ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຫວືອງດິງເຫ້ວ ພົບປະກັບປະຊາຄົມຊາວ ຫວຽດນາມ ຢູ່ ລາວ

00:00 | 06/12/2023

ຍສໝ - ຕາມ​ຜູ້ຕາງໜ້າພິ​ເສດ​ຂອງ​ສຳ​ນັກ​ຂ່າວ ​ຫວຽດ​ນາມ ແລ້ວ, ໃນ​ຂອບ​ເຂດ​ໄປປະຕິບັດງານ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ຂັ້ນສຸງສະ​ພາ​ແຫ່ງ​ຊາດ 3 ປະ​ເທດ ກຳ​ປູ​ເຈຍ - ລາວ - ຫວຽດນາມ (CLV), ການ​ຢ້ຽມ​ຢາມ ແລະ ​ເຮັດ​ວຽກ​ຢູ່ ລາວ, ຕອນ​ຄ່ຳ​ວັນ​ທີ 5 ທັນວາ, ຢູ່​ສະຖານທູດ​ ຫວຽດນາມ ປະຈຳ​ລາວ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ເຫວືອງດິງເຫ້ວ ໄດ້​ມີ​ການ​ພົບ​ປະ​ກັບ​ຜູ້ຕາງໜ້າ​ບັນດາ​ສະມາຄົມ ​ແລະ ບັນດາ​ປະຊາຊົນ, ປັນຍາຊົນ, ນັກທຸລະກິດ​ຊາວ​ຫວຽດນາມ ທີ່ອາ​ໄສ​​ຢູ່​ ລາວ.

ແຂວງບິ່ງເຟືອກ ມອບຂອງຂວັນໃຫ້ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ປະຊາຊົນທີ່ມີຄວາມຫຍຸ້ງຍາກ ຢູ່ ກຳປູເຈຍ ແລະ ລາວ ແຂວງບິ່ງເຟືອກ ມອບຂອງຂວັນໃຫ້ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ປະຊາຊົນທີ່ມີຄວາມຫຍຸ້ງຍາກ ຢູ່ ກຳປູເຈຍ ແລະ ລາວ
​ເພີ່ມ​ທະວີ​ການ​ຮ່ວມ​ມື​ຢູ່​ເຂດ​ສາມ​ຫຼ່ຽມ​ພັດທະນາ ກຳປູ​ເຈຍ - ລາວ - ຫວຽດນາມ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຢູ່​ເຂດ​ສາມ​ຫຼ່ຽມ​ພັດທະນາ ກຳປູ​ເຈຍ - ລາວ - ຫວຽດນາມ

ໂດຍ​ລາຍ​ງານ​ຕໍ່​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ເຫວືອງດິງເຫ້ວ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ ຫວຽດນາມ, ທ່ານປະທານສະຫະສະມາຄົມ ຊາວຫວຽດນາມ ຢູ່ລາວ ຟ້າ​ມວັນ​ຮຸ່ງ ໃຫ້ຮູ້ວ່າ ປະຊາ​ຄົມ​ຊາວຫວຽດນາມ ຢູ່​ລາວ ມີ​ມູນ​ເຊື້ອ​ຮັກ​ຊາດ, ສາມັກຄີ, ປົກ​ປັກ​ຮັກສາ​ສີສັນຂອງຊາດ, ປະຕິບັດກົດໝາຍລາວ ​ຢ່າງ​ເຂັ້ມ​ງວດ, ປະກອບສ່ວນ​ຫຼາຍ​ຢ່າງ​ເຂົ້າ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ ລາວ ​ແລະ ຫວຽດນາມ.

ໃນໄລຍະຜ່ານມານີ້, ປະຊາ​ຄົມ​ຊາວຫວຽດນາມ ​ຢູ່​ລາວ ​ໄດ້​ມີ​ຫຼາຍ​ການ​ເຄື່ອນ​ໄຫວ​ຢ່າງ​ຕັ້ງໜ້າ​ໃນ​ວຽກ​ງານ​ສັງຄົມ, ການ​ກຸສົນ, ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ເພື່ອ​ພັດທະນາ, ຕັ້ງໜ້າ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ລວມຂອງ​ປະ​ເທດ​ເຈົ້າພາບ, ປະກອບສ່ວນ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ປະ​ເທດ​ເພື່ອນ; ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ອາສາ​ສະໝັກ ​ແລະ ໜູນ​ຊ່ວຍ​ການ​ລົບ​ລ້າງ​ຄວາມ​ອຶດຫິວ ​ແລະ ຫຼຸດຜ່ອນ​ຄວາມທຸກ​ຍາກ​ໃນ​ບາງ​ຂົງ​ເຂດທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ.

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຫວືອງດິງເຫ້ວ ພົບປະກັບປະຊາຄົມຊາວ ຫວຽດນາມ ຢູ່ ລາວ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເຫວືອງດິງເຫ້ວ ກ່າວຄຳປາໄສ

ຕາງໜ້າ​ໃຫ້​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ, ທ່ານ ຟ້າ​ມວັນ​ຮຸ່ງ ຮຽກຮ້ອງ​ໃຫ້​ອຳນາດ​ການ​ປົກຄອງ​ເອົາ​ໃຈ​ໃສ່​ຊຸກຍູ້​ການ​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ດ້ານ​ແຮງ​ງານ​ຢ່າງ​ກວ້າງຂວາງ; ​ເພີ່ມທຶນ​ການ​ສຶກສາ ​ເພື່ອ​ໃຫ້​ນັກ​ສຶກສາ ​ແລະ ​ໄວ​ໜຸ່ມລາວ ທີ່ມີເຊື້ອຊາດ ຫວຽດນາມ ​ໄດ້​ກັບ​ຄືນ​ໄປ​ຮ່ຳຮຽນ​ຢູ່​ ຫວຽດນາມ ຕື່ມ​ອີກ...

ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດ​ນາມ ເຫວືອງດິງເຫ້ວ ໄດ້​ສະ​ແດງ​ຄວາມ​ຊົມຊື່ນເມື່ອ​ກັບ​ຄືນຊາຍຄາລວມ​ຂອງ​ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່ລາວ ພາຍຫຼັງ​ການ​ຢ້ຽມຢາມ​ລາວ​ຢ່າງ​ເປັນ​ທາງ​ການ​ໃນ​ປີ 2022. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ໃຫ້ຮູ້ວ່າ ກອງ​ປະຊຸມຂັ້ນສູງ​ສະພາ​ແຫ່ງ​ຊາດ​ 3 ປະ​ເທດ ກຳປູ​ເຈຍ - ລາວ - ຫວຽດນາມ ຄັ້ງ​ທີ 1 ມີ​ຄວາມ​ໝາຍ​ສຳຄັນ, ​ເປັນ​ຄັ້ງ​ທຳ​ອິດ​ໃນ​ປະຫວັດສາດ​ຂອງ 3 ປະ​ເທດ CLV ທີ່​ມີ​ກົນ​ໄກ​ພົບ​ປະ​ຢ່າງຄົບຖ້ວນ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ​ທັງ 3 ສາມຊ່ອງທາງຄື ພັກ, ສະພາແຫ່ງຊາດ ແລະ ລັດຖະບານ.

ນອກ​ຈາກ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ກອງ​ປະ​ຊຸມ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເຫວືອງດິງເຫ້ວ ກໍ່ໄດ້​ເຂົ້າຢ້ຽມຂ່ຳນັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດລາວ ທອງ​ລຸນ ສີ​ສຸ​ລິດ; ​ໄດ້​ມີ​ການພົບປະເຈລະຈາກັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດລາວ ​ໄຊ​ສົມ​ພອນ ພົມວິຫານ; ໄດ້ພົບປະກັບ ທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ ແລະ ຢ້ຽມຢາມ ອະດີດການນຳທີ່ສຳຄັນຂອງລາວ ຫລາຍທ່ານ.

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ເຫວືອງດິງເຫ້ວ ​ໄດ້​ແຈ້ງ​ໃຫ້​ປະຊາຊົນຊາບ​ກ່ຽວ​ກັບ​ສະພາບ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ຫວຽດນາມ; ຜົນ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດໃນເວລາຜ່ານມານີ້. ພິ​ເສດ, ຢູ່ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ 8 ທີ່​ຜ່ານ​ມາ, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ​ໄດ້​ປຶກສາ​ຫາລື ​ແລະ ອອກ​ມະຕິ​ສະບັບ​ໃໝ່​ກ່ຽວ​ກັບ​ນະ​ໂຍບາຍ​ສາມັກຄີ​ປະ​ເທດ​ຊາດ ​ໃນນັ້ນ ໄດ້​ເນັ້ນ​ໜັກ​ເຖິງ​ບົດບາດ​ຂອງ​ປະຊາ​ຄົມ​ຊາວຫວຽດນາມ ຢູ່ຕ່າງປະເທດ.

​ໂດຍ​ຮັບ​ຮູ້​ຄວາມ​ເຫັນ​ຂອງ​ປະຊາຊົນ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ ເຫວືອງດິງເຫ້ວ ໃຫ້ຮູ້ວ່າ ບັນດາ​ເນື້ອ​ໃນ​ນີ້​ຈະ​ໄດ້​ຮັບ​ການ​ສັງ​ລວມ ​ແລະ ສົ່ງ​ໃຫ້​ລັດຖະບານ 2 ປະ​ເທດ, ພິ​ເສດ​ແມ່ນ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ຝ່າຍ​ຈະ​ຈັດ​ຕັ້ງ​ກອງ​ປະຊຸມ​ທະວີພາຄີຄະນະ​ກຳມະການ​ລະຫວ່າງ​ລັດຖະບານ ຫວຽດນາມ - ລາວ ​ຄັ້ງ​ທີ 46 ​ໃນ​ຕົ້ນ​ໄຕ​ມາດ​ທຳ​ອິດ​ຂອງ​ປີ 2024.

ໂດຍເຫັນດີກັບ​ຂໍ້​ສະ​ເໜີ​ເພີ່ມ​ຈຳນວນ​ທຶນ​ການສຶກສາ ​ແລະ ບຳລຸງ​ສ້າງ​ພາສາ​ຫວຽດນາມ, ​ເປັນ​ຄັ້ງ​ທຳ​ອິດ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ເຫວືອງດິງເຫ້ວ ຢືນຢັນ​ວ່າ ນີ້​ແມ່ນ​ບັນຫາ​ທີ່​ພັກ ​ແລະ ລັດ ລ້ວນແຕ່ເອົາໃຈໃສ່ທີ່ສຸດ. ​ໃນ​ປີ 2022, ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ລາວ ​ຢ່າງ​ເປັນ​ທາງ​ການ, ສະພາ​ແຫ່ງ​ຊາດຫວຽດນາມ ຍັງ​ໄດ້​ໜູນ​ຊ່ວຍ​ປື້ມ​ແບບ​ຮຽນ, ສ້ອມ​ແປງພື້ນຖານວັດຖຸໂຮງຮຽນ​ໃຫ້​ແກ່​ເດັກນ້ອຍຫວຽດນາມ ຢູ່​ຕ່າງປະ​ເທດ. ຕາມ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດຫວຽດນາມ ເຫວືອງດິງເຫ້ວ ແລ້ວ, ການ​ລົງ​ທຶນ​ດ້ານ​ການ​ສຶກ​ສາ​ແມ່ນ​ການ​ລົງ​ທຶນ​ໃຫ້ອະ​ນາ​ຄົດ​ຂອງ 2 ປະ​ເທດ. ທ່ານ​ປະທານສະພາແຫ່ງຊາດ ​ເນັ້ນ​ໜັກ​ວ່າ ສະພາ​ແຫ່ງ​ຊາດ​ສະໜັບສະໜູນ ​ແລະ ຈະ​ປຶກສາ​ຫາລື​ກັບ​ລັດຖະບານ​ເພື່ອມີລັດຖະນະໂຍບາຍ​ຢ່າງ​ເໝາະ​ສົມ.

ກ່ຽວ​ກັບ​ຂໍ້​ສະ​ເໜີ​ຮັບ​ຮູ້​ປະຊາ​ຄົມ​ຊາວ​ຫວຽດນາມ ​ເປັນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່ ລາວ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ເຫວືອງດິງເຫ້ວ ຖື​ວ່າ ນີ້​ແມ່ນ​ຄວາມ​ປາດ​ຖະໜາ​ອັນ​ຊອບ​ທຳ​ຂອງ​ປະຊາຊົນ ​ແລະ ຄວນ​ພິຈາລະນາ ​ແລະ ສະ​ເໜີ​ໃຫ້​ບັນດາ​ປະ​ເທດເພື່ອນໃນ​ໄລຍະ​ຈະ​ມາ​ເຖິງ.

ທ່ານ​ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ ເຫວືອງດິງເຫ້ວ ຢືນຢັນ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ພັກ ​ແລະ ລັດ ​ແມ່ນ​ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່ ​ແລະ ຫ່ວງໃຍເຖິງ​ປະຊາ​ຄົມ​ຊາວຫວຽດນາມ ຢູ່​ຕ່າງປະ​ເທດ. ປະຊາ​ຄົມ​ຊາວ​ຫວຽດນາມ ​ຢູ່​ຕ່າງປະ​ເທດ​ແມ່ນ​ສ່ວນ​ໜຶ່ງ​ທີ່​​ບໍ່​ອາດຂາດໄດ້​ຂອງ​ປະຊາ​ຄົມ​ຊາວ​ຫວຽດນາມ, ປະທານ​ສະພາ​ແຫ່ງ​ຊາດ​ຫວັງ​ວ່າ​ ຍາດຕິພີ່ນ້ອງຈະ​ຮັກ​ແພງ​ເຊິ່ງກັນ ​ແລະ ​ເປັນ​ຈິດໜຶ່ງໃນດຽວມຸ່ງໄປເຖິງປະ​ເທດ​ຊາດ.

​ໂດຍ​ໄດ້​ຮັບເອົາ​ຄຳ​ເຫັນ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ເຫວືອງດິງເຫ້ວ , ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນ​ບ໋າ​ຮຸ່ງ ​ເນັ້ນ​ໜັກ​ວ່າ ​ພະນັກງານ, ພາລະ​ກອນ​ສະຖານທູດຫວຽດນາມ ປະຈຳລາວ ຈະ​ສືບ​ຕໍ່​ປະຕິບັດ​ຕາມ​ຂໍ້​ຕົກລົງ​ສະບັບ​ເລກທີ 12-KL/TW 2021 ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ວຽກ​ງານຊາວຫວຽດນາມ​ ຢູ່​ຕ່າງປະ​ເທດ ​ໃນ​ສະພາບ​ການ​ໃໝ່​ເພື່ອ​ປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ກ່ຽວຂ້ອງ​ເຖິງ​ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່​ລາວ; ຮີບ​ຮ້ອນ​ເຕົ້າ​ໂຮມ​ຄວາມ​ຄິດ, ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ປະຊາຊົນ ​ເພື່ອ​ສະ​ເໜີ​ວິທີ​ການແກ້​ໄຂ​ໃຫ້​ບັນດາ​ການ​ນຳ​ພັກ ​ແລະ ລັດ; ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ພວກ​ເຮົາ​ເພື່ອ​ກໍ່ສ້າງ​ປະຊາ​ຄົມ​ຊາວ​ຫວຽດນາມ ​ຢູ່ລາວ ​ໃຫ້​ເຂັ້ມ​ແຂງ, ​ເປັນ​ເອກະ​ພາບ, ພັດທະນາ, ຍາມ​ໃດ​ກໍ່​ມຸ່ງ​ໄປ​ເຖິງ​ບ້ານ​ເກີດ​ເມືອງ​ນອນ, ພ້ອມ​ກັນ​ນັ້ນ ກໍ່ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ມິດຕະພາບ​ແບບ​ພິ​ເສດ ​ຫວຽດນາມ - ລາວ.

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ ເຫວືອງດິງເຫ້ວ ກໍ່​ໄດ້​ມອບ​ຂອງຂວັນ 100 ພູດ​ໃຫ້​ຊາວ​ ຫວຽດນາມ ອາ​ໄສ​ຢູ່​ລາວ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.