ຜູ້​ຊ່ຽວຊານ ຊວ່າຍາ ດີວາ (Surya Deva): ຫວຽດນາມ ບັນລຸ​ໄດ້​ຄວາມ​ກ້າວ​ໜ້າ​ທີ່​ໜ້າ​ປະ​ທັບ​ໃຈ​ໃນ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ຫຼາຍ​ດ້ານ

09:38 | 20/11/2023

ຍສໝ - ສິ້ນ​ສຸດ​ການ​ຢ້ຽມຢາມຫວຽດນາມ ເປັນ​ເວລາ 10 ວັນ , ຜູ້​ລາຍ​ງານ​ພິ​ເສດຂອງ​ສະຫະ​ປະຊາ​ຊາດ ​ກ່ຽວ​ກັບສິດ​ພັດທະນາ, ທ່ານ ຊວ່າຢາ ດີວາ (Surya Deva) ​ໄດ້​ຍ້ອງຍໍບັນດາຄວາມ​ມານະ​ພະຍາຍາມ​ຂອງ​ລັດຖະບານ ຫວຽດນາມ ​ໃນ​ການຈັດຕັ້ງປະຕິບັດວຽກງານຫລຸດຜ່ອນ​ຄວາມທຸກ​ຍາກ, ສ້າງ​ວຽກ​ເຮັດ​ງານ​ທຳ ​ແລະ ​ເພີ່ມການຄ້ຳ​​ປະກັນ​ສັງຄົມ.

ຫວຽດນາມ​ ມີ​ຄວາມ​ສາມາດ​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ຕະຫຼາດ​ທີ່​ເຕີບ​ໂຕ​ໄວ​ທີ່​ສຸດ​ຢູ່​ອາຊີ
ຫວຽດນາມ - ອີຣານ ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ - ການ​ຄ້າ ​ແມ່ນ​ບຸລິມະສິດ​ໃຈກາງ​ໃນ​ການ​ພົວພັນ​ສອງ​ຝ່າຍ

ຜູ້​ຊ່ຽວຊານ ຊວ່າຍາ ດີວາ (Surya Deva): ຫວຽດນາມ ບັນລຸ​ໄດ້​ຄວາມ​ກ້າວ​ໜ້າທີ່​ໜ້າ​ປະ​ທັບ​ໃຈໃນ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ຫຼາຍ​ດ້ານ

ສິ້ນ​ສຸດ​ການ​ຢ້ຽມຢາມຫວຽດນາມ ເປັນ​ເວລາ 10 ວັນ , ຜູ້​ລາຍ​ງານ​ພິ​ເສດຂອງ​ສະຫະ​ປະຊາ​ຊາດ ​ກ່ຽວ​ກັບສິດ​ພັດທະນາ, ທ່ານ ຊວ່າຢາ ດີວາ (Surya Deva) ​ໄດ້​ຍ້ອງຍໍບັນດາຄວາມ​ມານະ​ພະຍາຍາມ​ຂອງ​ລັດຖະບານ ຫວຽດນາມ ​ໃນ​ການຈັດຕັ້ງປະຕິບັດວຽກງານຫລຸດຜ່ອນ​ຄວາມທຸກ​ຍາກ, ສ້າງ​ວຽກ​ເຮັດ​ງານ​ທຳ ​ແລະ ​ເພີ່ມການຄ້ຳ​​ປະກັນ​ສັງຄົມ.

ທີ່​ການ​ຖະແຫຼງຂ່າວ​ໃນ​ວັນ​ທີ 15 ພະຈິກ​ນີ້, ຢູ່​ຮ່າ​ໂນ້ຍ, ທ່ານ ຊວ່າຢາ ດີວາ ​ໃຫ້​ຮູ້​ວ່າ: ​ເຖິງ​ວ່າ​ຈະ​ໄດ້​ຮັບ​ຜົນ​ກະທົບ​ທາງ​ລົບ ​ຈາກ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ແລະ ບັນດາການຂັດແຍ່ງຕ່າງໆກໍ່ຕາມ, ​ແຕ່​ຫວຽດນາມ​ ຍັງ​ບັນລຸ​ໄດ້ຄວາມ​ກ້າວໜ້າທີ່​ໜ້າ​ປະ​ທັບ​ໃຈ​ໃນ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ຫຼາຍ​ດ້ານ.

ຫວຽດນາມ ກຳລັງ​ບັນລຸໄດ້ບັນດາ​ຄວາມກ້າວ​ໜ້າໃນ​ການ​ປະຕິບັດ​ບັນດາ​ເປົ້າ​ໝາຍການ​ພັດທະນາ​ແບບ​ຍືນ​ຍົງ (SDGs) ​ແລະ ຫຼຸດຜ່ອນ​ການ​ປ່ອຍ​ອາຍ​ພິດ ​ເພື່ອ​ຕອບສະໜອງໄດ້​ຕາມຄຳໝັ້ນສັນຍາໃນການ​ບັນລຸ​ການ​ປ່ອຍ​ອາຍ​ພິດລົງເທົ່າ 0 ​​ໃນ​ປີ 2050.

Ông Surya Deva công bố báo cáo sơ bộ về chuyến công tác và làm việc tại Việt Nam. (Ảnh: Báo Nhân Dân) ທ່ານ ຊວ່າຢາ ດີວາ  ປະກາດ ລາຍງານ ເບື້ອງຕົ້ນ ກ່ຽວກັບການເດີນທາງໄປປະຕິບັດໜ້າທີ່ຢູ່ຫວຽດນາມ. (ພາບ: ໜັງສືພິມ ເຍີນເຊີ່ນ)
ທ່ານ ຊວ່າຢາ ດີວາ ປະກາດບົດລາຍງານ ເບື້ອງຕົ້ນ ກ່ຽວກັບການເດີນທາງໄປປະຕິບັດໜ້າທີ່ຢູ່ຫວຽດນາມ. (ພາບ: ໜັງສືພິມ ເຍີນເຊີ່ນ)

ທ່ານ ຊວ່າຢາ ດີວາ ໄດ້ເນັ້ນໜັກ 3 ສິ່ງທ້າທາຍໃນປັດຈຸບັນ, ນັ້ນກໍ່ແມ່ນວິວັດການ, ການເຂົ້າຮ່ວມ ແລະ ດາວເຄາະ. ລັດຖະບານຫວຽດນາມ ຕ້ອງປັບປຸງວິວັດການ ອະນຸມັດໃຫ້ ບັນດາໂຄງການປະຈຸບັນ, ໃນນັ້ນ ມີບັນດາໂຄງການຂອງບັນດາຄູ່ຮ່ວມມືພັດທະນາ ແລະ ອົງການທີ່ບໍ່ຂຶ້ນກັບລັດຖະບານສາກົນ ທີ່ໄດ້ໃຫ້ການຊ່ວຍເຫຼືອ, ແນໃສ່ປະຕິບັດບັນດາເປົ້າໝາຍ SDGs ເພື່ອຮັບປະກັນໃຫ້ບັນດາຜູ້ທີ່ຕ້ອງການຮັບການຊ່ວຍເຫຼືອ ຢູ່ບັນດາແຂວງ, ນະຄອນ ໄດ້ຮັບຜົນປະໂຫຍດຫຼາຍກວ່າອີກ.

ກ່າວ​ຄຳ​ເຫັນກ່ຽວ​ກັບສະພາບຄວາມ​ສ່ຽງ​ຂອງ​ຫວຽດນາມ ຕໍ່ກັບ​​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ນັກຂ່າວ​ລາຍ​ງານ​ພິ​ເສດຂອງ​ສະຫະ​ປະຊາ​ຊາດ​ໃຫ້​ຮູ້​ວ່າ: ລັດຖະບານ, ບັນດາອົງການ​ສະຫະ​ປະຊາ​ຊາດ, ບັນດາຄູ່​ຮ່ວມ​ມື​ພັດທະນາ, ທຸລະກິດ ​ແລະ ອົງການທີ່ບໍ່ຂຶ້ນກັບລັດຖະບານ ຕ້ອງ​ສົມທົບ​ກັນ​ ເພື່ອ​ສະກັດ​ກັ້ນ​ວິ​ກິດ​ການ​ທີ່​ອາດ​ຈະ​ເກີດ​ຂຶ້ນ.

ທ່ານ ກ່າວວ່າ: “ເພື່ອ​ຮັບ​ປະ​ກັນ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ລັດ​ຖະ​ບານ​ຕ້ອງມີການກະທຳຫຼາຍ​ກວ່າ​ເກົ່າ ​ເພື່ອ​ຮັບ​ມື​ກັບ​ວິ​ກິດ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ ແລະ ການ​ສູນ​ເສຍ​ຊີ​ວະ​ນາໆ​ພັນ. ຕ້ອງນຳໃຊ້ບັນດາວິ​ທີ​ການເຂົ້າເຖິງການ​ພັດ​ທະ​ນາ​ແບບ​ມີ​ສ່ວນ​ຮ່ວມ​ທີ່​ແທ້​ຈິງ ​ໃນນັ້ນ ປະສົມປະສານບັນດາຫຼັກການ:​ ລັກສະນະເຊື່ອມຕໍ່ແຕ່ລະຊັ້ນຄົນ, ຄວາມ​ສະ​ເໝີ​ພາບ ​ລະຫວ່າງ​ ບັນດາຄົນແຕ່ລະຮຸ້ນ, ຄວາມ​ຍຸດ​ຕິ​ທຳ​ແບບ​ແຜ່​ກະ​ຈາຍ ແລະ​ ສິດໃນການ​ຕັດ​ສິນ​ດ້ວຍ​ຕົນ​ເອງ, ​ເພື່ອ​ບັນ​ລຸ​ການ​ຫັນ​ປ່ຽນຄວາມສະເໝີພາບ ມາເປັນ​ເສດ​ຖະ​ກິດສີ​ຂຽວ.

ການລາຍການອັນລະອຽດຂອງນັກຂ່າວ​ພິ​ເສດ ຊວ່າຢາ ດີວາ (Surya Deva) ​ກ່ຽວ​ກັບ​ການ​ຢ້ຽມຢາມ ​ແລະ ​ຂໍ້​ສະ​ເໜີ​ແນະ​ ຂອງ​ທ່ານ​ ຈະໄດ້​ນຳ​ສະ​ເໜີ​ຕໍ່​ສະພາ​ສິດທິ​ມະນຸດ ​ໃນ​ເດືອນ​ກັນຍາ 2024.

ຊ ສະຫວັດ

ເຫດການ