ເພີ່ມພູນຄູນສ້າງ ​ນໍ້າໃຈ​ມິດຕະພາບ​ ຫວຽດນາມ - ລາວ ​ໃນ​ຂົງ​ເຂດ​ສາທາລະນະ​ສຸກ

14:50 | 24/10/2023

ຍສໝ - ຫວຽດນາມ ສືບ​ຕໍ່​​ຊ່ວຍເຫຼືອ​ລາວ ​ໃນວຽກງານ​ການ​ບຳລຸງກໍ່​ສ້າງ, ຖ່າຍທອດບົດຮຽນ ​ເຕັກ​ນິກ, ​ຊ່ວຍເຫຼືອ​ການກວດ ​ແລະ ປິ່ນປົວ​ພະຍາດ, ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບວິຊາ​ສະ​ເພາະ ​ຂອງ​ພະນັກງານ​ການ​ແພດ, ການ​ຢາ, ຮັບ​ໃຊ້ບໍລິການ​ດູແລສຸຂະພາບ​ ທີ່ດີ​ທີ່​ສຸດໃຫ້​ປະຊາຊົນ​ລາວ ​ແລະ ຊາວ ຫວຽດນາມ ຢູ່​ລາວ.

ບັນດາຂອງທີ່ລະນຶກ “ເລົ່າ​ເລື່ອງ” ນໍ້າໃຈ​ມິດ​ຕະ​ພາບ ​ຫວຽດ​ນາມ - ລາວ
ກາ​ນາ​ດາ ຖື​ຫວຽດ​ນາມ ແມ່ນ​ຈຸດ​ໝາຍ​ນຳ​ໜ້າ​ໃນ​ຂົງ​ເຂດ​ການ​ຄ້າ​ສິນ​ຄ້າ

ເຄື່ອງໝາຍ ໂຮງ​ໝໍ​ຫວຽດ​ນາມ ຢູ່​ລາວ

ຜ່ານ​ຜ່າບັນດາ​ຄວາມ​ຫຍຸ້ງຍາກ ​ໃນມື້​ທຳ​ອິດ​ໃນການ​ສ້າງ​ຕັ້ງ, ມາ​ຮອດ​ປະຈຸ​ບັນນີ້ ໂຮງໝໍ ຮ່າ​ໂນ້ຍ - ວຽງ​ຈັນ ​ໄດ້​ກາຍ​ເປັນ​ສະຖານ​ທີ່​ກວດ ​ແລະ ປິ່ນປົວ​ທີ່​ມີ​ຊື່​ສຽງ​ຢູ່​ລາວ ມີຫຼາຍຂະແໜງການ​ເຊັ່ນ: ​ລຳ​ໄສ້ ​ແລະ ​ຫົວໃຈ, ພາຍໃນ,ແຂ້ວ,ຄາງ,ໜ້າ, ຫູດັງຄໍ, ກະດູກ. .. ໂຮງໝໍ​ດັ່ງກ່າວ​ມີ​​ແພດ, ທ່ານໝໍ, ພະຍາບານ 100 ກວ່າ​ຄົນ (​ໃນ​ນັ້ນ 60% ​ແມ່ນ​ຄົນ​ຫວຽດນາມ), ​ໃນ​ແຕ່​ລະ​ມື້ ໄດ້ຮັບຮອງ ການ​ກວດ ​ແລະ ປິ່ນປົວ​ພະຍາດ​ໃຫ້​ແກ່​ຄົນ​ເຈັບຫຼາຍກວ່າ 100 ​ຄົນ ດ້ວຍ​ອຸປະກອນ ​ແລະ ເຕັກນິກ​ການ​ແພດ​ທີ່​ກ້າວໜ້າທັນສະໄໝ. .

​ພ້ອມນັ້ນ, ໂຮງໝໍ ຮ່າໂນ້ຍ - ນະຄອນຫຼວງວຽງຈັນ ຍັງໄດ້ຮັບການຊ່ວຍເຫຼືອ ດ້ານວິຊາຊີບ ຈາກບັນດາທ່ານສາດສະດາຈານ, ຮອງສາດສະດາຈານ, ທ່ານໝໍ, ຜູ້ຊ່ຽວຊານດ້ານການແພດຊ່ຽວຊານ ຈາກໂຮງໝໍມະຫາວິທະຍາໄລການແພດຮ່າໂນ້ຍ.

Người dân Lào đang chờ khám bệnh tại Bệnh viện Hà Nội – Viêng Chăn (Lào). Ảnh: Vũ Quý ປະຊາຊົນລາວ ກຳລັງລໍຖ້າກວດພະຍາດ ຢູ່ໂຮງໝໍ ຮ່າໂນ້ຍ - ວຽງຈັນ (ລາວ). ພາບ: ວູກຸ້ຍ
ປະຊາຊົນລາວ ກຳລັງລໍຖ້າກວດພະຍາດ ຢູ່ໂຮງໝໍ ຮ່າໂນ້ຍ - ວຽງຈັນ (ລາວ). ພາບ: ວູກຸ້ຍ

“ມາກວດ ແລະ ປິ່ນປົວພະຍາດຢູ່ທີ່ນີ້, ຂ້ອຍໄດ້ຮັບຄຳແນະນຳ, ການເອົາໃຈໃສ່ດູແລ ເອອື້ອຳນວຍຄວາມສະດວກ ວັດຖຸອຸປະກອນທີ່ທັນສະໄໝ”, ຄົນເຈັບ ທິບສິງແພງຄຳ ແບ່ງປັນ.

ໃນເດືອນ ພຶດສະພາ 2023, ແຂວງ ເງະອານ ໄດ້ສົມທົບກັບແຂວງຊຽງຂວາງ ແລະ ສປປ ລາວ ນຳໃຊ້ໂຄງການໂຮງໝໍມິດຕະພາບລາວ-ຫວຽດນາມ ຢູ່ແຂວງຊຽງຂວາງ ທີ່ໄດ້ຮັບທຶນຈາກລັດຖະບານຫວຽດນາມຊ່ວຍເຫຼືອ. ໂຮງໝໍມິດຕະພາບລາວ-ຫວຽດນາມ ແຂວງຊຽງຂວາງ ມີ200 ຕຽງນອນຄົນເຈັບ, ມີສິ່ງອໍານວຍຄວາມສະດວກກວ້າງຂວາງ, ເຕັກໂນໂລຊີ ແລະ ອຸປະກອນການແພດທີ່ທັນສະໄໝ; ຕາມບາດກ້າວ ເຕຈີບໃຫຍ່ຂະຫຍາຍຕົວ ຂອງບັນດາວິຊາການ, ຊ່ຽວຊານທີ່ເກັ່ງ, ແລະ ເຄືອຂ່າຍການແພດທີ່ໄດ້ມາດຕະຖານແຫ່ງຊາດ; ປະກອບສ່ວນ​ຍົກ​ສູງ​ ຄຸນ​ນະພາ​ບການກວດ ​ແລະ ປິ່ນປົວ​ພະຍາດ​ໃຫ້​ປະຊາຊົນ​ແຂວງ​ຊຽງຂວາງເວົ້້າລວມ, ໂດຍສະເພາະ ປະຊາຊົນ​ບັນດາ​ແຂວງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ລາວ.

ນອກຈາກ​ນີ້, ຫວຽດນາມ​ຍັງ​ໄດ້​ໃຫ້ການ​ສະໜັບສະໜູນ​ລາວ ​ສ້າງ​ໂຮງໝໍ​ມິດຕະພາບ​ແຂວງ​ຫົວພັນ. ອາຄານ 9 ຊັ້ນໄດ້ກໍ່ສ້າງສຳເລັດແລ້ວ ແລະ ປະຈຸບັນກຳລັງກໍ່ສ້າງ ເຊິ່ງຄາດ​ວ່າ​ໂຮງ​ໝໍ​ຈະ​ສ້າງ​ສຳ​ເລັດ​ໃນ​ປີ 2024.

ຫວ່າງ​ມໍ່ໆ​ມາ​ນີ້, ​ໄດ້​ມີ​ໂຮງໝໍ​ສາກົນ​ລາ​ວີ ​ອີກ​ແຫ່ງ​ໜຶ່ງ​ ເຊິ່ງສ້າງ​ໂດຍ​ຊາວ​ລາວ ​ເຊື້ອສາຍ​ຫວຽດນາມ​ ເພື່ອ​ຮັບ​ໃຊ້​ຄົນ​ເຈັບ​ທັງ​ຊາວ​ຫວຽດນາມ ​ແລະ​ ຊາວ​ລາວ ​ທີ່​ອາ​ໄສ​ຢູ່​ນະຄອນຫຼວງ​ວຽງ​ຈັນ. ໂຮງ​ໝໍ​ພວມ​ຈະ​ເປີດ​ນຳ​ໃຊ້ ແລະ ໄດ້​ຮັບ​ການ​​ຊ່ວຍ​ເຫຼືອຈາກ​ໂຮງ​ໝໍ​ມະ​ຫາ​ວິ​ທະ​ຍາ​ໄລ​ການ​ແພດ​ຮ່າ​ໂນ້ຍ ແລະ ສະ​ມາ​ຄົມຕິດຕໍ່​ຄົນຫວຽດ​ນາມ ​ຢູ່​ຕ່າງ​ປະ​ເທດ (ALOV).

ຖ່າຍທອດເຕັກນິກໃໝ່ ໃຫ້ແກ່ຂະແໜງສາທາລະນະສຸກຂອງລາວ

ທ່ານ​ຮອງ​ສາດສະດາຈານ, ປອ ຫງວ້ຽນ​ເລີ່ມ​ຮ່ຽວ, ອຳນວຍການ​ໂຮງໝໍ​ມະຫາວິທະຍາ​ໄລ​ການ​ແພດ​ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ໂຮງໝໍ​ຈະ​ສືບ​ຕໍ່​ຊ່ວຍ​ໂຮງໝໍ​ລາ​ວີ ​​ໃນ​ກໍລະນີພະຍາດ​ຮ້າຍ​ແຮງ ​ແລະ ຫຍຸ້ງຍາກ. ນອກ​ນີ້, ​ໂຮງໝໍ​ຍັງ​ຈະ​ສົ່ງ​ຜູ້​ຊ່ຽວຊານ​ໄປ​ຖ່າຍ​ທອດ​ເຕັກ​ນິກ, ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ໃຫ້​ລາວ​ຢູ່​ຫວຽດນາມ ​ແລະ ຮ່ວມ​ມື​ໃນ​ຂົງ​ເຂດ​ຄົ້ນຄວ້າ​ວິທະຍາສາດ ​ແລະ ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ໃໝ່...

“ຈະ​ມີ​ໂຄງ​ການ​ ລະບົບປິ່ນປົວພະຍາດຫົວໃຈ ​ຢູ່​ໂຮງ​ໝໍ ລາວີ (La Vie) ໃນ​ອະ​ນາ​ຄົດ​ອັນ​ໃກ້ໆນີ້. ບັນດາ​ກໍລະນີ​ພະຍາດ​ຫົວໃຈ​ຂາດ​ເລືອດ​ຈະ​ໄດ້​ຮັບ​ການ​ແກ້​ໄຂດ່ວນ, ​ເດັກນ້ອຍ​ທີ່​ມີ​ພະຍາດ​ຫົວ​ໃຈ​ມາ​ແຕ່​ກຳ​ເນີ​ດ ບໍ່​ຈຳ​ເປັນ​ຕ້ອງ​ໄປ​ປິ່ນປົວ​ຢູ່​ຕ່າງປະ​ເທດ.

Bệnh viện Đa khoa Quốc tế La Vie, Bệnh viện Đại học Y Hà Nội, Hội liên lạc người Việt Nam ở nước ngoài (ALOV) kí kết hợp tác. Ảnh: Vũ Quý ໂຮງໝໍສາກົນ ລາວີ, ໂຮງໝໍມະຫາວິທະຍາໄລການແພດຮ່າໂນ້ຍ, ສະມາຄົມຕິຕໍ່ຊາວຫວຽດນາມ ຢູ່ຕ່າງປະເທດ (ALOV) ໄດ້ລົງນາມໃນສັນຍາຮ່ວມມື. ພາບ: ວູກຸ້ຍ
ໂຮງໝໍສາກົນ ລາວີ, ໂຮງໝໍມະຫາວິທະຍາໄລການແພດຮ່າໂນ້ຍ, ສະມາຄົມຕິຕໍ່ຊາວຫວຽດນາມ ຢູ່ຕ່າງປະເທດ (ALOV) ໄດ້ລົງນາມໃນສັນຍາຮ່ວມມື. ພາບ: ວູກຸ້ຍ

ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຝູບິງ, ປະທານ​ສະມາຄົມ​ການຕິດຕໍ່​ພົວພັນ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ (ALOV), ​ໃຫ້​ຮູ້​ວ່າ: ສະມາຄົມ​ຈະ​ແມ່ນ​ຂົວ​ຕໍ່​ໃຫ້​ປະຊາ​ຄົມ​ຊາວ ຫວຽດນາມ ​ໄດ້​ຮັບ​ຮູ້​ທີ່​ຕັ້ງ ທີ່​ໜ້າ​ເຊື່ອ​ຖື ​ເພື່ອ​ຮັກສາ​ສຸຂະພາບ​ຂອງ​ຕົນ ​ແລະ ຄອບຄົວ​ຂອງ​ຕົນ. ນີ້​ຈະ​ເປັນ​ແຂນໜື່ງ ທີ່ຕໍ່ຍາວ​ຂອງ​ສະມາຄົມ ​ເພື່ອ​ເຊື່ອມ​ຕໍ່​ກັບ​ປະຊາຊົນ​ທີ່ຢູ່​ຫ່າງ​ໄກ​ຈາກ​ບ້ານ​ເກີດ​ເມືອງ​ນອນ. ນອກ​ນັ້ນ, ສະມາຄົມ​ຈະ​ຮຽກຮ້ອງ​ບັນດາ​ນັກ​ລົງທຶນ ມາເປີດກິດຈະການຂະແໜງການແພດ​ຂອງ​ໂຮງໝໍ.

“ສະມາຄົມ​ສົມທົບ​ກັບສອງ​ໂຮງໝໍ ຜັນຂະຫຍາຍ ບັນດາ​ແນວທາງ​ຂອງ​ພັກ, ລະບຽບກົດໝາຍຂອງລັດ ກ່ຽວພັນກັບ​ຊາວ​ຫວຽດນາມ ຢູ່​ຕ່າງປະ​ເທດ.

ບັນດາ​ໂຮງໝໍ ໄດ້​ສ້າງ​ເງື່ອນ​ໄຂ ອຳນວຍ​ຄວາມສະດວກ​ ໃນການ​ເບິ່ງ​ແຍງ​ດູ​ແລ​ສຸຂະພາບ, ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ວົງຄະນາຍາດຊາວ​ຫວຽດນາມ ຢູ່​ລາວ, ສົມທົບ​ກັນ​ປະຕິບັດ​ບັນດາ ​ວຽກງານ​​ໃຫ້​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່​ລາວ ທີ່ມີ​ຄວາມ​ຕ້ອງການ​ຮັກສາ​ສຸຂະພາບ.

ແຕ່ລະຝ່າຍໄດ້ ​ຊຸກຍູ້ວຽກງານ​ການ​ໂຄສະນາ, ການ​ພົບ​ປະ, ​ແລກປ່ຽນ, ​ເຜີຍ​ແຜ່ໂຄສະນາກ່ຽວກັບໂຮງໝໍ​​ສາກົນ ​ລາ​ວີ ​ກ່ຽວກັບບັນດາ​ໜ້າ​ທີ່ ການ​​ຊ່ວຍ ສະໜອງ​ການ​ບໍລິການ​ດ້ານ​ການ​ແພດ​ໃຫ້​ຊາວ​ຫວຽດນາມ ອາ​ໄສ ​ແລະ ສຶກສາ​ຢູ່ ລາວ.

ທ່ານ ຫງ້ຽນຟູ້ບິງ ສະຖານທູດໃຫ້ຮູ້ວ່າ: ໂຮງໝໍວິທະຍາໄລແພດ ຮາໂນ້ຍ ໄດ້ຊ່ວຍເຫຼືອແມ່ນມີຜົນສໍາເລັດທີ່ສຸດ ຢູ່ໃນເງື່ອນໄຂ ແມ່ນໂຮງໝໍສາກົນລາວີ ທີ່ປະຕິບັດວຽກງານວິຊາສະເພາະ

ດ້ວຍ​ບັນດາ​ຜົນງານ​ທີ່​ມີຜົນສໄເລັດ​​ທີ່​ກ່າວ​ມາ​ນັ້ນ, ນັກ​ຊ່ຽວຊານ​ຫຼາຍ​ທ່ານ​ໃຫ້ຮູ້​ວ່າ, ນີ້​ແມ່ນ​ແຮງບັນດານ ​ເພື່ອ​ໃຫ້​ບັນດາ​ທ່ານ​ໝໍ ຫວຽດນາມ ຢູ່ ລາວ ປັບປຸງ​ແນວຄິດ ຈິດ​ໃຈ​ຮັບ​ໃຊ້​ຄົນ​ເຈັບ​ໃຫ້​ດີ​ກ່ວາ​ເກົ່າ. ປິ່ນປົວ​ພະຍາດ​ໃຫ້​ປະຊາຊົນ​ກໍ່​ແມ່ນ​ວິທີ​ປະກອບສ່ວນຢ່າງ​ໜຶ່ງ​ ໃນ​ການ​ເພີ່ມພູນຄູນສ້າງ​ຄວາມ​ສາມັກຄີ, ມິດຕະພາບ​ ອັນ​ເປັນ​ມູນ​ເຊື້ອ​ອັນ​ດີງາມ ​ຂອງ​ປະຊາຊົນ​ສອງ​ປະ​ເທດ ຫວຽດນາມ - ລາວ ​ໃນ​ໄລຍະ​ຍາວ​ນານ.

ອານຸໄຊ ສະຫວັດ

ເຫດການ
302 Found

Found

The document has moved here.