ກຳປູເຈຍ - ລາວ - ຫວຽດນາມ ເພີ່ມທະວີການຮ່ວມມືຢູ່ເຂດສາມຫຼ່ຽມພັດທະນາ

01:34 | 25/10/2023

ກຳປູເຈຍ - ລາວ - ຫວຽດນາມ ເພີ່ມທະວີການຮ່ວມມືຢູ່ເຂດສາມຫຼ່ຽມພັດທະນາ

ການພົບປະເຈລະຈາເຫັນດີເປັນເອກະພາບກ່ຽວກັບແບບວິທີຮັບໃຊ້ໂຄງການພົບປະແລກປ່ຽນມິດຕະພາບດ້ານການປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ ການພົບປະເຈລະຈາເຫັນດີເປັນເອກະພາບກ່ຽວກັບແບບວິທີຮັບໃຊ້ໂຄງການພົບປະແລກປ່ຽນມິດຕະພາບດ້ານການປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ
ແຂວງ ກອມຕູມ ສສ.ຫວຽດນາມ ໄດ້ຈັດຕັ້ງພິທີໄວ້ອາໄລ ແລະ ປົງອັດຖິນັກຮົບ ແລະ ຜູ້ຊ່ຽວຊານ ຫວຽດນາມທີ່ເສຍສະຫຼະຊີວິດ ຢູ່ ລາວ ແລະ ກຳປູເຈຍ ຈຳນວນ 21 ຊຸດ ແຂວງ ກອມຕູມ ສສ.ຫວຽດນາມ ໄດ້ຈັດຕັ້ງພິທີໄວ້ອາໄລ ແລະ ປົງອັດຖິນັກຮົບ ແລະ ຜູ້ຊ່ຽວຊານ ຫວຽດນາມທີ່ເສຍສະຫຼະຊີວິດ ຢູ່ ລາວ ແລະ ກຳປູເຈຍ ຈຳນວນ 21 ຊຸດ

ວັນທີ 21 ຕຸລາ, ສະພາແຫ່ງຊາດກຳປູເຈຍ ໄດ້ລົງຂ່າວວ່າ ຄະນະຜູ້ແທນສະພາແຫ່ງຊາດ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ໄດ້ພ້ອມກັນໄປສຳຫຼວດພື້ນທີ່ຕົວຈິງບັນດາທ້ອງຖິ່ນໃນເຂດສາມຫຼ່ຽມພັດທະນາແຕ່ວັນທີ 17 – 21 ຕຸລາ 2023. ນີ້ແມ່ນການສຳຫຼວດຮ່ວມຄັ້ງທຳອິດລະຫວ່າງສະພາແຫ່ງຊາດຂອງ 3 ປະເທດ.

ບັນດາຜູ້ແທນໄດ້ປຶກສາຫາລືຢ່າງລະອຽດກ່ຽວກັບບັນດາການເຄື່ອນໄຫວຮ່ວມມືໃນການປະຕິບັດບັນດາສັນຍາ, ແຜນການເຄື່ອນໄຫວ ແລະໂຄງການຮ່ວມມືລວມທີ່ໄດ້ເຫັນດີເປັນເອກະພາບ ແລະລົງນາມແລ້ວ. ກ່ຽວກັບຂົງເຂດເສດຖະກິດ, ວັດທະນະທຳ - ສັງຄົມ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ສາທາລະນະ, ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ - ລາວ - ກຳປູເຈຍ ໄດ້ມີ 9 ຂໍ້ສະເໜີ ແລະມາດຕະການ, ໃນນັ້ນສະເໜີສະພາແຫ່ງຊາດບັນດາປະເທດສືບຕໍ່ຕິດຕາມ, ກວດກາການປະຕິບັດບັນດາຂໍ້ຕົກລົງ, ຂໍ້ລິເລີ່ມພັດທະນາທີ່ລັດຖະບານ ກຳປູເຈຍ - ລາວ - ຫວຽດນາມ (CLV) ໄດ້ເຫັນດີເປັນເອກະພາບ ແລະລົງນາມແລ້ວ.

ກຳປູເຈຍ - ລາວ - ຫວຽດນາມ ເພີ່ມທະວີການຮ່ວມມືຢູ່ເຂດສາມຫຼ່ຽມພັດທະນາ
ບັນຍາກາດທີ່ກອງປະຊຸມ. ພາບ: vov.vn

ທີສອງ, ສົ່ງເສີມບັນດາສະມາຊິກສະພາແຫ່ງຊາດຢູ່ບັນດາແຂວງໃນເຂດສາມຫຼ່ຽມພັດທະນາເພີ່ມທະວີການແລກປ່ຽນ, ຊີ້ນໍາ, ຄຸ້ມຄອງບັນດາບັນຫາທີ່ເກີດຂຶ້ນ, ສາມາດຍື່ນສະເໜີຕໍ່ສະພາແຫ່ງຊາດ ຫຼື ລັດຖະບານ CLV ພິຈາລະນາແກ້ໄຂ. ທີສາມ, ສົ່ງເສີມບັນດາອົງການນິຕິບັນຍັດ CLV ຊຸກຍູ້ການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ສາທາລະນະສຸກ, ການທ່ອງທ່ຽວ, ການສຶກສາ ແລະ ບຳລຸງສ້າງ,...

ທີສີ່, ສະເໜີໃຫ້ລັດຖະບານ CLV ສືບຕໍ່ນຳບັນດາຄາດໝາຍພັດທະນາເຂດສາມຫຼ່ຽມພັດທະນາເຂົ້າໃນແຜນພັດທະນາເສດຖະກິດ - ສັງຄົມຂອງຊາດ ແລະທ້ອງຖິ່ນ, ໃຫ້ບຸລິມະສິດແກ່ການແບ່ງປັນງົບປະມານແຫ່ງຊາດ. ທີຫ້າ, ສະເໜີແນະພັດທະນາພື້ນຖານໂຄງລ່າງເຂດຊາຍແດນບັນດາປະເທດ CLV.

ທີຫົກ, ພັດທະນາບັນດາແລວອະນຸລັກຮັກສາຊີວະນາໆພັນຢູ່ເຂດສາມຫຼ່ຽມພັດທະນາ ເພື່ອປົກປັກຮັກສາ, ອະນຸລັກຮັກສາ ແລະພັດທະນາລະບົບນິເວດທຳມະຊາດ ແລະຊີວະນາໆພັນ, ຊ່ວຍຮັບປະກັນຄວາມໝັ້ນຄົງ ແລະຄວາມຍືນຍົງດ້ານສະບຽງອາຫານ ແລະປົກປັກຮັກສາທຳມະຊາດ. ທີເຈັດ, ຊຸກຍູ້ການແລກປ່ຽນຄວາມຮູ້, ປະສົບການ ແລະທັກສະວິຊາຊີບ ເພື່ອໜູນຊ່ວຍພັດທະນາການສຶກສາ ແລະບຳລຸງສ້າງ, ວິທະຍາສາດ ແລະເຕັກໂນໂລຊີໃນຂົງເຂດທີ່ກ່ຽວຂ້ອງ, ພິເສດແມ່ນກະສິກຳ ແລະອຸດສາຫະກຳສະບຽງອາຫານ, ການຄ້າສະບຽງອາຫານ.

ທີແປດ, ສະເໜີໃຫ້ລັດຖະບານບັນດາປະເທດ CLV ໃຫ້ບຸລິມະສິດເຜີຍແຜ່ ແລະຍູ້ໄວການປະຕິບັດບັນດາຂໍ້ຕົກລົງ ແລະເອກະສານທີ່ໄດ້ລົງນາມແລ້ວ. ທີເກົ້າ, ສະເໜີໃຫ້ລັດຖະບານ CLV ສືບຕໍ່ຮ່ວມມືຄົ້ນຫາ ແລະສົ່ງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຂອງຫວຽດນາມ ໃນປາງສົງຄາມຍາດເອົາເອກະລາດ ແລະປົດປ່ອຍຊາດຢູ່ເຂດດິນແດນ 3 ປະເທດກັບເມືອປະເທດ.

ບູນມີ

ເຫດການ
302 Found

Found

The document has moved here.