ທ່ານ ຮ່າ​ກິມ​ງອກ​ ຮອງ​​ລັດ​ຖະ​ມົນ​ຕີ: ຫວຽດ​ນາມ ສືບ​ຕໍ່​ເສີມຂະຫຍາຍ “Soft power”

08:59 | 17/11/2023

ຍສໝ - ທ່ານ ຮ່າ​ກິມງອກ, ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ, ປະທານ​ຄະນະ​ກຳມະການ​ແຫ່ງ​ຊາດ UNESCO ​ຫງຽດນາມ ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ ​ຄັ້ງ​ທີ 42 ສະມັດຊາໃຫຍ່ອົງການ​ສຶກສາ, ວິທະຍາສາດ ​ແລະ ວັດທະນະທຳ​ ຂອງສະຫະ​ປະຊາ​ຊາດ (UNESCO) ຢູ່ ນະຄອນຫຼວງປາຣີ ​ແຕ່​ວັນ​ທີ 11 – 22 ພະຈິກ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ເດີນ​ທາງ​ໄປ​ເຂົ້າ​ຮ່ວມ​​ງານຕະຫຼາດ​ນັດ ຈີນ - ອາ​ຊຽນ ແລະ ກອງ​ປະ​ຊຸມ​ສຸດຍອດ ການ​ຄ້າ - ການ​ລົງ​ທຶນ ຈີນ - ອາ​ຊຽນ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​​ວົງແຄບ​ຢູ່ ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽ​ນ

ທ່ານ ຮ່າ​ກິມ​ງອກ​ ຮອງ​​ລັດ​ຖະ​ມົນ​ຕີ: ຫວຽດ​ນາມ ສືບ​ຕໍ່​ເສີມຂະຫຍາຍ “Soft power​”.

ໃນ​​ກອງ​ປະຊຸມ UNESCO ຄັ້ງ​ທີ 42, ຫວຽດນາມ ​ໄດ້​ຮັບ​ເລືອກ​ຕັ້ງໃຫ້​ດຳລົງ​ຕຳ​ແໜ່​ງ​ເປັນ​ຮອງ​ປະທານຜູ້ຕາງໜ້າ​​ພາກ​ພື້ນ​ອາຊີ - ປາຊີ​ຟິກ.

Thứ trưởng Ngoại giao Hà Kim Ngọc, chủ tịch Ủy ban quốc gia UNESCO Việt Nam tham gia kỳ họp lần thứ 42 Đại hội đồng Tổ chức Giáo dục, Khoa học và Văn hóa của Liên hợp quốc (UNESCO) ở thủ đô Paris từ 11-22/11. ທ່ານ ຮ່າກິມງອກ, ຮອງລັດຖະມົນຕີການຕ່າງປະເທດ, ປະທານຄະນະກຳມະການແຫ່ງຊາດ ຫວຽດນາມ ປະຈຳ UNESCO ໄດ້ເຂົ້າຮ່ວມກອງປະຊຸມ ຄັ້ງທີ 42, ກອງປະຊຸມໄດ້ຈັດກອງປະຊຸມການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ຂອງສະຫະປະຊາຊາດ (UNESCO) ຢູ່ ນະຄອນຫຼວງປາຣີ ແຕ່ວັນທີ 11 – 22/11.
ທ່ານ ຮ່າກິມງອກ, ຮອງລັດຖະມົນຕີການຕ່າງປະເທດ, ປະທານຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມ ຄັ້ງທີ 42 ສະມັດຊາໃຫຍ່ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ຂອງສະຫະປະຊາຊາດ (UNESCO) ຢູ່ ນະຄອນຫຼວງປາຣີ ແຕ່ວັນທີ 11 – 22 ພະຈິກ.

ໃນ​ກອງ​ປະຊຸມ​ຄັ້ງ​ນີ້, ຫວຽດນາມ ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ຮອງ​ປະທານກອງປະຊຸມ​ສະມັດຊາໃຫຍ່, ສະ​ນັ້ນ ຫວຽດນາມ ຈະ​ເຮັດຫຍັງ ເພື່ອໃຫ້ສໍາເລັດ​ໜ້າ​ທີ່​ຮັບຜິດຊອບ​ນີ້​?

ຫວ່າງແລ້ວນີ້, ທີ່​ກອງ​ປະຊຸມ​ ສະມັດຊາໃຫຍ່​ເທື່ອ​ທີ 42 ຂອງ​ອົງການ UNESCO, ຫວຽດນາມ ​ໄດ້ຄວາມໄວ້ເນື້ອເຊື່ອໃຈ​ຮັບ​ເລືອກ​ຕັ້ງ​ເປັນ​ຮອງ​ປະທານ​ສະມັດຊາໃຫຍ່, ຕາງໜ້າ​ອາຊີ - ປາຊີ​ຟິກ. ນີ້​ແມ່ນ​ຄັ້ງ​ທຳ​ອິດ ​ທີ່​ພວກ​ເຮົາສວມ​ບົດບາດ​ດັ່ງກ່າວ ​ເປັນ​ໜຶ່ງ​ໃນ​ອົງການ​ບໍລິຫານ​ທີ່​ສຳຄັນ​ທີ່​ສຸດ​ຂອງ UNESCO. ສິ່ງ​ດັ່ງກ່າວ​ແມ່ນມີ​ຄວາມ​ໝາຍ​ສຳຄັນ​​ຫຼາຍ​ດ້ານ, ຢືນຢັນ​ເຖິງທີ່​ຕັ້ງ ​ແລະ ຄວາມໄວ້ເນື້ອເຊື່ອໃຈ​ຫວຽດນາມ ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາ​ຄົມສາກົນ​ ຕໍ່​ກັບຄວາມສາມາດ​ປະກອບສ່ວນ, ຄຸ້ມ​ຄອງບໍລິຫານຂອງຫວຽດນາມໃນບັນດາລະບອບລະບຽບການ ​ຫຼາຍ​ຂົງເຂດ​ທົ່ວ​ໂລກ, ສອດຄ່ອງ​ກັບ​ເນື້ອໃນຈິດ​ໃຈ ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ ​ແລະ ຄຳສັ່ງເລກທີ 25-CT/TW ຂອງຄະນະເລຂາທິການ ກ່ຽວກັບການຊຸກຍູ້ ແລະ ຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍ.

ໂດຍ​ເປັນ​ຜູ້ຕາງໜ້າ​ໃຫ້ແກ່ກຸ່ມ​ອາ​ຊຽນ ​ແລະ ກຸ່ມອາຊີ - ປາຊີ​ຟິກ - ກຸ່ມ​ທີ່​ມີ​ສະມາຊິກ​ເປັນ​ຈຳນວນ​ຫຼວງ​ຫຼາຍ, ລະດັບ​ການ​ພັດທະນາ​ທີ່​ຫຼາກ​ຫຼາຍ, ດ້ານ​ການ​ເມືອງ, ວັດທະນະທຳ,ຂອບຂະໜາດ, ຄວາມ​ສົນ​ໃຈ ​ແລະ ບຸລິມະສິດ​ທີ່​ແຕກ​ຕ່າງ​ກັນ, ຫວຽດນາມ ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ Soft power ຈາກ​ອິດທິພົນ​ຂອງ​ຊາດ, ຄວາມ​ອາດສາ​ມາດ​ກຳ​ແໜ້ນ​ແນວ​ຄິດ​ອັນລວມ, ຄວາມ​ສາ​ມາດ​ປະ​ສົມ​ປະສານຄວາມ​ແຕກ​ຂອງ​ຜົນ​ປະ​ໂຫຍ ລະຫວ່າງ​ບັນ​ດາ​ສະ​ມາ​ຊິກ, ຄວາມ​ສາ​ມາດ​ໃນ​ການ​ເຈ​ລະ​ຈາ, ບໍລິຫານຄຸ້ມ​ຄອງ, ສະ​ເໜີ​ຂໍ້​ລິ​ເລີ່ມ ... ເພື່ອສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ແລະ ຊອກ​ຫາ​ວິ​ທີ​ແກ້​ໄຂ​ບັນ​ຫາ​ສຳ​ຄັນ ​ຂອງ​ອາ​ຊີ - ປາ​ຊີ​ຟິກ ແລະ UNESCO.

ຫວຽດນາມ ຈະ​ເປັນເຈົ້າການ​ເຂົ້າ​ຮ່ວມ, ຕັ້ງໜ້າກຳນົດການ​ຮ່ວມ​ມື UNESCO ກ່ຽວ​ກັບ​ບັນດາ​ບັນຫາ​ທີ່​ມີ​ຄວາມ​ສົນ​ໃຈ​ລວມ. ນັ້ນ​ແມ່ນ​ຂໍ້​ສະ​ເໜີ​ດ້ານ​ນະ​ໂຍບາຍ, ເສີມຂະຫຍາຍບົດບາດ​​ນຳພາ​ຂອງ UNESCO ​ໃນ​ການ​ຮ່ວມ​ມື​ຫຼາຍ​ຝ່າຍ ກ່ຽວກັບ​​ສຶກສາ - ບຳລຸງ​ສ້າງ, ວັດທະນະທຳ, ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ, ຂໍ້​ມູນ​ຂ່າວສານ - ການສື່ສານ, ເພື່ອແນໃສ່ຮັກສາ​ສັນຕິພາບ ​ແລະ ຮັບມືກັບ​​ສິ່ງ​ທ້າ​ທາຍ​ທົ່ວ​ໂລກ,​ ຊ່ວຍເຫຼືອ​ບັນດາ​ປະ​ເທດ​ໃນການຍູ້​ແຮງການຜັນຂະຫຍາຍບັນດາ​ຈເປົ້າໝາຍພັດທະນາ​ແບບ​ຍືນ​ຍົງ. ນັ້ນ​ແມ່ນ​ການ​ປະກອບສ່ວນ​ເຂົ້າໃນການຜັນຂະຫຍາຍບັນດາ​ໂຄງການ​ຈຸດສຸມໃນ​ປະຈຸ​ບັນ​ຂອງ UNESCO ​ເຊັ່ນ: ຍຸດ​ທະ​ສາດ​​ກາງສະໄໝ ​ຂອງ UNESCO ​ໄລຍະ 2022 – 2029, ​ໂຄງການ ​ແລະ ງົບປະມານ​ໄລຍະ 2024 – 2025, ​ວິທະຍາສາດເປີດ, ຄຸນສົມບັດ​ໃນ​ການ​ສ້າງ​ປັນຍາປະດິດ, ສຶກສາເພື່ອການ​ພັດທະນາ​ແບບ​ຍືນ​ຍົງ, ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ຄຸນຄ່າ​ມໍລະດົກ​ວັດທະນະທຳ, ຮັບມືກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ... ນັ້ນຍັງ​ແມ່ນ​ການປ່ຽນແປງໃໝ່ ​ແລະ ປະຕິ​ຮູບ UNESCO, ​ເພີ່ມ​ທະວີ​ປະຊາທິປະ​ໄຕ, ​ໂປ່​ງ​ໃສ, ສອດຄ່ອງ​ກັບ​ທ່າ​ອ່ຽງຫຼາຍ​ຝ່າຍ​ ​ແລະ ຍົກ​ສູງອິດທິພົນຂອງ​ອົງການ.

ບັນດາການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ ​ແລະ ມີ​ຄວາມ​ຮັບຜິດຊອບ​ຂອງ​ຫວຽດນາມ ​ໄດ້ຊຸກຍູ້​ການ​ເຈລະຈາ, ການ​ຮ່ວມ​ມື ​ແລະ ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ຊອກ​ຫາ​ວິທີ​ແກ້​ໄຂ​ຕໍ່ບັນຫາທີ​່ຕ່າງຝ່າຍຕ່າງສົນ​ໃຈໃນ​ສະພາບ​ການ​ສາກົນ​ທີ່​ສັບສົນ, ການ​ນຳ UNESCO ​ແລະ ບັນດາ​ປະ​ເທດໄດ້ສະແດງຄວາມ​ຍິນ​ດີ​. ນັ້ນ​ບໍ່​ພຽງ​ແຕ່​ຢືນຢັນ​ບົດບາດນໍາໜ້າຂອງວຽກ​ງານ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ ​ເທົ່າ​ນັ້ນ, ແຕ່​ຍັງ​ສືບ​ຕໍ່​ສະ​ແດງ​ໃຫ້​ເຫັນ Soft power ​ແລະ ທ່າ​ແຮງ​ຂອງ​ປະ​ເທດ​ອີກ​ດ້ວຍ.

Thứ trưởng Ngoại giao Hà Kim Ngọc, chủ tịch Ủy ban quốc gia UNESCO Việt Nam phát biểu tại phiên toàn thể kỳ họp lần thứ 42 Đại hội đồng Tổ chức Giáo dục, Khoa học và Văn hóa của Liên hợp quốc (UNESCO) ở thủ đô Paris từ 11-22/11. ທ່ານ ຮ່າກິມງອກ ຮອງລັດຖະມົນຕີການຕ່າງປະເທດ, ປະທານຄະນະກຳມະການແຫ່ງຊາດ ຫວຽດນາມ ປະຈຳ UNESCO ໄດ້ກ່າວຄຳປາໄສທີ່ກອງປະຊຸມ ຄັ້ງທີ 42 ຂອງອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສະຫະປະຊາຊາດ (UNESCO) ຢູ່ນະຄອນຫຼວງ ປາຣີ ແຕ່ວັນທີ 11- 22. 11
ທ່ານ ຮ່າກິມງອກ ຮອງລັດຖະມົນຕີການຕ່າງປະເທດ, ປະທານຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ໄດ້ກ່າວຄຳປາໄສທີ່ກອງປະຊຸມ ຄັ້ງທີ 42 ຂອງສະມັດຊາໃຫຍ່ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສະຫະປະຊາຊາດ (UNESCO) ຢູ່ນະຄອນຫຼວງ ປາຣີ ແຕ່ວັນທີ 11- 22 ພະຈິກ

ຮຽນທ່ານ, ທ່ານ​ຕີ​ລາຄາກ່ຽວກັບ​​ການ​ປະກອບສ່ວນ​ຂອງ​ຫວຽດນາມ ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ຂອງ UNESCO ​ໃນ​ໄລຍະ​ຜ່ານມາມີຄືແນວໃດ​?

ຜ່ານມາ 47 ປີ​ແຫ່ງ​ການ​ຮ່ວມ​ມື, ຫວຽດນາມ ຍາມ​ໃດ​ກໍ່​ໄດ້​ຮັບ​ການ​ຕີ​ລາຄາ​ຈາກ​ບັນດາ​ການ​ນຳ UNESCO ວ່າ​ເປັນ​ສະມາຊິກ​ທີ່​ຕັ້ງໜ້າ ​ແລະ ມີ​ຄວາມ​ຮັບຜິດຊອບ. ທ່ານ​ເລຂາທິການ​ໃຫຍ່ UNESCO ​ໃຫ້​ຄຳ​ເຫັນ​ວ່າ: “ຫວຽດນາມ ​ແມ່ນ​ຮູບ​ແບບ​ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ ກັບ UNESCO”. ພິ​ເສດ, ນັບ​ແຕ່​ການ​ຢ້ຽມ​ຢາມຄັ້ງ​ປະ​ຫວັດ​ສາດ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟາມມິງ​ຈິ້ງ ທີ່​ສຳ​ນັກ​ງານ UNESCO (ເດືອນພະຈິກ 2021) ແລະ ທ່ານ​ຜູ້​ອຳ​ນວຍ​ການ​ໃຫຍ່ Audrey Azoulay ມາ​ຫວຽດ​ນາມ (ເດືອນກັນຍາ 2022) ດ້ວຍ​ການ​ຜັນ​ຂະ​ຫຍາຍ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມື ຫວຽດ​ນາມ - UNESCO ໄລຍະ 2021 – 2025, ການ​ພົວພັນ​ຄູ່​ຮ່ວມ​ມື UNESCO ​ໄດ້​ຮັບ​ການ​ຍົກ​ຂຶ້ນ​ສູ່​ລະດັບ​ສູງໃໝ່ດ ແທດຈິງ ແລະ ມີ​ປະສິດທິ​ຜົນ, ເຊິ່ງ​ເປັນ​ຂີດ​ໝາຍ​ລະດັບ​ໃໝ່ໃນ​ການ​ປະກອບສ່ວນ​ຂອງ ຫວຽດນາມ ​ເຂົ້າ​ໃນ UNESCO.

ທີໜຶ່ງ, ເປັນ​ຄັ້ງ​ທຳ​ອິດທີ່ປະ​ເທດ​ພວກ​ເຮົາ ​ພ້ອມ​ກັນດຳລົງ​ບົດ​ບາດ​ໃນ 4 ກົນ​ໄກ​ເຄື່ອນ​ໄຫວ​ຫຼັກແຫຼ່ງຂອງ UNESCO. ນັ້ນແມ່ນ ຮອງປະທານກອງປະຊຸມສະມັດຊາໃຫຍ່, ຮອງປະທານ ຄະນະກໍາມະການລະຫວ່າງລັດຖະບານ ສົນທິສັນຍາ 2005 ວ່າດ້ວຍການປົກປັກຮັກສາ ແລະ ສົ່ງເສີມຄວາມຫຼາກຫຼາຍທາງດ້ານວັດທະນະທໍາ, ສະມາຊິກສະພາບໍລິຫານຂອງອົງການ UNESCO, ສະມາຊິກຄະນະກໍາມະການລະຫວ່າງລັດຖະບານ ສົນທິສັນຍາ 2003 ກ່ຽວກັບ ການປົກປັກຮັກສາມໍລະດົກ ວັດທະນະທໍາທີ່ບໍ່ເປັນວັດຖຸ. ສິ່ງນີ້ໄດ້ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈຂອງສາກົນ ຕໍ່ກັບຄວາມສາມາດໃນການປະກອບສ່ວນຂອງພວກເຮົາ ຢູ່ໃນອົງການຈັດຕັ້ງຫຼາຍຝ່າຍທົ່ວໂລກນີ້.

ທີສອງ, ປະກອບສ່ວນ​ເຂົ້າ​ລະດັບ​ສູງ​ໃນ​ການ​ຜັນ​ຂະຫຍາຍບັນດາ​ບັນຫາ​ຍຸດ​ທະ​ສາດ ​ແລະ ນະ​ໂຍບາຍ​ທົ່ວ​ໂລກ ​ແມ່ນ​ອີກ​ຜົນສຳ​ເລັດ​ໜຶ່ງຂອງ​ຫວຽດນາມ ຢູ່ UNESCO. ບົດບາດທີ່ຕັ້ງໜ້າຂອງລັດຖະມົນຕີ​ ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ ທີ່​ກອງ​ປະຊຸມ​ໂລກ ​ກ່ຽວ​ກັບ​ນະ​ໂຍບາຍ​ວັດທະນະທຳ ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງ, ​ລັດຖະມົນຕີ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ ຫວຽດນາມ ​ທີ່​ພິທີ​ເປີດ ​ປີ​ສາກົນ ​ກ່ຽວ​ກັບ​ວິທະຍາສາດ​ພື້ນຖານ ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ, ລັດຖະມົນຕີ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ຫວຍດນາມ ທີ່ກອງ​ປະຊຸມ​ສຸດ​ຍອດ​ກ່ຽວ​ກັບ​ການ​ຫັນປ່ຽນ​ດ້ານ​ການ​ສຶກສາ...ນັ້ນ ກໍ່​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ຜູ້ນຳ​ອົງການ UNESCO, ຢືນຢັນ​ທີ່ຕັ້ງ ແລະ ອິດທິພົນສາກົນ ​ຂອງ​ພວກ​ເຮົາ.

ທີ​ສາມ, ຫວຽດນາມ​ໄດ້ປະສົບຜົນສໍາເລັດໃນການ​ຈັດ​ຕັ້ງຫຼາຍ​ເຫດການ​ສາກົນທີ່​ສຳຄັນ​ຄື: ພິທີສະເຫຼີມສະຫຼອງຄົບຮອບ 50 ປີ​ຂອງ​ສົນທິສັນຍາ​ມໍລະດົກ​ໂລກ​ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ອຳ​ນວຍ​ການ​ໃຫຍ່ UNESCO, ຄົບຮອບ 20 ປີ​ຂອງ​ສົນທິສັນຍາ​ປີ 2003, ກອງ​ປະຊຸມ​ວິທະຍາສາດ, ຄຸນສົມບັດ ​ແລະ ການພັດທະນາ​ມະນຸດ, ກອງປະຊຸມກ່ຽວກັບຖ້ຳພູເຂົາໄຟ ແລະ ສວນສາທາລະນະທໍລະນີສາດທົ່ວໂລກ... ເປັນໜ້າສົນໃຈແມ່ນ, ກອງປະຊຸມສາກົນກ່ຽວກັບການສົ່ງເສີມບົດບາດຂອງອົງການ UNESCO ເພື່ອການພັດທະນາແບບຍືນຍົງຢູ່ຫວຽດນາມ (ນິງບິ່ງ, ກໍລະກົດ 2023) ແມ່ນກອງປະຊຸມ UNESCO ເທື່ອທຳອິດ ທີ່ເຄີຍມີໃນຫົວຂໍ້ນີ້, ເໝາະສົມກັບຄວາມສົນໃຈຂອງບັນດາສະມາຊິກ ແລະ ທ່າ​ອ່ຽງຂອງ UNESCO ​ຕິດພັນບັນດານາມມະຍົດເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ, ​ໂດຍໄດ້​ຖອດ​ຖອນເອົາ​ບົດຮຽນ​ທີ່​ດີ ​ແລະ ຕົວແບບ​ທີ່​ດີ​ເພື່ອ​ແບ່ງປັນ​ໃນ​ຂອບ​ເຂດ UNESCO ​ແລະ ​ເປັນ​ປະ​ໂຫຍ​ດ​ໃຫ້​ບັນດາ​ປະ​ເທດ​ໃນ​ຂະ​ບວນການ​ພັດທະນາ​ເສດຖະກິດ - ສັງຄົມ.

ທີສີ່, ເລື່ອງພວກເຮົາມີ 13 ນາມມະຍົດ, ມໍລະດົກ ທີ່ຂຶ້ນທະບຽນໂດຍອົງການ UNESCO ຕັ້ງແຕ່ປີ 2021 (*) ມາຮອດປະຈຸບັນ, ນັບແຕ່ມໍລະດົກທີ່ເປັນວັດຖຸ, ມໍລະດົກເອກະສານ, ຈົນເຖິງມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸ, ເຂດສະຫງວນຊີວະວິທະຍາໂລກ, ນະຄອນແຫ່ງການຮຽນຮູ້ທົ່ວໂລກ, ບັນດາບູລຸດທີ່ມີຊື່ສຽງຂອງໂລກ. ບໍ່​ພຽງ​ແຕ່​ສະ​ແດງ​ໃຫ້​ເຫັນ​ການຕີລາຄາສູງຂອງປະຊາຄົມສາກົນ ຕໍ່ກັບຄຸນຄ່າມໍລະດົກ, ​ວັດທະນະທຳ​ຊົນເຜົ່າຫວຽດນາມ​, ​ເຊີດ​ຊູ​ພູມປັນຍາ, ຄຸນ​ນະພາ​ບ, ຄຸນນະທາດ, ອຸດົມ​ຄະຕິ​ອັນ​ສູງ​ສົ່ງ​ຂອງ​ຊາວ​ຫວຽດນາມ, ປະກອບສ່ວນ​ເຂົ້າ​ໃນຄວາມ​ມານະ ພະຍາຍາມ​ຂອງ UNESCO ​ໃນ​ການ​ອະນຸລັກ​ຮັກສາ​ມໍລະດົກ, ຄຸນຄ່າ​ວັດທະນະທຳ ​ແລະ ຊຸກຍູ້​ການ​ພັດທະນາ​ແບບ​ຍືນ​ຍົງເທົ່າ​ນັ້ນ, ​ແຕ່​ຍັງ​ສ້າງ​ແຫຼ່ງກຳລັງ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຕື່ມ​ອີກ.

Toàn cảnh kỳ họp lần thứ 42 Đại hội đồng Tổ chức Giáo dục, Khoa học và Văn hóa của Liên hợp quốc (UNESCO) ở thủ đô Paris từ 11-22/11. ພາບລວມຂອງກອງປະຊຸມສະໄໝສາມັນເທື່ອທີ 42 ຂອງອົງການການສຶກສາ, ວິທະຍາສາດ ແລະວັດທະນະທໍາ ສະຫະປະຊາຊາດ (UNESCO) ທີ່ນະຄອນຫຼວງປາຣີ ແຕ່ວັນທີ 11-22 ພະຈິກ.
ພາບລວມຂອງກອງປະຊຸມ ຄັ້ງທີ 42 ຂອງສະມັດຊາໃຫຍ່ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສະຫະປະຊາຊາດ (UNESCO) ທີ່ນະຄອນຫຼວງປາຣີ ແຕ່ວັນທີ 11-22 ພະຈິກ.

ໃນ​ສະພາບ​ການ​ພັດທະນາ​ຢ່າງ​ແຮງໃນ​ປະຈຸ​ບັນ, ບັນດາ​ຜົນ​ປະ​ໂຫຍ​ດດ້ານ​ເສດຖະກິດ​ແມ່ນ​ຈຸດໝາຍ​ທີ່ຕ້ອງບັນລຸ​ໄດ້, ​ແຕ່​ບາງ​ເທື່ອ​ການ​ຮັກສາ​ມໍລະດົກ ​ກໍ່​ປະສົບ​ກັບ​ຄວາມ​ທ້າ​ທາຍ ​ແລະ ​ໄພ​ຂົ່ມ​ຂູ່. ສະນັ້ນ ຫວຽດນາມ ຈະ​ເຮັດ​ແນວ​ໃດ ​ເພື່ອ​ຮັບປະກັນ​ການ​ພັດທະນາ​ເສດຖະກິດ ​ແລະ ການ​ຮັກສາ​ມໍລະດົກ, ຮຽນທ່ານ?

​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ໄດ້​ຍົກໃຫ້ເຫັນ​ຢ່າງ​ຈະ​ແຈ້ງ ​ກ່ຽວ​ກັບ​ສາຍ​ພົວພັນ​ອັນ​ໃຫຍ່​ຫຼວງ “ລະຫວ່າງ ​ການ​ເຕີບ​ໂຕ​ດ້ານເສດຖະກິດ ​ແລະ ​ການ​ພັດທະນາ​ວັດທະນະທຳ, ການ​ປະຕິບັດ​ຄວາມ​ກ້າວໜ້າ, ຄວາມ​ຍຸຕິ​ທຳ​ສັງຄົມ, ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ”. ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ - ສັງຄົມ ​ໄລຍະ 2021 - 2026 ສືບ​ຕໍ່​ຢືນຢັນ​ວ່າ: “ການ​ພັດທະນາ​ຢ່າງ​ວ່ອງ​ໄວ ​ແລະ ຍືນ​ຍົງ...; ການ​ພັດທະນາ​ຢ່າງ​ກົມກຽວ ​ລະຫວ່າງ ​ເສດຖະກິດ, ວັດທະນະທຳ, ສັງຄົມ, ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ການ​ປັບ​ຕົວ​ ເຂົ້າ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ” ​ແມ່ນ​ໜຶ່ງ​ໃນ​ບັນດາ​ໜ້າ​ທີ່​ສຳຄັນ​ຂອງ​ການ​ພັດທະນາ​ແບບ​ຍືນ​ຍົງ​ ຂອງ​ປະ​ເທດ. ​ອາດເຫັນ​ໄດ້​ວ່າ ແຜນນະ​ໂຍບາຍ​ລວມ​ຂອງ​ພັກ ​ແລະ ລັດ​ຂອງ​ພວກ​ເຮົາ ແມ່ນ​ບໍ່​ເພີ່ມທະວີການ​ເຕີບ​ໂຕດ້ວຍບໍ່ວ່າສິ່ງໃດ, ບໍ່ “ເສຍສະຫຼະ” ຄວາມ​ກ້າວໜ້າ, ຄວາມ​ຍຸຕິ​ທຳ​ຂອງ​ສັງຄົມ, ຄຸນຄ່າ​ວັດທະນະທຳ, ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ ເພື່ອ​ແລ່ນຕາມ​ການ​ເຕີບ​ໂຕ​ເສດຖະກິດ​.

​ວຽງານການແກ້ໄຂການ​ພົວພັນ​ລະຫວ່າງ​ ການ​ອະນຸລັກ ​ແລະ​ການ​ພັດທະນາ, ການ​ປົກ​ປັກ​ຮັກສາ ​ແລະ ການ​ຂຸດ​ຄົ້ນ, ​ເປົ້າ​ໝາຍ​ເສດຖະກິດ ​ແລະ ​ເປົ້າ​ໝາຍ​ວັດທະນະທຳໃຫ້ກົມກຽວ​ ຍັງ​ເປັນ​ບັນຫາ​ຂອງ​ທຸກ​ປະ​ເທດ. ສະ​ນັ້ນ​, ຕ້ອງ​ຮັບປະກັນ​ການ​ອະນຸລັກ​ຮັກສາ ​ແລະ ພັດທະນາ ​ເພື່ອ​ສ້າງ​ແຮງ​ຈູງ​ໃຈ​ໃຫ້​ແກ່​ການ​ອະນຸລັກ ​ເພື່ອ​ການ​ພັດທະນາ​ ແມ່ນ​ຂະ​ບວນການ “​ຫັນ​ມໍລະດົກ​ເປັນ​ຊັບ​ສິນ” ​ແຕ່​ບໍ່​ແມ່ນດ້ວຍທຸກສິ່ງທຸກຢ່າງທີ່ຈະປ່ຽນ​ແປງ​ລັກສະນະ​ມໍລະດົກ ​ແຕ່​ຕ້ອງ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ກັບຄືນ​ມາ​ຮັບ​ໃຊ້, ລົງທຶນໃນການອະນຸລັກມໍລະດົກ. ປະສົບການຈາກປະເທດອື່ນໆ ສະແດງໃຫ້ເຫັນວ່າ ມັນເປັນສິ່ງຈໍາເປັນເພື່ອຍົກສູງຄວາມຮູ້ລວມກ່ຽວກັບ ການອະນຸລັກ ແລະສົ່ງເສີມຄຸນຄ່າມໍລະດົກ; ຍົກສູງ​ປະສິດທິ​ຜົນ​ການ​ຄຸ້ມ​ຄອງລັດກ່ຽວກັບ​ມໍລະດົກ​ ໂດຍ​ຜ່ານ​ການ​ສືບ​ຕໍ່​ກວດກາຄືນ ​ແລະ ສຳເລັດລະບົບ​ເອກະສານ​ນິຕິ​ກຳ​ກ່ຽວ​ກັບ​ມໍລະດົກ​ວັດທະນະທຳ; ຖືເປັນສຳຄັນບົດບາດຂອງປະຊາຄົມ ແລະ ປະຊາຊົນ; ເພີ່ມທະວີ​ການ​ສຶກ​ສາ​ມໍ​ລະ​ດົກ...

ໃນ​ຊຸມ​ປີ​ຜ່ານມາ​, ການ​ປົກ​ປັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍຄຸນຄ່າ​ມໍລະດົກ​ຂອງ​ພວກ​ເຮົາ ​ສາມາດບັນລຸ​ໄດ້​ຫລາຍ​ຜົນງານ, ປະກອບສ່ວນ​ປົກ​ປັກ​ຮັກສາ ​ແລະ ​ເຜີຍ​ແຜ່​ບັນດາ​ຄຸນຄ່າ​ວັດທະນະທຳ​ໃນ​ອະດີດ, ພ້ອມ​ກັນ​ນັ້ນ, ກໍ່ຂຸດ​ຄົ້ນ​ພາຫະນະເສດຖະກິດ ​ຂອງ​ມໍລະດົກ, ປະກອບສ່ວນ​ຢ່າງ​ມີ​ປະສິດທິ​ຜົນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ. ທ່ານ​ຜູ້​ອຳ​ນວຍ​ການ​ໃຫຍ່ UNESCO, ເມື່ອ​ໄປ​ຢ້ຽມ​ຢາມ​ເຂດ​ອະນຸສອນສະຖານ ຈາງ​ອານ ​ແລະ ກຸງເກົ່າ ​ເຫວ້ ​ໃນ​ເດືອນກັນຍາ 2022, ​ໃຫ້​ຄຳ​ເຫັນ​ວ່າ: ຫວຽດນາມ ​ແມ່ນ​ຕົວແບບ​ຜົນສຳ​ເລັດ​ໃນ​ການ​ເຊື່ອມ​ໂຍງ​ເສດຖະກິດ ​ແລະ ວັດທະນະທຳ; ແລະ ເປັນແບບຢ່າງທີ່ດີໃນການອະນຸລັກສິ່ງແວດລ້ອມ ແລະ ການພັດທະນາການທ່ອງທ່ຽວແບບຍືນຍົງ. ທ່ານ​ຫົວໜ້າ​ສູນ​ມໍລະດົກ​ໂລກ ​ກໍ່​ເນັ້ນ​ໜັກ​ໃນ​ການ​ຢ້ຽມຢາມ ຫວຽດນາມ (​ເດືອນ ມີນາ 2023) ວ່າ: ມໍລະດົກ​ໂລກ​ຢູ່​ຫວຽດນາມ ​ບໍ່ພຽງແຕ່ຊັບສົມບັດ​ມໍລະດົກ​ໂລກ ສະເພາະຫວຽດນາມ​ ​ແຕ່​ແມ່ນ​ມໍລະດົກ​ຂອງ​ມວນ​ມະນຸດ, ຫວຽດນາມ ມີ​ຄວາມ​ຮັບຜິດຊອບ​ໃນ​ການ​ອະນຸລັກ​ຮັກສາ ​ແລະ ເສີມຂະຫຍາຍຄຸນຄ່າມໍລະດົກໃຫ້ສໍາລັບລຸ້ນຄົນຕໍ່ໄປ; ​ເຊື່ອ​ໝັ້ນ​ວ່າ ຫວຽດນາມ ມີ​ປະສົບ​ການ​ໃນ​ການ​ຄຸ້ມ​ຄອງ, ອະນຸລັກ​ຮັກສາ ​ແລະ ​ໂຄສະນາ​ມໍລະດົກ, ​ແລະ ສາມາດ​ສືບ​ຕໍ່​ເປັນ​ແບບຢ່າງ​ເພື່ອ​ແບ່ງປັນ​ສິ່ງ​ດັ່ງກ່າວ ​ກັບ​ບັນດາ​ປະ​ເທດ​ໃນ​ໂລກ.

(*) ນັບ​ແຕ່​ປີ 2021 ມາ​ຮອດ​ປະຈຸ​ບັນ, ຫວຽດນາມ ​ໄດ້​ມີ​ນາມມະຍົດ 13 ​ແຫ່ງ ​ແລະ ມໍລະດົກ​ທີ່​ຂຶ້ນ​ທະບຽນ​ໂດຍ UNESCO ຄື: ​ເຂດ​ມໍລະດົກ​ໂລກ ອ່າວ​ຮ່າ​ລອງ - ໝູ່​ເກາະກາດບາ (Cat Ba); 2 ມໍລະດົກ​ບໍ່​ເປັນວັດຖຸຄື: ສິລະ​ປະ​ແຊວ່ທ້າຍ (​ເປັນ​ມໍລະດົກ​ທີ່​ບໍ່​ເປັນວັດຖຸ​ ຕາງໜ້າຂອງ​ມະນຸດ) ​ແລະ ສິລະ​ປະ​ເຄື່ອງປັ້ນດິນ​ເຜົາ ຂອງຄົນເຜົ່າ ຈຳ (ມໍລະດົກ​ບໍ່ເປັນວັດຖຸ ​ຕ້ອງການ​ການ​ປົກ​ປັກ​ຮັກສາ​ຢ່າງ​ຮີບ​ດ່ວນ); 2 ມໍລະດົກ​ເອກະສານ​ ພາຍ​ໃຕ້​ໂຄງການ​ ສົນທິສັນຍາ ຢູ່ເຂດ​ພາກ​ພື້ນ ອາຊີ - ປາຊີ​ຟິກ Ma Nhai (ດ່າ​ນັງ) ​ແລະ ​ເອກະສານ​ໝູ່​ບ້ານ Truong Luu ( ຮາຕິ້ງ); 2 ເຂດປ່າສະຫງວນຊີວະສາດຂອງໂລກ ເຊິ່ງແມ່ນພູ: Núi Chúa và Kon Hà Nừng; 2 ນະຄອນທີ່ປະດິດສ້າງທົ່ວໂລກ ດາລາດ ແລະ ໂຮ້ຍອານ; ນະຄອນແຫ່ງການ​ສຶກສາຮຽນ​ຮູ້ທົ່ວໂບກ Cao Lanh (ດົງ​ທາບ); 2 ບູລຸດ​ທີ່​ມີ​ຊື່​ສຽງ​ໃນ​ໂລກ ຫງວຽນ​ດິ່ງ​ຈຽວ ​ແລະ ​ໂຮ່ຊວນ​ເຮື່ອງ, ​ໃນ​ໄວໆ​ນີ້​ແມ່ນ ຫາຍ​ເທືອງລ້ານ ທ່ານ​ເລ​ຮຶ້ວ​ຈາກ.

ອານຸໄຊ ສະຫວັດ

Tags: Soft power

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.