ແງ່ຫວັງທີ່ດີໃຫ້ແກ່ເສດຖະກິດຫວຽດນາມໃນປີ 2024

13:54 | 02/01/2024

ແງ່ຫວັງທີ່ດີໃຫ້ແກ່ເສດຖະກິດຫວຽດນາມໃນປີ 2024

ລາຍການລະດູບານໃໝ່ບ້ານເກີດເມືອງນອນປີ 2024 ຈະຈັດຂຶ້ນຢູ່ນະຄອນ ໂຮ່ຈິມິນ ລາຍການລະດູບານໃໝ່ບ້ານເກີດເມືອງນອນປີ 2024 ຈະຈັດຂຶ້ນຢູ່ນະຄອນ ໂຮ່ຈິມິນ
ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ລາວ ເພື່ອຜົນສໍາເລັດຂອງປີ ອາຊຽນ 2024 ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ລາວ ເພື່ອຜົນສໍາເລັດຂອງປີ ອາຊຽນ 2024

ປີ 2023, ຜ່ານຜ່າບັນດາການຜັນແປຈາກພື້ນຖານເສດຖະກິດໂລກ ກໍ່ຄືຂໍ້ຈຳກັດພາຍໃນ, ພື້ນຖານເສດຖະກິດຂອງຫວຽດນາມ ສືບຕໍ່ມີທ່າອ່ຽງຟື້ນຟູ, ໄພເງິນເຟີ້ໄດ້ຮັບການຄວບຄຸມ, ຄວາມສົມດຸນໃຫຍ່ໄດ້ຮັບການຮັບປະກັນ. ຫວຽດນາມ ຂຶ້ນກັບກຸ່ມບັນດາພື້ນຖານເສດຖະກິດທີ່ມີລະດັບເຕີບໂຕ GDP ສູງສຸດໃນພາກພື້ນ ແລະໃນໂລກ. ນີ້ຈະແມ່ນພື້ນຖານສຳຄັນເພື່ອໃຫ້ພື້ນຖານເສດຖະກິດມີບາດກ້າວພັດທະນາໃໝ່ໃນປີ 2024.

ແງ່ຫວັງທີ່ດີໃຫ້ແກ່ເສດຖະກິດຫວຽດນາມໃນປີ 2024
ພາບປະກອບ: vov.vn

ທ່າອ່ຽງໄດ້ຮັບການປັບປຸງດີຂຶ້ນຢ່າງເຫັນໄດ້ຊັດ

ປີ 2023, ເສດຖະກິດໂລກສືບຕໍ່ປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ. ການແກ່ງແຍ້ງຍຸດທະສາດລະຫວ່າງບັນດາປະເທດໃຫຍ່ນັບມື້ນັບຂ້ຽວຂາດ, ຮອບດ້ານກວ່າ, ພູມສາດການເມືອງເຄັ່ງຕຶງຂຶ້ນ ໄດ້ສົ່ງຜົນກະທົບຢ່າງຫຍໍ້ທໍ້ເຖິງວິວັດທະນາການຟື້ນຟູເສດຖະກິດໂລກພາຍຫຼັງພະຍາດໂຄວິດ-19. ໄພທໍາມະຊາດ, ໄພແຫ້ງແລ້ງ, ພາຍຸນ້ຳຖ້ວມ, ການປ່ຽນແປງຂອງດິນຟ້າອາກາດ ໄດ້ກໍ່ຜົນສະທ້ອນຢ່າງຮ້າຍແຮງ; ຄວາມສ່ຽງກ່ຽວກັບຄວາມໝັ້ນຄົງດ້ານພະລັງງານ, ຄວາມໝັ້ນຄົງດ້ານສະບຽງອາຫານເພີ່ມຂຶ້ນ... ໄພເງິນເຟີ້ເຖິງວ່າໄດ້ຫຼຸດລົງກໍ່ຕາມ, ແຕ່ກໍ່ຍັງຢູ່ລະດັບສູງ, ຫຼາຍພື້ນຖານເສດຖະກິດໃຫຍ່ຮັກສານະໂຍບາຍເງິນຕາຢ່າງເຄັ່ງຄັດ, ອັດຕາດອກເບ້ຍສູງ; ການຄ້າ, ການບໍລິໂພກ ແລະການລົງທຶນທົ່ວໂລກສືບຕໍ່ຊຸດໂຊມ; ຮົ້ວອາລັກຂາ, ປົກປ້ອງການຄ້າເພີ່ມຂຶ້ນ... ສົ່ງຜົນສະທ້ອນເຖິງການເຄື່ອນໄຫວສົ່ງອອກ, ນຳເຂົ້າຂອງພາກພື້ນ ແລະໃນໂລກ. ຫຼາຍປະເທດ, ໃນນັ້ນມີບັນດາຄູ່ຮ່ວມມືການຄ້າໃຫຍ່ຂອງຫວຍດນາມ ກໍ່ເຕີບໂຕຊັກຊ້າ, ໜີ້ສາທາລະນະເພີ່ມຂຶ້ນສູງ, ເຕັມໄປດ້ວຍຄວາມສ່ຽງ, ສົ່ງຜົນກະທົບໂດຍກົງເຖິງບັນດາປະເທດທີ່ມີລະດັບເປີດເສດຖະກິດຂອບຂະໜາດໃຫຍ່, ໃນນັ້ນມີຫວຽດນາມ.

ແຕ່ວ່າຫວຽດນາມ ໄດ້ມານະພະຍາຍາມຜ່ານຜ່າແຕ່ລະຄວາມຫຍຸ້ງຍາກເພື່ອສູ້ຊົນນຳພື້ນຖານເສດຖະກິດຟື້ນຟູ ແລະເຕີບໂຕ. ສັນຍານດີພົ້ນເດັ່ນຂອງພື້ນຖານເສດຖະກິດໂລກ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງເມື່ອສືບຕໍ່ມີທ່າອ່ຽງທີ່ດີຂຶ້ນ, ລະດັບເຕີບໂຕ GDP ໄຕມາດຕໍ່ໄປແມ່ນສູງກວ່າໄຕມາດຜ່ານມາ. ລາຍລະອຽດ: ໄຕມາດທີ I ເພີ່ມ 3,41%, ໄຕມາດທີ II ເພີ່ມ 4,25%, ໄຕມາດທີ III ເພີ່ມ 5,47%, ໄຕມາດທີ IV ເພີ່ມຂຶ້ນ 6,72%. ໝາກຜົນນີ້ໄດ້ຊ່ວຍ GDP ປີ 2023 ຄາດວ່າເພີ່ມຂຶ້ນ 5,05% ເມື່ອທຽບໃສ່ປີ 2022. ລະດັບການເຕີບໂຕນີ້ເຖິງວ່າບໍ່ບັນລຸເປົ້າໝາຍທີ່ໄດ້ວາງອອກກໍ່ຕາມ, ແຕ່ຍັງແມ່ນຕົວເລກທີ່ຕັ້ງໜ້າໃນສະພາບຫຍຸ້ງຍາກລວມຂອງເສດຖະກິດທົ່ວໂລກ. ທ່ານນາງ ຫງວຽນທິເຮືອງ, ຫົວໜ້າກົມໃຫຍ່ສະຖິຕິ, ກະຊວງແຜນການ ແລະການລົງທຶນ ຫວຽດນາມ ໃຫ້ຮູ້ວ່າ "ຫວຽດນາມ ສືບຕໍ່ແມ່ນຈຸດພົ້ນເດັ່ນກ່ຽວກັບການເຕີບໂຕຂອງພາກພື້ນ ແລະໂລກ".

ເມື່ອຕີລາຄາກ່ຽວກັບບັນດາຄວາມມານະພະຍາຍາມຂອງພື້ນຖານເສດຖະກິດຫວຽດນາມ ໃນປີ 2023, ທ່ານ Shantanu Chakraborty, ຜູ້ອຳນວຍການທະນາຄານພັດທະນາອາຊີ (ADB) ຢູ່ຫວຽດນາມ ໃຫ້ຮູ້ວ່າ: ADB ຕີລາຄາສູງບັນດານະໂຍບາຍທີ່ເປັນເຈົ້າການຂອງລັດຖະບານ, ຮັບປະກັນຄວາມໝັ້ນທ່ຽງດ້ານເສດຖະກິດມະຫາພາກ ກັບການໜູນຊ່ວຍພັດທະນາເສດຖະກິດ-ສັງຄົມ, ຊຸກຍູ້ການລົງທຶນພາກລັດ. ບັນດານະໂຍບາຍເສດຖະກິດມະຫາພາກລວມມີບັນດາມາດຕະການການເງິນ ແລະເງິນຕາ. ມາຮອດປະຈຸບັນ, ລັດຖະບານຫວຽດນາມ ໄດ້ໄປຖືກຕາມທິດ ແລະທັນການ.

ແງ່ຫວັງຟື້ນຟູໄວ

ກ້າວສູ່ປີ 2024, ຫວຽດນາມ ບໍ່ສາມາດຫຼີກລ້ຽງຜົນກະທົບຈາກສະພາບຫຍຸ້ງຍາກຂອງເສດຖະກິດໂລກ ກໍ່ຄືບັນດາຂໍ້ຈຳກັດພາຍໃນພື້ນຖານເສດຖະກິດ. ແຕ່ວ່າປີ 2024, ບັນດາສັນຍານຟື້ນຟູຂອງພື້ນຖານເສດຖະກິດແມ່ນເຫັນໄດ້ຢ່າງຊັດເຈນ. ພື້ນຖານເສດຖະກິດມີຫຼາຍກຳລັງໜູນໃຫ້ແກ່ການເຕີບໂຕ, ຄື: ການຫັນປ່ຽນຕ່ອງໂສ້ການສະໜອງ ແລະແຫຼ່ງເງິນທຶນທົ່ວໂລກ; ຕະຫຼາດ ຈີນ ເປີດປະຕູຄືນໃໝ່; ການບໍລິການ, ການບໍລິໂພກເພີ່ມຂຶ້ນພໍສົມຄວນ; ການລົງທຶນພາກລັດໄດ້ຮັບການຍູ້ແຮງ... ປີ 2024, ສະພາແຫ່ງຊາດ ໄດ້ກຳນົດເປົ້າໝາຍການເຕີບໂຕ GDP ບັນລຸ 6-6,5%, ເປົ້າໝາຍນີ້ສະແດງໃຫ້ເຫັນການຕີລາຄາຢ່າງປະເອີບໃຈກ່ຽວກັບແງ່ຫວັງຟື້ນຟູເສດຖະກິດ. ປີ 2024 ກໍ່ແມ່ນປີບຸກທະລຸຂອງເສດຖະກິດໄລຍະ 5 ປີ 2021-2025. ເພາະສະນັ້ນ, ລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນກໍ່ສຸມທຸກກຳລັງໃຫ້ໄລຍະສຸດທ້າຍນີ້.

ຫຼາຍອົງການຈັດຕັ້ງສາກົນ ທີ່ມີອິດທິພົນຊື່ສຽງໄດ້ຕີລາຄາໝາກຜົນ ແລະແງ່ຫວັງຂອງພື້ນຖານເສດຖະກິດຫວຽດນາມ, ພ້ອມທັງຄາດຄະເນວ່າ ຫວຽດນາມ ຈະຟື້ນຟູໂດຍໄວໃນໄລຍະຈະມາເຖິງ. ໃນຕາຕະລາງຈັດອັນດັບກ່ຽວກັບການປ່ຽນແປງໃໝ່ປະດິດສ້າງທົ່ວໂລກຂອງອົງການຊັບສິນທາງປັນຍາໂລກ (WIPO), ຫວຽດນາມ ເລື່ອນອັນດັບຂຶ້ນແຖວໜ້າຢ່າງຕໍ່ເນື່ອງ. ດັດສະນີການປ່ຽນແປງໃໝ່ປະດິດສ້າງຂອງຫວຽດນາມ ເພີ່ມຂຶ້ນແຕ່ອັນດັບ 59 (ປີ 2016) ຂຶ້ນຢູ່ອັນດັບ 46 ປີ 2026.

ເມື່ອໄຈ້ແຍກຢ່າງຈະແຈ້ງກ່ຽວກັບກຳລັງໜູນແຫ່ງການເຕີບໂຕຂອງພື້ນຖານເສດຖະກິດປີ 2024, ທ່ານຮອງລັດຖະມົນຕີກະຊວງແຜນການ ແລະການລົງທຶນ ເຈິ່ນກວກເຟືອງ ໃຫ້ຮູ້ວ່າ ສະພາແຫ່ງຊາດວາງເປົ້າໝາຍການເຕີບໂຕ GDP ປີ 2024 ແມ່ນ 6-6,5% ບົນຈິດໃຈຊາບຊຶມບັນດາຂໍ້ສະຫຼຸບຂອງສູນກາງພັກ ກໍ່ຄືບົນພື້ນຖານໄຈ້ແຍກບັນດາຄວາມສະດວກ, ຄວາມຫຍຸ້ງຍາກ, ຄວາມສາມາດບັນລຸໄດ້ເປົ້າໝາຍ ປີ 2024. ເພື່ອປະຕິບັດໄດ້ເປົ້າໝາຍທີ່ໄດ້ວາງອອກ, ມະຕິສະບັບເລກທີ 103/2023/QH15 ລົງວັນທີ 9 ກັນຍາ 2023 ຂອງສະພາແຫ່ງຊາດ ວ່າດ້ວຍການພັດທະນາເສດຖະກິດ-ສັງຄົມ ປີ 2024 ກໍ່ໄດ້ຍົກອອກ 12 ກຸ່ມມາດຕະການຮອບດ້ານ ໃນທຸກຂົງເຂດຂອງພື້ນຖານເສດຖະກິດ ເພື່ອປະຕິບັດທຸກເປົ້າໝາຍ, ໜ້າທີ່. ສິ່ງທີ່ໜ້າສົນໃຈ, ໃນປີ 2024, ສະພາແຫ່ງຊາດ ໄດ້ລົງມະຕິບຸລິມະສິດສຸມໃສ່ຊຸກຍູ້ການເຕີບໂຕເສດຖະກິດໄປກ່ອນເນື້ອໃນຮັກສາເສດຖະກິດມະຫາພາກໃຫ້ໝັ້ນທ່ຽງ. ສິ່ງດັ່ງກ່າວສະແດງໃຫ້ເຫັນຄວາມຕັດສິນໃຈຂອງທົ່ວລະບົບ ກໍ່ຄືຂອງລັດຖະບານກ່ຽວກັບການຊຸກຍູ້ລະດັບເຕີບໂຕ, ຟື້ນຟູ ແລະແກ້ໄຂບັນດາຂໍ້ຈຳກັດ, ການຫຼຸດລົງກ່ອນໜ້ານີ້ຍ້ອນຜົນກະທົບຢ່າງພາວະວິໄສຂອງພະຍາດໂຄວິດ-19 ກໍ່ຄືບັນດາຜົນກະທົບຂອງເສດຖະກິດໂລກໃນປີ 2023.

ທ່ານຮອງລັດຖະມົນຕີ ເຈິ່ນກວກເຟືອງ ຖືວ່າ ໝາກຜົນການເຕີບໂຕເສດຖະກິດທ້າຍ ປີ 2023 ໂດຍພື້ນຖານກໍ່ມີຄວາມຕັ້ງໜ້າ, ເຖິງວ່າບໍ່ບັນລຸໄດ້ບັນດາເປົ້າໝາຍທີ່ວາງອອກກໍ່ຕາມ, ແຕ່ໃນສະພາບການສາກົນ, ພາກພື້ນຄືປະຈຸບັນ, ໝາກຜົນຄືດັ່ງກ່າວແມ່ນໄດ້ສ້າງທ່າດີໃຫ້ແກ່ການຜັນຂະຫຍາຍບັນດາເປົ້າໝາຍ, ໜ້າທີ່ ປີ 2024. ຄຽງຂ້າງກັນນັ້ນ, ຜ່ານການກວດກາຄືນບັນດາກຳລັງໜູນແຫ່ງການເຕີບໂຕເສດຖະກິດກໍ່ເຫັນວ່າ ທັງ 3 ດ້ານການລົງທຶນ, ການສົ່ງອອກ, ການບໍລິໂພກ ລ້ວນແຕ່ມີກາລະໂອກາດເຕີບໂຕດີໃນປີ 2024. ສຳລັບບັນດາສິ່ງທີ່ກະຊວງແຜນການ ແລະການລົງທຶນ ພວມສະເໜີກ່ຽວກັບໜ້າທີ່, ມາດຕະການຕົ້ນຕໍໃນການປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານຂອງລັດ ແລະການປັບປຸງສະພາບແວດລ້ອມດຳເນີນທຸລະກິດ, ຍົກສູງກຳລັງຄວາມສາມາດແກ່ງແຍ້ງແຫ່ງຊາດ ປີ 2024 ນັ້ນ, ກະຊວງແຜນການ ແລະການລົງທຶນ ຕັ້ງຄວາມຫວັງວ່າ ຈະສູ້ຊົນປະຕິບັດສຳເລັດເປົ້າໝາຍທີ່ສະພາແຫ່ງຊາດໄດ້ວາງອອກ.

ບູນມີ

ເຫດການ
302 Found

Found

The document has moved here.