ຊຸກຍູ້​ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ​ ຫວຽດນາມ ​ແລະ ອານ​ເຊຣີ

19:46 | 17/10/2023

ຍສໝ - ຕອນ​ເຊົ້າ​ວັນ​ທີ 16 ຕຸລາ, ຢູ່​ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນ​ພິທີ​ເປີດ​ກອງ​ປະຊຸມ​ຄັ້ງ​ທີ 12 ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ ຫວຽດນາມ - ອານ​ເຊຣີ.

ຍົກ​ລະ​ດັບ​ການ​ພົວ​ພັນ​ຮ່ວມ​ມື​ລ​ະ​ຫວ່າງ​ແຂວງ ເງະ​ອານ ແລະ ສິງ​ກະ​ໂປ ຍົກ​ລະ​ດັບ​ການ​ພົວ​ພັນ​ຮ່ວມ​ມື​ລ​ະ​ຫວ່າງ​ແຂວງ ເງະ​ອານ ແລະ ສິງ​ກະ​ໂປ
ເພີ່ມ​ທະ​ວີ​ການ​ສົ່ງ​ເສີມ​ການ​ຄ້າ ແລະ ການ​ລົງ​ທຶນ​ລະ​ຫວ່າງ ຫວຽດ​ນາມ - ອານ​ເຊ​ຣີ ເພີ່ມ​ທະ​ວີ​ການ​ສົ່ງ​ເສີມ​ການ​ຄ້າ ແລະ ການ​ລົງ​ທຶນ​ລະ​ຫວ່າງ ຫວຽດ​ນາມ - ອານ​ເຊ​ຣີ

ໃນເວທີປາໄສ, ຜູ້ຕາງໜ້າບັນດາກະຊວງ, ຂະແໜງການຂອງ ຫວຽດນາມ ໃຫ້ຮູ້ວ່າ ຫວຽດນາມ ໄດ້ດຳເນີນການປະຕິຮູບລະບຽບການບໍລິຫານ, ຫັນບັນດາເງື່ອນໄຂລົງທຶນດຳເນີນທຸລະກິດເປັນງ່າຍດາຍ, ແກ້ໄຂລະບຽບການບໍລິຫານຜ່ານກົນໄກປະຕູດຽວ, ປະຕູເຊື່ອມຕໍ່ ແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດທັງຢູ່ພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມການລົງທຶນ. ໄປຄຽງຄູ່ກັນນັ້ນ, ລັດຖະບານກໍໄດ້ປະກາດໃຊ້ບັນດານະໂຍບາຍສົ່ງເສີມ, ດຶງດູດເງິນລົງທຶນຕ່າງປະເທດ (FDI) ໃຫ້ແກ່ຂະແໜງສົ່ງອອກ, ຊຸກຍູ້ການເຕີບໂຕສີຂຽວ, ການນຳຂົ້າ-ສົ່ງອອກແບບຍືນຍົງ; ພັດທະນາການຜະລິດຕິດພັນກັບການສົ່ງອອກ, ສົ່ງເສີມການຄ້າ, ໜູນຊ່ວຍວິສາຫະກິດຜ່ານຜ່າສິ່ງກີດຂວາງ…

ຊຸກຍູ້​ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ​ ຫວຽດນາມ ​ແລະ ອານ​ເຊຣີ

ສ່ວນທ່ານລັດຖະມົນຕີ Ali Aoun ໃຫ້ຮູ້ວ່າ ປັດຈຸບັນ, ອານເຊຣີ ໄດ້ມີຫຼາຍນະໂຍບາຍສົ່ງເສີມໃຫ້ແກ່ຂະແໜງອຸດສາຫະກຳ, ການຂຸດຄົ້ນແຮ່ທາດ, ການປຸງແຕ່ງຜະລິດຕະພັນກະເສດ, ການທ່ອງທ່ຽວ, ພະລັງງານທົດແທນ, ເຮືອນຢູ່, ພື້ນຖານໂຄງລ່າງ… ໄປຄຽງຄູ່ກັນນັ້ນ, ອານເຊຣີ ກໍໄດ້ດຳເນີນການປະຕິຮູບກົນໄກ, ປົວແປງສະພາບແວດລ້ອມດຳເນີນທຸລະກິດ, ສ້າງ ແລະ ປະກາດໃຊ້ປະມວນກົດໝາຍໃໝ່ກ່ຽວກັບການລົງທຶນ… ໃນໄລຍະຈະມາເຖິງ, ອານເຊຣີ ກໍຈະພັດທະນາບັນດາຂົງເຂດບຸລິມະສິດທີ່ນຳມາເຊິ່ງມູນຄ່າສ່ວນເກີນສູງ…

ໃນວັນດຽວກັນ, ຢູ່ສຳນັກງານກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ, ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ໄດ້ໃຫ້ການຕ້ອນຮັບທ່ານ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ຜະລິດຜະລິດຕະພັນການຢາ ອານເຊຣີ Ali Aoun. ໃນການຕ້ອນຮັບ, ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ເນັ້ນໜັກວ່າ ປັດຈຸບັນ, ອານເຊຣີ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 2 ຂອງ ຫວຽດນາມ ຢູ່ພາກພື້ນ ອາຟະລິກາເໜືອ ແລະ ສອງປະເທດ ຍັງມີຫຼາຍກຳລັງບົ່ມຊ້ອນເພື່ອຍູ້ແຮງດ້ານການຄ້າສອງຝ່າຍ ກໍຄື ການຮ່ວມມືໃນບັນດາຂົງເຂດອື່ນ ເປັນຕົ້ນແມ່ນ ອຸດສາຫະກຳ, ນ້ຳມັນອາຍແກັດ ແລະ ພະລັງງານ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.