ຫວຽດນາມ ຖືເປັນສຳຄັນບົດບາດຂອງ WTO ໃນການຊຸກຍູ້ລະບົບການຄ້າຫຼາຍຝ່າຍ

16:30 | 29/05/2022

ຍສໝ-ຕອນບ່າຍວັນທີ 25 ພຶດສະພາ, ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໋າຍ ໄດ້ໄປຢ້ຽມຢາມສຳນັກງານອົງການການຄ້າໂລກ (WTO) ທີ່ເຈນີວາ (ສະວິດເຊີແລນ) ແລະ ເຮັດວຽກກັບທ່ານຮອງຜູ້ອຳນວຍການໃຫຍ່ WTO ເຈື່ອງເຮືອງເທິ່ນ.

ຫວຽດ​ນາມ​ ເຂົ້າ​ຮ່ວມ​ຮອບ​ເຈ​ລະ​ຈາ​ກ່ຽວ​ກັບ​ການ​ໜູນ​ຊ່ວຍ ສິນ​ໃນ​ນ້ຳ​ຂອງ WTO ຫວຽດ​ນາມ​ ເຂົ້າ​ຮ່ວມ​ຮອບ​ເຈ​ລະ​ຈາ​ກ່ຽວ​ກັບ​ການ​ໜູນ​ຊ່ວຍ ສິນ​ໃນ​ນ້ຳ​ຂອງ WTO
ຫວຽດນາມ ຈະປະສານສົມທົບຢ່າງແໜ້ນແຟ້ນ ກັບຜູ້ອຳນວຍການໃຫຍ່ຂອງອົງການ WTO ໃນບັນດາການເຄື່ອນໄຫວ ຫວຽດນາມ ຈະປະສານສົມທົບຢ່າງແໜ້ນແຟ້ນ ກັບຜູ້ອຳນວຍການໃຫຍ່ຂອງອົງການ WTO ໃນບັນດາການເຄື່ອນໄຫວ
ຫວຽດນາມ ຖືເປັນສຳຄັນບົດບາດຂອງ WTO ໃນການຊຸກຍູ້ລະບົບການຄ້າຫຼາຍຝ່າຍ

ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໋າຍ ແລະ ທ່ານຮອງຜູ້ອຳນວຍການໃຫຍ່ WTO ເຈື່ອງເຮືອງເທິ່ນ (ພາບ: chinhphu.vn)

ທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໋າຍ ຢືນຢັນວ່າ ຫວຽດນາມ ຖືເປັນສຳຄັນບົດບາດເປັນໃຈກາງຂອງ WTO ໃນການຊຸກຍູ້ລະບົບການຄ້າຫຼາຍຝ່າຍເປີດ, ໂປ່ງໃສ, ໂດຍອີງໃສ່ລະບຽບກົດໝາຍ, ລົບລ້າງສິ່ງກີດຂວາງດ້ານພາສີ, ຕ້ານລັດທິອາລັກຂາດ້ານການຄ້າ, ປາຖະໜາໃຫ້ WTO ສືບຕໍ່ເສີມຂະຫຍາຍບົດບາດປະສານງານເພື່ອຊຸກຍູ້ການຄ້າທົ່ວໂລກຕາມທິດກວມລວມ, ສົມດຸນ, ປະກອບສ່ວນເຂົ້າໃນການຟື້ນຟູ ແລະ ເຕີບໂຕຂອງເສດຖະກິດ.

ທ່ານຮອງນາຍົກລັດຖະມົນຕີໄດ້ສະເໜີວ່າ ວິວັດການປະຕິຮູບ WTO ຕ້ອງຮັບປະກັນຄວາມສົມດຸນຂອງສິດ ແລະ ພັນທະ, ເໝາະສົມກັບລະດັບການພັດທະນາ ແລະ ຄວາມສາມາດໃນການປະຕິບັດຂອງບັນດາສະມາຊິກ, ພິເສດແມ່ນບັນດາສະມາຊິກທີ່ກໍາລັງພັດທະນາ ແລະ ດ້ອຍພັດທະນາ.

ຫວຽດນາມ ກໍ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ປຶກສາ​ຫາລື​ກ່ຽວ​ກັບຄວາມໝັ້ນຄົງດ້ານ​ສະບຽງ​ອາຫານ​ທີ່​ເວທີ​ປາ​ໄສ​ເສດຖະກິດ​ໂລກ (WEF) Davos 2022, ຢືນຢັນ​ວ່າ ຫວຽດນາມ ຈະ​ສືບ​ຕໍ່​ເປັນ​ສະມາຊິກ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​ໃນບັນຫາຄວາມໝັ້ນຄົງດ້ານສະບຽງ​ອາຫານ, ປະກອບສ່ວນ​ເຂົ້າ​ໃນ​ໝາກຜົນ​ລວມຂອງ​ກອງ​ປະຊຸມ​ລັດຖະມົນຕີ WTO ທີ່​ຈະ​ມາ​ເຖິງນີ້.

ທ່ານຮອງຜູ້ອຳນວຍການໃຫຍ່ WTO ເຈື່ອງເຮືອງເທິ່ນ ປາຖະໜາຢາກໃຫ້ ຫວຽດນາມ ສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຂະບວນການປຶກສາຫາລືທີ່ກອງປະຊຸມລັດຖະມົນຕີ WTO ຄັ້ງທີ 12 ໃນເດືອນມິຖຸນາຈະມາເຖິງນີ້ ເພື່ອບັນລຸໄດ້ໝາກຜົນລະອຽດ, ເປັນຕົ້ນແມ່ນໃນຂົງເຂດໜູນຊ່ວຍຂະແໜງສິນໃນນ້ຳ ແລະ ກະສິກຳ, ຜ່ານນັ້ນກໍປະກອບສ່ວນເຂົ້າໃນການຊຸກຍູ້ການຄ້າທົ່ວໂລກ.

ຕອນບ່າຍວັນ 25 ພຶດສະພາ, ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໋າຍ ໄດ້ໄປຢ້ຽມຢາມ ແລະ ໂອ້ລົມກັບພະນັກງານ, ລັດຖະກອນຄະນະ ຫວຽດນາມ ປະຈຳ ສປຊ, WTO ແລະ ອົງການຈັດຕັ້ງສາກົນຕ່າງໆທີ່ເຈນີວາ ພ້ອມກັບຜູ້ຕາງໜ້າສະຖານທູດ ຫວຽດນາມ ປະຈຳ ສະວິດເຊີແລນ.

ຫອມມາລາ