ນັກ​ກິລາ 5.000 ກວ່າ​ຄົນ ​ໄດ້​ແລ່ນ​ຮ່ວມ​ກັນ, ​ເຊື່ອມ​ຕໍ່​ຄວາມ​ຮັກ​ແພງ​ກັບ​ຄົນ​ພິການ

00:00 | 03/12/2023

ບວໝ - ວັນ​ທີ 3 ທັນວາ​ນີ້, ຢູ່​ນະຄອນ​ເຫ້ວ, ນັກ​ກິລາ 5.000 ກວ່າ​ຄົນ​ໃນ​ທົ່ວ​ປະ​ເທດ ​ໄດ້​ເຂົ້າ​ຮ່ວມ​ລາຍການ​ແລ່ນ ຮ່ວມ​ກັບ​ຄົນ​ພິການ​ ດ້ວຍ​ຂໍ້: “​​ທຸກ​ບາດແລ່ນ - ​ເຊື່ອມ​ໂຍງ​​ຄວາມ​ຮັກ​ແພງ”.

ມອບລາງວັນສື່ມວນຊົນທົ່ວປະເທດຄັ້ງທີ 1 “ເພື່ອພັດທະນາວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ”.
ນັກ​ກິລາປະເທດຕ່າງໆ ເຂົ້າຮ່ວມ ​ຊີ​ເກມ ​ຄັ້ງ​ທີ 31 ​ຢ້ຽມຊົມບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຂອງ​ຫວຽດນາມ

ນັກ​ກິລາ 5.000 ກວ່າ​ຄົນ ​ໄດ້​ແລ່ນ​ຮ່ວມ​ກັນ, ​ເຊື່ອມ​ຕໍ່​ຄວາມ​ຮັກ​ແພງ​ກັບ​ຄົນ​ພິການ

ວັນ​ທີ 3 ທັນວາ​ນີ້, ຢູ່​ນະຄອນ​ເຫ້ວ, ນັກ​ກິລາ 5.000 ກວ່າ​ຄົນ​ໃນ​ທົ່ວ​ປະ​ເທດ ​ໄດ້​ເຂົ້າ​ຮ່ວມ​ລາຍການ​ແລ່ນ ຮ່ວມ​ກັບ​ຄົນ​ພິການ​ ດ້ວຍ​ຂໍ້: “​​ທຸກ​ບາດແລ່ນ - ​ເຊື່ອມ​ໂຍງ​​ຄວາມ​ຮັກ​ແພງ”.

ເຫດການດັ່ງກ່າວ ໄດ້ຈັດຂຶ້ນໂດຍ ສູນການເຄື່ອນໄຫວແຫ່ງຊາດ ເພື່ອແກ້ໄຂຜົນຮ້າຍຈາກສານເຄມີທີ່ເປັນພິດ ແລະ ສິ່ງແວດລ້ອມ (NACCET) ແລະ ອົງການພັດທະນາສາກົນ ຂອງສະຫະລັດອາເມລິກາ (USAID).

ເຂົ້າ​ຮ່ວມ “​ແລ່ນຮ່ວມກັບ​ຄົນ​ພິການ” ມີ​ນັກ​ກິລາອາ​ຊີບ ​ແລະ ນັກ​ສະໝັກ​ຫຼິ້ນ, ພະນັກງານ, ລັດຖະກອນ, ຊາວ​ໜຸ່ມ, ນັກຮຽນ, ນັກ​ສຶກສາ... ຈາກ​ບັນດາ​ອົງການ, ກົມ​ກອງ, ສະຫະພັນ, ວິ​ສາ​ຫະກິດ... ທີ່ພວມອາໄສຢູ່ເຫ້ວ, ຄົນຕ່າງປະເທດ ແລະ ປະຊາຊົນຢູ່ແຂວງໃກ້ຄຽງ.

ໄລຍະທາງ​ແລ່ນ 3 ກິ​ໂລ​ແມັດ ​ແລະ 5 ກິ​ໂລ​ແມັດ ​ແມ່ນ​ໄດ້​ຮັບ​ການ​ອອກ​ແບບ​ໃຫ້​ເໝາະ​ສົມ​ກັບ​ຜູ້​ເຂົ້າ​ຮ່ວມ​ທີ່​ລົງທະບຽນ, ​ເລີ່​ມ​ແຕ່​ສະໜາມ​ຫຼວງ ​ເງາະ​ໂມນ, ​ພະລາດຊະວັງເກົ່າ​ເຫ້ວ, ​ແລ່ນ​ຜ່ານ​ຕົວ​ເມືອງ​ພາຍ​ໃນ.

 Động viên người khuyết tật tham gia giải chạy. Ảnh: Báo Thừa Thiên Huế.  ຊຸກຍູ້ໃຫ້ຄົນພິການເຂົ້າຮ່ວມການແຂ່ງຂັນແລ່ນ. ພາບ: ໜັງສືພິມ Thừa Thiên Huế .
ຊຸກຍູ້ໃຫ້ຄົນພິການເຂົ້າຮ່ວມການແຂ່ງຂັນແລ່ນ. ພາບ: ໜັງສືພິມ Thừa Thiên Huế .

ບັນດານັກກິລາຄົນພິການ ແລະ ນັກແລ່ນ ພັນກວ່າຄົນ ໄດ້ພາກັນແຂ່ງຂັນກັນຢ່າງເບີກບານມ່ວນຊື່ນໃນ 2 ໄລຍະທາງ 3 ກິໂລແມັດ ແລະ 5 ກິໂລແມັດ ຜ່ານສະຖານທີ່ມໍລະດົກ, ຮ່ອງຮອຍປະຫສັດສາດ ແລະ ທິວທັດທີ່ສວຍງາມຂອງເມືອງເຫ້ວ ເຊັ່ນ: ສະໜາມຫຼວງ ໂງະໂມນ, ພະລາດຊະວັງເກົ່າເຫ້ວ, ພາຍໃນຕົວເມືອງ... ພິເສດແມ່ນ, ເສັ້ນທາງດັ່ງກ່າວໄດ້ອອກແບບເພື່ອເໝາະ​ສົມ​ກັບ​ແຕ່ລະ​ກຸ່ມ​ເປົ້າ​ໝາຍ, ເພື່ອຮັບປະກັນ​ສະໜາມ​ກິລາ​ທີ່​ເປັນ​ມິດ, ສະ​ເໝີ​ພາບ ​ແລະ ປອດ​ໄພ​ໃຫ້​ແກ່​ນັກ​ກິລາ.

ນັກ​ກິລາ 5.000 ກວ່າ​ຄົນ ​ໄດ້​ແລ່ນ​ຮ່ວມ​ກັນ, ​ເຊື່ອມ​ຕໍ່​ຄວາມ​ຮັກ​ແພງ​ກັບ​ຄົນ​ພິການ
ໂຄງ​ການ​ດັ່ງ​ກ່າວ​ໄດ້ສົ່ງສານຫົວ​ຂໍ້​ "ທຸກ​ບາດແລ່ນ - ​ເຊື່ອມ​ໂຍງ​​ຄວາມ​ຮັກ​ແພງ"​.

ຕາມ​ຄະນະ​ຈັດ​ຕັ້ງ​ງານ​ແຂ່ງຂັນແລ້ວ: ດ້ວຍ​ຫົວຂໍ້ “​ທຸກ​ບາດແລ່ນ - ​ເຊື່ອມ​ໂຍງ​​ຄວາມ​ຮັກ​ແພງ”, ​ໂຄງການ​ໄດ້​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດຕໍ່ດ້ານ​ສຸຂະພາບ, ຮ່າງກາຍ ​ແລະ ຈິດ​ໃຈ​ໃຫ້​ແກ່​ຄົນ​ພິການ, ເປັນກຳລັງໃຈ ​ແລະ ຊຸກຍູ້​ໃຫ້​ມີ​ຄວາມ​ໝັ້ນ​ໃຈ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊຸມ​ຊົນ.

 Cùng khích lệ và động viên nhau chạy để nâng cao sức khỏe. (Ảnh: Báo Thừa Thiên Huế).  ຂໍເປັນກຳລັງໃຈ ແລະ ເປັນກຳລັງໃຈໃຫ້ກັນແລ່ນ ເພື່ອສຸຂະພາບ. (ພາບ: ໜັງສືພິມ Thừa Thiên Huế).
ຂໍພ້ອມກັນກະຕຸ້ນ ແລະ ເປັນກຳລັງໃຈໃຫ້ກັນແລ່ນ ເພື່ອສຸຂະພາບ. (ພາບ: ໜັງສືພິມ Thừa Thiên Huế).

ໃນຕອນທ້າຍຂອງການແລ່ນ, ນັກກິລາທັງຫມົດໄດ້ຮັບຫຼຽນ, ເປັນການຮັບຮູ້ການປະກອບສ່ວນຂອງເຂົາເຈົ້າຕໍ່ຜົນສໍາເລັດຂອງໂຄງການ.

Các vận động viên nhận huy chương sau khi kết thúc giải chạy  ນັກກິລາໄດ້ຮັບຫຼຽນຫຼັງຈາກສິ້ນສຸດການແຂ່ງຂັນ.

ນັກກິລາຮັບຫຼຽນຫຼັງຈາກສິ້ນສຸດການແຂ່ງຂັນ.

ທີ່ພິທີປິດ, ບັນດາຫົວໜ່ວຍ, ວິສາຫະກິດ, ອົງການຈັດຕັ້ງ, ຜູ້ມີຄຸນງາມຄວາມດີ ໄດ້ຊ່ວຍເຫຼືອຂອງຂວັນໃນການທຳມາຫາກິນ 28 ພູດໃຫ້ຄົນພິການ ທີ່ປະສົບກັບຄວາມຫຍຸ້ງຍາກ, ຂອງຂວັນແຕ່ລະພູດມີມູນຄ່າ 3 ລ້ານດົ່ງ.

ຊ ສະຫວັດ

ທ່ານອາດຈະມັກ

ເຫດການ