ງານບຸນອອກແບບປະດິດຄິດສ້າງ ຮ່າໂນ້ຍ 2023: ປຸກລະດົມມໍລະດົກອຸດສາຫະກຳ

15:49 | 15/11/2023

ຍສໝ - ງານບຸນອອກແບບປະດິດຄິດສ້າງ ຮ່າໂນ້ຍ 2023 ໄດ້ສົ່ງ​ຂໍ້​ຄວາມ​​ວ່າ: ການ​ອອກ​ແບບ​ປະດິດ​ສ້າງ - ປຸກ​ລະ​ດົມ​ມໍລະດົກ​ອຸດສາຫະກຳ, ຊ່ວຍ​ຫັນ​ບັນດາ​ໂຮງງານ ​ແລະ ຄັງ​ສິນຄ້າ​ໃຫ້​ກາຍ​ເປັນ​ສະຖານ​ທີ່​ປະດິດ​ສ້າງ, ສວຍ​ງາມ.

ຮ່າໂນ້ຍ ໄດ້ຮັບລາງວັນ “ດາລາໃນການອາຫານ” ຂອງອາຊີ ຮ່າໂນ້ຍ ໄດ້ຮັບລາງວັນ “ດາລາໃນການອາຫານ” ຂອງອາຊີ
ງານບຸນປື້ມ ຮ່າໂນ້ຍ ຄັ້ງທີ 8 ປີ 2023: “ສົ່ງເສີມພູມປັນຍາ - ສ້າງສາອະນາຄົດ” ງານບຸນປື້ມ ຮ່າໂນ້ຍ ຄັ້ງທີ 8 ປີ 2023: “ສົ່ງເສີມພູມປັນຍາ - ສ້າງສາອະນາຄົດ”

ໃນຕອນເຊົ້າວັນທີ 13 ພະຈິກ, ພະແນກວັດທະນະທຳ ແລະ ກິລາ ຮ່າໂນ້ຍ ໄດ້ສົມທົບກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງຈັດຕັ້ງກອງປະຊຸມຖະແຫຼງຂ່າວກ່ຽວກັບການເຄື່ອນໄຫວຂອງງານບຸນອອກແບບສ້າງສັນຮ່າໂນ້ຍ 2023.

ງານ​ບຸນ​ປີ​ນີ້​ມີ​ຫົວ​ຂໍ້ “​ໄຫຼ​ເຂົ້າ” ​ໂດຍ​ສຸມ​ໃສ່ 3 ​ເສົາ​ຄ້ຳ​ຕົ້ນຕໍ​ຄື: ການ​ອອກ​ແບບ, ປະຊາ​ຄົມ ​ແລະ ຄວາມ​ປະດິດຄິດສ້າງ; ມຸ່ງ​ໄປ​ເຖິງ​ສາຍ​ເລືອດ​ຊີ​ວິດ​ເຊື່ອມ​ຕໍ່​ຄຸນ​ຄ່າ​ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ, ເສດ​ຖະ​ກິດ ແລະ ສັງ​ຄົມ​ຂອງ​ນະ​ຄອນຫຼວງ.

ງານບຸນອອກແບບປະດິດຄິດສ້າງ ຮ່າໂນ້ຍ 2023: ປຸກລະດົມມໍລະດົກອຸດສາຫະກຳ

ງານບຸນອອກແບບປະດິດຄິດສ້າງຮ່າໂນ້ຍ ປີ 2023 ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 17 – 26 ພະຈິກ. ງານບຸນຈະມີກ່ວາ 60 ການເຄື່ອນໄຫວວັດທະນະທຳດ້ວຍ 4 ກິດຈະກຳແນະນຳສະຖາປັດຕະຍາກຳ, ດຶງດູດການເຂົ້າຮ່ວມຂອງກ່ວາ 200 ຫົວໜ່ວຍ, ນັກປະດິດຄິດສ້າງ ແລະ ບັນດານັກສິລະປະການໃນຫຼາຍຂົງເຂດ. ໃນຂອບເຂດລາຍການ, ມີກອງປະຊຸມສຳມະນາ, ການໂອ້ລົມສົນທະນາ ແລະ ການວາງສະແດງຕ່າງໆໄດ້ຮັບການຈັດຂຶ້ນ. ພິເສດ, ງານບຸນປີນີ້ຈະມີ 9 ການເຄື່ອນໄຫວແນະນຳສິລະປະ, ບັນດາເຫດການວົງຄະນະຍາດ, ງານຕະຫຼາດນັດປະດິດຄິດສ້າງ ເຊິ່ງຈະໄດ້ຮັບການຈັດຂຶ້ນຢູ່ສະຖານທີ່ຕົ້ນຕໍຂອງງານບຸນນັ້ນແມ່ນໂຮງງານລົດໄຟ ຢາເລີມ, ທາດ ຮ່າງເດົາ ແລະ ສວນສາທາລະນະ ວ້ານຊວັນ; ສະຖານີ ລົດໄຟ ລອງບຽນ ແລະ ຢາເລີມ, ພ້ອມກັບບັນດາການເຄື່ອນໄຫວ, ເຫດການວັດທະນະທຳໃນບໍລິເວນບັນດາເມືອງ, ເທດສະບານຢູ່ຮ່າໂນ້ຍ. ກ່າວຄຳເຫັນທີ່ການຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 13 ພະຈິກ, ຢູ່ຮ່າໂນ້ຍ, ທ່ານ ໂດ໊ດິ່ງຮົ່ງ, ຫົວໜ້າພະແນກວັດທະນະທຳ ແລະ ກິລາ ຮ່າໂນ້ຍ ໃຫ້ຮູ້ວ່າ:

“ພວກເຮົາມີຊັບພະຍາກອນກ່ຽວກັບມໍລະດົກວັດທະນະທຳອັນໃຫຍ່ຫຼວງ. ນະຄອນຫຼວງ ຮ່າໂນ້ຍ ມີປູຊະນີຍະສະຖານກ່ວາ 5.900 ແຫ່ງ, ມໍລະດົກວັດທະນະທະບໍ່ເປັນວັດຖຸ 1.793 ແຫ່ງ ແລະ ພິເສດ, ມີກ່ວາ 1.200 ງານບຸນ ແລະ 1.350 ໝູ່ບ້ານອາຊີບ. ຫັດຖະກຳອາດເວົ້າໄດ້ວ່າ ແຫຼ່ງຊັບພະຍາກອນຂອງນະຄອນຫຼວງຮ່າໂນ້ຍ ແມ່ນໃຫຍ່ຫຼວງຫຼາຍ. ດັ່ງນັ້ນ, ງານບຸນອອກແບບປະດິດຄິດສ້າງຕ້ອງໄດ້ຂຸດຄົ້ນ ແລະ ເສີມຂະຫຍາຍຢ່າງສູງສຸດ”.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.