ສະເຫຼີມສະຫຼອງວັນປົດປ່ອຍນະຄອນຫຼວງຄົບຮອບ 69 ປີ (10 ຕຸລາ 1954 - 10 ຕຸລາ 2023): ເປີດງານວາງສະແດງ "ເມືອງເກົ່າ ຖະໜົນເກົ່າ" | |
ເຊີນລາ: ປິດຊຸດຝຶກອົບຮົມວິຊາການຊາຍແດນໃຫ້ພະນັກງານກອງທັບປະຊາຊົນລາວ ປີ 2023 |
ຕອນຄ່ຳວັນທີ 6 ຕຸລາ, ຄຸ້ມຖະໜົນຍ່າງອ້ອມໜອງ ຮ່ວານກ໋ຽມ, ຮ່າໂນ້ຍ, ໄດ້ໄຂງານບຸນ ປື້ມ ຮ່າໂນ້ຍ ຄັ້ງທີ 8 ປີ 2023 ດ້ວຍຫົວຂໍ້ວ່າ “ສົ່ງເສີມພູມປັນຍາ - ສ້າງສາອະນາຄົດ”. ເຫດການໂດຍຄະນະກຳມການປະຊາຊົນນະຄອນ ຮ່າໂນ້ຍ ສົມທົບກັບກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ຈັດຂຶ້ນ, ເພື່ອແນໃສ່ສະເຫຼີມສະຫຼອງ 69 ປີແຫ່ງວັນປົດປ່ອຍນະຄອນຫຼວງ (10/10/1954 – 10/10/2023).
![]() |
ງານວາງສະແດງປຶ້ມໂດຍຄະນະກຳມະການປະຊາຊົນນະຄອນ. ຮ່າໂນ້ຍ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ຊີ້ນຳ, ກົມຖະແຫຼງຂ່າວ ແລະ ສື່ສານ ຮ່າໂນ້ຍ ສົມທົບກັບກົມພິມຈຳໜ່າຍ, ພິມຈຳໜ່າຍ ແລະ ຈັດຕັ້ງ.
ນີ້ແມ່ນເຫດການປະຈຳປີເພື່ອຊຸກຍູ້ ແລະ ພັດທະນາວັດທະນະທຳການອ່ານຂອງປະຊາຊົນ, ເພື່ອແນໃສ່ສ້າງສັງຄົມຮ່ຳຮຽນ, ປະກອບສ່ວນກໍ່ສ້າງຊາວຮ່າໂນ້ຍໃຫ້ສະຫງ່າຜ່າເຜີຍ, ເປັນມູນເຊື້ອ; ສະເຫຼີມສະຫຼອງວັນປົດປ່ອຍນະຄອນຫຼວງ ຄົບຮອບ 69 ປີ (10 ຕຸລາ 1954-10 ຕຸລາ 2023).
ງານວາງສະແດງປຶ້ມດັ່ງກ່າວໄດ້ມີການເຂົ້າຮ່ວມຂອງນັກພິມຈຳໜ່າຍ 30 ແຫ່ງໃນທົ່ວປະເທດ, ໄດ້ນຳເອົາແຫຼ່ງວັດທະນະທຳການອ່ານ ແລະ ໂຄງການແລກປ່ຽນປຶ້ມທີ່ດຶງດູດໃຈຫຼາຍຢ່າງ.
ງານບຸນປື້ມ ຮ່າໂນ້ຍ ຄັ້ງທີ 8 ປີ 2023 ໄດ້ເຕົ້າໂຮມສຳນັກພິມຈຳໜ່າຍ, ວິສາຫະກິດຈຳໜ່າຍປື້ມໃນທົ່ວປະເທດຫຼາຍກ່ວາ 30 ແຫ່ງ ດ້ວຍປື້ມຫົວຕ່າງໆທີ່ມ່ວນໆ, ມີສີສັນຂອງທັງລອງ - ຮ່າໂນ້ຍ ໃນບັນດາຂົງເຂດ, ຄື: ປະຫວັດສາດ, ວັດທະນະທຳ, ວັນນະຄະດີສີລະປະ, ເສດຖະກິດ - ສັງຄົມ… ໃນນັ້ນ, ຍັງມີຮ້ານວາງສະແດງຂອງບັນດາສະຖານທູດ, ຄື: ລາວ, ມຽນມາ, ອີຕາລີ, ເຊິ່ງແນະນຳປື້ມຫົວຕ່າງໆແນະນຳກ່ຽວກັບປະເທດຊາດ, ປະຊາຊົນຂອງແຕ່ລະປະເທດ.
![]() |
ກ່າວຄຳເຫັນທີ່ພິທີໄຂ, ທ່ານ ຮ່າມິງຫາຍ, ຮອງປະທານຄະນະກຳມະການປະຊາຊົນ ນະຄອນ ຮ່າໂນ້ຍ, ເນັ້ນໜັກວ່າ:
“ນະຄອນ ຮ່າໂນ້ຍ ເຊື່ອໝັ້ນ ແລະ ປາດຖະໜາວ່າ ງານບຸນປື້ມ ຮ່າໂນ້ຍ ຄັ້ງນີ້ຈະຊ່ວຍໃຫ້ປະຊາຊົນຍົກສູງແຫຼ່ງພູມປັນຍາຮັບໃຊ້ຊີວິດການເປັນຢູ່, ຮັບໃຊ້ວຽກງານ, ການຮ່ຳຮຽນ, ຄົ້ນຄ້ວາ, ຊ່ວຍໃຫ້ພວກເຮົາທຸກຄົນເພີ່ມຄວາມຮູ້, ຖອດຖອນບົດຮຽນ ແລະ ທັກສະຂອງຕົນ. ງານບຸນປື້ມກໍ່ປະກອບສ່ວນຫັນມະຕິເລກທີ 09 ຂອງຄະນະພັກນະຄອນ ກ່ຽວກັບການພັດທະນາອຸດສາຫະກຳ ວັດທະນະທຳໃນບໍລິເວນນະຄອນເປັນລະອຽດ, ດ້ວຍເປົ້າໝາຍເສີມຂະຫຍາຍແຫຼ່ງກຳລັງວັດທະນະທຳ, ມະນຸດ, ສ້າງກຳລັງແຮງພາຍໃນຢ່າງສູງສຸດ”.
ງານບຸນປື້ມໄດ້ຈັດຂຶ້ນແຕ່ວັນທີ 6 – 8 ຕຸລາ ຈຶ່ງຈະອັດລົງ.

ຄຳຮຸ່ງ
ຂ່າວທີ່ກ່ຽວຂ້ອງ

ຫວນຄືນເຫດການປະຫວັດສາດຜ່ານງານວາງສະແດງ “ຫວຽດບັກ - ນະຄອນຫຼວງຂອງການດຳເນີນການປະຕິວັດ”

ການນໍາແຂວງເລິມດົ່ງ ຕ້ອນຮັບ ຄະນະຜູ້ແທນນະຄອນຫຼວງວຽງຈັນ

ສອງນະຄອນຫຼວງ ເພີ່ມທະວີສາຍພົວພັນທີ່ເປັນມູນເຊື້ອ
ທ່ານອາດຈະມັກ

ຈຳໜ່າຍປຶ້ມບັນທຶກຄວາມຊົງຈຳ“ຄອບຄົວ, ເພື່ອນມິດ ແລະ ປະເທດ” ຂອງອະດີດຮອງປະທານປະເທດ ຫງວຽນທິບິ່ງ

ຈິດໃຈຮ່ວມມື, ຮັກສາສັນຕິພາບ ແມ່ນຊັບສິນອັນລ້ຳຄ່າຂອງຊາວຫວຽດນາມ ແລະ ອາເມລິກາ

ສະຫະພັນບັນດາອົງການມິດຕະພາບຫວຽດນາມ ຕ້ອນຮັບຮອງລັດຖະມົນຕີກະຊວງການຕ່າງປະເທດ ເອທິໂອປີ

ຫວຽດນາມ-ລາວ ສາມັກຄີສະໜິດຕິດພັນ, ໜູນຊາວຍເຊິ່ງກັນ ແລະກັນ ເພື່ອພ້ອມກັນພັດທະນາ

ພົບປະແລກປ່ຽນມິດຕະພາບ ຫວຽດນາມ - ກູບາ ເພື່ອສະເຫຼີມສະຫຼອງ 64 ປີແຫ່ງວັນໄຊຊະນະ Giron
