ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ (ADMM) ຄັ້ງທີ 17 ສຳເລັດຜົນຢ່າງຈົບງາມ

13:44 | 16/11/2023

ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ (ADMM) ຄັ້ງທີ 17 ສຳເລັດຜົນຢ່າງຈົບງາມ

ADMM ເເມ່ນເວທີທີ່ຊ່ວຍເຫຼືອບັນດາປະເທດອາຊຽນເຈລະຈາຢ່າງມີປະສິດທິຜົນສຳລັບບັນຫາປ້ອງກັນປະເທດ-ຄວາມສະຫງົບ ໃນພາກພື້ນ ແລະ ທົ່ວໂລກ ADMM ເເມ່ນເວທີທີ່ຊ່ວຍເຫຼືອບັນດາປະເທດອາຊຽນເຈລະຈາຢ່າງມີປະສິດທິຜົນສຳລັບບັນຫາປ້ອງກັນປະເທດ-ຄວາມສະຫງົບ ໃນພາກພື້ນ ແລະ ທົ່ວໂລກ
ຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມ ເຂົ້າຮ່ວມ ADMM ວົງແຄບ, ADMM+ ຄັ້ງທີ 6 ຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມ ເຂົ້າຮ່ວມ ADMM ວົງແຄບ, ADMM+ ຄັ້ງທີ 6

ວັນທີ 15 ພະຈິກ, ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ (ADMM) ຄັ້ງທີ 17 ໄດ້ຈັດຕັ້ງຢ່າງສຳເລັດຜົນຢູ່ນະຄອນຫຼວງຈາກາຕາ, ປະເທດອິນໂດເນເຊຍ ໂດຍໄດ້ຮັບຮອງເອົາຖະແຫຼງການຮ່ວມເພື່ອສັນຕິພາບ, ວັດທະນາຖາວອນ ແລະຄວາມໝັ້ນຄົງ.

ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ນໍາໂດຍທ່ານພົນເອກ ຟານວັນຢາງ, ກຳມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ໄດ້ເປັນເຈົ້າການປະກອບສ່ວນເຂົ້າໃນຜົນສໍາເລັດຂອງກອງປະຊຸມ ADMM-17 ໃນຄັ້ງນີ້ຢ່າງມີຄວາມຮັບຜິດຊອບ.

ກ່າວປາໄສໄຂກອງປະຊຸມ, ທ່ານ Prabowo Subianto ລັດຖະມົນຕີກະຊວງປ້ອງກັນປະເທດອິນໂດເນເຊຍ, ປະທານ ADMM ເນັ້ນໜັກວ່າ: ສັນຕິພາບ ແລະຄວາມໝັ້ນຄົງແມ່ນພື້ນຖານ ເພື່ອພັດທະນາເສດຖະກິດ ແລະຄວາມກ້າວໜ້າຂອງສັງຄົມ. ສະນັ້ນ, ຫົວຂໍ້ “ສັນຕິພາບ, ວັດທະນາຖາວອນ ແລະຄວາມໝັ້ນຄົງ” ຂອງ ADMM-17 ແມ່ນເໝາະສົມກັບສະພາບທີ່ໂລກມີການຜັນແປສັບສົນຄືໃນປະຈຸບັນນີ້ທີ່ສຸດ.

ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ (ADMM) ຄັ້ງທີ 17 ສຳເລັດຜົນຢ່າງຈົບງາມ

ທ່ານລັດຖະມົນຕີ ຟານວັນຢາງ ເຂົ້າຮ່ວມ ADMM-17. ພາບ: qdnd.vn

ກອງປະຊຸມໄດ້ຮັບຟັງບົດລາຍງານກ່ຽວກັບໝາກຜົນຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສປ້ອງກັນຊາດ ອາຊຽນ (ADSOM) ແລະໄດ້ຮັບຮອງເອົາແຜນການເຄື່ອນໄຫວ ADMM ໄລຍະ 2023-2026; ຮັບຮອງເອົາເອກະສານ/ຂໍ້ລິເລີ່ມໃໝ່ໃນ ADMM. ພິເສດ, ກອງປະຊຸມກໍ່ໄດ້ຮັບຮອງເອົາຖະແຫຼງການຮ່ວມ ຈາກາຕາ ຂອງ ADMM ເພື່ອສັນຕິພາບ, ວັດທະນາຖາວອນ ແລະຄວາມໝັ້ນຄົງ. ຖະແຫຼງການຮ່ວມໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງຂອງພາກພື້ນ ແລະຄວາມເສລີໃນການເດີນທະເລ ແລະການບິນຢູ່ທະເລຕາເວັນອອກ; ໂດຍປະຕິບັດຕາມມາດຕະການແກ້ໄຂຄວາມຂັດແຍ່ງກັນໂດຍສັນຕິບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS 1982), ຄວບຄຸມ ແລະຫຼີກລ້ຽງການກະທຳທີ່ເຮັດໃຫ້ສະພາບການສັບສົນ ຫຼື ເຄັ່ງຕຶງຂຶ້ນຕື່ມ, ສົ່ງຜົນສະທ້ອນເຖິງສັນຕິພາບ ແລະສະຖຽນລະພາບ.

ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ (ADMM) ຄັ້ງທີ 17 ສຳເລັດຜົນຢ່າງຈົບງາມ

ລັດຖະມົນຕີກະຊວງປ້ອງກັນປະເທດສາມປະເທດ ຫວຽດນາມ-ລາວ-ກໍາປູເຈຍ ທີ່ ADMM-17. ພາບ: qdnd.v

ຖະແຫຼງການຮ່ວມໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໃຫ້ສຳເລັດໂດຍໄວ, ມີປະສິດທິຜົນ ແລະແທດຈິງ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີ UNCLOS 1982 ໃນຂະນະທີ່ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະມີປະສິດທິຜົນ. ຖະແຫຼງການຮ່ວມໄດ້ຊົມເຊີຍບັນດາມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈໃນປະຈຸບັນ, ເຊັ່ນ: ກົດແຫ່ງການຫຼີກລ້ຽງ ແລະແຕະຕ້ອງກັນໂດຍບັງເອີນຢູ່ທະເລ, ແນະນຳການປະສານງານກັບເຮືອບິນການທະຫານ, ຄຳແນະນຳການປະສານງານຢູ່ທະເລ, ພື້ນຖານໂຄງລ່າງການຕິດຕໍ່ໂດຍກົງ ອາຊຽນ ແລະການເຄື່ອນໄຫວຕ່າງໆໃນຂອບເຂດ DOC ເພື່ອຊຸກຍູ້ການຕິດຕໍ່ສື່ສານ, ສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ ກໍ່ຄືຫຼຸດຜ່ອນຄວາມເຄັ່ງຕຶງ ແລະຄວາມສ່ຽງທີ່ຈະເກີດອຸບັດຕິເຫດ, ຄວາມເຂົ້າໃຈຜິດ ຫຼືການຄິດໄລ່ຜິດພາດທາງອາກາດ ແລະບົນທະເລ.

ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ (ADMM) ຄັ້ງທີ 17 ສຳເລັດຜົນຢ່າງຈົບງາມ

ບັນດາຫົວໜ້າຄະນະເຂົ້າຮ່ວມ ADMM-17 ຖ່າຍຮູບລວມ. ພາບ: qdnd.vn

ຢູ່ນອກກອງປະຊຸມ ADMM-17, ທ່ານພົນເອກ ຟານວັນຢາງ ແລະທ່ານພົນເອກ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ໄດ້ພ້ອມກັນແລກປ່ຽນບັນດາມາດຕະການ ເພື່ອປະກອບສ່ວນປັບປຸງ ແລະຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດລະຫວ່າງສອງປະເທດ ເວົ້າລວມ ແລະສອງກອງທັບ ເວົ້າສະເພາະ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.