ການພົບປະແລກປ່ຽນວັດທະນະທຳ, ເຊື່ອມຕໍ່ການທ່ອງທ່ຽວ ເລີມດົ່ງ ກັບເຂດ Ladakh - ອິນເດຍ

10:49 | 02/01/2024

ຍສໝ - ຕອນ​ຄ່ຳ​ວັນ​ທີ 27 ທັນວາ, ຢູ່​ສະໜາມຫຼວງ ເລີມວຽນ (ນະຄອນ​ ດາຫຼາດ, ເລີມດົ່ງ) ໄດ້​ດຳ​ເນີນ​ລາຍການ “ພົບປະແລກປ່ຽນວັດທະນະທຳ, ແນະນຳການທ່ອງ​ທ່ຽວ​ລະຫວ່າງ​ແຂວງ ເລີມດົ່ງ - ຫວຽດນາມ ​ແລະ Ladakh - ອິນ​ເດຍ”.

ການພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ສະເປນ ຜ່ານເຫດການວັນ Tapas ຢູ່ຮ່າໂນ້ຍ ການພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ສະເປນ ຜ່ານເຫດການວັນ Tapas ຢູ່ຮ່າໂນ້ຍ
ສ້າງຕັ້ງສະມາຄົມ ມິດຕະພາບ ຫວຽດນາມ - ລາວ ຢູ່ເມືອງບ່າວເລີມ - ແຂວງ ເລີມດົງ ສ້າງຕັ້ງສະມາຄົມ ມິດຕະພາບ ຫວຽດນາມ - ລາວ ຢູ່ເມືອງບ່າວເລີມ - ແຂວງ ເລີມດົງ

ນີ້​ແມ່ນ​ເຫດການ​ສຳຄັນ, ​ເປັນ​ຂີດ​ໝາຍ​ການ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ແຂວງ ເລີມດົ່ງ - ຫວຽດນາມ ​ແລະ Ladakh - ອິນ​ເດຍ, ພ້ອມກັນນັ້ນ ກໍ່ຕອບສະໜອງບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 130 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ ​ແລະ ພັດທະນາ​ນະຄອນ ດາຫຼາດ.

ລານການດັ່ງກ່າວ​ໂດຍ​ພະ​ແນ​ກວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ແຂວງ ເລີມດົ່ງ ສົມທົບ​ກັບ​ເຂດ​ທ່ອງ​ທ່ຽວ Samten Hill ດາຫຼາດ ຈັດ​ຕັ້ງ. ເຂົ້າ​ຮ່ວມ​ພິທີ​ມີ​ການ​ນຳ​ຂອງ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ເລີມດົ່ງ ພ້ອມກັບບັນດາ​​ພະ​ແນ​ກ, ຄະນະ, ຂະແໜງການຂອງແຂວງ, ຄະນະ​ກຳມະການ​ປະຊາຊົນ​ນະຄອນ ດາຫຼາດ. ທ່ານ Tashi Gyalson, ກຳມະການບໍລິຫານ -​ ປະ​ທານເຂດດິນລະຫວ່າງລັດ Ladakh, ສະພາ​ພັດທະນາ Ladakh, ຕາງໜ້າ​ໃຫ້​ເຂດ Ladakh - ອິນ​ເດຍ ​ເຂົ້າ​ຮ່ວມ​ເຫດການ.

ການພົບປະແລກປ່ຽນວັດທະນະທຳ, ເຊື່ອມຕໍ່ການທ່ອງທ່ຽວ ເລີມດົ່ງ ກັບເຂດ Ladakh - ອິນເດຍ

ການ​ເຕັ້ນ “Jabro Dance” ຂອງ​ເພື່ອນ​ຊາວ​ ອິນ​ເດຍ ​ໃນການພົບ​ປະ​ແລກປ່ຽນ​ວັດທະນະທຳລະຫວ່າງ​ສອງ​ປະ​ເທດ

ທີ່​ພິ​ທີເປີດ, ທ່ານ​ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ເລີມດົ່ງ ຟ້າມ ແອັສ ໄດ້​ຕີ​ລາ​ຄາ​ສູງ​ບັນ​ດາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ, ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ຂອງ ອິນ​ເດຍ ເວົ້າ​ລວມ ແລະ ເຂດ Ladakh ເວົ້າ​ສະ​ເພາະ; ພ້ອມ​ກັນ​ນັ້ນ ກໍ່​ໄດ້​ແນະນຳ​ວັດທະນະທຳ​ ເລີມດົ່ງ ພ້ອມກັບບັນດາ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ທ້ອງ​ຖິ່ນ; ກາລະ​ໂອກາດ ​ແລະ ຄວາມ​ສາມາດ​ບົ່ມ​ຊ້ອນທີ່​ສາມາດ​ບັນລຸ​ໄດ້ ຖ້າ​ຫາກ​ມີ​ການ​ເຊື່ອມ​ຕໍ່​ການທ່ອງທ່ຽວ​ລະຫວ່າງ​ສອງເຂດ​ຂອງ 2 ປະ​ເທດ. ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ເລີມດົ່ງ ​ເນັ້ນ​ໜັກ​ວ່າ: “ພາຍຫຼັງລາຍການ​ນີ້, ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ ​ຈະ​ສືບ​ຕໍ່​ມີ​ການ​ເຊື່ອມ​ຕໍ່​ຢ່າງແໜ້ນແຟ້ນ​ດ້ານ​ວັດທະນະທຳ, ການທ່ອງ​ທ່ຽວ​ລະຫວ່າງ 2 ທ້ອງ​ຖິ່ນ; ຜ່ານ​ນັ້ນ ກໍ່ເປີດ​ກາລະ​ໂອກາດ​ໃຫ້​ແກ່​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ​ລະຫວ່າງ​ແຂວງ ເລີມດົ່ງ ກັບ Ladakh - ອິນ​ເດຍ”.

ທ່ານ Tashi Gyalson, ກຳມະການບໍລິຫານ - ປະທານເຂດດິນລະຫວ່າງລັດ Ladakh, ສະພາພັດທະນາ Ladakh, ແບ່ງປັນ​ວ່າ: ອິນ​ເດຍ ​ແລະ ຫວຽດນາມ ພວມ​ເພີ່ມ​ທະວີ​ການ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ຫຼາຍ​ຂົງ​ເຂດ, ຈາກ​ການ​ເພີ່ມ​ທະວີ​ການ​ຄ້າ, ແລກປ່ຽນທຸລະ​ກິດ, ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ແລກປ່ຽນ​ວັດທະນະທຳໄປສູ່ການ​ເຊື່ອມ​ຕໍ່​ມະນຸດ. ໂດຍເປັນຜູ້ຕາງໜ້າຂອງ Ladakh, ທ່ານຖືວ່ານັ້ນແມ່ນຄວາມເປັນກຽດ ແລະ ບຸນຄຸນພິເສດເພື່ອແນະນຳບັນດາສິ່ງມະຫັດສະຈັນພິເສດຂອງບ້ານເກີດຂອງທ່ານໂດຍຜ່ານເຫດການນີ້.

ດ້ວຍແຫຼ່ງຊັບພະຍາກອນທ່ອງທ່ຽວທີ່ອຸດົມສົມບູນກັບອາກາດທີ່ດີ, ຫຼາຍທັດສະນີຍະພາບທຳມະຊາດທີ່ສວຍງາມ, ມໍລະດົກອັນລ້ຳຄ່າ, ແຂວງ ເລີມດົ່ງ ໄດ້ເຕົ້າໂຮມຄົບປັດໄຈ “ດິນຟ້າອາກາດອຳນວຍ, ພູມີປະເທດສະດວກ, ປະຊາຊົນພ້ອມໃຈ” ເພື່ອພັດທະນາການທ່ອງທ່ຽວວັດທະນະທໍາ. ພິ​ເສດ​ແມ່ນ​ເຂດ​ໄປທັດສະນະສຶກສາທ່ອງ​ທ່ຽວ​ວັດ​ທະ​ນະ​ທຳ​ຈິດ​ວິນ​ຍານ Samten Hills ດາຫຼາດ ຢູ່​ແຂວງ ເລີມດົ່ງ, ​ແມ່ນໜຶ່ງ​ຈຸດ​ພົ້ນ​ເດັ່ນ​ໃໝ່​ຂອງ​ການ​ທ່ອງ​ທ່ຽວ​ຫວຽດ​ນາມ ປີ 2023.

Ladakh ເປັນພູພຽງອັນກວ້າງໃຫຍ່ຂອງອິນເດຍ, ຕັ້ງຢູ່ໃນສາຍ Himalayas ທີ່ໃຫຍ່ໂຕມະໂຫຖານ. ດິນແດນແຫ່ງນີ້ເປັນຈຸດໃຈກາງຂອງເສັ້ນທາງສາຍໄໝບູຮານ. ໃນປະຈຸບັນ Ladakh ໄດ້ຮັບຮູ້ເປັນສະຖານທີ່ປ່ຽມລົ້ົ້ນຈິດໃຈພຸດທະສາດສະຫນາ, ພິເສດແມ່ນພຸດທະສາສະຫນາວັດຊະຣະຍານ (Vajrayana).

ດ້ວຍ​ບັນດາຈຸດຄ້າຍຄືກັນກ່ຽວກັບເງື່ອນ​ໄຂ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ, ຜູ້ຕາງໜ້າອົງການປົກຄອງ ແລະ ບັນ​ດາ​ບໍ​ລິ​ສັດ​ທ່ອງ​ທ່ຽວ Ladakh - ອິນ​ເດຍ ໄດ້ມາ​ພົບ​ປະ​ກັບອົງການປົກຄອງ​ແຂວງ ເລີມດົ່ງ ເພື່ອ​ຮ່ວມ​ມື​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ.

ທີ່​ການ​ພົບ​ປະ​ແລກປ່ຽນ, ຄະນະ​ຈັດ​ຕັ້ງ​ໄດ້​ສາຍວິ​ດີ​ໂອ 2 ​​ເລື່ອງ “ດາຫຼາດ - ເລີມດົ່ງ, ກາລະ​ໂອກາດ​ລົງທຶນ ​ແລະ ດຶງດູດນັກທ່ອງ​ທ່ຽວ” ​ແລະ “Ladakh - ອິນເດຍ” ຄະນະສິລະປະຂອງສອງຝ່າຍໄດ້ສະແດງສິລະປະພິເສດຄື: “ພາວະນາ-ຈິດວິນຍານ”, “ຍາມບ່າຍທີ່ຍິ່ງໃຫຍ່”, ຟ້ອນ ແລະຂັບຮ້ອງເພງ “ແປວໄຟພູພຽງ”, ບົດເພງ “Jabro Dance", ຟ້ອນ “Yak Dance” ຫຼື "Spawo",...

​ລາຍການ “​ແລກປ່ຽນ​ວັດທະນະທຳ, ເຊື່ອມຕໍ່ການທ່ອງທ່ຽວລະຫວ່າງ ເລີມດົ່ງ - ຫວຽດນາມ ​ແລະ Ladakh - ອິນເດຍ” ດຳ​ເນີນ​ແຕ່​ວັນ​ທີ 27 – 30 ທັນວາ 2023.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.