ຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມ ເຂົ້າຮ່ວມ ADMM ວົງແຄບ, ADMM+ ຄັ້ງທີ 6

21:45 | 17/11/2019

ຍສໝ - ຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມ ນໍາໂດຍທ່ານພົນເອກ ໂງຊວນລິກ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງກັນປະເທດບັນດາປະເທດອາຊຽນ ວົງແຄບ (ADMM ວົງແຄບ) ແລະກອງປະຊຸມລັດຖະມົນຕີປ້ອງກັນປະເທດບັນດາປະເທດອາຊຽນ ເປີດກວ້າງ (ADMM+) ຄັ້ງທີ 6 ທີ່ຈັດຂຶ້ນໃນລະຫວ່າງວັນທີ 16-19 ພະຈິກ 2019 ຢູ່ບາງກອກ, ປະເທດໄທ.

ຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມ ເຂົ້າຮ່ວມ ADMM ວົງແຄບ, ADMM+ ຄັ້ງທີ 6

ຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມ ເຂົ້າຮ່ວມ ADMM ວົງແຄບ, ADMM+ ຄັ້ງທີ 6

ດ້ວຍຫົວຂໍ້ “ຄວາມໝັ້ນຄົງແບບຍືນຍົງ”, ກອງປະຊຸມ ADMM Retreat ແລະ ADMM + ຄັ້ງທີ 6 ຄາດວ່າຈະສຸມໃສ່ປຶກສາຫາລືກ່ຽວກັບນິຍາມຄວາມໝັ້ນຄົງແບບຍືນຍົງ ເພື່ອແນໃສ່ເພີ່ມທະວີຄວາມໝັ້ນຄົງໃນການປ້ອງກັນປະເທດ, ຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈ ແລະ ເພີ່ມທະວີການຮ່ວມມືດ້ານຄວາມໝັັ້ນຄົງ ລະຫວ່າງ ອາຊຽນ ກັບ ບັນດາປະເທດຄູ່ຮ່ວມມື ເຈລະຈາ ໃນທຸກໆດ້ານ. ບັນດາການປຶກສາຫາລື ຈະໄດ້ຈັດຕັ້ງໃນ 7 ຂົງເຂດຮ່ວມມື ລວມມີ: ໜູນຊ່ວຍມະນຸດສະທຳ ແລະ ກູ້ຊ່ວຍໄພທຳມະຊາດ, ຄວາມໝັ້ນຄົງໃນການເດີນເຮືອ, ເສນາຮັກ, ຕ້ານການກໍ່ການຮ້າຍ, ຮັກສາສັນຕິພາບ, ການເຄື່ອນໄຫວມະນຸດສະທຳ ແລະ ຄວາມໝັ້ນຄົງດ້ານເຄືອຂ່າຍອິນເຕີແນັດ.

ຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມ ເຂົ້າຮ່ວມ ADMM ວົງແຄບ, ADMM+ ຄັ້ງທີ 6

ທ່ານພົນເອກ ໂງຊວັນລິກ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ. (ພາບ: TTXVN)

ເລື່ອງເຂົ້າຮ່ວມບັນດາກອງປະຊຸມຂອງຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມເປັນເຈົ້າການ ແລະ ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງຫວຽດນາມ ຕໍ່ບັນດາຂົງເຂດຮ່ວມມືໃນຂອບເຂດ ADMM ແລະ ADMM+, ສືບຕໍ່ຜັນຂະຫຍາຍບັນດາຂໍ້ລິເລີ່ມຂອງ ຫວຽດນາມໃນຂອບເຂດການຮ່ວມມືດ້ານປ້ອງກັນປະເທດ ອາຊຽນ, ພ້ອມທັງຢັ້ງຢືນເຖິງບົດບາດ, ທີ່ຕັ້ງ ຂອງ ຫວຽດນາມ ສຳລັບພາກພື້ນ ແລະ ໂລກຜ່ານບັນດາການເຄື່ອນໄຫວຢູ່ເວທີປາໄສຫຼາຍຝ່າຍກໍ່ຄືຊຸກຍູ້ຄວາມມານະພະຍາຍາມລວມເພື່ອແນໃສ່ປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ພັດທະນາຢູ່ພາກພື້ນ.

ຫຼັງຈາກ ກອງປະຊຸມ ADMM+ ຄັ້ງທີ 6 ສິ້ນສຸດລົງໃນວັນທີ 18 ພະຈິກ, ຫວຽດນາມຈະສືບຕໍ່ຮັບຕຳແໜ່ງປະທານ ADMM ແລະ ADMM+ ຕໍ່ຈາກໄທ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.