ຊອກຮູ້ກ່ຽວກັບຮູບແບບລ້ຽງຊີບຂອງບັນດາເປົ້າໝາຍທີ່ໄດ້ຮັບຜົນປະໂຫຍດຈາກໂຄງການ UN WOMEN

00:00 | 17/11/2023

ຍສໝ - ຕອນທ່ຽງວັນທີ 16 ພະຈິກ, ທ່ານນາງ Cherie Russell - ທີ່ປຶກສາທູດການຮ່ວມມືພັດທະນາ, ສະຖານທູດອົດສະຕາລີ ປະຈຳ ຫວຽດນາມ ໄດ້ນຳໜ້າຄະນະໄປຢ້ຽມຢາມ ແລະ ສຳຫຼວດຜູ້ໄດ້ຮັບຜົນປະໂຫຍດ 2 ຄົນຈາກໂຄງການ “ຮັບມືສຸກເສີນ ແລະ ການໜູນຊ່ວຍຟື້ນຟູໃຫ້ແກ່ແມ່ຍິງທີ່ມີຄວາມສ່ຽງຖືກໃຊ້ຄວາມຮຸນແຮງ ເຊິ່ງສົ່ງຜົນສະທ້ອນຢ່າງໜັກໜ່ວງຈາກກະແສ​ໂລກ​ລະ​ບາດ Covid-19 ຮອບ​ທີ 4 ຢູ່​ແຂວງ ຕຽນຢາງ” (ເອີ້ນ​ວ່າ​ໂຄງ​ການ UN WOEN) ໂດຍ​ລັດ​ຖະ​ບານ ອົດ​ສະ​ຕາ​ລີ ອຸປະຖຳຜັນ​ຂະ​ຫຍາຍ​ຢູ່ບໍລິເວນແຂວງ ຕຽນຢ່າງ.

UN Women ໜູນ​ຊ່ວຍ​ເງິນ​ສົດ​ໃຫ້​ແກ່ 315 ຄອບ​ຄົວ​ຢູ່​ກ໋​ວາງ​ຈິ ເພື່ອ​ລົງ​ທຶນ​ຫາ​ເງິນ​ລ້ຽງ​ຊີບ UN Women ໜູນ​ຊ່ວຍ​ເງິນ​ສົດ​ໃຫ້​ແກ່ 315 ຄອບ​ຄົວ​ຢູ່​ກ໋​ວາງ​ຈິ ເພື່ອ​ລົງ​ທຶນ​ຫາ​ເງິນ​ລ້ຽງ​ຊີບ
ຮ້ານອາຫານຄົວລາວ ໄດ້ຮັບລາງວັນ Women 2020 ASEAN Award ຮ້ານອາຫານຄົວລາວ ໄດ້ຮັບລາງວັນ Women 2020 ASEAN Award

ໄປ​ພ້ອມກັບ​ຄະນະ​ມີ​ທ່ານ​ນາງ ເທີນທິທຽນເຮື່ອງ, ຊ່ຽວຊານ​ດ້ານ​ເພດ, ສະຖານທູດ​ອົດ​ສະ​ຕາ​ລີ ປະຈຳ ຫວຽດນາມ; ທ່ານ​ນາງ Caroline T.Nyamayemombe, ຫົວໜ້າຄະນະ​ຜູ້​ຕາງ​ໜ້າອົງການ UN WOMEN ປະຈຳ ຫວຽດນາມ; ທ່ານ​ນາງ​ຮອງ​ປະທານ​ສະຫະພັນ​ແມ່ຍິງ​ແຂວງ ຕຽນ​ຢາງ ດັ້ງ​ທິ​ງອກ​ຢຽບ ​ແລະ ພະນັກງານ​ຂອງ​ສະຫະພັນ​ແມ່ຍິງ​ແຂວງ ຕຽນ​ຢາງ.

ຊອກຮູ້ກ່ຽວກັບຮູບແບບລ້ຽງຊີບຂອງບັນດາເປົ້າໝາຍທີ່ໄດ້ຮັບຜົນປະໂຫຍດຈາກໂຄງການ UN WOMEN
ຄະນະ​ໄດ້​ໄປ​ຢ້ຽມຢາມ​ຄອບຄົວ​ຂອງ​ທ່ານ​ນາງ ​ເລ​ກິມ​ຕຽນ, ​ບ້ານ​ໂລະງາງ, ຕາ​ແສງ ບິ່ງ​ດຶກ

ຕາມ​ນັ້ນ​ແລ້ວ, ຄະນະ​ໄດ້​ໄປ​ຢ້ຽມຢາມ​ຄອບຄົວ​ຂອງ​ທ່ານ​ນາງ ​ເລ​ກິມ​ຕຽນ, ​ບ້ານ​ໂລະງາງ, ຕາ​ແສງ ບິ່ງ​ດຶກ ​ແລະ ຄອບຄົວ​ຂອງ​ທ່ານ​ນາງ ຫງວຽນ​ທິກິມ​ເຟືອງ, ​ບ້ານ ໝີຟູ໋, ຕາ​ແສງ ຊອງທວນ, ​ເມືອງ ເຈົາເເທ່ງ. ຄະນະ​ຜູ້​ແທນ​ໄດ້​ຊອກຮູ້​ສະພາບ​ການ, ຮູບ​ແບບ​ລ້ຽງຊີບ ແລະ ຂະບວນວິວັດການ​ນຳ​ໃຊ້ແຫຼ່ງ​ທຶນ​​ຈາກ​ໂຄງການ​ UN WOMEN ທີ່ອຸປະຖຳ.

ຊອກຮູ້ກ່ຽວກັບຮູບແບບລ້ຽງຊີບຂອງບັນດາເປົ້າໝາຍທີ່ໄດ້ຮັບຜົນປະໂຫຍດຈາກໂຄງການ UN WOMEN
ຄະນະ​ໄດ້​ໄປ​ຢ້ຽມຢາມ​ຄອບຄົວ​ຂອງ​ທ່ານ​ນາງ ຫງວຽນ​ທິກິມ​ເຟືອງ, ​ບ້ານ ໝີຟູ໋, ຕາ​ແສງ ຊອງທວນ, ​ເມືອງ ເຈົາເເທ່ງ

ທ່ານ ນາງ Cherie Russell ແລະ ທ່ານນາງ Caroline T.Nyamayemombe ລ້ວນແຕ່ດີໃຈຫຼາຍທີ່ຜູ້ໄດ້ຮັບຜົນປະໂຫຍດຈາກໂຄງການ UN WOMEN ໄດ້ນຳໃຊ້ແຫຼ່ງທຶນທີ່ໄດ້ຮັບມາລ້ຽງຊີບຕາມຈຸດປະສົງທີ່ຖືກຕ້ອງ; ຄວາມຕັ້ງໝັ້ນ ແລະ ມານະຈິດຂອງແມ່ຍິງເພື່ອຜ່ານຜ່າຄວາມຫຍຸ້ງຍາກ ແລະ ບືນຕົວຂຶ້ນ. ບັນດາ​ສະມາຊິກ​ໃນ​ຄະນະ​ລ້ວນ​ແຕ່​ເຊື່ອ​ໝັ້ນ​ວ່າ ດ້ວຍ​ແຫຼ່ງທຶນ​ໜູນ​ຊ່ວຍ, ຄວາມ​ຮູ້​ກ່ຽວ​ກັບ​ການ​ລ້ຽງສັດ, ປູກຝັງ, ຄຸ້ມ​ຄອງ​​ແຫຼ່ງທຶນ​ທີ່​ໄດ້​ຮັບ​ການ​ຝຶກ​ອົບຮົມ, ບັນດາ​ເປົ້າໝາຍ​ຈະ​ພັດທະນາ​ຕາມຮູບແບບລ້ຽງຊີບ​ຢ່າງ​ມີ​ປະສິດທິ​ຜົນ, ຊ່ວຍ​ພັດທະນາ​ເສດຖະກິດ​ຄອບຄົວ, ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ​ແລະ ບືນຕົວຂຶ້ນ...

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.