີນທາງໄປຢ້ຽມຢາມ ສ.ອິດສະລາມ ອີຣານ ຢ່າງເປັນທາງການ, ຕາມຄຳເຊື້ອເຊີນຂອງທ່ານປະທານສະພາແຫ່ງຊາດ ອີຣານ Mohammad Baqer Qalibaf.

ການເດີນທາງໄປຢ້ຽມຢາມເລີ່ມແຕ່ວັນທີ 08-10 ສິງຫາ, ເຊິ່ງດຳເນີນໄປໃນສະພາບທີ່ 2 ປະເທດ ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ (1973 – 2023) ແລະ ເພື່ອແນໃສ່ປັບປຸງສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງ ຫວຽດນາມ - ອີຣານ ໃນສະພາບການໃໝ່; ພ້ອມທັງເພີ່ມທະວີການພົວພັນຮ່ວມມືລະຫວ່າງ 2 ອົງການນິຕິບັນຍັດຂອງ 2 ປະເທດ ແລະ ການຮ່ວມມືຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ. ໂດຍແບ່ງປັນກ່ອນການເດີນທາງໄປຢ້ຽມຢາມ ອີຣານ ຂອງປະທານສະພາແຫ່ງຊາດ, ທ່ານ ເລແອງຕວນ, ຮອງຫົວໜ້າກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ຫວຽດນາມ, ປະທານກຸ່ມສະມາຊິກລັດຖະສະພາ ຫວຽດນາມ - ອີຣານ, ໃຫ້ຮູ້ວ່າ:

“ການເດີນທາງໄປຢ້ຽມຢາມ ອີຣານ ຢ່າງເປັນທາງການຄັ້ງທຳອິດຂອງທ່ານ ເວືອງດິ່ງເຫວະ, ໃນຖານະເປັນປະທານສະພາແຫ່ງຊາດຄັ້ງນີ້ແມ່ນຂີດໝາຍສຳຄັນພິເສດ ສ້າງຂີດໝາຍເພີ່ມທະວີ ແລະ ເປັນປະຖົມປັດໄຈເພື່ອເປີດກວ້າງການພົວພັນຮ່ວມມືຫຼາຍດ້ານລະຫວ່າງສະພາແຫ່ງຊາດຂອງ 2 ປະເທດໃນໄລຍະຈະມາເຖິງ, ຄື: ຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໂດຍສະເພາະແມ່ນຄະນະການນຳສະພາແຫ່ງຊາດ, ສະພາຊົນເຜົ່າ, ບັນດາກຳມາທິການຂອງສະພາແຫ່ງຊາດ, ກຸ່ມສະມາຊິກລັດຖະສະພາໜຸ່ມ, ກຸ່ມສະມາຊິກລັດຖະສະພາມິດຕະພາບ. ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນໃນການເຄື່ອນໄຫວນິຕິບັນຍັດ. ປະຕິບັດສົນທິສັນຍາສາກົນ, ຂໍ້ຕົກລົງສາກົນທີ່ໄດ້ລົງນາມແລ້ວ”.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.