ອັດຊຸດຝຶກອົບຮົມວຽກງານແມ່ຍິງໃຫ້ພະນັກງານແມ່ຍິງກອງທັບລາວ

07:51 | 29/11/2023

ອັດຊຸດຝຶກອົບຮົມວຽກງານແມ່ຍິງໃຫ້ພະນັກງານແມ່ຍິງກອງທັບລາວ

ພິທີອັດຊຸດຝຶກອົບຮົມວຽກງານປ້ອງກັນຊາຍແດນ ໃຫ້ແກ່ກໍາລັງປ້ອງກັນຊາຍແດນແຂວງເຊກອງ ພິທີອັດຊຸດຝຶກອົບຮົມວຽກງານປ້ອງກັນຊາຍແດນ ໃຫ້ແກ່ກໍາລັງປ້ອງກັນຊາຍແດນແຂວງເຊກອງ
ຈັດຕັ້ງພິທີອັດຊຸດຮຽນພາສາຫວຽດໃຫ້ແກ່ພະນັກງານ, ນັກຮົບກະຊວງປ້ອງກັນຄວາມສະຫງົບລາວ ຈັດຕັ້ງພິທີອັດຊຸດຮຽນພາສາຫວຽດໃຫ້ແກ່ພະນັກງານ, ນັກຮົບກະຊວງປ້ອງກັນຄວາມສະຫງົບລາວ

ຕອນບ່າຍວັນທີ 28 ພະຈິກ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ຈັດຕັ້ງພິທີປິດຊຸດຝຶກອົບຮົມວຽກງານແມ່ຍິງໃຫ້ພະນັກງານແມ່ຍິງກອງທັບປະຊາຊົນລາວ ປີ 2023.

ອັດຊຸດຝຶກອົບຮົມວຽກງານແມ່ຍິງໃຫ້ພະນັກງານແມ່ຍິງກອງທັບລາວ

ສະຫາຍນາງ ພັນເອກພິເສດ ຟຸ່ງທິຝູ ຫົວໜ້າຄະນະແມ່ຍິງກອງທັບປະຊາຊົນຫວຽດນາມ ໄດ້ມອບໃບຍ້ອງຍໍໃຫ້ແກ່ພະນັກງານຍິງກອງທັບປະຊາຊົນລາວ. ພາບ: qdnd.vn

ພາຍຫຼັງ 1 ເດືອນ, ພະນັກງານຫຼັກແຫຼ່ງຂອງແມ່ຍິງກອງທັບປະຊາຊົນລາວ 20 ຄົນ ໄດ້ຮັບການຝຶກອົບຮົມໃນ 10 ຫົວຂໍ້ທິດສະດີກ່ຽວກັບວຽກງານແມ່ຍິງ ແລະຂະບວນການແມ່ຍິງໃນກອງທັບ. ບັນດານັກສໍາມະນາກອນໄດ້ຕັ້ງໜ້າຮ່ຳຮຽນ, ເປັນເຈົ້າການແລກປ່ຽນ, ພົບເຫັນບັນດາບັນຫາທີ່ຄ້າຍຄືກັນ ແລະໃໝ່ອ່ຽມຂອງວຽກງານແມ່ຍິງກອງທັບສອງປະເທດ; ພ້ອມທັງຖອດຖອນບົດຮຽນ, ເປັນເຈົ້າການຄົ້ນຄວ້າເພື່ອນຳໃຊ້ເຂົ້າໃນວຽກງານແມ່ຍິງ ແລະຂະບວນການແມ່ຍິງກອງທັບປະຊາຊົນລາວ.

ໃນຂອບເຂດຊຸດຝຶກອົບຮົມ, ພະນັກງານຍິງກອງທັບປະຊາຊົນລາວ ຍັງໄດ້ຊົມຮູບພາບ, ວິດີໂອກ່ຽວກັບການເຄື່ອນໄຫວຕົວຈິງຂອງແມ່ຍິງກອງທັບປະຊາຊົນຫວຽດນາມ; ຢ້ຽມຢາມ, ຊອກຮູ້ບາງຮູບແບບການເຄື່ອນໄຫວທີ່ມີປະສິດທິຜົນຢູ່ບັນດາກົມກອງສະເພາະຂອງກອງທັບປະຊາຊົນຫວຽດນາມ, ຄື: ກອງບັນຊາການນະຄອນຫຼວງຮ່າໂນ້ຍ, ວິທະຍາຄານການແພດ, ໂຮງຮຽນນາຍທະຫານການເມືອງ, ເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ...

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.