ຄັ້ງທຳອິດ ຂອງຫວຽດນາມ ທີ່ສາມາດຍາດໄດ້ລາງວັນຊະນະເລີດການແຂ່ງຂັນຫຸ່ນຍົນ ໂອລິມປຽດ ລະດັບ ໂລກ (World Robot Olympiad)

12:28 | 19/11/2018

ຍສໝ - ຜູ້ເຂົ້າແຂ່ງຂັນ 3 ຄົນຈາກມະຫາວິທະຍາໄລວິທະຍາສາດທຳມະຊາດ ນະຄອນໂຮ່ຈີມິ່ງ ສາມາດຍາດໄດ້ລາງວັນຊະນະເລີດ ການແຂ່ງຂັນຫຸ່ນຍົນ ໂອລິມປຽດ ລະດັບໂລກ ປີ 2018 (ຮອບແຂ່ງຂັນນາໆຊາດ) ຈັດຢູຸ່ທີ່ ຊຽງໃໝ່, ປະເທດໄທ.

ຄັ້ງທຳອິດ ຂອງຫວຽດນາມ ທີ່ສາມາດຍາດໄດ້ລາງວັນຊະນະເລີດການແຂ່ງຂັນຫຸ່ນຍົນ ໂອລິມປຽດ ລະດັບ ໂລກ (World Robot Olympiad)

ທີມ UNIFESH (ສະໂມສອນ CLB Robotics-IoT,

ບ່າຍວັນທີ 18 ພະຈິກ, ຂໍ້ມູນຂ່າວຈາກຊຽງໃໝ່ (ປະເທດໄທ), ທ່ານ ກ່າວ ຊ່ວນນາມ (ຜູ້ຮັບຜິດຊອບສະໂມສອນ CLB Robotics-IoT, ມະຫາວິທະຍາໄລວິທະຍາສາດ ແລະ ທຳມະຊາດ ນຳຄອນໂຮຈີມິ່ງ), ໃຫ້ຮູ້ວ່າຄັ້ງທຳອິດຫວຽດນາມໄດ້ຮັບລາງວັນຊະນະເລີດໃນການແຂ່ງຂັນຫຸ່ນຍົນລະດັບໂລກ World Robot Olympiad.

ທີມ UNIFESH (ສະໂມສອນ CLB Robotics-IoT, ມະຫາວິທະຍາໄລວິທະຍາສາດ ແລະ ທຳມະຊາດ ນຳຄອນໂຮຈີມິ່ງ), ຍາດໄດ້ 2 ລາງວັນຊະນະເລີດຢູ່ໃນລາຍການຮູບແບບທຸລະກິດ (Future Innovators) ແລະ ບັນລະຍາຍຜະລິດຕະພັນ (ຮູບແບບເປີດກວ້າງ).

ຜະລິດຕະພັນຍາດໄດ້ກ່ຽວກັບລະບົບການແກ້ໄຂຂີ້ເຫຍື້ອອົງຄະທາດໃນ 24 ຊົ່ວໂມງ ແລະ ປະດິດສ້າງການປູກຕົ້ນໄມ້ຂຽວໃນຄອນໂດສູງຫຼາຍຊັ້ນ.

ທີມ UNIFESH ປະກອບມີນັກສຶກສາ 3 ຄົນຄື: ໂວ້ ຫງວ໋ຽນຄາອາຍ, ຮິງ ຮ້ຽວ ແລະ ຟາມ ທາວວີ່.

ນອກນັ້ນ, ຍັງມີທີມຈຳນວນໜຶ່ງຍາດໄດ້ລາງວັນ 8 ລາຍການມາຈາສູນການສຶກສາຫຸ່ນຍົນຫວຽດ (Việt Robot Education).

ແນວນັ້ນ ຮອດປະຈຸບັນນີ້, ນີ້ແມ່ນຄັ້ງທຳອິດຫວຽດນາມທີ່ມີທີມຍາດໄດ້ລາງວັນຊະນະເລີດ ແລະ ລາງວັນທີ 8 ລາຍການເຕະບານໃນເວທີສາກົນນີ້.

ການແຂ່ງຂັນຫຸ່ນຍົນໂລກໂອລຽມປຽດ (World Robot Olympiad) ແມ່ນການແຂ່ງຂັນທີ່ໃຫຍ່ຂອງຂອງໂລກກ່ຽວກັບຫຸ່ນຍົນ ເຊິງ Lego Education ເປັນຜູ້ຈັດຂຶ້ນ, ປີນີ້ສາມາດດຶງດູດກວ່າ 60 ປະເທດເຂົ້າຮ່ວມ. ການແຂ່ງຂັນມີຫຼາຍລາຍການຄືຶ: ປະຖົມ, ມັດທະຍົມຕົ້ນ, ມັດທະຍົມປາຍ, ເປີດກວ້າງ (ບັນລະຍາຍຜະລິດຕະພັນ), ເຕະບານ.

ປີນີ້ການແຂ່ງຂັນຈັດຂຶ້ນຢູ່ຊຽງໃໝ່ (ປະເທດໄທ),​ຫວຽດນາມມີ 16 ທີມເຂົ້າຮ່ວມໃນຫຼາຍລາຍການຕ່າງກັນ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.