ການາດາ ປະທັບໃຈຕໍ່ບັນດາຜົນງານຂອງ ຫວຽດນາມ

08:19 | 29/08/2022

ດ້ວຍຄວາມຄາດຫວັງຢາກມີເອກະລາດ, ເສລີພາບ, ປະຊາຊົນ ຫວຽດນາມ ໝົດທຸກຄົນລ້ວນແຕ່ມີສັນຕິພາບ ແລະ ວັດທະນາຖາວອນ.

ໜັງສືພິມທ່ອງທ່ຽວ ການາດາ: ອ່າວຮ້າລອງ - top 5 ຈຸດທ່ອງທ່ຽວທີ່ງາມທີ່ສຸດໃນໂລກປີ 2022 ໜັງສືພິມທ່ອງທ່ຽວ ການາດາ: ອ່າວຮ້າລອງ - top 5 ຈຸດທ່ອງທ່ຽວທີ່ງາມທີ່ສຸດໃນໂລກປີ 2022
ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ນແທັງເຊີນ ຕ້ອນຮັບລັດຖະມົນຕີການຕ່າງປະເທດ ຊູແອັດ ແລະ ເອກອັກຄະລັດຖະທູດ ການາດາ ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ນແທັງເຊີນ ຕ້ອນຮັບລັດຖະມົນຕີການຕ່າງປະເທດ ຊູແອັດ ແລະ ເອກອັກຄະລັດຖະທູດ ການາດາ
ທ່ານເອກອັກຄະລັດຖະທູດ ຟ້າມກາວຟອງ ແລະ ຜູ້ຕາງໜ້າເຂົ້າຮ່ວມພິທີ (ພາບ: TTXVN)
ທ່ານເອກອັກຄະລັດຖະທູດ ຟ້າມກາວຟອງ ແລະ ຜູ້ຕາງໜ້າເຂົ້າຮ່ວມພິທີ (ພາບ: TTXVN)

ຫວ່າງແລ້ວນີ້, ສະຖານທູດ ຫວຽດນາມ ປະຈຳ ການາດາ ໄດ້ຈັດພິທີສະເຫຼີມສະຫຼອງ 77 ປີແຫ່ງວັນຊາດ ຫວຽດນາມ (02 ກັນຍາ 1945 – 02 ກັນຍາ 2022) ຢ່າງສົມກຽດ. ເຂົ້າຮ່ວມພິທີມີຜູ້ຕາງໜ້າລັດຖະບານ ແລະ ສະພາແຫ່ງຊາດ ການາດາ, ຜູ້ຕາງໜ້າຫຼາຍອົງການຈັດຕັ້ງສາກົນ, ຄະນະທຸຕານຸທູດ, ພໍ່ແມ່ຊາວ ຫວຽດນາມ ອາໄສຢູ່ທີ່ນີ້.

ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ການາດາ ຟ້າມກາວຟອງ ເນັ້ນໜັກວ່າ: ດ້ວຍຄວາມຄາດຫວັງຢາກມີເອກະລາດ, ເສລີພາບ, ປະຊາຊົນ ຫວຽດນາມ ໝົດທຸກຄົນລ້ວນແຕ່ມີສັນຕິພາບ ແລະ ວັດທະນາຖາວອນ. ຫວຽດນາມ ພວມມຸ່ງໄປເຖິງອະນາຄົດດ້ວຍນະໂຍບາຍການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ, ຫັນການພົວພັນຕ່າງປະເທດເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ. ຫວຽດນາມ ແມ່ນເພື່ອນ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະ ແມ່ນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ປະຊາຄົມສາກົນ. ປະຊາຊົນ ຫວຽດນາມ ຕັດສິນໃຈປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນ, ສິດຕັດສິນດ້ວຍຕົນເອງຂອງປະຊາຊົນ ແລະ ສິດມີຄວາມຜາສຸກຂອງປະຊາຊົນແຕ່ລະຄົນ.

ທ່ານ Paul Troppoil, ຜູ້ຊ່ວຍວຽກຮອງລັດຖະມົນຕີການຕ່າງປະເທດ ການາດາ, ສະແດງຄວາມເຄົາລົບຕໍ່ໄລຍະທາງ 77 ປີຜ່ານມາຂອງ ຫວຽດນາມ, ບືນຕົວຂຶ້ນດ້ວຍທີ່ຕັ້ງແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດເຕີບໂຕໄວທີ່ສຸດໃນໂລກ. ພິເສດ, ທ່ານມີຄວາມປະເອີບໃຈວ່າ ຫວຽດນາມ ສາມາດກາຍເປັນຄູ່ຮ່ວມມືຍຸດທະສາດຂອງ ການາດາ ໃນອະນາຄົດ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.