ຫຼາຍກິດຈະກໍາທີ່ຈັບອົກຈັບໃຈທີ່ "ສະຖານທີ່ປຶ້ມພາສາຝຣັ່ງ"

00:00 | 15/11/2023

ຫຼາຍກິດຈະກໍາທີ່ຈັບອົກຈັບໃຈທີ່ "ສະຖານທີ່ປຶ້ມພາສາຝຣັ່ງ"

ໝາກທຸລຽນ:  ປະເພດສິນຄ້າຮັບເງິນຕາຕ່າງປະເທດຫຼາຍທີ່ສຸດຂອງຂະແໜງຜັກ ແລະ ໝາກໄມ້ຫວຽດນາມ ໃນ 9 ເດືອນຕົ້ນປີ ໝາກທຸລຽນ: ປະເພດສິນຄ້າຮັບເງິນຕາຕ່າງປະເທດຫຼາຍທີ່ສຸດຂອງຂະແໜງຜັກ ແລະ ໝາກໄມ້ຫວຽດນາມ ໃນ 9 ເດືອນຕົ້ນປີ
ສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງ ດົ່ງນາຍ: ຫຼາຍກິດຈະກຳທີ່ແທດຈິງເພື່ອເພີ່ມພູນຄູນສ້າງນ້ຳໃຈມິດຕະພາບ ສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງ ດົ່ງນາຍ: ຫຼາຍກິດຈະກຳທີ່ແທດຈິງເພື່ອເພີ່ມພູນຄູນສ້າງນ້ຳໃຈມິດຕະພາບ

ຫວ່າງແລ້ວນີ້, ຫໍສະໝຸດແຫ່ງຊາດຫວຽດນາມ ແລະ ອົງການຝລັ່ງໂກໂຟນີ ສາກົນໄດ້ສົມທົບກັບຫໍສະໝຸດນະຄອນ ເກີນເທີ ໄດ້ຈັດຕັ້ງການເຄື່ອນໄຫວ “ສະຖານທີ່ປຶ້ມພາສາຝຣັ່ງ” ດ້ວຍຫົວຂໍ້ວ່າ “ຂ້ອຍອ່ານປຶ້ມເປັນພາສາຝຣັ່ງ”.

ຫຼາຍກິດຈະກໍາທີ່ຈັບອົກຈັບໃຈທີ່ "ສະຖານທີ່ປຶ້ມພາສາຝຣັ່ງ"

“ສະຖານຍທີ່ປຶ້ມພາສາຝຣັ່ງ” ຢູ່ຫໍສະໝຸດນະຄອນເກີນເທີ. ພາບ: TTXVN

ໃນຂອບເຂດຂອງໂຄງການ, ນັກຮຽນຈາກບັນດາໂຮງຮຽນຄື: ໂຮງຮຽນມັດທະຍົມຕອນຕົ້ນ ດ່ວານທິດ່ຽມ, ໂຮງຮຽນມັດທະຍົມຕອນຕົ້ນ ເລືອງເທວິງ (ເມືອງ ນິງກ່ຽວ) ແລະ ໂຮງຮຽນມັດທະຍົມຕອນຕົ້ນ ບິ່ງຖຸຍ (ເມືອງ ບິ່ງຖຸຍ) ໄດ້ເຂົ້າຮ່ວມລາຍການ ແຂ່ງຂັນເລົ່າເລື່ອງປຶ້ມ” ໄດ້ແນະນຳເປັນພາສາຝຣັ່ງ ກ່ຽວກັບປຶ້ມຝຣັ່ງທີ່ຕົນເອງມັກ. ນັກຮຽນຈຳນວນຫຼວງຫຼາຍ ມາຈາກໂຮງຮຽນຄື: ໂຮງຮຽນປະຖົມ ໂງກວ່ຽນ, ໂຮງຮຽນປະຖົມ ມາກດິງຈີ, ໂຮງຮຽນປະຖົມ ເຈີ່ນກວກຕວານ (ເມືອງ ນິງກ່ຽວ) ໄດ້ເຂົ້າຮ່ວມ “ທວາຍຖາມ-ຕອບ”... ບັນດາກິດຈະກຳທີ່ສ້າງຄວາມຈັບອົກຈັບໃຈໃຫ້ແກ່ນັກຮຽນທີ່ຮຽນພາສາຝຣັ່ງ.

ໂຄງການ "ສະຖານທີ່ປຶ້ມພາສາຝຣັ່ງ" ໄດ້, ຫໍສະໝຸດແຫ່ງຊາດຫວຽດນາມ ແລະ ອົງການຝລັ່ງໂກໂຟນີ ສາກົນໄດ້ສົມທົບກັບຫໍສະໝຸດນະຄອນ ເກີນເທີຈັດຕັ້ງແຕ່ເດືອນພະຈິກ 2022. ພາຍຫຼັງ 1 ປີແຫ່ງການເຄື່ອນໄຫວ, ສະຖານທີ່ໄດ້ປະກອບສ່ວນເພີ່ມທະວີແຫຼ່ງເອົກະສານວັນນະຄະດີຕ່າງປະເທດ, ພ້ອມທັງຊ່ວຍໃຫ້ຜູ້ອ່ານໃນນະຄອນໄດ້ເຂົ້າເຖິງບັນດາຂົງເຂດຊີວິດສັງຄົມກໍ່ຄືລັກສະນະວັດທະນະທຳຝຣັ່ງ, ຮັບໃຊ້ວຽກງານຄົ້ນຄ້ວາ, ຮ່ຳຮຽນ ແລະ ພັດທະນາຕົນເອງ, ໂດຍສະເພາະແມ່ນນັກຮຽນ, ນັກສຶກສາ.

ຫໍສະໝຸດນະຄອນເກີນເທີ ແມ່ນໜຶ່ງໃນ 9 ຫໍສະໝຸດສາທາລະນະຂອງຫວຽດນາມ ທີ່ມີ “ສະຖານຍທີ່ປຶ້ມພາສາຝຣັ່ງ”. ນີ້ແມ່ນໂຄງການເພື່ອຊ່ວຍໃຫ້ຜູ້ອ່ານໄດ້ຮັບຄວາມຮູ້ເປັນພາສາຝຣັ່ງ ໂດຍອົງການຝລັ່ງໂກໂຟນີ ສາກົນແລະ ສົມທົບກັບຫໍສະໝຸດແຫ່ງຊາດ ຫວຽດນາມ.

ບູນມີ

ເຫດການ
302 Found

Found

The document has moved here.