ຮັດແໜ້ນຄວາມສາມັກຄີ ແລະ ມິດຕະພາບ ເຊິ່ງເລີ່ມຈາກຮູບແບບການພົວພັນແຮກສ່ຽວບ້ານຕໍ່ບ້ານ

10:24 | 21/09/2023

ການຮຽກສ່ຽວບ້ານຕໍ່ບ້ານ ເປັນການເຮັດໃຫ້ຄວາມສາມັກຄີ ຫວຽດນາມ-ລາວ ເລິກເຊິ່ງຂຶ້ນຕື່ມ ການຮຽກສ່ຽວບ້ານຕໍ່ບ້ານ ເປັນການເຮັດໃຫ້ຄວາມສາມັກຄີ ຫວຽດນາມ-ລາວ ເລິກເຊິ່ງຂຶ້ນຕື່ມ
ປຸກລຸກຄວາມຮັກຕໍ່ບ້ານເກີດເມືອງນອນ, ທະເລ, ໝູ່ເກາະໃຫ້ແກ່ລຸ້ນໜຸ່ມ ປຸກລຸກຄວາມຮັກຕໍ່ບ້ານເກີດເມືອງນອນ, ທະເລ, ໝູ່ເກາະໃຫ້ແກ່ລຸ້ນໜຸ່ມ

ແຂວງເຫງະອ່ານ ເປັນໜຶ່ງໃນບັນດາແຂວງທີ່ໃຫຍ່ຢູ່ຫວຽດນາມ, ເຊິ່ງມີຊາຍແດນຕິດຈອດກັບລາວ ຍາວ 468 ກິໂລແມັດ. ມາ​ຮອດ​ປະຈຸ​ບັນ, ຢູ່​ແຂວງ​ເຫງະອ່ານ ມີ 21 ຄູ່ບ້ານ​ຢູ່​ສອງ​ຝັ່ງ​ຊາຍ​ແດນ ​ແລະ 8 ຄູ່ປ້ອມ​ປ້ອງ​ກັນ​​ຊາຍ​ແດນ - ກອງຮ້ອຍປ້ອງກັນຊາຍແດນ ພ້ອມກັບກອງຮ້ອຍ, ປ້ອມຕຳຫຼວດໂດຍມີ 3 ແຂວງ: ແຂວງ​ຫົວພັນ, ​ແຂວງ​ຊຽງ​ຂວາງ, ແຂວງບໍລິ​ຄຳ​ໄຊ ໄດ້ເປັນແຂວງແຮກສ່ຽວນໍາກັນ.

“ການຈັບ​ມືກັນ ຢູ່​ສາຍພູ​ຫຼວງ (ສາຍພູ ເຈື່ອງ​ເຊີນ)

ແຂວງກວາງ​ຈີ ​​ແມ່ນ​ທ້ອງ​ຖິ່ນ​ຢູ່​ພາກ​ກາງ ເຊິ່ງ​ທີ່​ມີ​ຫຼາຍ​ຮູບ​ແບບ​ການແຮກສ່ຽວ​ລະຫວ່າງ​ບ້ານ-ບ້ານ​. ນີ້​ແມ່ນ​ແຂວງ​ທີ່​ມີ​ຊາຍ​ແດນ​ຕິດ​ກັບ​ລາວ​ ຍາວ​ກວ່າ 187 ກິ​ໂລ​ແມັດ, ​ໃນ​ນັ້ນ​ມີ 2 ​ເມືອງ​ພູດ​ອຍ​ຄື ເຮື້ອງ​ຮ້ວາ ​ແລະ ດັກ​ກຣົງ. ​ໃນ​ຊຸມ​ປີ​ຜ່ານ​ມາ​ນີ້, ຮູບ​ແບບ​ແຮກສ່ຽວ​ລະຫວ່າງ​ບ້ານ-ບ້ານ ​ໄດ້​ຮັບ​ການ​ຈັດຕັ້ງປະຕິບັດດ້ວຍຫຼາຍ​ໝາກຜົນ​ທີ່ແທດຈິງ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ຮັກສາ​ຄວາມສະຫງົບ​ຢູ່​ເຂດ​ຊາຍ​ແດນ​ ຫວຽດນາມ - ລາວ.

ຢູ່ແຂວງ ຮ່າຕິ້ງ, ນັບແຕ່ປີ 2014 ເປັນຕົ້ນມາ ກໍ່ໄດ້ມີຮູບແບບການແຮກສ່ຽວລະຫວ່າງ ຄະນະກຳມະການປະຊາຊົນ ຕາແສງ ເຊີ່ນກິມ 2, ເມືອງ ເຮື່ອງເຊີ່ນ ແລະ ບ້ານ ນາແປ, ເມືອງ ຄຳເກີດ, ແຂວງ ບໍລິຄຳໄຊ (ລາວ). ຜ່ານມາເປັນເວລາ 9 ປີ ການ​ພົວພັນ​ລະຫວ່າງ 2 ບ້ານ ​ແລະ 2 ທ້ອງ​ຖິ່ນ ໄດ້​ນັບ​ມື້​ນັບ​ແໜ້ນ​ແຟ້ນກ່ວາເກົ່າ​.​ ຕາມກອງ​ບັນຊາ​ການທະຫານ​ຊາຍ​ແດນ​ແຂວງຮ່າ​ຕິ້ງ ໃຫ້ຮູ້ວ່າ ສອງຝ່າຍ​ໄດ້​ມີ​ການ​ເຄື່ອນ​ໄຫວ​ຮ່ວມ​ຫຼາຍ​ຢ່າງ​ຄື: ການ​ລາດຕະ​ເວນ, ການຄວບ​ຄຸມ, ​ຊ່ວຍເຫຼືອ​ເຊິ່ງກັນ ​ແລະ ກັນ​ໃນ​ການຕິດຕໍ່​ສື່ສານ, ກວດກາ​ຜູ້​ຄົນໄປ-ມາ.

ທະວີຄູນນໍ້າໃຈມິດຕະພາບຕື່ມອີກ

ຈາກ​ການ​ເຄື່ອນ​ໄຫວ​ແຮກສ່ຽວ​ລະຫວ່າງບ້ານ-​ບ້ານ, ບັນດາທ້ອງ​ຖິ່ນ ​ໄດ້​ມີ​ໂອກາດ​ແລກປ່ຽນ ​ແລະ ຖອດ​ຖອນ​ບົດຮຽນ​ໃນ​ວຽກງານການ​ນຳພາ, ຄຸ້ມ​ຄອງ​, ບໍລິຫານ​ຢ່າງເປັນ​ປະຈຳ, ປະກອບສ່ວນ​ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ລະບົບ​ການ​ເມືອງ​ຮາກ​ຖານ ​ຢູ່​ໝູ່​ບ້ານ.

ກອງບັນຊາການ ທະຫານຊາຍແດນ ເຮື້ອງເລີບ (ກອງບັນຊາການທະຫານຊາຍແດນ ກວາງຈີ້) ມອບເຂົ້າສານ ແລະ ເຄື່ອງໃຊ້ສອຍ ໃຫ້ກໍາລັງປ້ອງກັນຊາຍແດນ ແລະ ພໍ່ແມ່ປະຊາຊົນບ້ານ ອາເວຍ-ລາວ
ກອງບັນຊາການທະຫານຊາຍແດນ ເຮື້ອງເລີບ (ກອງບັນຊາການທະຫານຊາຍແດນ ກວາງຈີ້) ມອບເຂົ້າສານ ແລະ ເຄື່ອງໃຊ້ສອຍໃຫ້ກໍາລັງປ້ອງກັນຊາຍແດນ ແລະ ພໍ່ແມ່ປະຊາຊົນບ້ານ ອາເວຍ - ລາວ

ພົ້ນເດັ່ນຄືຢູ່ແຂວງກວາງຈິ. ພາຍຫຼັງ 16 ປີ​ແຫ່ງ​ການ​ສ້າງສາຍພົວພັນແຮກສ່ຽວ, ບ້ານກ່າຕ່ຽງ, ເຮື້ອງ​ຫວຽດ, ກວາງ​ຈີ (ຫວຽດນາມ) ​ແລະ ບ້ານ​ອາ​ເວຍ, ກຸ່ມ​ບ້ານ​ລາ​ໂກ, ​ເມືອງ​ເຊ​ໂປນ, ​ແຂວງ​ສະຫວັນ​ນະ​ເຂດ (ລາວ) ​ໄດ້​ສົມທົບ​ກັບ​ບັນດາກຳລັງ ຈັດການພົບປະໄດ້ 12 ​ຄັ້ງ, ເຮັດວຽກ​ໂດຍກົງກັບຄອບຄົວທີ່ກ່ຽວພັນກັບ 3 ກໍລະນີບຸກລຸກປູກຝັງບໍລິເວນເຂດຫຼັກໝາຍເລກ 591, 592; ໄດ້ຊ່ວຍເຫຼືອເບ້ຍໄມ້ ຈຳນວນ 2.000 ເບ້ຍ ແລະ ໄດ້ຊ່ວຍຊອກຫາຝູງແບ້ ແລະ ຝູງງົວທີ່ຫຼົງເຂົ້າໄປໃນປ່າ. ໄດ້ຈັດຕັ້ງໃຫ້ປະຊາຊົນເຂົ້າ​ຮ່ວມພ້ອມ​ກັບ​ກຳ​ລັງວິຊາສະເພາະຂອງ​ແຕ່​ລະ​ຝ່າຍໃນການ​ໄປ​ລາດ​ຕະ​ເວນ, ປົກ​ປັກ​ຮັກ​ສາ​ເສັ້ນ​ຊາຍ​ແດນ, ຫຼັກໝາຍ​ຂອງ​ປະ​ເທດ​ຊາດ ໄດ້ຈໍານວນ 52 ຄັ້ງ, ​ເຊິ່ງມີຜູ້ເຂົ້າຮ່ວມ​ 780 ເທື່ອຄົນ .​

ທ່ານ ຮ່າ ​ສີ ​ດົງ, ຮອງ​ປະທານຜູ້​ປະຈຳການ​ຄະນະກໍາມະການປະຊາຊົນ ແຂວງກວາງ​ຈີ ມີຄວາມເອກອ້າງທະນົງໃຈ: ຜ່ານ​ຮູບ​ແບບ​ການ​ແຮກສ່ຽວລະຫວ່າງບ້ານ-ບ້ານ, ປະຊາຊົນ​ເຂດ​ຊາຍ​ແດນ​ ໄດ້ມີ​ເງື່ອນ​ໄຂ​ໜູນ​ຊ່ວຍ​ເຊິ່ງກັນ​ແລະ​ກັນ​ ໃນ​ການ​ພັດທະນາ​ເສດຖະກິດ, ລົບ​ລ້າງ​ຄວາມ​ອຶດຫິວ, ຫຼຸດຜ່ອນ​ຄວາມທຸກ​ຍາກ​ແບບ​ຍືນ​ຍົງ.

ພາຍຫຼັງ 9 ປີແຫ່ງການແຮກສ່ຽວລະຫວ່າງ ຄະນະກໍາມະການປະຊາຊົນຕາແສງ ເຊີ່ນກິມ 2, ເມືອງ ເຮື້ອງເຊີນ ແລະ ບ້ານ ນາແປ, ເມືອງຄຳເກີດ, ແຂວງບໍລິຄຳໄຊ (ລາວ) ກໍ່ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ທັງສອງທ້ອງຖິ່ນ ໄດ້ເຮັດໜ້າທີ່ວຽກງານໂຄສະນາເຜີຍແຜນນະ​ໂຍບາຍ, ນະໂຍບາຍ, ລະບຽບກົດໝາຍ​ຂອງ​ແຕ່ລະ​ປະ​ເທດຢ່າງເປັນປະຈຳ, ໂດຍສະເພາະ​ແມ່ນ​ກ່ຽວ​ກັບ​ອະທິປະ​ໄຕ​ຜືນ​ແຜ່ນດິນ, ​ເຂດ​ຊາຍ​ແດນ​ແຫ່ງ​ຊາດ, ສົນທິສັນຍາ, ຂໍ້ກຳນົດລະບຽບ​ການ​ຊາຍ​ແດນໃຫ້​ປະຊາຊົນ. ດ້ວຍບັນດາ​ຮູບ​ແບບ ​ແລະ ວິທີ​ການ​ໂຄສະນາເຜີຍແຜ່​ຢ່າງ​ເໝາະ​ສົມ, ຊ່ວຍໃຫ້​ປະຊາຊົນ​ເຂົ້າ​ໃຈ​ຢ່າງ​ຄົບ​ຖ້ວນ​ ກ່ຽວ​ກັບ​ຈຸດປະສົງ ​ແລະ ຄວາມ​ໝາຍ​ຂອງ​ການແຮກສ່ຽວກັບ​ບັນດາ​ກຸ່ມຊຸມຊົນຢູ່ເຂດ​ຊາຍ​ແດນ, ພ້ອມກັນນັ້ນ, ກໍ່​ໄດ້​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ວັດທະນະທຳ ​ຮີດຄອງ​ປະ​ເພນີ​ຂອງ​ບັນດາ​ເຜົ່າຢູ່​ສອງ​ຟາກຊາຍ​ແດນ.

ກຳລັງປະກອບອາວຸດ ແລະ ປະຊາຊົນສອງປະເທດ ຫວຽດນາມ ແລະ ລາວ ໄດ້ຖ່າຍຮູບທີ່ລະນຶກ ຢູ່ຫຼັກໝາຍຊາຍແດນ 476 ເທິງຍອດແກ້ວເໜືອ, ເມືອງ ເຮື່ອງເຊີ່ນ (ຮ່າຕິ້ງ)
ກຳລັງເຈົ້າໜ້າທີ່ ແລະ ປະຊາຊົນສອງປະເທດ ຫວຽດນາມ ແລະ ລາວ ໄດ້ຖ່າຍຮູບທີ່ລະນຶກຢູ່ຫຼັກໝາຍຊາຍແດນເລກທີ 476 ເທິງຍອດແກ້ວເໜືອ, ເມືອງ ເຮື່ອງເຊີ່ນ (ຮ່າຕິ້ງ)

ຕາມກອງບັນຊາການທະຫານຊາຍແດນ ແຂວງຮ່າຕິ້ງ ແລ້ວ, ໂດຍຜ່ານຮູບແບບແຮກສ່ຽວບ້ານ-ບ້ານ, ປະຊາຊົນທັງສອງຝ່າຍ ໄດ້ສະໜອງຫຼາຍຂໍ້ມູນຂ່າວສານອັນລ້ຳຄ່າ ທີ່ພົວພັນເຖິງອາດຊະຍາກຳ ແລະ ການຄ້າຢາເສບຕິດ. ຮູບ​ແບບ​ດັ່ງ​ກ່າວ ​ກໍ່ຍັງ​ໄດ້​ປະ​ກອບ​ສ່ວນ​ຊ່ວຍ​ເຫຼືອ​ປະ​ຊາ​ຊົນທັງ​ສອງ​ຝ່າຍ ​ພັດ​ທະ​ນາ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ -ສັງ​ຄົມ, ກ້າວສູ່ການຍົກສູງຊີ​ວິດ​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ເປັນເທື່ອ​ລະ​ກ້າວ. ພ້ອມ​ກັນ​ນັ້ນ, ກໍ່​​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ ​ເມື່ອ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກນາໆປະການ, ຕ້ານ ​ແລະ ສະກັດ​ກັ້ນ​ຜົນ​ຮ້າຍ​ຈາກ​ໄພ​ທຳ​ມະ​ຊາດ; ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ ແລະ​ ກັນ​ໃນ​ການ​ກວດ ​ແລະ​ ​ປິ່ນ​ປົວພະຍາດ ...

ຢູ່​ບັນດາ​ທ້ອງ​ຖິ່ນ​ທີ່ມີ​ຮູບ​ແບບແຮກສ່ຽວ​ບ້ານ-ບ້ານ​, ສອງຝ່າຍ​ກໍ່​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ປະຈຳ​ປີ​ເປັນ​ປະຈຳ, ປະກອບສ່ວນ​ກໍ່ສ້າງ​ເສັ້ນ​ຊາຍ​ແດນ​ ຫວຽດນາມ - ລາວ ແຫ່ງສັນຕິພາບ, ມິດຕະພາບ, ການ​ຮ່ວມ​ມື ​ແລະ ພັດທະນາ. ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​ຊາຍ​ແດນ​ ຫວຽດນາມ - ລາວ ນັບ​ມື້​ນັບໄດ້ຮັບການປັບປຸງ. ນັ້ນ​ກໍ່ແມ່ນ​ຄວາມ​ມານະ​ພະຍາຍາມ​ທີ່ບໍ່ຮູ້​ອິດ​ເມື່ອຍຂອງທະຫານ ​ແລະ ປະຊາຊົນ​ຢູ່​ບັນດາບ້ານເຂດ​ຊາຍ​ແດນ ​ຫວຽດນາມ - ລາວ.

ອານຸໄຊ ສະຫວັດ

ເຫດການ
302 Found

Found

The document has moved here.