ກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດລາວ ຊຸດທີ IX ຮັບຮອງເອົາຫຼາຍເນື້ອໃນສຳຄັນ

00:00 | 25/07/2023

ຍສໝ - ເກີດຂຶ້ນແຕ່​ວັນ​ທີ 26 ມິຖຸນາ ຫາ​ວັນ​ທີ 18 ກໍລະກົດ ​​​ພາຍໃຕ້ການເປັນປະທານ​ຂອງ​ ​ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ, ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດລາວ ຊຸດທີ IX ໄດ້ສິ້ນສຸດລົງຢ່າງຈົບງາມ.

ກ່າວຄຳເຫັນທີ່ພິທີອັດ, ທ່ານປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ ໄດ້ເນັ້ນໜັກວ່າ ໃນກອງປະຊຸມສະໄໝສາມັນເທື່ອທີ 5 ນີ້ ໄດ້ປຶກສາຫາລື ແລະ ຮັບຮອງເອົາແຜນການພັດທະນາເສດຖະກິດ - ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 6 ເດືອນຕົ້ນປີ ກໍຄື ແຜນການ 6 ເດືອນທ້າຍປີ 2023. ທ່ານປະທານສະພາແຫ່ງຊາດ ກໍຕີລາຄາສູງຕໍ່ເລື່ອງ ລັດຖະບານລາວ ຮັບຮອງເອົາຫຼາຍມາດຕະການບໍລິຫານ, ປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ຊ່ວຍໃຫ້ພື້ນຖານເສດຖະກິດບັນລຸໄດ້ລະດັບການເຕີບໂຕ 4,8% ໃນ 6 ເດືອນຕົ້ນປີ 2023, ຊຸກຍູ້ການຜະລິດ ເພື່ອແນໃສ່ຮັບໃຊ້ການບໍລິໂພກພາຍໃນປະເທດ ແລະ ສົ່ງອອກ, ເພີ່ມການເກັບງົບປະມານ.

ກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດລາວ ຊຸດທີ IX ຮັບຮອງເອົາຫຼາຍເນື້ອໃນສຳຄັນ
ກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດລາວ ຊຸດທີ IX ອັດລົງ ໃນຕອນບ່າຍວັນທີ 18 ກໍລະກົດ (ພາບ:Lao News Agency)

ໃນ​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ສະພາ​ແຫ່ງ​ຊາດ ​ໄດ້​ສະ​ເໜີ​ໃຫ້​ລັດຖະບານ​ລາວ ​ເພີ່ມ​ທະວີ​ການ​ແກ້​ໄຂ​ບັນຫາ​ຕ່າງໆ ​ເຊັ່ນ: ​ໄພ​ເງິນ​ເຟີ້, ອັດຕາ​ແລກປ່ຽນ​ເງິນ​ຕາ​ທີ່​ຜັນ​ແປ ​ແລະ ລາຄາຄ່າຄອງ​ຊີບ​ທີ່​ເພີ່ມ​ຂຶ້ນ ​ເຊິ່ງສົ່ງຜົນກະທົບ​ເຖິງ​ຊີວິດການເປັນຢູ່​ຂອງ​ປະຊາຊົນ​ໂດຍ​ກົງ. ບັນດານັກ​ນິຕິບັນຍັດໃຫ້ຂໍ້ສັງເກດ​ວ່າ ຍ້ອນມີຄວາມຂ້ຽວຂາດ ແລະ ບຸກບືນຂອງ​ລັດຖະບານ​ລາວ, ວຽກງານການ​ປະຕິບັດ​ສອງໂຄງການດຳເນີນງານ​ແຫ່ງ​ຊາດ​ກ່ຽວ​ກັບແກ້ໄຂຄວາມຫຍຸ້ງຍາກ​​ດ້ານ​ເສດຖະກິດ-ການ​ເງິນ ​ແລະ ການ​ແກ້​ໄຂ​ບັນຫາ​ຢາ​ເສບ​ຕິດ ຈິ່ງ​ໄດ້​ຮັບ​ໝາກຜົນ​ຫຼາຍ​ດ້ານ.

ຕາມສຳນັກຂ່າວສານຫວຽດນາມ, ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາຍຸດທະສາດກ່ຽວກັບການພັດທະນາແຮ່ທາດຮອດປີ 2030 ແລະ ວິໄສທັດຮອດປີ 2040, ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ນ້ຳ ​ແລະ ​ຊັບ​ພະ​ຍາ​ກອນ​ນ້ຳ​ຮອດ​ປີ 2030, ຍຸດ​ທະ​ສາດ​ໜູນຊ່ວຍ​ສັງ​ຄົມ. ກອງ​ປະຊຸມ​ຍັງ​ໄດ້​ພິຈາລະນາ ​ແລະ ຮັບຮອງ​ເອົາ​ກົດໝາຍ​ໃໝ່ 4 ສະບັບ​ກ່ຽວ​ກັບ​ສາທາລະນະ​ສຸກ, ວຽກເຮັດງານທຳ, ອາກອນທີ່ດິນ, ຊາວໜຸ່ມ ​ແລະ ປັບປຸງ 6 ກົດໝາຍ​ກ່ຽວ​ກັບ​ທະນາຄານ​ການ​ຄ້າ, ສິນໃນນ້ຳ, ປົກ​ປັກ​ຮັກສາ​ສັດປ່າ, ການພິມຈຳໜ່າຍ, ການປົກ​ປັກ​ຮັກສາສິດຜົນປະໂຫຍດຂອງເດັກ ​ແລະ ສານ​ທະຫານ.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.