ຮ່າໂນ້ຍ ຢູ່ໃນ top 100 ນະຄອນທີ່ດີທີ່ສຸດໃນໂລກ ປີ 2024

18:36 | 30/11/2023

ຍສໝ - ຮ່າ​ໂນ້ຍ​ ໄດ້​ຈັດ​ອັນ​ດັບ​ທີ 96 ​ໃນ 100 ນະຄອນ​ດີ​ທີ່​ສຸດ​ໃນ​ໂລກ​ປີ 2024, ຢູ່ອັນດັບຫຼັງນະຄອນອື່ນໆ​ຂອງ​ອາຊີ​ເຊັ່ນ: ​ໂຕ​ກຽວ, ​ເຊີ​ອຸນ, ບາງກອກ, ປັກ​ກິ່ງ.

ລາວພ້ອມແລ້ວທີ່ຈະເປັນປະທານອາຊຽນໃນປີ 2024 ລາວພ້ອມແລ້ວທີ່ຈະເປັນປະທານອາຊຽນໃນປີ 2024
ລາວ ປະກາດໂລໂກ້ຂອງປີ ເປັນປະທານອາຊຽນ 2024 ລາວ ປະກາດໂລໂກ້ຂອງປີ ເປັນປະທານອາຊຽນ 2024

ການຕາຕະລາງ​ຈັດ​ອັນ​ດັບນະຄອນທີ່​ດີ​ທີ່​ສຸດ​ຂອງ​ໂລກ World's Best Cities ໄດ້​ປະ​ກາດ 100 ນະຄອນທີ່​ດີ​ທີ່​ສຸດ​ໃນ​ໂລກ​​ປີ 2024 ໃນ​ຕົ້ນ​ໄຕມາດທີ 4 ຂອງ​ປີ​ນີ້​. ນະຄອນຫຼວງ​ ຮ່າ​ໂນ້ຍ​ ໄດ້​ຈັດ​ອັນ​ດັບ​ທີ 96, ​ແມ່ນ​ຜູ້ຕາງໜ້າ​ພຽງ​ນະຄອນດຽວ​ຂອງ​ຫວຽດນາມ ທີ່ໄດ້ຮັບການກ່າວ​ເຖິງ.

ຮ່າໂນ້ຍ ຢູ່ໃນ top 100 ນະຄອນທີ່ດີທີ່ສຸດໃນໂລກ ປີ 2024

ລະດູໃບໄມ້ຫຼົ່ນ ຮ່າໂນ້ຍ

ນັກ​ຊ່ຽວຊານ​ຕີ​ລາຄາ​ວ່າ ນະຄອນ ຮ່າ​ໂນ້ຍ ບໍ່​ກວ້າງໃຫຍ່ ​​ຫຼື​ ຄຶກຄັກຄື​ກັບ​ນະຄອນ ​ໂຮ່ຈີ​ມິນ ແຕ່​ມີ​ສະຖານ​ທີ່​ທ່ອງ​ທ່ຽວ​ຫຼາຍ​ແຫ່ງ, ມີຕະຫຼາດ​ທີ່ຄຶກຄັກເພື່ອ​ໄປ​ຊື້​ເຄື່ອງ, ຊີວິດ​ການ​ເປັນ​ຢູ່​ກາງຄືນ​ທີ່​ຟົດຟື້ນ. ຫວຽດນາມ ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ໃນ​ໝວດ "ລະດັບໜ້າຢູ່" (ທີ 61) ​ເຊັ່ນ​ດຽວ​ກັນ​ກັບ​ພື້ນຖານເສດຖະກິດທີ່​ໄດ້​ພິສູດ​ໃຫ້​ເຫັນ​ຄວາມ​ສາມາດຟື້ນຕົວ​ຕໍ່​ສິ່ງ​ທ້າ​ທາຍ​ຂອງ​ເສດຖະກິດ​ໂລກ. ຄາດ​ວ່າ​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ຂອງ ​ຫວຽດ​ນາມ​ ຈະ​ບັນ​ລຸ 4,7% ໃນ​ເຄິ່ງທ້າຍປີ. ທ້ອງຕະຫຼາດດ້ານ​ໂຮງ​ແຮມ​ຂອງ​ ຮ່າ​ໂນ້ຍ​ ຄາດ​ວ່າ​ຈະ​ຂະ​ຫຍາຍ​ຕົວ​ເມື່ອມີຕື່ມ 60 ໂຄງ​ການ​ໃໝ່​ທີ່​ມີ​ຫ້ອງ​ພັກ​ຫຼາຍ​ກວ່າ 11.000 ຫ້ອງ. ໃນນັ້ນ, ຫຼາຍກວ່າ 60% ແມ່ນໂຮງແຮມລະດັບ 5 ດາວ, ປ່ຽນນະຄອນໃຫ້ເປັນສະຖານທີ່ພ້ອມຈະຕ້ອນຮັບຊາວໂລກ.

ອັນດັບທີ 1 ແມ່ນ ລອນດອນ ປະເທດ ອັງກິດ. ຜູ້​ຊ່ຽວ​ຊານ​ເວົ້າ​ວ່າ​ ນະ​ຄອນ​ຫຼວງ​ຂອງ ອັງ​ກິດ​ ແມ່ນ"ສະ​ຖານ​ທີ່​ທີ່ໜ້າ​ຢູ່ ​ແລະ ​ຫນ້າເປັນທີ່​ຮັກ​ທີ່​ສຸດ" ມີ​ປະ​ຫວັດ​ສາດ​ ແລະ​ ວັດ​ທະ​ນະ​ທໍາທີ່ຍາວນານ, ບັນດາໂຮງ​ແຮມ​ຊັ້ນ​ສູງ​ ແລະ​ ຮ້ານ​ຄ້າ​ທີ່​ບໍ​ລິ​ການ​ອາ​ຫານກິນດື່ມ, ລົດ​ໄຟ​ໃຕ້​ດິນ​ທີ່ສະ​ດວກ​ອີກ​. ໃນປີ 2022, ອັນດັບ 1 ກໍ່ເປັນຂອງ ລອນດອນ.

ມີ 20 ນະຄອນ​ ອາ​ຊີ ​ຕິດໃນ Top 100. ຍີ່​ປຸ່ນ​ ແລະ​ ຈີນ ​ແມ່ນ​ປະ​ເທດ​ທີ່​ຖືກ​ກ່າວ​ເຖິງ​ຫຼາຍ​ທີ່​ສຸດ ​ມີ 4 ຈຸດ​ຫມາຍ​ປາຍ​ທາງ​ຄື: ໂຕ​ກຽວ (ອັນດັບທີ 3), ໂອຊາກາ (45), ນາໂກຢ່າ (94), ຊາໂປ່ໂຣ (98) ແລະ​ ປັກ​ກິ່ງ (18), ໄຕ້ຫວັນ (42), ຮົ່ງກົງ (46), ຊຽງໄຮ້ (62). ເກົາຫຼີ ມີ 2 ນະຄອນ​ຄື: ເຊີອຸນ (10) ແລະ ປູຊານ (67). ນະຄອນຈຳນວນໜຶ່ງໃນ ອາຊີ ແມ່ນຕັ້ງຢູ່ໃນ UAE, ອິດສະຣາເອນ, ໂອມານ, ຄູເວດ ແລະ ໄທ.

World's Best Cities ແມ່ນການຈັດອັນດັບປະຈໍາປີນັບຕັ້ງແຕ່ 2015 ຂອງບໍລິສັດທີ່ປຶກສາດ້ານທ່ອງທ່ຽວ, ອະສັງຫາລິມະຊັບທີ່ມີສາຂາທົ່ວໂລກ Resonance. ການຄົ້ນຄວ້າດັ່ງ​ກ່າວ​ໄດ້ຕີລາຄາທັງໝົດ​ໃນ​ຫຼາຍ​ກວ່າ 270 ນະຄອນໃຫຍ່​ທີ່​ມີ​ປະ​ຊາ​ກອນ​ຫຼາຍ​ກວ່າ 1 ລ້ານ​ຄົນ.

​ມາດຖານ​ການ​ຈັດ​ອັນ​ດັບ​ແມ່ນ​ອີງ​ໃສ່ 3 ໝວດ​ໃຫຍ່​ ລວມມີ​ ຄວາມ​ເປັນ​ຢູ່, ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງນະຄອນ ແລະ ການ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ, ການ​ພັດທະນາ​ເສດຖະກິດ. ສາມມາດຖານນີ້ແມ່ນຄະແນນລວມຈາກ 24 ປະເພດຍ່ອຍອື່ນໆ.

ບໍລິສັດສື່ມວນຊົນ Bloomberg ຕີລາຄາ World's Best Cities ວ່າ ເປັນ "ການຈັດອັນດັບບັນດານະຄອນທີ່ສົມບູນແບບທີ່ສຸດໃນໂລກ" ຍ້ອນຊື່ສຽງຂອງມັນຈາກຂໍ້ມູນການສໍາຫຼວດ.

ມິງດຶກ

ເຫດການ
302 Found

Found

The document has moved here.