ກົງສູນໃຫຍ່ ສສ ຫວຽດນາມ ປະຈໍາ ນະຄອນປາກເຊ ອວຍພອນວັນຊາດ ສປປ ລາວ

23:55 | 30/11/2023

ກົງສູນໃຫຍ່ ສສ ຫວຽດນາມ ປະຈໍາ ນະຄອນປາກເຊ ອວຍພອນວັນຊາດ ສປປ ລາວ

ພິທີມອບຫຼຽນກາມິດຕະພາບ ໂດຍລັດຖະບານ ແຫ່ງ ສປປ ລາວ ໃຫ້ແກ່ອົງການກາແດງແຂວງ ແທງຮວາ ແລະ ກອນຕູມ (ຫວຽດນາມ) ພິທີມອບຫຼຽນກາມິດຕະພາບ ໂດຍລັດຖະບານ ແຫ່ງ ສປປ ລາວ ໃຫ້ແກ່ອົງການກາແດງແຂວງ ແທງຮວາ ແລະ ກອນຕູມ (ຫວຽດນາມ)
ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ອີຢູ ປະຈໍາ ຫວຽດນາມ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ອີຢູ ປະຈໍາ ຫວຽດນາມ

ເນື່ອງໃນໂອກາດສະເຫຼີມສະຫຼອງ 48 ປີແຫ່ງວັນຊາດ ສປປ ລາວ (2/12/1975 – 2/12/2023), ໃນລະຫວ່າງວັນທີ 21-29 ພະຈິກ, ຄະນະປະຕິບັດງານກົງສູນໃຫຍ່ ສສ ຫວຽດນາມ ປະຈໍາ ນະຄອນປາກເຊ ນຳໂດຍສະຫາຍ ຫງວຽນວັນຈູງ ຫົວໜ້າກົງສູນໃຫຍ່ ໄດ້ໄປຢ້ຽມຢາມ ແລະອວຍພອນອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນ 4 ແຂວງພາກໃຕ້ຂອງລາວ (ຈໍາປາສັກ, ອັດຕະປື, ເຊກອງ, ສາລະວັນ).

ກົງສູນໃຫຍ່ ສສ ຫວຽດນາມ ປະຈໍາ ນະຄອນປາກເຊ ອວຍພອນວັນຊາດ ສປປ ລາວ
ສະຫາຍຫົວໜ້າກົງສູນໃຫຍ່ ຫງວຽນວັນຈູງ ອວຍພອນການນໍາແຂວງເຊກອງ ເນື່ອງໃນໂອກາດສະເຫຼີມສະຫຼອງ 48 ປີແຫ່ງວັນຊາດ. ພາບ: vov.vn

ທີ່ການພົບປະຄັ້ງຕ່າງໆ, ສະຫາຍຫົວໜ້າກົງສູນໃຫຍ່ ຫງວຽນວັນຈູງ ໄດ້ຫວນຄືນໝາກຜົນພົ້ນເດັ່ນທີ່ກົງສູນໃຫຍ່ ແລະອຳນາດການປົກຄອງ 4 ແຂວງພາກໃຕ້ລາວ ຍາດມາໄດ້ໃນປີ 2023 ດ້ວຍການເຄື່ອນໄຫວຫຼາກຫຼາຍຮູບແບບ, ສະແດງໃຫ້ເຫັນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ - ລາວ, ໄດ້ສ້າງຄວາມປະທັບໃຈ, ປະກອບສ່ວນເຂົ້າໃນການປັບປຸງ ແລະພັດທະນາສາຍພົວພັນອັນດີງາມທີ່ມີຢູ່ແລ້ວລະຫວ່າງສອງປະເທດ.

ກົງສູນໃຫຍ່ ສສ ຫວຽດນາມ ປະຈໍາ ນະຄອນປາກເຊ ອວຍພອນວັນຊາດ ສປປ ລາວ

ຄະນະປະຕິບັດງານກົງສູນໃຫຍ່ ສສ ຫວຽດນາມ ປະຈໍາ ນະຄອນປາກເຊ ໄປອວຍພອນເນື່ອງໃນໂອກາດສະເຫຼີມສະຫຼອງ 48 ປີແຫ່ງວັນຊາດ ສປປ ລາວ ຢູ່ແຂວງອັດຕະປື. ພາບ: vov.vn

ເນື່ອງໃນໂອກາດນີ້, ສະຫາຍຫົວໜ້າກົງສູນໃຫຍ່ ຫງວຽນວັນຈູງ ໄດ້ສົ່ງສານເຖິງການນຳ 4 ແຂວງພາກໃຕ້ຂອງລາວ ເນື່ອງໃນໂອກາດສະເຫຼີມສະຫຼອງ 48 ປີແຫ່ງວັນຊາດ ສປປ ລາວ, ພັກ, ລັດ, ລັດຖະບານ ແລະປະຊາຊົນຫວຽດນາມ ຍາມໃດກໍ່ແບ່ງປັນນ້ຳໃຈ, ອາລົມຈິດຄວາມຮັກແພງເປັນພິເສດ ແລະໃຫ້ບຸລິມະສິດສູງສຸດແກ່ປະເທດລາວ, ເຮັດຈົນສຸດຄວາມສາມາດຂອງຕົນ, ເພີ່ມພູນຄູນສ້າງປັບປຸງ, ເພີ່ມທະວີນໍ້າໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ - ລາວ.

ການນຳ 4 ແຂວງພາກໃຕ້ຂອງລາວ ລ້ວນແຕ່ສະແດງຄວາມຂອບໃຈຢ່າງເລິກເຊິ່ງມາຍັງພັກ, ລັດ ແລະປະຊາຊົນຫວຽດນາມ ທີ່ຍາມໃດກໍ່ມີຄວາມສະເໝີຕົ້ນສະເໝີປາຍໃຫ້ການຊ່ວຍເຫຼືອແກ່ລັດ ແລະປະຊາຊົນລາວ, ທັງໃນໄລຍະຕໍ່ສູ້ກູ້ຊາດ ກໍ່ຄືໃນໄລຍະປົກປັກຮັກສາ, ສ້າງສາ ແລະພັດທະນາປະເທດຊາດໃນປະຈຸບັນ; ຢືນຢັນວ່າຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບກົງສູນໃຫຍ່ຫວຽດນາມ ປະຈຳ ນະຄອນປາກເຊ ເພື່ອຜັນຂະຫຍາຍບັນດາເນື້ອໃນວຽກງານໃນໄລຍະຈະມາເຖິງ, ຜ່ານນັ້ນປະກອບສ່ວນເພີ່ມທະວີສາຍພົວພັນມິດຕະພາບແບບພິເສດລະຫວ່າງ ລາວ - ຫວຽດນາມ ກວ່າອີກ.

ບູນມີ

ເຫດການ
302 Found

Found

The document has moved here.