ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມຊາວກະສິກອນ ຫວຽດນາມ ຄັ້ງທີ 8 ໄດ້ປະສົບຜົນສຳເລັດຢ່າງຈົບງາມ

00:00 | 27/12/2023

ຍສໝ - ​ວັນ​ທີ 27 ທັນວາ, ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຊາວກະສິກອນ ຫວຽດນາມ ຄັ້ງທີ 8, ອາຍຸ​ການ 2023 – 2028 ​ໄດ້​ດຳ​ເນີນພິທີອັດ.

ກອງປະຊຸມລັດຖະມົນຕີແຮງງານ ແລະ ສະຫວັດດີການສັງຄົມ ລາວ-ຫວຽດນາມ ຄັ້ງທີ 8 ກອງປະຊຸມລັດຖະມົນຕີແຮງງານ ແລະ ສະຫວັດດີການສັງຄົມ ລາວ-ຫວຽດນາມ ຄັ້ງທີ 8
ງານບຸນປື້ມ ຮ່າໂນ້ຍ ຄັ້ງທີ 8 ປີ 2023: “ສົ່ງເສີມພູມປັນຍາ - ສ້າງສາອະນາຄົດ” ງານບຸນປື້ມ ຮ່າໂນ້ຍ ຄັ້ງທີ 8 ປີ 2023: “ສົ່ງເສີມພູມປັນຍາ - ສ້າງສາອະນາຄົດ”

ພາຍຫຼັງ 3 ວັນ​ເຮັດວຽກ​ຢ່າງ​ຈິງຈັງ, ຮີບດ່ວນ, ດ້ວຍ​ທິດນຳ“ປະຊາທິປະ​ໄຕ, ສາມັກຄີ, ປ່ຽນແປງໃໝ່, ​ເຊື່ອມ​ໂຍງ, ພັດທະນາ”, ດ້ວຍຈິດໃຈຄວາມຮັບຜິດຊອບສູງຕໍ່ໜ້າພະນັກງານ, ສະມາຊິກ, ຊາວກະສິກອນ​ທົ່ວ​ປະ​ເທດ, ກອງ​ປະຊຸມໃຫຍ່​ໄດ້​ສຳ​ເລັດ​ທຸກ​ເນື້ອ​ໃນ, ລາຍການ ທີ່ວາງອອກ.

ທີ່​ກອງ​ປະຊຸມໃຫຍ່, ມີ​ຫຼາຍ​ຄຳ​ເຫັນ​ໄດ້​ປຶກສາ​ຫາລື​ຢ່າງຟົດຟື້ນ, ກົງ​ໄປ​ກົງ​ມາ, ມີປະຊາທິປະ​ໄຕ ​ແລະ ມີ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ສູງ​ຜ່ານ​ບັນດາ​ເອກະສານ​ສຳຄັນ​ຂອງ​ກອງ​ປະຊຸມໃຫຍ່: ບົດ​ລາຍ​ງານ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ສະມາຄົມຊາວ​ກະສິກອນ ຫວຽດນາມ ຊຸດ​ທີ 8; ຂໍ້ກຳນົດຂອງ​ສະ​ມາ​ຄົມ​ຊາວ​ກະ​ສິ​ກອນ​ ຫວຽດ​ນາມ (ສະບັບເພີ່ມ​ເຕີມ ແລະ ປັບ​ປຸງ); ບົດ​ລາຍ​ງານ​ກ່ຽວກັບການກວດກາ​ຂອງຄະນະ​ບໍລິຫານ​ງານ​ສູນ​ກາງ​ສະມາຄົມ​ຊາວ​ກະສິກອນ​ ຫວຽດນາມ ​ຊຸດ​ທີ 8 ອາຍຸ​ການ 2018 - 2023. ກອງ​ປະຊຸມ​ໃຫຍ່​ສະມາຄົມ​ຊາວ​ກະສິກອນ​ ຫວຽດນາມ ​ຊຸດ​ທີ 8 ກໍ່​ກຳນົດ​ທິດ​ທາງ, ​ເປົ້າ​ໝາຍ, ໜ້າທີ່ ​ແລະ ມາດຕະການແກ້​ໄຂ​ ອາຍຸ​ການ 2023 - 2028…

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມຊາວກະສິກອນ ຫວຽດນາມ ຄັ້ງທີ 8 ໄດ້ປະສົບຜົນສຳເລັດຢ່າງຈົບງາມ

ຄະນະ​ບໍລິຫານ​ງານ​ສະມາຄົມ​ຊາວກະສິກອນ ຫວຽດນາມ ຊຸດ​ທີ 8 ອາຍຸ​ການ 2023 - 2028

​ກອງ​ປະຊຸມໃຫຍ່​ໄດ້​ສະ​ແດງ​ໃຫ້​ເຫັນ​ເຈດຈຳນົງ ແລະ ຄວາມ​ຕັດສິນ​ໃຈ​ສູງຂອງ​ທຸກ​ຂັ້ນ​ຂອງ​ສະມາຄົມ, ພະນັກງານ, ສະມາຊິກ​, ຊາວກະສິກອນທົ່ວ​ປະ​ເທດ ​ໃນ​ການ​ປະຕິບັດ​ທິດ​ທາງ​ໄລຍະ 5 ປີ (2023 – 2028): “ກໍ່ສ້າງ​ສະມາຄົມ​ຊາວກະສິກອນ ຫວຽດນາມ ​ໃຫ້ໂປ່ງໃສ, ​ເຂັ້ມ​ແຂງ, ເພີ່ມ​ທະວີ​ບົດບາດ​ຂອງ​ສະມາຄົມ ​ແລະ ຊົນ​ຊັ້ນ​ຊາວນາໃນ​ການ​ພັດທະນາ​ກະສິກຳ​ໃຫ້ວັດທະນາຖາວອນ, ຊາວກະສິກອນ​ຮັ່ງມີ, ຊົນນະບົດສີວິໄລ ​ແລະ ທັນ​ສະ​ໄໝ”. ປ່ຽນແປງໃໝ່, ຊຸກຍູ້ ​ແລະ ຍົກ​ສູງ​ປະສິດທິ​ຜົນ​ການ​ບໍລິການ, ການ​ໃຫ້​ຄຳ​ປຶກສາ ​ແລະ ບຳລຸງສ້າງ​ວິຊາ​ຊີບ​ເພື່ອ​ໜູນ​ຊ່ວຍ​ຊາວ​ກະສິກອນ ​ແລະ ການ​ເຄື່ອນ​ໄຫວ “ຊາວ​ກະສິກອນ​ແຂ່ງຂັນກັນ​ຜະລິດ ​ແລະ ດຳ​ເນີນ​ທຸລະ​ກິດ​ເກັ່ງ, ສາມັກຄີ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ໃຫ້​ຮັ່ງມີ ​ແລະ ຫຼຸດຜ່ອນ​ຄວາມທຸກ​ຍາກ​ແບບ​ຍືນ​ຍົງ”. ກໍ່ສ້າງ​ຄະນະ​ພະນັກງານ​ສະມາຄົມ​ກຳມະກອນ ​ຫວຽດນາມ ​ທີ່​ມີ​ຄຸນ​ນະທາດການ​ເມືອງ, ຈັນ​ຍາ​ບັນ, ວິຖີ​ຊີວິດ, ລະດັບວິຊາສະເພາະ ​ແລະ ຄວາມ​ສາມາດ​ໃນ​ການ​ເຮັດ​ວຽກທີ່ດີ. ພັດທະນາ ​ແລະ ຍົກ​ສູງ​ຄຸນ​ນະພາ​ບຂອງ​ສະມາຊິກ, ສູ້​ຊົນ​ສ້າງ​ຊາວ​ກະສິກອນ​ລຸ້ນ​ໃໝ່​ທີ່​ມີ​ກຳລັງ​ການ​ຄຸ້ມ​ຄອງ, ທັກ​ສະ​ການ​ຜະລິດທີ່ເປັນມືອາ​ຊີບ ​ແລະ ສ້າງ​ປັນຍາ​ຊົນ​ຊາວ​ກະສິກອນ​ເທື່ອ​ລະ​ກ້າວ.

ສະມາຄົມທຸກຂັ້ນ ແລະ ສະມາຊິກສະມາຄົມທັງໝົດ ພ້ອມກັບບັນດາຊາວກະສິກອນທົ່ວປະເທດ ຕັດສິນໃຈປະຕິບັດບັນດາກຸ່ມເປົ້າໝາຍ, ໜ້າທີ່ ແລະ ມາດຕະການແກ້​ໄຂ​ທີ່​ກອງ​ປະຊຸມ​ໄດ້​ວາງ​ອອກໃຫ້ເປັນຢ່າງດີ, ​ເພື່ອ​ແນ​ໃສ່​ແກ້​ໄຂ​ຜົນ​ປະ​ໂຫຍ​ດທີ່ແທດຈິງຂອງ​ສະມາຊິກ, ຊາວ​ກະສິກອນໃຫ້ເປັນຢ່າງດີ, ຍາມ​ໃດ​ກໍ່​ເລືອກເອົາ​ຊາວ​ກະສິກອນ, ເພື່ອຊາວກະສິກອນ; ກໍ່ສ້າງ​ສະມາຄົມ​ຊາວ​ກະສິກອນ​ທີ່ໂປ່ງໃສ ​ແລະ ​ເຂັ້ມ​ແຂງ ​ເພື່ອໃຫ້​ມີ​ບົດບາດ​ເປັນເຈົ້າກຳໃນ​ການ​ພັດທະນາ​ກະສິກຳ, ກໍ່ສ້າງ​ຊົນນະບົດ​ໃໝ່, ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ພັກ ​ແລະ ອຳນາດການປົກຄອງ​ທີ່​ປອດ​ໃສ​, ເຂັ້ມແຂງ, ປະຕິບັດ​ວຽກ​ງານ​ປ້ອງ​ກັນ​ຊາດ, ປ້ອງກັນຄວາມສະຫງົບໃຫ້ເປັນຢ່າງດີ; ​ເປີດ​ກວ້າງ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ສາກົນ ​ເພື່ອ​ແນ​ໃສ່​ຫັນ​ປະ​ເທດ ຫວຽດນາມ ເປັນ​ປະ​ເທດ​ອຸດສາຫະກຳ, ທັນ​ສະ​ໄໝ.

ກອງ​ປະຊຸມ​ໃຫຍ່​ໄດ້​ເລືອກ​ຕັ້ງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ສະມາຄົມ​ຊາວ​ກະສິກອນ ​ຫວຽດນາມ ຊຸດ​ທີ 8 ​ອາຍຸ​ການ 2023 - 2028, ​ໃນ​ນັ້ນ​ມີ 111 ສະຫາຍດີເດັ່ນ​ທີ່​ຕາງໜ້າ​ໃຫ້​ສະມາຊິກ​ຊາວກະສິກອນ 10 ລ້ານ​ກວ່າ​ຄົນ, ແມ່ນບັນດາຜູ້ທີ່ມີຄຸນ​ນະທາດ, ຄວາມ​ສາມາດ ​ແລະ ຄຸນສົມບັດຢ່າງ​ພຽງພໍ​ເພື່ອ​ປະຕິບັດ​ໜ້າ​ທີ່​ທີ່​ກອງ​ປະຊຸມໃຫຍ່ ​ໄດ້​ມອບ​ໝາຍ. ທີ່​ກອງ​ປະຊຸມ​ຄັ້ງ​ທຳ​ອິດ, ຄະນະ​ບໍລິຫານ​ງານ​ສູນ​ກາງ​ສະມາຄົມ​ຊາວ​ກະສິກອນ​ ຫວຽດນາມ ຊຸດ​ທີ 8 ​ໄດ້​ເລືອກ​ຕັ້ງ​ຄະນະ​ປະຈຳ 18 ທ່ານ, ​ເລືອກ​ຕັ້ງ​ປະທານ ​ແລະ ຮອງ​ປະທານຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ສະມາຄົມ​ຊາວ​ກະສິກອນ ຫວຽດນາມ 4 ທ່ານ​; ສະຫາຍ ເລືອງກວກດວ່ານ, ກຳມະການ​ສູນ​ກາງ​ພັກ, ປະທານ​ສະມາຄົມ​ຊາວກະສິກອນ ຫວຽດນາມ ຊຸດ​ທີ 7 ສືບຕໍ່ໄດ້​ຮັບ​ເລືອກ​ຕັ້ງເປັນ​ປະທານ​ສະມາຄົມ​ຊາວ​ກະສິກອນ ຫວຽດນາມ ຊຸດ​ທີ 8.

4 ສະຫາຍຄື: ຟ້າມຕຽນນາມ, ດິ່ງຂັກດິ໋ງ, ບຸ່ຍທິເທິມ ແລະ ຫງວຽນຊວັນດິງ ສືບຕໍ່ໄດ້ຮັບການເລືອກຕັ້ງເປັນຮອງປະທານຄະນະບໍລິຫານງານສູນກາງສະມາຄົມຊາວກະສິກອນ ຫວຽດນາມ ຊຸດທີ 8.

ກ່າວ​ຄຳ​ເຫັນ​ປິດ​ກອງ​ປະຊຸມ, ສະຫາຍ ເລືອງກວກດວ່ານ, ປະທານ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ສະມາຄົມ​ຊາວກະສິກອນ ຫວຽດນາມ ອາຍຸ​ການ​ທີ 8 ຢືນຢັນ​ວ່າ: ຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ​ສະມາຄົມ​ຊາວກະສິກອນ ຫວຽດນາມ ອາຍຸ​ການ​ທີ 8 ແມ່ນກຳລັງໜູນຢ່າງແຮງເພື່ອຊຸກຍູ້ພະນັກງານ, ສະມາຊິກ, ຊາວກະສິກອນໃນທົ່ວປະເທດ ຍາດແຍ່ງກາລະໂອກາດ, ທ່າໄດ້ປຽບ, ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍຢ່າງມີສະຕິ, ສືບຕໍ່ປ່ຽນແປງໃໝ່ອົງການ ແລະ ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ, ສ້າງ​ເປັນກຳລັງ​ແຮງ​ໃໝ່​ຂອງ​ຊົນ​ຊັ້ນ​ຊາວນາ ແລະ ອົງການຈັດຕັ້ງ​ຂອງ​ສະມາຄົມ​ຊາວກະສິກອນ ຫວຽດນາມ.

ກອງ​ປະຊຸມໃຫຍ່​ ໄດ້ລົງປະຊາມະຕິຜ່ານມະຕິ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ສະມາຄົມຊາວກະສິກອນ ຫວຽດນາມ ຊຸດທີ 8 ອາຍຸ​ການ 2023 - 2028. ກອງ​ປະຊຸມໃຫຍ່ ຮຽກຮ້ອງ​​ໃຫ້ສະມາຄົມ​ທຸກ​ຂັ້ນ ຈັດ​ຕັ້ງ​ການເຜີຍແຜ່, ໂຄສະນາຢ່າງ​ກວ້າງຂວາງ​ໃຫ້​ບັນດາ​ພະນັກງານ, ສະມາຊິກ, ຊາວທຸກ​ຂັ້ນທົ່ວ​ປະ​ເທດ​ກ່ຽວ​ກັບ​ໝາກຜົນ​ຂອງ​ກອງ​ປະຊຸມໃຫຍ່​, ຄົ້ນຄວ້າ, ເຊື່ອມຊຶມ​ຢ່າງ​ລະອຽດ​ກ່ຽວ​ກັບ​ມະຕິ ​ແລະ ​ເອກະສານ​ຂອງ​ກອງ​ປະຊຸມໃຫຍ່; ຮີບ​ດ່ວນ​ສ້າງ, ຜັນ​ຂະຫຍາຍ​ບັນດາ​ລາຍການເຄື່ອນ​ໄຫວ​ສະ​ເພາະ ​ເພື່ອນຳມະຕິ​ກອງ​ປະຊຸມ​ໃຫຍ່​ເຂົ້າ​ສູ່​ຊີວິດ​ຕົວ​ຈິງ, ປະກອບສ່ວນ​ຊຸກຍູ້​ການ​ພັດທະນາ​ກະສິກຳ ​ໃຫ້ວັດທະນາຖາວອນ, ຊາວ​ກະສິກອນຮັ່ງມີ, ຊົນນະບົດ​ສີວິໄລ ​ແລະ ທັນ​ສະ​ໄໝ.

ມິງດຶກ

ເຫດການ
302 Found

Found

The document has moved here.