ທ່ານນາງຮອງປະທານປະເທດ ຫວໍຖິ້ແອງຊວນ ໄດ້ຢ້ຽມຢາມ ແລະ ມອບຂອງຂວັນໃຫ້ປະຊາຊົນຢູ່ເມືອງ ຟອງໂຖ, ແຂວງລາຍເຈົາ.

16:29 | 27/12/2021

ຍສໝ - ຫວ່າງແລ້ວນີ້, ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຫວໍຖິ້ແອງຊວນ ໄດ້​ລົງ​ຢ້ຽມ​ຢາມ ແລະ ມອບ​ຂອງ​ຂວັນ​ໃຫ້​ປະ​ຊາ​ຊົນ​ຕາ​ແສງຊາຍແດນ ຢ່າວ​ຊານ, ເມືອງ ​ຟອງໂຖ, ​ແຂວງ​ລາຍ​ເຈົາ.

ທ່ານນາງຮອງປະທານປະເທດ ຫວໍທິແອງຊວນ ມອບຂອງຂວັນຫນູນຊ່ວຍວຽກງານປ້ອງກັນຕ້ານໂລກລະບາດຢູ່ແຂວງ ອານຢາງ ທ່ານນາງຮອງປະທານປະເທດ ຫວໍທິແອງຊວນ ມອບຂອງຂວັນຫນູນຊ່ວຍວຽກງານປ້ອງກັນຕ້ານໂລກລະບາດຢູ່ແຂວງ ອານຢາງ
ວັນບຸນວັດທະນະທຳຊົນເຜົ່າມົ້ງຄັ້ງທີ III ຈະດຳເນີນໃນເດືອນກັນຍາ 2021 ຢູ່ນະຄອນລາຍເຈົາ, ແຂວງລາຍເຈົາ ໂດຍມີການເຂົ້າຮ່ວມຂອງ 14 ແຂວງ ວັນບຸນວັດທະນະທຳຊົນເຜົ່າມົ້ງຄັ້ງທີ III ຈະດຳເນີນໃນເດືອນກັນຍາ 2021 ຢູ່ນະຄອນລາຍເຈົາ, ແຂວງລາຍເຈົາ ໂດຍມີການເຂົ້າຮ່ວມຂອງ 14 ແຂວງ
ທ່ານນາງຮອງປະທານປະເທດ ຫວໍຖິ້ແອງຊວນ  ໄດ້ຢ້ຽມຢາມ ແລະ ມອບຂອງຂວັນໃຫ້ປະຊາຊົນຢູ່ເມືອງ ຟອງໂຖ, ແຂວງລາຍເຈົາ.
ທ່ານນາງຮອງປະທານປະເທດ ຫວໍຖິ້ແອງຊວນ ໄດ້ຢ້ຽມຢາມ ແລະ ມອບຂອງຂວັນໃຫ້ປະຊາຊົນຢູ່ເມືອງ ຟອງໂຖ, ແຂວງລາຍເຈົາ. ພາບ: TTXVN

ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຮຽກຮ້ອງ​ໃຫ້​ບັນດາການນໍາທ້ອງ​ຖິ່ນ​ເອົາ​ໃຈ​ໃສ່ ​ແລະ ເບິ່ງແຍງດູແລ​ເຖິງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນໃຫ້ຫຼາຍກວ່່າອີກ; ພ້ອມ​ກັນ​ນັ້ນ ກໍ​ເຊື່ອ​ໝັ້ນ​ໃນ​ຄວາມ​ສາມັກຄີ, ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ປະຊາຊົນ​ບັນດາ​ເຜົ່າ​ໃນ​ການ​ສ້າງສາ​ບ້ານ​ເກີດ​ເມືອງ​ນອນ, ປ້ອງ​ກັນ​ຊາຍແດນປະ​ເທດ​ຊາດ​ຢ່າງ​ໝັ້ນຄົງ.

ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫວໍຖິ້ແອງຊວນ ​ໄດ້​ມອບ​ເງິນ​ຈຳນວນ 200 ລ້ານ​ດົ່ງ​ໃຫ້​ເດັກນ້ອຍ​ດ້ອຍ​ໂອກາດ​ຢູ່​ແຂວງ ລາຍ​ເຈົາ, ​ເຮືອນເອື້ອອາທອນ 10 ​ຫຼັງ ໃຫ້ແກ່ ​ເມືອງ ຟອງໂຖ ​ແລະ ຂອງຂວັນ​ຈຳນວນ​ໜຶ່ງ​ໃຫ້​ບັນດາ​ຄອບຄົວ​ທີ່ປະສົບກັບຄວາມຫຍຸ້ງຍາກ ​ແລະ ບັນດານ້ອງ​ນັກຮຽນ…

ໂດຍໄປຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ປ້ອມ​ປ້ອງ​ກັນ​ຊາຍ​ແດນ ຢ່າວ​ຊານ, ​ເມືອງຟອງໂຖ, ທ່ານ​ຮອງ​ປະທານ​ປະ​ເທດ ​ໄດ້​ຮັບຮູ້ບັນດາ​ໝາກຜົນ​ທີ່​​ທະຫານ​ປ້ອງ​ກັນ​ຊາຍແດນລາຍ​ເຈົາ ບັນລຸ​ໄດ້, ປົກປັກຮັກສາ​ອະທິປະ​ໄຕ​ເຂດ​ຊາຍ​ແດນ​ແຫ່ງ​ຊາດ​ຢ່າງ​ໝັ້ນຄົງ, ຮັກສາ​ຄວາມ​ສະຫງົບ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍກໍ່ຄື ​ປະສິດທິ​ຜົນໃນການປ້ອງກັນ ແລະ ຄວບຄຸມ COVID-19 ຢູ່ ບໍລິເວນ.

ໄຊພອນ

ເຫດການ
302 Found

Found

The document has moved here.