ການ​ທູດ “ ໄມ້​ໄຜ່​ຫວຽດ​ນາມ” ຍົກ​ສູງ​ທີ່​ຕັ້ງ​ຂອງ​ປະ​ເທດຊາດ

16:11 | 09/01/2024

ຍສໝ - ບົດ​ຂຽນທີ່​ລົງ​​ໃນ​ວັນ​ທີ 1 ມັງກອນ​ ໃນ​ເວັບ​ໄຊ Equilibrium Global ຂອງ ອາກ​ເຈນຕນາ ​ໃຫ້ຂໍ້ສັງເກດວ່າ: ຄະນະຝ່າຍ​ການ​ທູດ​ທີ່​ເຂັ້ມຂຸ້ນໄປດ້ວຍສີສັນ “​ໄມ້​ໄຜ່​ຫວຽດນາມ” ​ໄດ້​ນຳ​ມາເຊິ່ງບົດບາດ​ໃຫ້ກັບ ຫວຽດນາມ ນັບ​ມື້​ນັບ​ໃຫຍ່​ຫຼວງ​ບົນ​ເວທີ​ສາກົນ.

ຄວາມ​ມຸ່ງ​ຫວັງ​​ທີ່​ຕັ້ງ​ໃໝ່, ລະດັບ​ໃໝ່​ຂອງ​ການ​ພົວພັນ​ສອງ​ປະ​ເທດ ​ແລະ ບັນດາ​ໝາກຜົນ​ ​ໃນ​ທຸກ​ຂົງ​ເຂດ​ລະຫວ່າງ ຫວຽດນາມ ​ແລະ ຈີນ.
ສື່​ມວນ​ຊົນ​ຍີ່ປຸ່ນ​ໄດ້​ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຍີ່ປຸ່ນ​ຂອງ​ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ

ການ​ທູດ ໄມ້​ໄຜ່​ຫວຽດ​ນາມ ຍົກ​ສູງ​ທີ່​ຕັ້ງ​ຂອງ​ປະ​ເທດຊາດ

ບົດ​ຂຽນທີ່​ລົງ​​ໃນ​ວັນ​ທີ 1 ມັງກອນ​ ໃນ​ເວັບ​ໄຊ Equilibrium Global ຂອງ ອາກ​ເຈນຕນາ ​ໃຫ້ຂໍ້ສັງເກດວ່າ: ​ຄະນະຝ່າຍການ​ທູດ​ທີ່​ເຂັ້ມຂຸ້ນໄປດ້ວຍສີສັນ “​ໄມ້​ໄຜ່​ຫວຽດນາມ” ​ໄດ້​ນຳ​ມາເຊິ່ງບົດບາດ​ໃຫ້ກັບ ຫວຽດນາມ ນັບ​ມື້​ນັບ​ໃຫຍ່​ຫຼວງ​ບົນ​ເວທີ​ສາກົນ.

ການ​ທູດ “ ໄມ້​ໄຜ່​ຫວຽດ​ນາມ” ຍົກ​ສູງ​ທີ່​ຕັ້ງ​ຂອງ​ປະ​ເທດຊາດ

ບົດ​ຄວາມທີ່​ຍ້ອງຍໍ​ສັນລະ​ເສີນຜົນງານ“​ການ​ທູດ​ໄມ້​ໄຜ່” ຂອງຫວຽດນາມ ​ໄດ້​ຈັດ​ພິມ​ໃນ​ໜັງສືພິມ Equilibrium Global Argentina. (ພາບ: TTXVN)

ບົດ​ຂຽນ​ໄດ້​ຍົກໃຫເຫັນຢ່າງຈະ​ແຈ້ງວ່າ: ​ໃນ​ຕະຫຼອດ​ໄລຍະ​ປະຫວັດສາດ​ຂອງ​​ຊາດ​ຫວຽດນາມ, ການພົວພັນ​ຕ່າງປະ​ເທດ​ຍາມ​ໃດ​ ກໍ່​ຮັກສາ​ບົດບາດ​ສຳຄັນ​ທີ່​ສຸດ, ປະກອບສ່ວນ​ປົກ​ປັກ​ຮັກສາ​ເອກະລາດ, ອະທິປະ​ໄຕ, ​ເອກະ​ພາບ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ ​ແລະ ປະກອບສ່ວນ​ອັນ​ໃຫຍ່​ຫຼວງ ​ເຂົ້າ​ໃນ​ການ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ.

​ຕາມ Equilibrium Global, ຄະນະຝ່າຍ​ການ​ທູດ “​ໄມ້​ໄຜ່​ຫວຽດນາມ” ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ດຸ່ນດ່ຽງ​ຍຸດ​ທະ​ສາດ​ ໃນ​ການ​ພົວພັນ​ກັບບັນດາ​ປະ​ເທດ​ໃຫຍ່ ​ແລະ ​ໃນ​ໂລກ, ບົນ​ພື້ນຖານ​ຫຼັກ​ການຫຼັກແຫຼ່ງ ແມ່ນ​ຜົນ​ປະ​ໂຫຍ​ດຂອງ​ຊາດ, ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງໃນ​ການ​ພົວພັນ​ຕ່າງປະ​ເທດ, ບັນດາຫຼັກການ​ ໄດ້ຝັງ​ເລິກ​ເຂົ້າໃນອຸດົມ​ຄະຕິ​ການ​ທູດຂອງ​ປະທານ​ໂຮ່ຈິ​ມິນ ​ແລະ ສ້າງ​ພື້ນຖານ​ໃຫ້​ແກ່​ແນວທາງການ​ຕ່າງປະ​ເທດ​ຂອງ​ຫວຽດນາມ.

ຫວຽດນາມ ​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຈາກ​ປະຊາ​ຄົມ​ໂລກ ​​ເລືອກ​ຕັ້ງ​ເຂົ້າ​ຮ່ວມ​ຫຼາຍ​ອົງການ​ສາກົນ. ບັນດາ​ການ​ເຄື່ອນ​ໄຫວຢ່າງຟົດຟື້ນ​ຂອງ​ຫວຽດນາມ ຢູ່​ຫຼາຍ​ອົງການທີ່ຂຶ້ນກັບ​ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຄົບຖ້ວນກ່ຽວກັບທີ່​ຕັ້ງ, ບົດບາດ ​ ແລະ ເປັນເຈົ້າການທີ່ນັບມື້ນັບຕັ້ງໜ້າຂອງ​ຫວຽດນາມ ​ໃນ​ການ​ຊຸກຍູ້​ການ​ຮ່ວມ​ມື​ສາກົນ ​ໃນ​ຂອບ​ເຂດ​ທົ່ວ​ໂລກ. ຫວຽດນາມ ພວມ​ຢືນ​ຢັນ​ຕົນ​ເອງ ​ເປັນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ, ເປັນສະມາຊິກ​ທີ່​ຕັ້ງໜ້າ ​ແລະ ມີ​ຄວາມ​ຮັບຜິດຊອບ​ໃນ​ຂະ​ບວນການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ​ແລະ ພາກ​ພື້ນ.

ໃນ​ຂະນະ​ນັ້ນ, ​ໃນ​ການ​ໃຫ້​ສຳພາດ​ຕໍ່ ສຳນັກຂ່າວສານຫວຽດນາມ, ທ່ານສາດສະດາຈານ ຟູລຸຕາ ມູທູ (Furuta Motoo) ອໍານວຍການ ມະຫາວິທະຍາ​ໄລ ຫວຽດນາມ - ​ຍີ່ປຸ່ນ, ມະຫາວິທະຍາ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ ​ເນັ້ນ​ໜັກ​ວ່າ: ອຸດສາຫະກຳ ​ວັດທະນະທຳ​ທີ່ເຂັ້ມ​ແຂງ ປະກອບສ່ວນ​ຍົກ​ສູງ​ທີ່​ຕັ້ງ​ຂອງ ຫວຽດນາມ ​ໃນ​ພາກພື້ນ.

ຕາມ​ທ່ານ​ສາດສະດາຈານ ຟູລຸຕາ ມູທູ ​ແລ້ວ, ນ້ຳ​ໃຈ​ຮັກ​ຊາດ​ຂອງ​ຊາວ ຫວຽດນາມ ​ແມ່ນ​ໜຶ່ງຈຸດທີ່ເປັນລັກສະນະພິເສດ ​ທີ່​ໂລກ​ຮັບ​ຮູ້. ຊາວ​ຫວຽດ​ນາມ ມີ​ຈິດ​ໃຈເປີດອົກເປີດໃຈ, ຕັ້ງໜ້າຮັບເອົາ​ບັນ​ດາ​ປັດໄຈ​ທີ່​ດີໃນ​ວັດ​ທະ​ນະ​ທຳ​ຂອງໂລກ. ຫວຽດ​ນາມ ພວມ​ຍູ້​ແຮງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ພ້ອມ​ທັງ​ເສີມ​ຂະ​ຫຍາຍບັນ​ດາ​ສີສັນ​ຊາດ.

ທ່ານສາດສະດາຈານ ​ຊາວ​ຍີ່ປຸ່ນ​ກ່າວ​ວ່າ ປະ​ເທດ​​ໜຶ່ງ ​ເຖິງ​ວ່າ​ມີ​ວັດທະນະ​ທຳ​ອຸດົມສົມບູນ, ​ແຕ່​ເສດຖະກິດ​ຍັງ​ດ້ອຍ​ພັດທະນານັ້ນ ກໍ່ຍາກທີ່ຈະ​ຮັກສາ​ວັດທະນະທຳ​ນັ້ນ​. ​ແຕ່​ເຖິງ​ວ່າເປັນ​ປະ​ເທດ​ພັດທະນາ ​ແລະ ຮັ່ງມີ​ທາງ​ດ້ານ​ເສດຖະກິດ​ກໍ່ຕາມ, ​​ຖ້າ​ປະຊາຊົນ​ບໍ່ໍພໍໃຈທາງດ້ານຈິດໃຈ, ສັງຄົມ​ກໍ​່ຈະ​ບໍ່​ໝັ້ນຄົງ. ຈາກ​ທັດ​ສະ​ນະ​ດັ່ງ​ກ່າວ, ທ່ານສາດ​ສະ​ດາ​ຈານ ຟູລູຕາ ໃຫ້ຂໍ້ສັງເກດວ່າ ຫວຽດ​ນາມ ວາງເປົ້າໝາຍ​ກາຍ​ເປັນປະ​ເທດ​ພັດ​ທະ​ນາ​ໃນ ​ປີ 2045, ຖື​ເປັນ​ສຳ​ຄັນ​ບັນ​ດາ​ປັດ​ໄຈ​ວັດ​ທະ​ນະ​ທຳແມ່ນສິ່ງຈຳເປັນ.

​ໃນ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື ຫວຽດນາມ - ຍີ່ປຸ່ນ, ທ່ານສາດສະດາຈານ ຟູລູຕາ ຕີ​ລາຄາ​ສູງ​ບັນດາ​ທິດ​ທາງ​ພັດທະນາ, ພິ​ເສດ ​ແມ່ນ​ໃນ​ຂົງ​ເຂດ​ການ​ຮ່ວມ​ມື​ດ້ານ​ວັດທະນະທຳ. ທ່ານ​ເຊື່ອ​ໝັ້ນ​ວ່າ ການ​ສ້າງສາຍ​ພົວພັນ​ "ຄູ່​ຮ່ວມ​ມືທີ່​ສະ​ເໝີ​ພາບ” ລະຫວ່າງ ຍີ່ປຸ່ນ ​ແລະ ຫວຽດນາມ ​ແມ່ນ​ສຳຄັນ​ທີ່​ສຸດ.

ຊ ສະຫວັດ

302 Found

Found

The document has moved here.