ນັກທ່ອງທ່ຽວຈໍານວນຫຼວງຫຼາຍຈອງ tour ໄປຊາປາ, “ກິນນອນ” ຢູ່ຈອມພູ Fansipan ຖ້າ​ຫິມະ​ຕົກ

16:30 | 29/12/2021

ຍສໝ - ຫວ່າງແລ້ວນີ້​, ຈອມພູ​ Fansipan ​ໄດ້​ປະກົດມີ​​ຫິມະ​ຕົກ​ພ້ອມ​ກັບ​ຝົນ. ຮູບພາບຫິມະຕົກໂດຍນັກທ່ອງທ່ຽວໄດ້ບັນທຶກໄວ້ ແລະ ເອົາລົງໃນສື່ສັງຄົມ. ທັດສະນີຍະພາບທີ່ສວຍສົດງົດງາມນີ້ເຮັດໃຫ້ນັກທ່ອງທ່ຽວ ແລະ ນັກຖ່າຍຮູບຫຼາຍຄົນທີ່ມາຈາກຮ່າໂນ້ຍ, ຫາຍຟ່ອງ, ກວາງນິງ, ຊ້ຳບໍ່ໜຳແມ່ນນະຄອນ ໂຮ່ຈີມິນ ຕັດສິນໃຈໄປຊາປາ ເພື່ອຖ້າ​ຫິມະ​ຕົກ.

ຊາ​ປາ ຈະ​ຈັດ​ຕັ້ງ​ວັນ​ບຸນ​ຫິມະ​ 2021 ຊາ​ປາ ຈະ​ຈັດ​ຕັ້ງ​ວັນ​ບຸນ​ຫິມະ​ 2021
ກະເຊົ້າໄຟຟ້າ  Fansipan ແລະການປະກອບສ່ວນເຂົ້າໃນການທ່ອງທ່ຽວຊາປາ ກະເຊົ້າໄຟຟ້າ Fansipan ແລະການປະກອບສ່ວນເຂົ້າໃນການທ່ອງທ່ຽວຊາປາ

ທ່ານ ຮວ່າງຢາງ - ຜູ້ປະກອບການທ່ອງທ່ຽວຊາປາ ໃຫ້ຮູ້ວ່າ: “ຕອນບ່າຍ ແລະ ກາງຄືນທີ່ຜ່ານມາ, ຂ້າພະເຈົ້າໄດ້ຮັບການສັ່ງຈອງ tour ທ່ອງທ່ຽວຊາປາ ເກືອບ 10 tour ຈາກນັກທ່ອງທ່ຽວ.

​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຕາມ ອ້າຍ ​ໂຕບາ​ຮ່ຽວ - ນັກ​ຖ່າຍຮູບ​ຢູ່​ຊາ​ປາ (ລາວ​ກາຍ), ເຄີຍ​ມີ​ຊື່​ສຽງ​ໃນຊຸດ​ຖ່າຍຮູບຊາປາ ​ໃນ​ຫິມະ​ຂາວ​ເມື່ອ​ເດືອນ​ກຸມພາ 2021 ໃຫ້ຮູ້ວ່າ: “ຂ້າພະ​ເຈົ້າ ​ແລະ ​ກຸ່ມ​ນັກ​ຖ່າຍຮູບໄດ້ໄປເທິງຈອມພູ Fansipan ເປັນເວລາ 2 ມື້ 2 ຄືນລໍຖ້າ​ຫິມະ​ຕົກ. ຫຼັງຈາກຫິມະຕົກໃນຕອນບ່າຍ, ອ້າຍນ້ອງກໍຫວັງວ່າຈະມີຫິມະຕົກໃນຕອນກາງຄືນ, ແຕ່ຝົນຕົກຫນັກ ແລະມີຄວາມຊຸ່ມສູງ, ດັ່ງນັ້ນບໍ່ມີຫິມະຕົກ."

ນັກທ່ອງທ່ຽວຈໍານວນຫຼວງຫຼາຍຈອງ tour ໄປຊາປາ, “ກິນນອນ” ຢູ່ຈອມພູ Fansipan ຖ້າ​ຫິມະ​ຕົກ
ນັກທ່ອງທ່ຽວຈໍານວນຫຼວງຫຼາຍຈອງ tour ໄປຊາປາ, “ກິນນອນ” ຢູ່ຈອມພູ Fansipan ຖ້າ​ຫິມະ​ຕົກ
ໂດຍລໍຖ້າຢູ່ເທິງຈອມພູ Fansipan ເປັນເວລາ 2 ວັນ ເພື່ອລໍຖ້າຫິມະຕົກ, ກຸ່ມຂອງ ໂຕບາຮ່ຽວ ຕ້ອງກັບຄືນ ຍ້ອນຝົນຕົກໜັກ ແລະ ຄວາມຊຸ່ມສູງ, ສະນັ້ນ ຈຶ່ງບໍ່ມີຫິມະຕົກ. ພາບ: ໂຕບາ​ຮ່ຽວ

ອ້າຍ ​ໂຕບາ​ຮ່ຽວ ​ໄດ້​ເຫັນ​ຫິມະ​ຕົກ​ຫຼາຍ​ລະດູ, ​ປົກ​ຄຸມ​ໄປ​ທົ່ວພູຜາ, ສິ່ງ​ທີ່​ໜ້າ​ປະ​ທັບ​ໃຈ​ທີ່​ສຸດ​ແມ່ນ​ລະດູ​ຫິມະ​ຕົກ​ໃນ​ປີ 2003, 2013 ​ແລະ ​ຕົ້ນ​ປີ 2021.

ນັກທ່ອງທ່ຽວຈໍານວນຫຼວງຫຼາຍຈອງ tour ໄປຊາປາ, “ກິນນອນ” ຢູ່ຈອມພູ Fansipan ຖ້າ​ຫິມະ​ຕົກ
​ທິວທັດ​ຫິມະ​ຕົກ​ໄດ້​ຖືກ​ບັນທຶກ​ໄວ້​ໂດຍ ​ອ້າຍ ​ໂຕບາ​ຮ່ຽວ ​ໃນ​ຕົ້ນ​ປີ 2021. ພາບ: ໂຕບາ​ຮ່ຽວ
ນັກທ່ອງທ່ຽວຈໍານວນຫຼວງຫຼາຍຈອງ tour ໄປຊາປາ, “ກິນນອນ” ຢູ່ຈອມພູ Fansipan ຖ້າ​ຫິມະ​ຕົກ
ໃນຕົ້ນປີ 2021, Fansipan ໄດ້ຕ້ອນຮັບພາຍຸຫິມະຕົກທີ່ແກ່ຍາວເປັນເວລາຫຼາຍມື້. ພາບ: ໂຕບາ​ຮ່ຽວ
ນັກທ່ອງທ່ຽວຈໍານວນຫຼວງຫຼາຍຈອງ tour ໄປຊາປາ, “ກິນນອນ” ຢູ່ຈອມພູ Fansipan ຖ້າ​ຫິມະ​ຕົກ
ຫິມະຕົກລົງມາຫຼາຍ, ປົກຄຸມເທິງຈອມພູດ້ວຍສີຂາວ, ບາງຄັ້ງກໍ່ໜາ ກວ່າໜຶ່ງແມັດ, ສ້າງທິວທັດທີ່ສວຍງາມຄືກັບເອີຣົບຢູ່ເທິງ “ຫຼັງຄາອິນດູຈີນ”. ພາບ: ໂຕບາ​ຮ່ຽວ
ນັກທ່ອງທ່ຽວຈໍານວນຫຼວງຫຼາຍຈອງ tour ໄປຊາປາ, “ກິນນອນ” ຢູ່ຈອມພູ Fansipan ຖ້າ​ຫິມະ​ຕົກ

ຕາມ​ປະສົບ​ການ "​ລໍຖ້າຫິມະຕົກ" ຂອງ​ອ້ານຮ່ຽວ, ສັນຍານ​ທີ່​ຈະ​ເກີດ​ຫິມະ​ຕົກ​ຄື: ທ້ອງ​ຟ້າ​ຈະ​ແຈ້ງ​ຂຶ້ນ, ມີ​ຝົນຕົກ, ພ້ອມ​ດ້ວຍ​ໝາກ​ເຫັບ, ​ໃນ​ຕອນ​ກາງຄືນ​ອຸນຫະພູມ​ຢູ່ 1-2 ອົງສາ, ບໍ່​ມີ​ໝອກ, ຄວາມຊຸ່ມຕໍ່າ. ພາບ: ໂຕບາ​ຮ່ຽວ

ນັກທ່ອງທ່ຽວຈໍານວນຫຼວງຫຼາຍຈອງ tour ໄປຊາປາ, “ກິນນອນ” ຢູ່ຈອມພູ Fansipan ຖ້າ​ຫິມະ​ຕົກ

ອ້າຍຮ່ຽວ ເລົ່າວ່າ "ຫິມະຕົກໃນຕົ້ນປີ 2021 ເປັນສິ່ງທີ່ໜ້າປະທັບໃຈແທ້ໆສຳລັບຂ້້າພະເຈົ້າ".

ນັກທ່ອງທ່ຽວຈໍານວນຫຼວງຫຼາຍຈອງ tour ໄປຊາປາ, “ກິນນອນ” ຢູ່ຈອມພູ Fansipan ຖ້າ​ຫິມະ​ຕົກ
ຫິມະຕົກເປັນປະກົດການທໍາມະຊາດທີ່ບໍ່ແປກປະຫລາດສໍາລັບຊາວປະເທດເຂດອຸ່ນ, ແຕ່ຢູ່ຫວຽດນາມ, ປະເທດເຂດຮ້ອນ, ນີ້ແມ່ນ ເຫດການທີ່ໄດ້ຮັບການລໍຄອຍຫຼາຍທີ່ສຸດໃນລະດູຫນາວ. ພາບ: ໂຕບາ​ຮ່ຽວ
ນັກທ່ອງທ່ຽວຈໍານວນຫຼວງຫຼາຍຈອງ tour ໄປຊາປາ, “ກິນນອນ” ຢູ່ຈອມພູ Fansipan ຖ້າ​ຫິມະ​ຕົກ
ຊາປາ ຕັ້ງຢູ່ໃນລະດັບຄວາມສູງຫຼາຍກວ່າ 1500m ເຫນືອນໍ້າທະເລ ໂດຍເປັນຫຼັງຄາຂອງອິນດູຈີນ - ຈອມພູ Fansipan - ບ່ອນທີ່ມີນໍ້າກ້ອນ ແລະ ຫິມະຕົກປະກົດໃນລະດູຫນາວ. ພາບ: ໂຕບາ​ຮ່ຽວ
ນັກທ່ອງທ່ຽວຈໍານວນຫຼວງຫຼາຍຈອງ tour ໄປຊາປາ, “ກິນນອນ” ຢູ່ຈອມພູ Fansipan ຖ້າ​ຫິມະ​ຕົກ

ທິວທັດຂອງຊາປາ ທີ່ເຕັມໄປດ້ວຍຫິມະສີຂາວເຮັດໃຫ້ນັກທ່ອງທ່ຽວຫຼາຍຄົນຕັ້ງໃຈທີ່ຈະໄປ "ຖ່າຍຮູບຫິມະຕົກ". ພາບ: ໂຕບາ​ຮ່ຽວ

ນັກທ່ອງທ່ຽວຈໍານວນຫຼວງຫຼາຍຈອງ tour ໄປຊາປາ, “ກິນນອນ” ຢູ່ຈອມພູ Fansipan ຖ້າ​ຫິມະ​ຕົກ
ຮູບພາບຂອງຊາປາ ເຕັມໄປດ້ວຍຫິມະຂາວ ໃນຕົ້ນປີ 2021 ຂອງອ້າຍຮ່ຽວ ໄດ້ຖືກນຳມາເຜີຍແຜ່ຄືນໃໝ່ຫຼາຍຄັ້ງໂດຍເວັບໄຊສື່ສັງຄົມ, ເຮັດໃຫ້ ນັກທ່ອງທ່ຽວຄິດວ່າຊາປາ ພວມຢູ່ໃນຊ່ວງເວລາທີ່ມີຫິມະຕົກ. ພາບ: ໂຕບາ​ຮ່ຽວ

ບູນມີ

ເຫດການ
302 Found

Found

The document has moved here.