ກໍ່ສ້າງ ແລະພັດທະນາວັດທະນະທຳ ແລະຊາວຫວິງລອງ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາ ແລະ ເຊື່ອມໂຍງ | |
ແນວພັນດອກລິນລີ້ ຊະນິດໃໝ່ ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ໂຮນລັງ |
ໂດຍປະຕິບັດ “ຂໍ້ຕົກລົງກ່ຽວກັບການແກ້ໄຂບັນຫາອົບພະຍົບແບບເສລີ ແລະແຕ່ງງານບໍ່ຖືກກົດໝາຍຢູ່ເຂດຊາຍແດນ” ລະຫວ່າງລັດຖະບານສອງປະເທດຫວຽດນາມ ແລະລາວ, ໃນໄລຍະຜ່ານມາ, ອຳນາດການປົກຄອງທຸກຂັ້ນຢູ່ແຂວງເທື່ອທຽນເຫວ້ ໄດ້ມານະພະຍາຍາມສ້າງເງື່ອນໄຂໜູນຊ່ວຍ, ຊ່ວຍເຫຼືອເພື່ອໃຫ້ພົນລະເມືອງລາວ ໃຫ້ໄດ້ຖືສັນຊາດ ຫວຽດນາມ. ຈາກນັ້ນ ກໍ່ຊ່ວຍເຂົາເຈົ້າ “ອຸ່ນອ່ຽນໃຈຫາເງິນລ້ຽງຊີບ” ແລະເຮັດໃຫ້ຊີວິດການເປັນຢູ່ເປັນປົກກະຕິ.
ເດືອນພະຈິກ 2023, ເຖິງວ່າດິນຟ້າອາກາດຢູ່ເຂດພູດອຍອາເລື໊ອຍ, ແຂວງເທື່ອທຽນເຫວ້ ຈະມີຝົນຕົກໜັກກໍ່ຕາມ, ແຕ່ພະນັກງານຕາແສງກວ໋າງເຍິມ ຍັງພາພວກຂ້າພະເຈົ້າໄປຍັງບັນດາຄອບຄົວຊາວລາວ ທີ່ໄດ້ຮັບສັນຊາດຫວຽດນາມ ແລ້ວ ແລະປະຈຸບັນພວມອາໄສຢູ່ໃນບໍລິເວນຕາແສງ.
![]() |
ພົນລະເມືອງລາວ ຮັບຂໍ້ຕົກລົງຈາກປະທານປະເທດ ແຫ່ງ ສສ ຫວຽດນາມ ໃຫ້ຖືສັນຊາດຫວຽດນາມ. ພາບ: cand.com.vn |
ຢູ່ໃນເຮືອນທີ່ຫາກໍ່ປຸກສ້າງໃໝ່, ເອື້ອຍ ໂຮ່ທິເຮືອງ (ເກີດປີ 1985) ໃຫ້ຮູ້ວ່າ ກ່ອນນີ້ຄອບຄົວຂອງເອື້ອຍດຳລົງຊີວິດຢູ່ເຂດຕິດກັບຊາຍແດນ ຫວຽດນາມ-ລາວ. ປີ 2010, ເອື້ອຍເຮືອງ ອົບພະຍົບແບບເສລີຈາກລາວ ຂ້າມຊາຍແດນມາຫວຽດນາມ ແລະອາໄສຢູ່ໃນຕາແສງກວ໋າງເຍິມ ເພື່ອຄ້າຂາຍຫາເງິນລ້ຽງຊີບ. ຢູ່ທີ່ນີ້, ເອື້ອຍເຮືອງ ໄດ້ພົບກັບອ້າຍ ເລວັນເຕີ໊ຍ (ເກີດປີ 1982) ແມ່ນຊາວທ້ອງຖິ່ນ, ຫຼັງຈາກນັ້ນສອງຄົນໄດ້ກາຍເປັນຜົວເມຍ. ໂດຍເຂົ້າໃຈໄດ້ເຖິງຄວາມຫຍຸ້ງຍາກຂອງຜົວເມຍເອື້ອຍເຮືອງ, ປະຕິບັດ “ຂໍ້ຕົກລົງກ່ຽວກັບການແກ້ໄຂບັນຫາອົບພະຍົບແບບເສລີ ແລະແຕ່ງງານບໍ່ຖືກກົດໝາຍໃນເຂດຊາຍແດນ” ລະຫວ່າງລັດຖະບານສອງປະເທດຫວຽດນາມ ແລະລາວ, ຄະນະກໍາມະການປະຊາຊົນຕາແສງກວ໋າງເຍິມ ໄດ້ລາຍງານຕໍ່ທຸກຂັ້ນເພື່ອສ້າງເງື່ອນໄຂຊ່ວຍເຫຼືອໃຫ້ຄອບຄົວເອື້ອຍເຮືອງ. ຮອດປີ 2019, ເອື້ອຍເຮືອງ ໄດ້ຮັບສັນຊາດຫວຽດນາມ ແລະອຳນາດການປົກຄອງທ້ອງຖິ່ນ ກໍ່ໄດ້ສ້າງເງື່ອນໄຂໜູນຊ່ວຍເງິນເພື່ອກໍ່ສ້າງເຮືອນຢູ່, ມອບງົວພັນເພື່ອພັດທະນາເສດຖະກິດ.
ເອື້ອຍ ໂຮ່ທິເຮືອງ ແບ່ງປັນຕື່ມອີກວ່າ: “ພາຍຫຼັງຖືສັນຊາດຫວຽດນາມ, ຊີວິດຂອງຂ້າພະເຈົ້າ ແລະຄອບຄົວໄດ້ກ້າວເຂົ້າສູ່ໜ້າໃໝ່ເມື່ອຄະນະ, ຂະແໜງການທຸກຂັ້ນໄດ້ເອົາໃຈໃສ່, ສ້າງເງື່ອນໄຂຊ່ວຍເຫຼືອຊີວິດການເປັນຢູ່ທຸກດ້ານ, ຂ້າພະເຈົ້າໄດ້ມານະພະຍາຍາມຮຽນພາສາຫວຽດ, ຊອກຮູ້ ແລະກໍາແໜ້ນຮີດຄອງປະເພນີຢູ່ທ້ອງຖິ່ນເພື່ອດຳລົງຊີວິດຢ່າງກົມກຽວ ແລະສາມັກຄີກັບທຸກຄົນໃນບ້ານ. ຂ້າພະເຈົ້າຍາມໃດກໍ່ຈົດຈໍາວ່າຕົນເອງຕ້ອງດຳລົງຊີວິດ ແລະເຮັດວຽກຕາມບັນດາຂໍ້ກຳນົດກົດໝາຍທີ່ລັດຫວຽດນາມ ໄດ້ກຳນົດໄວ້”.
ຜ່ານການຊອກຮູ້ຂອງນັກຂ່າວໜັງສືພິມຕໍາຫຼວດປະຊາຊົນແລ້ວ, ຍ້ອນມີຫຼາຍເຫດຜົນທີ່ແຕກຕ່າງກັນໃນຊຸມປີຜ່ານມາ, ປະຊາຊົນຢູ່ແຂວງສາລະວັນ ແລະແຂວງເຊກອງ (ລາວ) ຫຼາຍຄົນ ໄດ້ອົບພະຍົບມາດໍາລົງຊີວິດຢູ່ຕາແສງຊາຍແດນແຂວງເທື່ອທຽນເຫວ້. ເຂົາເຈົ້າບໍ່ມີສັນຊາດ, ບໍ່ມີບັດປະຈໍາຕົວ.
ການປະຕິບັດ “ຂໍ້ຕົກລົງກ່ຽວກັບການແກ້ໄຂບັນຫາອົບພະຍົບແບບເສລີ ແລະແຕ່ງງານບໍ່ຖືກກົດໝາຍໃນເຂດຊາຍແດນ” ລະຫວ່າງລັດຖະບານສອງປະເທດຫວຽດນາມ ແລະລາວ, ໃນຫຼາຍປີຜ່ານມາ, ແຂວງເທື່ອທຽນເຫວ້ ໄດ້ສົມທົບກັບແຂວງສາລະວັນ ແລະແຂວງເຊກອງ ລາວ ດໍາເນີນການສຳຫຼວດສອງຝ່າຍເພື່ອໃຫ້ມີຂໍ້ມູນເປັນເອກະພາບກ່ຽວກັບກໍລະນີອົບພະຍົບແບບເສລີ ແລະແຕ່ງງານບໍ່ຖືກກົດໝາຍຈາກບັນດາແຂວງຂອງລາວ ທີ່ມາອາໄສຢູ່ເມືອງອາເລື໊ອຍ. ຈາກນັ້ນ ກໍ່ມີມາດຕະການໜູນຊ່ວຍ, ຊ່ວຍເຫຼືອເຂົາເຈົ້າໃຫ້ໄດ້ຮັບສັນຊາດຫວຽດນາມ.
ທ່ານ ຫງວຽນແມັ້ງຮຸ່ງ ປະທານຄະນະກຳມະການປະຊາຊົນເມືອງອາເລື໊ອຍ ໃຫ້ຮູ້ວ່າ: ກ່ອນນີ້, ເມື່ອບໍ່ທັນໄດ້ຖືສັນຊາດຫວຽດນາມ, ຊາວລາວ ຢູ່ເມືອງອາເລື໊ອຍ ເວົ້າສະເພາະ ແລະຊາວລາວ ທີ່ອົບພະຍົບມາດຳລົງຊີວິດຢ່າງເສລີຢູ່ລຽບຕາມຊາຍແດນຫວຽດນາມ ແມ່ນດ້ອຍໂອກາດ. ພາຍຫຼັງໄດ້ຖືສັນຊາດ, ເຂົາເຈົ້າ ມີສິດ ແລະພັນທະຄືກັນກັບພົນລະເມືອງຫວຽດນາມ, ທັງໄດ້ຊົມໃຊ້ລະບອບ, ນະໂຍບາຍບຸລິມະສິດໃຫ້ບັນດາຄອບຄົວທຸກຍາກ, ຄອບຄົວໃກ້ຂັ້ນທຸກຍາກ, ຊົນເຜົ່າສ່ວນໜ້ອຍຢູ່ເຂດປະສົບຄວາມຫຍຸ້ງຍາກ, ເຂດຊາຍແດນ.
ທ່ານ ຫງວຽນວັນຮືງ ຫົວໜ້າພະແນກຍຸຕິທຳແຂວງເທື່ອທຽນເຫວ້ ຢັ້ງຢືນວ່າ ການປະຕິບັດ “ຂໍ້ຕົກລົງກ່ຽວກັບການແກ້ໄຂບັນຫາອົບພະຍົບແບບເສລີ ແລະແຕ່ງງານບໍ່ຖືກກົດໝາຍໃນເຂດຊາຍແດນ” ລະຫວ່າງລັດຖະບານສອງປະເທດຫວຽດນາມ ແລະລາວ ຢູ່ເມືອງອາເລື໊ອຍ ໄດ້ຮັບການຄວບຄຸມໂດຍພື້ນຖານ. ຜ່ານນັ້ນ ກໍ່ຮັບປະກັນຄວາມໝັ້ນຄົງທາງດ້ານການເມືອງ ແລະຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນລະຫວ່າງແຂວງເທື່ອທຽນເຫວ້ ກັບສອງແຂວງສາລະວັນ ແລະເຊກອງ.
ບູນມີ