ງານບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຫ່ງຊາດ - ນີງບິ່ງ 2018

15:51 | 29/10/2018

ທີ່ງານບຸນ, ມີການເຄື່ອນໄຫວວັດທະນະທຳ, ກິລາ ແລະ ທ່ອງທ່ຽວທີ່ດູດດື່ມໄດ້ຮັບການຈັດຕັ້ງຄື: ງານວາງສະແດງພາບປຸກລະດົມຂະໜາດໃຫຍ່ກ່ຽວກັບການປົກປັກຮັກສາສິ່ງແວດລ້ອມໃນປະຫວັດສາດວັດທະນະທຳ, ກິລາ ແລະ ທ່ອງທ່ຽວ

ງານບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຫ່ງຊາດ - ນີງບິ່ງ 2018

ການສະແດງ ທີ່ພິທີເປີດງານ.

ຕອນຄ່ຳວັນທີ 28 ຕຸລາ, ຢູ່ນະຄອນ ນີງບິ່ງ, ກະຊວງ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງ ນີງບິ່ງ ຈັດຕັ້ງພິທີໄຂງານບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຫ່ງຊາດ - ນີງບີ່ງ ປີ 2018 ດ້ວຍຫົວຂໍ້ວ່າ “ດິນແດນພັນປີ”.

ທີ່ງານບຸນ, ມີການເຄື່ອນໄຫວວັດທະນະທຳ, ກິລາ ແລະ ທ່ອງທ່ຽວທີ່ດູດດື່ມໄດ້ຮັບການຈັດຕັ້ງຄື: ງານວາງສະແດງພາບປຸກລະດົມຂະໜາດໃຫຍ່ກ່ຽວກັບການປົກປັກຮັກສາສິ່ງແວດລ້ອມໃນປະຫວັດສາດວັດທະນະທຳ, ກິລາ ແລະ ທ່ອງທ່ຽວ; ງານວາງສະແດງຮູບຖ່າຍສິລະປະ “ຜ່ານເຂດມໍລະດົກຕ່າງໆ”; ງານວາງສະແດງເອກະສານ, ວັດຖຸພັນ ແລະ ວັດຖຸບູຮານ; ງານວາງສະແດງວິຈິດສິນ, ຮູບຖ່າຍ “ເຂດດິນແດນ ແລະ ຊາວນີງບີ່ງ”… ທ່ານ ດິງວັນດ໊ຽນ, ປະທານຄະນະກຳມະການປະຊາຊົນແຂວງ ນີງບີ່ງ, ໃຫ້ຮູ້ວ່າ:

“ງານບຸນໄດ້ຮັບການຈັດຕັ້ງຢູ່ນີງບີ່ງ ປະກອບສ່ວນເຮັດໃຫ້ບັນດາເຫດການສະເຫຼີມສະຫຼອງ 1050 ປີແຫ່ງວັນສ້າງຕັ້ງລັດ ດ້າຍໂກ່ຫວຽດ ໃຫ້ອຸດົມສົມບູນຂຶ້ນຕື່ມ. ງານບຸນນີ້ມີຄວາມໝາຍສຳຄັນໃນການແນະນຳ, ໂຄສະນາເຜີຍແຜ່ຄວາມສາມາດບົ່ມຊ້ອນ, ທ່າແຮງດ້ານເສດຖະກິດ ແລະ ມໍລະດົກວັດທະນະທຳຂອງນີງບີ່ງ, ສ້າງກຳລັງໜູນຊຸກຍູ້, ພັດທະນາວັດທະນະທຳ, ກິລາ, ທ່ອງທ່ຽວ ຕິດພັນກັບບັນດາຈຸດໝາຍພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນ ແລະ ເຂດ.”

ທີ່ພິທີໄຂ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ມອບໃບຢັ້ງຢືນຂອງນາຍົກລັດຖະມົນຕີ ກ່ຽວກັບການຮັບຮອງວັດຖຸປະເສີດຂອງຊາດໃຫ້ແກ່ແຂວງ ນີງບິ່ງ.

(ແຫຼ່ງ​ຂໍ້​ມູນ​: vov5)

ເຫດການ
302 Found

Found

The document has moved here.