ທີວທັດທຳມະຊາດຂອງ ດິນແດນລ້າງເຊີນ.
ຢ້ຽມເຢີນ ເມົ໋າເຊີນ ລະດູທີ່ຫິມະຍັງບໍ່ທັນຕົກ
ຜູ້ຄົນມັກມາທ່ຽວ ດິນແດນລ້າງເຊີນ ໃນລະດູມໍລະສຸມທີ່ສຸດໃນປີ ເພື່ອຮັບຊົມ ຫິມະຕົກຢູ່ຍອດຂອງພູເມົ໋າເຊີນ, ແຕ່ວ່າໃນລະດູທີ່ຫິມະຍັງບໍ່ທັນຕົກດິນແດນແຫ່ງນີ້ຍັງຄົງມີຄວາມດຶງດູດ ນັກທ່ອງທ່ຽວມາທ່ຽວຢູ່ບໍ່ຂາດ. ຫ່າງຈາກນັ້ນບໍ່ໄກ ແມ່ນ ບິ່ງລຽວ ງາມແບບບໍ່ມີການຕົກແຕ່ງ ດ້ວຍຄວາມເປັນເອກກະລັກຂອງ ຫຼັກຊາຍແດນ , ເປີ້ນໂພນປົກຄຸມດ້ວຍຕົ້ນເລົາໂອ່ນເອ້ນໄປມາເວລາລົມຕ້ອງ ແລະ ທິວທັດກິວຄົດລ້ຽວອ້ອມຮອບສາຍພູ.
|
ໄຕ່ໄປຕາມສັນເຂົາ ເບິ່ງແລ້ວຄືຢູ່ເທິງ ຫຼັງຂອງ ໄດໂນເສົາ.
ຕອນເຊົ້າຮັບແສງແດດຢູ່ເທິງຈອມ ເມົ໋າເຊີນ, ເຮືອນຊານບ້ານຊ່ອງ, ເຮືອນວິລາທີ່ເກົ່າແກ່ ແລະ ເສັ້ນທາງມີໝອກປົກຫຸ້ມຄືຢູ່ໃນຝັນ. ເມື່ອແດດສ່ອງທົ່ວບໍລິເວນເຮັດໃຫ້ພາບຕ່າງພົ້ນຂື້ນມາຢ່າງແຈ່ມແຈ້ງກວ່າ, ຊັດເຈນກວ່າເກົ່າ ແລະ ເສັ້ນທາງຕາມກິ່ວຕ່າງໆເລີ່ມປະກົດຂື້ນ ປົກຄຸມໄປດ້ວຍຫຍ້າຂຽວຂະຈີ ເປັນພາບທີ່ມີຄວາມງາມທີ່ສຸດ.
ຕົກມາຕອນກາງຄືນ ແມ່ນເຖິງເວລາແຫ່ງການຮັບຊົມດາວ ຢູ່ຈຸດສຸດຍອດຂອງພູ ເມົ໋າເຊີນ ທີ່ເຮັດໃຫ້ນັກທ່ອງທ່ຽວຮູ້ສຶກວ່າ ຢູ່ໄກ້ກັບທ້ອງຟ້າ ແລະ ສາມາດຈັບ ເອົາດວງດາວໄດ້ເຮັດໃຫ້ນັກທ່ອງທ່ຽວມີຄວາມປະທັບໃຈຫຼາຍ. ແຕ່ວ່າແຫ່ງເດິກເຂົ້າໄປອາກາດແຫ່ງເລີ່ມໜາວເຂົ້າຊັກໄຊ້ ດັ່ງນັ້ນແຂກນັກທ່ອງທ່ຽວທີ່ຈະກຽມມາທ່ຽວ ຢູ່ດິນແດນແຫ່ງນີ້ຕ້ອງໄດ້ນຸ່ງເຄື່ອງທີ່ອຸ່ນທີ່ສຸດ.
|
ເຮືອນເກົ່າແກ່ຂອງຄົນຊົນເຜົ່າ ໄຕ່ ຢູ່ ເມົ໋າເຊີນ.
ເຂດທີ່ມີທ່າແຮງບົ່ມຊ້ອນ
ເປິ້ນດອຍທີ່ປົກຫຸ້ມດ້ວຍຕົ້ນເລົາ.
ແຂວງລ້າງເຊີນແມ່ນດິນແດນທີ່ມີຄວາມສາມາດບົ່ມຊ້ອນ ເພື່ອພັດທະນາ ທ່ອງທ່ຽວ ເຊິ່ງສະແດງອອກໃນ ປະຫວັດສາດອັນເກົ່າແກ່ ດ້ານວັດທະນະທຳ ຕິພັນກັບ ມູນເຊື້ອ, ສາດສະໜາ, ຄວາມເຊື່ອຖື ກັບ ປາງບຸນຕ່າງໆທີ່ມີເຖິງ 300 ບຸນ ທີ່ເປັນມູນເຊື້ອອັນເປັນເອກກະລັກ. ເຊິ່ງສິ່ງດັ່ງກ່າວແມ່ນທຳມະຊາດເປັນຜູ້ເສກສັນປັ້ນແຕ່ງ ທັງເຂດທ່ອງທ່ຽວທຳມະຊາດ, ຖຳ້ທີ່ມີຄວາມລືກລັບ ແລະ ໜ້າດຶງດູດໃຫ້ຄັ້ນຫາ ເປັນຕົ້ນແມ່ນ: ຖຳ້ ຕາມແທັງ, ຍິແທັງ, ນ່າງໂຕຖິ... ຄຽງຄູ່ກັນນັ້ນ ກຕິພັນກັບການສ້າງສາພັດທະນາປະເທດຊາດ ຂອງບັນດາບັນພະບູລຸດຄົນລຸ້ນກ່ອນ ຂອງ ແຂວງ ລ້າງເຊີນ ເຊິ່ງມີ ມໍລະດົກທາງປະຫວັດສາດ ຫຼາຍກວ່າ 600 ແຫ່ງ, ມໍລະດົກດ້ານການປະຕິວັດເປັນຕົ້ນ: ອ໋າຍຈີລັງ, ແທັ່ງຍ່າມາກ( ກຳແພງໃນລາດສະວົງ ມາກ)... ລ້າງເຊີນຫຼາຍຄົນຮັບຮູ້ວ່າເປັນດິນແດນທີ່ມີຄວາມສາມາດບົ່ມຊ້ອນ, ທ່າແຮງດ້ານການທ່ອງທ່ຽວ ດ້ານຄວາມເຊື່ອ ດ້ວຍລະບົບຂອງ ວັດວາ, ອາລາມ ມີຢູ່ທົ່ວທຸກບ່ອນຄື: ວັດ ບັກເລະ, ວັດ ກີ່ກຸ່ງ-ຕ່າຟູ້, ວັດ ເມົາດົ່ງດັງ, ວັດ ເຕິນແທັງ, ວັດ ແທັ່ງ... ນອກນັ້ນຍັງມີເຂດບ້ານຊົນນະບົດທີ່ມີຄວາມສວຍສົດງົດງາມ ມີແມ່ນຳ້ໄສໄຫຼຜ່ານ ຄືແມ່ນນຳ້ ກີ່ກຸ່ງ.
(ຫັດທະບູນ)